ຍາມໃດຫວຽດນາມກໍ່ປະຕິບັດສິດທິມະນຸດຢ່າງຖືກຕ້ອງຕາມມາດຖານສາກົນ

 ສະ​ໄໝ​ປະຊຸມ​ຄັ້ງທີ 22 ສະພາ​ສິດທິ​ມະນຸດ ສປຊ ຫາ​ກໍ່​ຖືກໄຂ​ຂຶ້ນ​ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ. ​ໂດຍ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄປເຂົ້າຮ່ວມ​ສະ​ໄໝ​ປະຊຸມ​ຄັ້ງນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ, ​ໃນ​ນັ້ນ, ​ໄດ້​ຍົກ​ອອກ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງທ້າ​ທາຍ​ຊື່​ງມວນ​ມະນຸດ​ພວມ​ຕ້ອງ​ປະ​ເຊີນ​ໜ້າ, ພ້ອມ​ກັນນັ້ນ​ໄດ້​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ເຄົາລົບ​ ​ແລະ ຮັບປະກັນ​ສິດທິ​ມະນຸດ​ທັງ​ໝົດຖືກຕ້ອງ​ຕາມ​ບັນດາ​ມາດຖານ​ສາກົນ​. ນັກ​ຂ່າວ​ແອ​ງຮ່ວຽນ ຂໍ​ຄັດ​ສະ​ເໜີ​ບັນດາ​ເນື້ອ​ໃນ​ສຳຄັນ​ໃນ​ບົດ​ກ່າວ​ປາ​ໄສ​ດັ່ງກ່າວ. ​

ຍາມໃດຫວຽດນາມກໍ່ປະຕິບັດສິດທິມະນຸດຢ່າງຖືກຕ້ອງຕາມມາດຖານສາກົນ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ

(ພາບ:vtv.vn)

  ຂຶ້ນ​ຕົ້ນບົດ​ກ່າວ​ປາ​ໄສ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ​ຢັ້ງຢືນ​ວ່າ: ນັບ​ແຕ່​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ, ສະພາ​ສິດທິ​ມະນຸດ​ໄດ້​ທຳ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ປະກອບສ່ວນ​ຢ່າງ​ແທດ​ຈິງ​ກ່ວາ​ເຂົ້າ​ໃນ​ການ​ຊຸກຍູ້, ປົກ​ປ້ອງ​ສິດທິ​ມະນຸດ​ໃນ​ໂລກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ສະ​ເໜີ​ວ່າ, ສະພາ​ສິດທິ​ມະນຸດ​ຄວນ​ເພີ່ມ​ທະວີ​ແຫຼ່ງກຳລັງ ​ແລະ ປະສິດທິ​ຜົນ​​ໃນການ​ເຄື່​ອນ​ໄຫວ, ຍົກ​ອອກ​ບັນດາ​ມາດ​ຕະການ​ທີ່​ມີ​ປະ​ໂຫຍ​ດ​ເພື່ອ​ແນ່​ໃສ່ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ສິດທິ​ມະນຸດ​ເພື່ອ​ເປັນ​ອົງການ​ສຳຄັນ​ຂອງ ສປຊ ກ່ຽວ​ກັບ​ສິດທິ​ມະນຸດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ຢັ້ງຢືນ​ວ່າ: ຫວຽດນາມ ຈະ​ສືບ​ຕໍ່​ຮ່ວມ​ມື ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ຄວາມ​ມານະ​ພະຍາຍາມ​ລວມຂອງ​ສະພາ​ສິດທິ​ມະນຸດ ​ແລະ ທຸກໆປະ​ເທດ​ໃນຂົງ​ເຂດ​ນີ້.

ຍາມໃດຫວຽດນາມກໍ່ປະຕິບັດສິດທິມະນຸດຢ່າງຖືກຕ້ອງຕາມມາດຖານສາກົນ - ảnh 2

(ພາບປະກອບ:ອິນເຕີແນັດ)

   ຕາມທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ​ແລ້ວ, ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ເຄົາລົບ​ນັບຖື ​ແລະ ຮັບປະກັນ​ສິດທິ​ມະນຸດ​ທັງ​ໝົດຖືກຕ້ອງ​ຕາມ​ບັນດາ​ມາດຖານ​ສາກົນ​ວ່າ​ດ້ວຍ​ສິດທິ​ມະນຸດ. ຊື່​ງສະ​ແດງ​ໃຫ້​ເຫັນ​ຜ່ານ​ຊຸມ​ປີຜ່ານມາ, ບັນດາ​ສິດ ​ແລະ ຄວາມ​ເສລີ​ອັນ​ເປັນ​ພື້ນຖານ​ຂອງ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ເຄົາລົບ​ນັບຖື ​ແລະ ຮັບປະກັນ​​ເປັນ​ຢ່າງ​ດີ​ກ່ວາ. ພິ​ເສດ, ດ້ວຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ຢ່າງຮອບດ້ານ, ຫວຽດນາມ ​ໄດ້​ເຂົ້າຮ່ວມ, ປະກອບສ່ວນ​ສ້າງ ​ແລະ ມີ​ຄວາມ​ຮັບຜິດຊອບ​ສຳລັບ​ຫຼາຍ​ບັນຫາ​ສາກົນ, ​ໃນ​ນັ້ນມີ​ຂົງ​ເຂດ​ສິດທິ​ມະນຸດ. ຫວຽດນາມ ​ແມ່ນ​ສະມາຊິກ​ຂອງ​ສົນທິ​ສັນ​ຍາ​ສາກົນ​ສຳຄັນ​ກ່ຽວ​ກັບ​ສິດທິ​ມະນຸດ​ເກືອບ​ທັງ​ໝົດ ​ແລະ ພວມກະ​ກຽມ​ບັນດາ​ລະບຽບ​ການ​ສຳ​ເລັດ​ເພື່ອ​ສາມາດ​​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ກ່ຽວ​ກັບ​ສິດ​ທິ​ຄົນ​ພິການ​ໂດຍ​ໄວ ​ແລະ ​ເຂົ້າຮ່ວມ​ສົນທິສັນຍາ​ຕ້ານ​ການ​ທໍລະມານ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຈະ​ຮັບ​ເອົາ​ບັນດາ​ລະບຽບ​ການ​ພິ​ເສດ​ກ່ຽວ​ກັບ​ສິດ​​ໄດ້​ຮັບການ​ສຶກສາ, ສິດ​ມີ​ທັນ​ຍາ​ຫານ, ສິດ​ວັດທະນະທຳ​ຄື​ດັ່ງ​ໄດ້​ໃຫ້​ຄຳໝັ້ນສັນຍາ, ພ້ອມ​ທັງ​ຈະ​ສືບ​ຕໍ່​ພິຈາລະນາ, ຮັບ​ບັນດາ​ລະບຽບ​ການ​ພິ​ເສດ​ອື່ນໆ​ຕື່ມ​ອີກ. ຫວຽດນາມ ກໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ເຈລະຈາ​ສອງ​ຝ່າຍ​ກັບ​ຫຼາຍ​ປະ​ເທດ​ກ່ຽວ​ກັບ​ດ້ານ​ສິດທິ​ມະນຸດ​ເພື່ອ​ແບ່ງປັນ​ບົດຮຽນ, ຂໍ້​ມູນ​ຂ່າວ ​ເພື່ອ​ແນ​ໃສ່​ຮັບປະກັນ​ສິດທິ​ມະນຸດ​ດີ​ກ່ວາ​ອີກ. ຫວຽດນາມ ມີ​ກົນ​ໄກ​ເຈລະຈາ​ດ້ານ​ສິດທິ​ມະນຸດ​ປະຈຳ​ປີ​ກັບ​ຫຼາຍປະ​ເທດ, ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ສິດທິ​ມະນຸດ​ໃນ​ອາຊຽນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໂດຍ​ແມ່ນ​ປະ​ເທດ​ພວມ​ພັດທະນາ, ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ​ຍັງ​ໜັກໜ່ວງ ​ແລະ ພວມ​ຢູ່ໃນ​ໄລຍະ​ປັບປຸງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ກໍ່​ຄື​ຕໍ່ໜ້າ​ການ​ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ, ຫວຽດນາມ ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ແລະ ຕ້ອງ​ມານະ​ພະຍາຍາມ​ຢ່າງ​ແຮງ​ກ່ວາ​ອີກ ​ເພື່ອ​ຮັບປະກັນ​ບັນດາ​ສິດ​ພື້ນຖານ​ດ້ານ​ເສດຖະກິດ, ສັງຄົມ​ກໍ່​ຄື​ພົນລະ​ເຮືອນ, ການ​ເມືອງ​ຂອງ​ປະຊາຊົນ.

   ​ໂດຍ​ເລີ່​ມຈາກ​ຄວາມ​ປາດ​ຖະໜາ​ຢາກ​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​ກ່ວາ​ອີກ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ລວມຂອງ ສປຊ ​ແລະ ປະຊາ​ຄົມ​ໂລກ ​ເພື່ອ​​ແນ່​ໃສ່​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ​ໃນ​ໂລກ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ​ເນັ້ນໜັກ​ວ່າ: ລັດຖະບານ​ຫວຽດນາມ ​ໄດ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ ອາຍຸ​ການ 2014-2016 ຢ່າງ​ເປັນ​ທາງ​ການ​​. ຫວຽດນາມ ​ແບ່ງປັນ​ສະຕິ​ຄວາມ​ຮັບ​ຮູ້​ລວມ​ແມ່ນ​ບັນດາ​ປະ​ເທດ​ມີ​ຄວາມ​ສາມາດ​ປະກອບສ່ວນ ​ແລະ ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນຄັ້ງທຳ​ອິດ​ເຂົ້າ​ໃນ​ສະພາ​ສິດທິ​ມະນຸດ​ຄື​ຫວຽດນາມ ຄວນ​ໄດ້​ມອບ​ຮັບ​ກາລະ​ໂອກາດ. ຖ້າຫາກ​ວ່າ​ໄດ້​ກາຍ​ເປັນ​ສະມາ​ຊິກ​ສະພາ​ສິດທິ​ມະນຸດ, ຫວຽດນາມ ​ໃຫ້​ຄຳໝັ້ນສັນຍາ​ຈະ​ຊາບ​ຊືມບັນດາ​ຈຸດໝາຍ ​ແລະ ຫຼັກ​ການ​ຂອງ​ກົດ​ບັດ ສປຊ, ບັນດາ​ມາດຖານ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ; ສົມທົບກັບ​ບັນດາ​ປະ​ເທດ​ສະມາຊິກ​ອື່ນໆ​ຢ່າງ​ແໜ້ນ​ແຟ້ນ​ ແລະ ບັນດາ​ກົນ​ໄກ​ສິດທິ​ມະນຸດ ສປຊ ບົນ​ຈິດ​ໃຈ​ເຈລະຈາ ​ແລະ ຮ່ວມ​ມື, ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ກໍ່ສ້າງ ​ແລະ ມີ​ຄວາມ​ຮັບຜິດຊອບ​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ສະພາ​ສິດທິ​ມະນຸດ​ຕາມ​ທິດ​ໂປ່​ງ​ໄສ, ພາວະ​ວິ​ໄສ, ສຳ​ພັດ​ຮອບດ້ານ ​ແລະ ດຸນ​ດຽງສິດທິ​ມະນຸດ​ທັງ​ໝົດດ້ານ​ການ​ເມືອງ, ພົນລະ​ເຮືອນ ​ແລະ ​ເສດຖະກິດ, ສັງຄົມ, ວັດທະນະທຳ.

   ສິ້​ນສຸດ​ບົດ​ກ່າວ​ປາ​ໄສ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ຖື​ວ່າ: ​ເລື່ອງ​ເຄົາລົບ​ ​ແລະ ຮັບປະກັນ​ບັນດາ​ສິດ, ຄວາມ​ເສລີ​ອັນ​ເປັນພື້ນຖານ​ຂອງ​ມະນຸດ ​ແມ່ນ​ຄວາມ​ມຸ້ງ​ຫັວງລວມຂອງ​ມວນ​ມະນຸດ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອໝັ້ນວ່າ: ສະ​ໄໝ​ປະຊຸມ​ຄັ້ງທີ 22 ສະພາ​ສິດທິ​ມະນຸດ ສປຊ ຈະ​ບັນລຸ​ໄດ້​ໝາກຜົນ​ອັນ​ແທດ​ຈິງ, ປະກອບສ່ວນ​ເຂົ້​າ​ໃນ​ການ​ປະຕິບັດ​ຈຸດໝາຍ​ລວມຄື: ສິດທິ​ມະນຸດ ​ແລະ ກຽດ​ສັກ​ສີ​ໃຫ້​ແກ່​ທຸກ​ຄົນ ​ແລະ ​ແຕ່ລະຄົນ​ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ