ຍູ້ແຮງ ວຽກງານສ້າງກົດໝາຍກວ່າອີກ

(VOVWORLD) -ວັນທີ 15 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມຊຸດທີ 14, ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 21 ວັນ. ໂດຍໄດ້ດຳເນີນໃນສະພາບການ ທີ່ປະເທດພວມສືບຕໍ່ມີການຫັນປ່ຽນຢ່າງແຮງ ແລະ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມຊຸດທີ 14 ສືບຕໍ່ເສີມຂະຫຍາຍນ້ຳໃຈປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ແລະ ມີການກະທຳເພື່ອຜົນປະໂຫຍດຂອງປະຊາຊົນ, ຂອງຊາດ ເພື່ອປະຕິບັດສຳເລັດບັນດາພາລະໜ້າທີ່ທີ່ໄດ້ວາງອອກ.

ປີ 2018 ແມ່ນປີທີ 03 ຂອງ ອາຍຸການສະພາແຫ່ງຊາດຫວຽດນາມຊຸດທີ 14 ດ້ວຍຫຼາຍໜ້າທີ່ສຳຄັນໄດ້ວາງອອກໃຫ້ສະພາແຫ່ງຊາດ, ໃນນັ້ນ ວຽກງານສ້າງກົດໝາຍສືບຕໍ່ ແມ່ນເນື້ອໃນຈຸດສຸມ, ເຊິ່ງກວມເອົາ 2/3 ເວລາເຮັດວຽກຂອງກອງປະຊຸມ, ດ້ວຍການພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ, ບັນດາຮ່າງມະຕິ 7 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນ 8 ສະບັບ. ນີ້ແມ່ນບັນດາໂຄງການ, ຮ່າງກົດໝາຍ ທີ່ມີຄວາມໝາຍສຳຄັນຍິ່ງ ແລະ ໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງເປັນຈຳນວນຫຼວງຫຼາຍ ເພື່ອສືບຕໍ່ຫັນແຜນນະໂຍບາຍ, ແນວທາງຂອງພັກ ເປັນລະບອບລະບຽບການ, ໂດຍສະເພາະແມ່ນບັນດາກອງປະຊຸມຄະນະບໍລິຫານງານສູນກາງ ແລະ ລັດຖະທຳມະນູນ ປີ 2013.

        ສ້າງກົດໝາຍໃຫ້ສົມບູບແບບ, ຍູ້ໄວການພັດທະນາເສດຖະກິດ - ສັງຄົມ

        ລະດັບການເຕີບໂຕໃນໄຕມາດ 1/2018 ຂອງຫວຽດນາມບັນລຸລະດັບສູງສຸດໃນຮອບ 10 ປີມານີ້ ໄດ້ສະແດງໃຫ້ເຫັນວ່າ ການເຕີບໂຕເສດຖະກິດປີນີ້ ສືບຕໍ່ໄດ້ຮັບການປັບປຸງ. ສິ່ງດັ່ງກ່າວ ໄດ້ວາງອອກໜ້າທີ່ຂອງສະພາແຫ່ງຊາດ ແມ່ນ ສ້າງ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນທີ່ພວມມີຢ່າງສຸດຂີດ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຊຸກຍູ້ພັດທະນາການຜະລິດ, ດຳເນີນທຸລະກິດ. ພ້ອມທັງກະກຽມບັນດາແຜນການ ເພື່ອກຽມພ້ອມຮັບມື, ຈຳກັດບັນດາຜົນກະທົບທີ່ຫຍໍ້ທໍ້ ຈາກບັນດາການຜັນແປຂອງໂລກ, ຮັບປະກັນພື້ນຖານເສດຖະກິດຕາມທິດໝັ້ນຄົງ; ສືບຕໍ່ຮັບປະກັນຊີວິດສັງຄົມ; ປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2018 ແລະ ສ້າງທ່ວງທ່າການປະຕິບັດບັນດາເປົ້າໝາຍ, ພາລະໜ້າທີ່ໃຫ້ທັງໄລຍະ 2016 – 2020 ໄດ້ຢ່າງມີໄຊ. ທ່ານ ຫວູຕ໋ຽນລົກ, ສະມາຊິກສະພາແຫ່ງຊາດແຂວງຫາຍເຢືອງ ຖືວ່າ:

        “ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ຫຼາຍບັນຫາກ່ຽວກັບເສດຖະກິດ ແລະ ກົດໝາຍວ່າດ້ວຍເສດຖະກິດ ໄດ້ຮັບຮອງເອົາຈາກສະພາແຫ່ງຊາດ.  ບັນດາຄຳຕັດສິນຂອງສະພາແຫ່ງຊາດກ່ຽວກັບການຊຸກຍູ້ການພັດທະນາເສດຖະກິດສັງຄົມ, ພິເສດແມ່ນບັນດາມາດຕະການຊຸກຍູ້ວິວັດການປະຕິຮູບຂົງເຂດລັດວິສາຫະກິດ ຕາມບົດລາຍງານຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ, ບັນດາການຕົກລົງເຫັນດີຂອງສະພາແຫ່ງຊາດ ກ່ຽວກັບກົດໝາຍວ່າດ້ວຍການແກ່ງແຍ້ງ ແລະ ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.  ບັນດາສິ່ງເຫຼົ່ານັ້ນ ໄດ້ສ້າງເງື່ອນໄຂໃຫ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດກາຍເປັນການແກ່ງແຍ້ງທີ່ຍຸຕິທຳ, ກະຈ່າງແຈ້ງກວ່າ. ສິ່ງດັ່ງກ່າວແມ່ນປັດໄຈພື້ນຖານໃຫ້ແກ່ການພັດທະນາຂອງປະຊາຄົມວິສາຫະກິດ”.

ຕາມການຄາດຄະເນລາຍການຂອງກອງປະຊຸມສະໄໝສາມັນຊຸດທີ 14 ນັ້ນ, ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 8 ສະບັບ, ໃນນັ້ນມີຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ ເວີນດົນ, ບັກເວີນຟອງ ແລະ ຟູ໋ກວກ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນສະພາບການທີ່ຄຳເຫັນຂອງ ບັນດາ ສສຊ, ບັນດາພະນັກງານຜູ້ອາວຸໂສ, ນັກຊ່ຽວຊານ, ນັກວິທະຍາສາດ ແລະ ຜູ້ມີສິດເລືອກຕັ້ງກ່ຽວກັບບາງເນື້ອໃນຂອງຮ່າງກົດໝາຍສະບັບນີ້ຍັງມີຄວາມແຕກຕ່າງກັນ, ລັດຖະບານ ແລະ ສະພາແຫ່ງຊາດ ຕົກລົງໃນເລື່ອນກຳນົດເວລາຮັບຮອງເອົາຮ່າງກົດໝາຍເຖິງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ເພື່ອມີເວລາປັບປຸງ, ເພີ່ມເຕີມຮ່າງກົດໝາຍ. ສິ່ງດັ່ງກ່າວສະແດງໄດ້ສະແດງໃຫ້ເຫັນຈິດໃຈອະທິປະໄຕ, ພາວະວິໄສ ແລະ ລັດຖະນະໂຍບາຍທີ່ເລີ່ມມາຈາກເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທ່ານ ທ໋າຍເຈື່ອງຢາງ, ສສຊ ແຂວງ ກາເມົາ, ຖືວ່າ:

        “ບັນດາ ສສຊ, ສະພາແຫ່ງຊາດ ແລະ ລັດຖະບານ ກໍ່ມີການຮັບຟັງຢ່າງສ້າງສັນນັບຖື ແລະ ຮັບຟັງການສ່ອງແສງຂອງຜູ້ມີສິດເລືອກຕັ້ງຜ່ານ ສສຊ ແລະ ຜ່ານຫຼາຍຊ່ອງທາງຂໍ້ມູນຂ່າວສານອື່ນ, ຂ້າພະເຈົ້າຕີລາຄາສູງລັດຖະບານ ແລະ ສະພາແຫ່ງຊາດ ຍິ່ງມີການຮັບຟັງຫຼາຍກ່ວາ, ລັດຖະບານກ້າສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ໃຫ້ເລື່ອນກົດໝາຍວ່າດ້ວຍເຂດເສດຖະກິດພິເສດອອກໄປ. ຂ້າພະເຈົ້າຖືວ່າ, ໄລຍະຈະມາເຖິງ, ສິ່ງດັ່ງກ່າວຄວນໄດ້ຮັບການເສີມຂະຫຍາຍຢູ່ບັນດາຮ່າງກົດໝາຍສະບັບອື່ນໃກ້ຈະໄດ້ຮັບການຮັບຮອງເອົາໃນອາຍຸການນີ້, ສະພາແຫ່ງຊາດຄວນຮັບຟັງຈາກຫຼາຍສົ້ນ, ບັນຫາສຳຄັນຄວນໄດ້ຮັບການຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງຫຼາຍກ່ວາອີກ.”

        ສືບຕໍ່ປັບປຸງການເຄື່ອນໄຫວຊັກຖາມຢູ່ສະພາແຫ່ງຊາດ

       ການຊັກຖາມ ແລະ ຕອບຄຳຊັກຖາມຢູ່ບັນດາກອງປະຊຸມສະໄໝສາມັນຂອງ ສະພາແຫ່ງຊາດ ແມ່ນ 1 ໃນຮູບການຕິດຕາມກວດກາພື້ນຖານ, ທົ່ວໄປ ແລະ ສຳຄັນຂອງສະພາແຫ່ງຊາດ ແລະ ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ ມີການປ່ຽນແປງມີລັກສະນະບຸກທະລຸ, ເພື່ອແນໃສ່ຍົກສູງຄຸນນະພາບການຕິດຕາມກວດກາຂອງສະພາແຫ່ງຊາດ.  ທ່ານ ຟູ່ງວັນຮູ່ງ, ສສຊ ແຂວງ ກາວບັ່ງ, ຖືວ່າ:

        “ທີ່ກອງປະຊຸມຄັ້ງນີ້, ການປັບປຸງໃນວາລະຊັກຖາມໄດ້ສ້າງຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ປະຊາຊົນ. ຍ້ອນຫຼັກການ, ທິດນຳຖາມໄວຖາມກະທັດລັດ ແມ່ນວຽກງານຍົກສູງປະສິດທິຜົນຂອງວາລະຊັກຖາມ. ຜ່ານວາລະຊັກຖາມ, ຜູ້ມີສິດເລືອກຕັ້ງໄດ້ຕິດຕາມກວດກາການເຄື່ອນໄຫວຂອງ ສສຊ ໃນຫໍປະຊຸມ, ຕິດຕາມກວດກາການປະຕິບັດຄວາມຮັບຜິດຊອບຂອງບັນດາລັດຖະມົນຕີ, ຫົວໜ້າຂະແໜງ, ຂອງການນຳລັດຖະບານ. ຍ້ອນເວລາສັ້ນຫຼາຍ ບັງຄັບຕ້ອງມີການກຽມພ້ອມຕັ້ງ ແລະ ຕອບຄຳຖາມ, ຜ່ານນັ້ນເຫັນວ່າບັນດາ ສສຊ ຖາມກະທັດລັດ, ເຂົ້າປະເດັນບັນຫາ. ພ້ອມກັນນັ້ນ, ບັນດາລັດຖະມົນຕີກໍ່ໄດ້ຕອບແບບເປີດອົກເປີດໃຈ. ນີ້ແມ່ນການປ່ຽນແປງໃໝ່ຢ່າງມີປະສິດທິຜົນທີ່ສຸດ”

        ດ້ວຍການປັບປຸງ, ປ່ຽນໃໝ່ໃນການເຄື່ອນໄຫວນັ້ນ, ສະພາແຫ່ງຊາດພວມມີການຫັນປ່ຽນຢ່າງແຮງ, ຈາກການຍູ້ແຮງວຽກງານຕິດຕາມກວດກາຕະຫຼອດຮອດການປັບປຸງບັນດາເອກະສານນິຕິກຳໃຫ້ສົມບູນແບບ. ສະພາແຫ່ງຊາດສືບຕໍ່ຍົກສູງນ້ຳໃຈຄວາມຮັບຜິດຊອບ, ເສີມຂະຫຍາຍພູມປັນຍາ, ມີຄວາມສາມັກຄີ, ມີປະຊາທິປະໄຕ, ສຸມໃສ່ຄົ້ນຄ້ວາ, ປຶກສາຫາລື, ປະກອບສ່ວນເຂົ້າໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2018 ຢ່າງມີໄຊ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ.

ຍູ້ແຮງ ວຽກງານສ້າງກົດໝາຍກວ່າອີກ - ảnh 1ທ່ານ ຫວູຕ໋ຽນລົກ, ສະມາຊິກສະພາແຫ່ງຊາດແຂວງຫາຍເຢືອງ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: quochoi.vn)

ຕອບກັບ

ຂ່າວ/ບົດ​ອື່ນ