ຍູ້ແຮງການປະຕິຮູບລະບຽບການບໍລິຫານ ສ້າງຄວາມສະດວກໃຫ້ແກ່ການຜະລິດ

(VOVWORLD) - ເພີ່ມທະວີຮູບການແລກປ່ຽນທາງອອລາຍຫລຸດຜ່ອນບັນດາລະບຽບການທີ່ຈຳເປັນລົງສ້າງຄວາມສະດວກຢ່າງສຸດຂີດ ເພື່ອໃຫ້ປະຊາຊົນວິສາຫະກິດດຳເນີນທຸລະກິດເຄື່ອນໄຫວການຜະລິດ.

 ນີ້ແມ່ນຄຳຮຽກຮ້ອງຢ່າງຮີບດ່ວນ ໃນສະພາບທີ່ການຜະລິດ, ດຳເນີນທຸລະກິດປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19 ໃນປັດຈຸບັນ.

        ໃນຂະນະທີ່ບັນດາມາດຕະການໜູນຊ່ວຍວິສາຫະກິດ ແນໃສ່ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບດ້ານການເງິນ ເພື່ອຮັບມືກັບໂລກລະບາດໂຄວິດ-19 ໄດ້ຮັບການຜັນຂະຫຍາຍ, ເນື້ອໃນສຳຄັນ ອື່ນອີກ ໂດຍນາຍົກລັດຖະມົນຕີເນັ້ນໜັກເຖິງ ນັ້ນແມ່ນການກວດກາຄືນ, ຫລຸດຜ່ອນລະບຽບການບໍລິຫານ, ຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດລົງ ແນໃສ່ຕໍ່ກຳລັງແຮງໃຫ້ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດດຳເນີນທຸລະກິດ.

ຍູ້ແຮງການປະຕິຮູບລະບຽບການບໍລິຫານ ສ້າງຄວາມສະດວກໃຫ້ແກ່ການຜະລິດ - ảnh 1ຍູ້ແຮງການປະຕິຮູບລະບຽບການບໍລິຫານ ສ້າງຄວາມສະດວກໃຫ້ແກ່ການຜະລິດ 

ສົ່ງເສີມການນຳໃຊ້ປະຕູຖານຂໍ້ມູນສາທາລະນະທາງອອນລາຍແຫ່ງຊາດ

       ຄວາມຮຽກຮ້ອງຕ້ອງການກວດກາຄືນ, ຫລຸດຜ່ອນ, ຫັນລະບຽບການບໍລິຫານເປັນງ່າຍດາຍ ແລະ ຍູ້ແຮງການປະຕິບັດລະບຽບການບໍລິຫານ, ສະໜອງການບໍລິການສາທາລະນະທາງອອນລາຍ ນັບມື້ນັບມີຄວາມຈຳເປັນຢ່າງຮີບດ່ວນກ່ວາ ໃນສະພາບການໂລກລະບາດໂຄວິດ-19 ພວມມີການຜັນແປນັບມື້ນັບສັບສົນຂຶ້ນຕື່ມ. ໃນບັນດາກອງປະຊຸມຊີ້ນຳວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເກືອບທຸກຂັ້ນນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ລ້ວນແຕ່ເນັ້ນໜັກເຖິງຄຳຮຽກຮ້ອງດັ່ງກ່າວ. ເມື່ອເປັນປະທານກອງປະຊຸມຄະນະປະຈຳລັດຖະບານໃນວັນທີ 03 ເມສາ ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

        “ຄວນປ່ຽນແປງຈິນຕະນາການກ່ຽວກັບວິທີການເຮັດວຽກໃຫ້ຫຼາຍກ່ວາອີກ. ນີ້ແມ່ນຄວາມສ່ຽງ ແຕ່ກໍ່ແມ່ນກາລະໂອກາດໃຫ້ແກ່ການພັດທະນາການປະຕິວັດອຸດສາຫະກຳ 4.0, ເຕັກໂນໂລຊີຂໍ້ມູນຂ່າວສານ ນັບແຕ່ນັກຮຽນ, ັກສຶກສາຈົນເຖິງຸກຂັ້ນ, ທຸກຂະແໜງການ, ພິເສດແມ່ນບັນດາຂະແໜງການເສດຖະກິດດີຈີຕອນ, ການຄ້າເອເລັກໂຕນິກນີ້ແມ່ນໂອກາດປະຕິຮູບຢ່າງແຮງກ່ວາອີກ ເພື່ອສະໜອງການບໍລິການ.

        ແລະກໍ່ໃນວັນທີ 03 ເມສາ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ມີຈົດໝາຍເປີດສົ່ງເຖິງບັນດາອົງການຈັດຕັ້ງ ແລະ ປະຊາຄົມວິສາຫະກິດ ທີ່ມີຄວາມຕ້ອງການຢາກແກ້ໄຂລະບຽບການບໍລິຫານທີ່ນຳໃຊ້ ການບໍລິການສາທາລະນະທາງອອນລາຍ ຈົ່ງເຂົ້າເບິ່ງຕິດຕາມໃນປະຕູຖານຂໍ້ມູນການບໍລິການສາທະລະນະແຫ່ງຊາດ. ທ່ານກ່າວວ່າ:

        “ປະຕູຖານຂໍ້ມູນການບໍລິການສາທາລະນະ ຈະມາເຊິ່ງຜົນປະໂຫຍດໃຫ້ແກ່ທັງອົງານສຳນັກງານ ຂອງລັດ,  ທັງປະຊາຊົນ ແລະ ວິສາຫະກິດ. ການເຮັດວຽກຄືແບບນີ້ ແມ່ນສາມາດປະຢັດຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ, ວິສາຫະກິດກ່ຽວກັບເວລາ, ເງິນທຶນ.

        ໃນປະຕູຖານຂໍ້ມູນແຫ່ງຊາດ, ໄລ່ຮອດວັນທີ 01 ເມສາ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຫັນເປັນມາດຖານ, ເປີດເຜີຍເກືອບ 7000 ລະບຽການບໍລິຫານ, ສະໜອງເກືອບ 230 ການບໍລິການສາທາລະນະທາງອອນລາຍຢູ່ໃນລະດັບ 3, ລະດັບ 4.

        ແລະນັບແຕ່ວັນທີ 03 ເມສາ ເປັນຕົ້ນມາ, ຫ້ອງວ່າການລັດຖະບານໄດ້ເລີ່ມຕົ້ນໜູນຊ່ວຍບັນດາທ້ອງຖິ່ນປະມວນ, ສະໜອງການບໍລິການສາທາລະນະທາງອອນລາຍໃນປະຕູຖານຂໍ້ມູນສາທາລະນະແຫ່ງຊາດ.

ສ້າງຄວາມສະດວກຢ່າງສຸດຂີດກ່ຽວກັບບັນດາລະບຽບການທີ່ກ່ຽວຂ້ອງເຖິງດ້ານເສດຖະກິດ, ການລົງທຶນ

       ໃນສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນທົ່ວໂລກຄືປັດຈຸບັນ, ຈຸດສຸມຂອງວຽກງານປະຕິຮູບລະບຽບການບໍລິຫານ ແມ່ນຕ້ອງຫລຸດຜ່ອນບັນດາລະບຽບການທີ່ບໍ່ຈຳເປັນລົງ ກໍ່ຄືສືບຕໍ່ປະຕິບັດການຫັນປ່ຽນໄປສູ່ການກວດກາພາຍຫລັງຢ່າງແຮງ. ພິເສດ, ບັນດາລະບຽບການທີ່ກ່ຽວຂ້ອງເຖິງດ້ານເສດຖະກິດ, ການລົງທຶນ, ການຄ້າ ຈະໄດ້ຮັບຄວາມສະດວກຢ່າງສຸດຂີດ ເພື່ອໃຫ້ປະຊາຊົນ, ວິສາຫະກິດ ສຸມກຳລັງຜະລິດ, ດຳເນີນທຸລະກິດ ຫຼື ຫັນປ່ຽນທິດການຜະລິດ, ດຳເນີນທຸລະກິດຢ່າງທັນການ. ນີ້ໄດ້ຮັບຖືວ່າແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນທີ່ສຸດ ເມື່ອການຜະລິດ, ດຳເນີນທຸລະກິດປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19.

         ບົນເນື້ອໃນຈິດໃຈນັ້ນ, ທ້າຍເດືອຍ ມີນາ ຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຫລຸດຜ່ອນ, ຫັນເງື່ອນໄຂດຳເນີນທຸລະກິດເປັນງ່າຍດາຍໄດ້ກ່ວາ 200 ເງື່ອນໄຂ ເຊິ່ງສຸມໃສ່ໃນຂົງເຂດໄຟຟ້າ, ລົດໂອໂຕ, ນ້ຳມັນ ເຊື້ອໄຟ, ທາດເຄມີ, ເບຍ, ຢາສູບ, ສຸຂະອະນາໄມດ້ານສະບຽງອາຫານ…ໃນຂະນະນັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກໍ່ກວດກາຄືນ, ຍົກເລີກບາງລະບຽບການບໍລິຫານ ເພື່ອສ້າງເງື່ອນໄຂດີກ່ວາອີກ ໃຫ້ແກ່ວິສາຫະກິດຜະລິດ, ດຳເນີນທຸລະກິດໃນຂົງເຂດກະສິກຳ. ທ່ານ ຮ່າກົງຕ໊ວນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ:

        “ຮອດວັນທີ 30 ມິຖຸນາ, ກະຊວງຈະສ້າງສຳເລັດລະບົບຫັນບັນດາລະບຽບການບໍລິຫານເປັນງ່າຍດາຍ. ຫົວໜ້າບັນດາຫົວໜ່ວຍຕ່າງໆຕ້ອງກະຕຸກຊຸກຍູ້ ເພື່ອສ້າງລະບົບຫັນບັນດາລະບຽບການບໍລິຫານໃນຂົງເຂດຂອງຕົນຮັບຜິດຊອບໃຫ້ສຳເລັດ. ຕາມນັ້ນແລ້ວ, ຕ້ອງກວດກາຄືນ, ຄົ້ນພົບ ບັນດາລະບຽບການບໍລິຫານ, ບັນດາຂັ້ນຕອນດ້ານວິຊາການ ເຊິ່ງບໍ່ມີຄວາມຈຳເປັນ ໃນພຶດຕິກຳຕົວຈິງ ເພື່ອສະເໜີໃຫ້ຍົກເລີກ.

        ລະບອບລະບຽບການໄດ້ ແລະ ພວມແທດເໝາະກັບບັນດາຜົນກະທົບຈາກໂລກລະບາດໂຄວິດ-19 ກໍ່ຂຶ້ນ. ໃນຈຸດເວລາທີ່ຫຍຸ້ງຍາກນີ້, ພ້ອມກັບບັນດາບ້ວງໜູນຊ່ວຍ ດ້ານການເງິນໃຫ້ແກ່ວິສາຫະກິດ, ເລື່ອງສົ່ງເສີມນຳໃຊ້ການບໍລິການສາທາລະນະທາງອອນລາຍ, ຊຸກຍູ້ການປະຕິຮູບດ້ານບໍລິຫານ, ລົບລ້າງບັນດາຮົ້ວກີດຂວາງໃນການດຳເນີນທຸລະກິດ…ຈະແມ່ນກຳລັງໜູນ ເພື່ອໃຫ້ການຜະລິດ - ດຳເນີນທຸລະກິດຟື້ນຟູໂດຍໄວ./.

ຕອບກັບ

ຂ່າວ/ບົດ​ອື່ນ