ຍາມໃດ ຫວຽດນາມ ກໍ່ເປັນສະມາຊິກຕັ້ງໜ້າ, ມີການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ແກ່ ອາຊຽນ

(VOVWORLD) - ກອງປະຊຸມຄັ້ງນີ້ສະແດງໃຫ້ຫັນຄວາມມຸ່ງຫວັງ ແລະ ຄວາມມານະພະຍາຍາມຈຂອງບັນດາປະເທດ ແມ່ນສູ້ຊົນນຳ ອາຊຽນ ໃຫ້ກາຍເປັນຈຸດສຸມ, ເປັນກຳລັງໜູນຂອງການເຕີບໂຕ
ຍາມໃດ ຫວຽດນາມ ກໍ່ເປັນສະມາຊິກຕັ້ງໜ້າ, ມີການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ແກ່ ອາຊຽນ - ảnh 1  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ
(ພາບ: VGP)

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ແຕ່ວັນທີ 09-11 ພຶດສະພາ, ຢູ່ Labuan Bajo, ປະເທດ ອິນໂດເນເຊຍ. ດ້ວຍຫົວຂໍ້ “ອາຊຽນ ຂອບຂະໜາດໃຫຍ່: ຈຸດສຸມຂອງການເຕີບໂຕ”, ກອງປະຊຸມຄັ້ງນີ້ສະແດງໃຫ້ຫັນຄວາມມຸ່ງຫວັງ ແລະ ຄວາມມານະພະຍາຍາມຈຂອງບັນດາປະເທດ ແມ່ນສູ້ຊົນນຳ ອາຊຽນ ໃຫ້ກາຍເປັນຈຸດສຸມ, ເປັນກຳລັງໜູນຂອງການເຕີບໂຕ ດ້ວຍບົດບາດນຳພາໃນບັນດາວິວັດທະນາການແຫ່ງການຮ່ວມມື ແລະ ຮ່ວມສຳພັນຢູ່ພາກພື້ນ, ປະກອບສ່ວນເຂົ້າໃນເປົ້າໝາຍລວມແມ່ນ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ນີ້ ດ້ວຍຈິດໃຈຕັ້ງໜ້າ, ມີຄວາມຮັບຜິດຊອບ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ.

        ໂດຍປິ່ນອ້ອມຫົວຂໍ້ “ອາຊຽນ ຂອບຂະໜາດໃຫຍ່: ຈຸດສຸມຂອງການເຕີບໂຕ” ແລະ ຕໍ່ໜ້າບັນດາການຫັນປ່ຽນທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງສະພາບການພາກພື້ນ ແລະ ສາກົນ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຈັດຂຶ້ນເພື່ອສົ່ງສານກ່ຽວກັບຄວາມຕັດສິນໃຈຂອງບັນດາປະເທດສະມາຊິກ ແມ່ນພ້ອມກັນຮ່ວມແຮງຮ່ວມໃຈຊຸກຍູ້ການຟື້ນຟູພື້ນຖານເສດຖະກິດຕາມທິດຍືນຍົງ ແລະ ກວມລວມ.

ການກຳນົດທິດໃຫ້ແກ່ອະນາຄົດຂອງ ອາຊຽນ ໃນໄລຍະໃໝ່

        ຈຸດໃໝ່ຂອງກອງປະຊຸມຄັ້ງນີ້ແມ່ນຄວາມອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບກວ່າໃນບັນດາກອງປະຊຸມປຶກສາຫາລືຂອງການນຳກັບບັນດາກຸ່ມ, ວົງການ ກ່ຽວກັບບັນດາບັນຫາສຳຄັນໃນວິວັດທະນາການສ້າງຕັ້ງປະຊາຄົມ; ໃນນັ້ນມີວາລະສົນທະນາກັບກຸ່ມຮັບຜິດຊອບຂັ້ນສູງກ່ຽວກັບວິໄສທັດປະຊາຄົມ ອາຊຽນ ພາຍຫຼັງປີ 2025. ນີ້ເປັນຄັ້ງທຳອິດທີ່ການນຳບັນດາປະເທດປຶກສາຫລືກັບຜູ້ຕາງໜ້າຂັ້ນສູງໃນກຸ່ມຮຽບຮຽງບັນດາການກຳນົດທິດໃຫ້ແກ່ອະນາຄົດຂອງ ອາຊຽນ ໃນໄລຍະພັດທະນາຕໍ່ໄປ. ສະນັ້ນ, ກອງປະຊຸມສົນທະນາລືມີຄວາມໝາຍສຳຄັນຍິ່ງ, ສ້າງພື້ນຖານໃຫ້ແກ່ອະນາຄົດຂອງ ອາຊຽນ ພາຍຫຼັງປີ 2025. ກອງປະຊຸມຄັ້ງນີ້ກໍ່ເປັນຄັ້ງທຳອິດທີ່ການນຳ Timor Leste ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ດ້ວຍຖານະເປັນນັກສັງເກດການ.

        ຄາດວ່າ, ກອງປະຊຸມຈະຮັບຮອງເອົາເອກະສານສຳຄັນຫຼາຍສະບັບ, ລວມທັງ 3 ເສົ້າຄ້ຳການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ ຂອງປະຊາຄົມ ອາຊຽນ. ບັນດາເອກະສານໄດ້ຕິດແທດກັບບຸລິມະສິດເຊິ່ງ ອາຊຽນ ໄດ້ວາງອອກໃນປີ 2023 ກ່ຽວກັບການຮັບປະກັນສະຖຽນລະພາບດ້ານການເງິນ, ຄວາມໝັ້ນຄົງດ້ານພະລັງງານ. ນີ້ແມ່ນບັນດາເນື້ອໃນແທດຈິງ, ຕັ້ງໜ້າໜູນຊ່ວຍໃຫ້ແກ່ບັນດາຄວາມມານະພະຍາຍາມໃນການຊຸກຍູ້ການຟື້ນຟູ ແລະ ການເຕີບໂຕຢູ່ພາກພື້ນ, ປະກອບສ່ວນນຳ ອາຊຽນ ໃຫ້ກາຍເປັນກຳລັງໃຈກາງໃນວິວັດທະນາການພັດທະນາລວມຂອງທັງພາກພື້ນຢ່າງແທ້ຈິງ. ກອງປະຊຸມກໍ່ວາງອອກບັນດາການກຳນົດທິດໃຫ້ແກ່ການພົວພັນ ອາຊຽນ ກັບບັນດາຄູ່ຮ່ວມມື ໃນສະພາບການໃໝ່ທີ່ເກີດສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງໃຫ້ ອາຊຽນ ຮັບປະກັນຄວາມເປັນເອກະພາບ, ສາມັກຄີ ແລະ ສວມບົດບາດໃຈກາງຂອງຕົນ. ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ໃຫ້ຮູ້ວ່າ:

        “ອາຊຽນ ແມ່ນອົງການຈັດຕັ້ງສຳຄັນຂອງພາກພື້ນ ແລະ ທົ່ວໂລກ, ດຶງດູດຄວາມສົນໃຈຫຼາຍຢ່າງຂອງບັນດາຄູ່ຮ່ວມມື. ສະນັ້ນ, ບັນດາວຽກງານຂອງ ອາຊຽນ, ການເຈລະຈາ ແລະ ການກະທຳ ບໍ່ພຽງແຕ່ມີຄວາມສຳຄັນຕໍ່ ອາຊຽນ ເທົ່ານັ້ນ ຫາກຍັງແມ່ນສຳລັບບັນດາປະເທດຄູ່ຮ່ວມມືກວ່າອີກ. ແນ່ນອນວ່າ, ອາຊຽນ ຍັງໃຫ້ບຸລິມະສິດໃຫ້ແກ່ຜົນປະໂຫຍດຂອງຕົນ ແລະ ຕ້ອງຍັງເຮັດແນວໃດເພື່ອສືບຕໍ່ສ້າງ ອາຊຽນ ໃຫ້ເຂັ້ມແຂງດ້ວຍຕົນເອງ ແລະ ໝັ້ນຄົງເຂັ້ມແຂງ, ກາຍເປັນຈຸດໃຈກາງຂອງການເຕີບໂຕໃນສະພາບການທີ່ເສດຖະກິດທົ່ວໂລກຂາດການແນ່ນອນ. ຍ້ອນເຫດນັ້ນ, ບັນດາປະເທດຕ້ອງຊຸກຍູ້ບັນດາຄວາມມານະພະຍາຍາມຮ່ວມມື, ຮັບປະກັນວ່າ ໃນພາກພື້ນມີຄວາມດຶງດູດບັນດານັກລົງທຶນຈາກພາຍນອກພາກພື້ນ, ຈາກບັນດາປະເທດຄູ່ຮ່ວມມື, ຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງ, ສະຖຽນລະພາບ ເພື່ອດຶງດູດການລົງທຶນ”.

        ຍາມໃດ ຫວຽດນາມ ກໍ່ເຮັດເພື່ອປະຊາຄົມ ອາຊຽນ ທີ່ສາມັກຄີ, ໝັ້ນຄົງເຂັ້ມແຂງ ແລະ ພັດທະນາ

        ໂດຍແມ່ນອົງການທີ່ມີຄວາມສຳຄັນຍຸດທະສາດ, ກ່ຽວຂ້ອງຢ່າງເລິກເຊິ່ງເຖິງຜົນປະໂຫຍດຄວາມໝັ້ນຄົງ, ທີ່ຕັ້ງ, ບົດບາດ ແລະ ການພັດທະນາຂອງ ຫວຽດນາມ, ອາຊຽນ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ໄດ້. ໃນບັນດາການເຄື່ອນໄຫວຂອງ ອາຊຽນ, ຍາມໃດ ຫວຽດນາມ ກໍ່ຍົກສູງຄວາມສາມັກຄີ ແລະ ຄວາມເປັນດີເຫັນພ້ອມ ຕາມເນື້ອໃນຈິດໃຈ “ສາມັກຄີ”. ພິເສດ, ໃນຖານະຕຳແໜ່ງເປັນປະທານ ອາຊຽນ 2020, ຕໍ່ໜ້າບັນດາຄວາມຫຍຸ້ງຍາກນາໆປະການທີ່ບໍ່ເຄີຍມີມາກ່ອນຂອງໂລກລະບາດໂຄວິດ-19, ຫວຽດນາມ ໄດ້ຢືດໝັ້ນບັນດາຫຼັກການຂອງ ອາຊຽນ, ສະແດງໃຫ້ເຫັນນ້ຳໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຢ່າງຄົບຖ້ວນ, ຮັກສາທ່ວງທ່າຮ່ວມມື ແລະ ຮ່ວມສຳພັນຢູ່ພາກພື້ນ, ພ້ອມທັງກຳນົດທິດໃຫ້ແກ່ການພັດທະນາຂອງປະຊາຄົມ ອາຊຽນ ໃນໄລຍະໃໝ່. ຕີລາຄາກ່ຽວກັບການເຂົ້າຮ່ວມ, ການປະກອບສ່ວນຂອງ ຫວຽດນາມ ໃນ ອາຊຽນ, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ຢືນຢັນວ່າ:

        “ເຖິງວ່າຈະດຳລົງຕຳແໜ່ງປະທານ ອາຊຽນ, ປະຕິບັດໜ້າທີ່ໃນຄະນະເລຂາ ອາຊຽນ ຫຼື ເປັນປະເທດປະສານງານສຳລັບບັນດາຄູ່ຮ່ວມມື, ຄູ່ເຈລະຈາກໍ່ຕາມ, ແຕ່ຍາມໃດ ຫວຽດນາມ ກໍ່ແມ່ນປະເທດສະມາຊິກທີ່ຕັ້ງໜ້າ ແລະ ຢູ່ບັນດາເວທີປາໄສສາກົນ, ຍາມໃດ ຫວຽດນາມ ກໍ່ຊຸກຍູ້ຜົນປະໂຫຍດຂອງບັນດາປະເທດ ອາຊຽນ. ອາດເວົ້າໄດ້ວ່າ, ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີການປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ ອາຊຽນ”.

        ສານໂດຍ ຫວຽດນາມ ນຳມາສູ່ກອງປະຊຸມຄັ້ງນີ້ແມ່ນ ປັບປຸງຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງກຳລັງຮັບມື ແລະ ປັບຕົວຢ່າງມີໄຫວພິບຂອງ ອາຊຽນ ຕໍ່ໜ້າບັນດາການຜັນແປ, ເສີມຂະຫຍາຍບົດບາດ, ສຽງເວົ້າຂອງ ອາຊຽນ ໃຫ້ຫຼາຍກວ່າ ເມື່ອເຂົ້າຮ່ວມບັນດາວຽກງານລວມຂອງພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ