ຍາມ​ໃດ​ ຫວຽດ​ນາມ ກໍ່​ສ້າງ​ຄວາມ​ຈິງ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ຮັບ​ຜິດ​ຊອບ ເພື່ອ​ໂລກ​ທີ່​ດີ​ງາມ​ກ່​ວາ

(VOVWORLD) -

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ອາເມລິກາ, ວັນທີ 11 ພຶດສະພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ມີບົດກ່າວປາໄສສຳຄັນ ຢູ່ສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນອາເມລິກາ (CSIS), ກ່ຽວກັບຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ ໃນການສ້າງໂລກທີ່ດີງາມກ່ວາ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແບ່ງປັນກັບບັນດານັກຄົ້ນຄ້ວາ ວິທີມອງເຫັນຂອງຫວຽດນາມ ກ່ຽວກັບໂລກປະຈຸບັນ; ບົດບາດຂອງຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ ໃນໂລກທີ່ມີການຜັນແປຫຼາຍຢ່າງໃນປະຈຸບັນ ແລະ ຕ້ອງເຮັດຫຍັງເພື່ອສະແດງຄວາມຈິງໃຈ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ, ເພື່ອໂລກທີ່ດີງາມກ່ວາ.


ຍາມ​ໃດ​ ຫວຽດ​ນາມ ກໍ່​ສ້າງ​ຄວາມ​ຈິງ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ຮັບ​ຜິດ​ຊອບ ເພື່ອ​ໂລກ​ທີ່​ດີ​ງາມ​ກ່​ວາ - ảnh 1

 ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ ສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນອາເມລິກາ (ພາບ: TTXVN)

ກ່ຽວກັບສະພາບການໂລກໃນປະຈຸບັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖືວ່າ, ກ້າວເຂົ້າສູ່ທົດສະວັດທີ 3 ຂອງສັດຕະວັດທີ 21, ສັນຕິພາບ, ການຮ່ວມມື ແລະ ພັດທະນາຍັງຄົງແມ່ນຄວາມຄາດຫວັງຂອງ ປຊຊ ໃນທົ່ວໂລກ. ຕາມທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ໂດຍສັງລວມແລ້ວ, ໂລກມີສັນຕິພາບແລ້ວ ແຕ່ຍັງມີສົງຄາມ, ມີການປະນີປະນອມແລ້ວແຕ່ຍັງມີຄວາມເຄັ່ງຄຶງ; ມີຄວາມສະຖຽນລະພາບແລ້ວແຕ່ຍັງມີການປະທະກັນ. ສະນັ້ນ, ໄພເກີດສົງຄາມ, ການຂາດສະຖຽນລະພາບດ້ານການເມືອງຍັງເພີ່ມຂຶ້ນ, ເສດຖະກິດໂລກຍັງສືບຕໍ່ປະສົບກັບຄວາມສ່ຽງຫຼາຍຢ່າງ.

ຍາມ​ໃດ​ ຫວຽດ​ນາມ ກໍ່​ສ້າງ​ຄວາມ​ຈິງ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ຮັບ​ຜິດ​ຊອບ ເພື່ອ​ໂລກ​ທີ່​ດີ​ງາມ​ກ່​ວາ - ảnh 2

 ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລກປ່ຽນກັບບັນດາຜູ້ແທນຢູ່ ສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນອາເມລິກາ (ພາບ: TTXVN)

ຈາກສະພາບການໂລກ, ພາກພື້ນ ແລະ ພຶດຕິກຳຕົວຈິງການເຄື່ອນໄຫວທາງການພົວພັນຕ່າງປະເທດໃນໄລຍະຜ່ານມາຂອງຫວຽດນາມ, ໃນມໍ່ໆມານີ້ແມ່ນໃນບົດບາດເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຖືວ່າ: ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ມີການຜູກພັນກັນຢ່າງສະໜິດແໜ້ນ. ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດໜຶ່ງ ມີການກະທົບຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງ, ພາກພື້ນ ແລະ ໂລກ. ຜົນປະໂຫຍດຂອງແຕ່ລະປະເທດ, ແຕ່ລະຊາດ ຕ້ອງກົມກຽວ ແລະ ຖືເປັນສຳຄັນຜົນປະໂຫຍດຂອງປະເທດ, ຂອງຊາດທີ່ຊອບທຳ, ຖືກຕ້ອງຕາມກົດໝາຍຂອງບັນດາປະເທດອື່ນ ບົນພື້ນຖານກົດໝາຍສາກົນ ແລະ ກົດບັດ ສປຊ.

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລ້ວ, ຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບມີບົດບາດສຳຄັນພິເສດ ເພື່ອແກ້ໄຂບັນດາບັນຫາທີ່ໄດ້ວາງອອກ ສຳລັບໂລກປະຈຸບັນ. ສະນັ້ນ, ຍິ່ງກ່ວາເວລາໃດໝົດ, ໂລກຄວນຍູ້ແຮງການສ້າງ, ປັບປຸງຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງບັນດາປະເທດ. ໂລກຄວນຍົກສູງການໂອ້ລົມສົນທະນາ ເພື່ອມີຄວາມເຂົ້າໃຈຊື່ງກັນກັນ ແລະ ກັນກ່ວາອີກ, ປະກອບສ່ວນແກ້ໄຂບັນດາຄວາມບໍ່ລົງລອຍກັນ, ຂໍ້ຂັດແຍ້ງກັນລະຫວ່າງບັນດາປະເທດ. ການໂອ້ລົມສົນທະນາ, ການຮ່ວມມືຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ບົນພື້ນຖານເຄົາລົບຊື່ງກັນ ແລະ ກັນ ແມ່ນໜຶ່ງໃນບັນດາວິທີການແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ ລະຫວ່າງບັນດາປະເທດທີ່ດີທີ່ສຸດ ກໍ່ຄືໃນການສ້າງໂລກທີ່ດີງາມກ່ວາອີກ.

ໃນບົດກ່າວປາໄສຂອງຕົນ,  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ແບ່ງປັນທັດສະນະຂອງຫວຽດນາມ ກ່ຽວກັບການສະແດງຄວາມຈິງໃຈ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີຄວາມຮັບຜິດຊອບ ໃນການຮ່ວມມືກັບປະເທດຕ່າງໆ, ພາກພື້ນ ແລະ ປະຊາຄົມໂລກ. ນັ້ນແມ່ນ, ຫວຽດນາມ ຢືດໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເພື່ອນມິດທີ່ດີ, ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈກັບບັນດາປະເທດໃນໂລກ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມໂລກ. ຍາມໃດຫວຽດນາມ ກໍ່ສະແດງໃຫ້ເຫັນຄວາມຈິງໃຈ, ສະເໝີຕົ້ນສະເໝີປາຍ, ໂປ່ງໃສໃນການສ້າງ, ຜັນຂະຫຍາຍແນວທາງດັ່ງກ່າວ. ຫວຽດນາມ ພ້ອມແລ້ວທີ່ໂອ້ລົມສົນທະນາ, ຮ່ວມມືເພື່ອແກ້ໄຂບັນດາຄວາມແຕກໂຕນ, ຄວາມບໍ່ລົງລອຍກັນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງໂລກ, ພ້ອມທັງຮັບປະກັນຄວາມກົມກຽວລະຫວ່າງບັນດາຜົນປະໂຫຍດ ແລະ ແກ້ໄຂ ຄວາມສົນໃຈຂອງບັນດາຄູ່ຮ່ວມມື, ບັນດາປະເທດ ແລະ ປະຊາຄົມໂລກຢ່າງສົມເຫດສົມຜົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ ແມ່ນຂໍ້ກຸນແຈ ເພື່ອໃຫ້ບັນດາປະເທດ ແກ້ໄຂບັນດາບັນຫາທີ່ຍັງມີຄວາມບໍ່ລົງລອຍກັນ, ຄວາມແຕກໂຕນກັນໃນໂລກທີ່ເຕັມໄປດ້ວຍການຜັນແປໃນປະຈຸບັນ. ຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ ໄດ້ປະກອບສ່ວນສຳຄັນ ສ້າງເປັນການພັດທະນາຢ່າງແຮງ ຕໍ່ການພົວພັນລະຫວ່າງ ຫວຽດນາມ-ອາເມລິກາ ໃນເກືອບ 30 ປີຜ່ານມາ. ທ່ານເຊື່ອໝັ້ນວ່າ,  ນີ້ກໍ່ແມ່ນບັນດາປັດໄຈສຳຄັນຕົ້ນຕໍໃນການກຳນົດທິດ, ຊຸກຍູ້, ນຳການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ ຂຶ້ນສູ່ລະດັບສູງໃໝ່, ແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີຫວັງວ່າ, ສອງປະເທດຈະຮ່ວມແຮງຮ່ວມໃຈ ພ້ອມກັນເພີ່ມພູນຄູນສ້າງ, ສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ, ຄວາມຈິງໃຈ, ປະກອບສ່ວນອັນແທດຈິງ ເພື່ອຜົນປະໂຫຍດຂອງ ປຊຊ ສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະ ໃນໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ