ຍູ້​ແຮງ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) - ວັນທີ 24 ພະຈິກ ແມ່ນຄົບຮອບໜຶ່ງປີແຫ່ງວັນຈັດກອງປະຊຸມວັດທະນະທຳທົ່ວປະເທດ. ໜຶ່ງປີຜ່ານມາ, ວຽກງານພັດທະນາວັດທະນະທຳທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນໃນທົ່ວປະເທດ ໄດ້ເອົາໃຈໃສ່ຊຸກຍູ້ເປັນພິເສດດ້ວຍເນື້ອໃນຈິດໃຈຖືການພັດທະນາວັດທະນະທຳແມ່ນພື້ນຖານ ແລະ ກຳລັງໜູນສຳຄັນໃຫ້ແກ່ການເຕີບໂຕ ແລະ ພັດທະນາເສດຖະກິດ - ສັງຄົມ.

ຍູ້​ແຮງ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: VGP)

ລາຍງານຕໍ່ສະພາແຫ່ງຊາດຢູ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ, ເວລາຜ່ານມາ, ວຽກງານພັດທະນາວັດທະນະທຳໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ໃນນັ້ນ, ບົດສະຫຼຸບຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢູ່ກອງປະຊຸມວັດທະນະທຳທົ່ວປະເທດເດືອນພະຈິກປີ 2021 ໄດ້ສຸມໃສ່ຄົ້ນຄ້ວາ, ຊາບຊືມ, ຜັນຂະຫຍາຍຢ່າງຕັ້ງໜ້າ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ເນັ້ນໜັ້ກເປັນພິເສດວ່າ, ວັດທະນະທຳແມ່ນໜຶ່ງໃນບັນດາກຳລັງແຮງພາຍໃນທີ່ເປັນຫຼັກແຫຼ່ງ, ຍຸດທະສາດຂອງຊົນຊາດຫວຽດນາມ.

ວຽກງານພັດທະນາວັດທະນະທຳໄດ້ຮັບການຄວາມເອົາໃຈໃສ່ເປັນພິເສດ

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ, ຄວາມຮັບຮູ້ກ່ຽວກັບບົດບາດຂອງວັດທະນະທຳນັບມື້ນັບຮອບດ້ານ ແລະ ເລິກເຊິ່ງກວ່າ. ມີຫຼາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ ແລະ ມໍລະດົກວັດທະນະທຳຂອງຊາດໄດ້ຮັບການສືບທອດ, ອະນຸລັກຮັກສາ ແລະ ເສີມຂະຫຍາຍ, ບັນດາຜະລິດຕະພັນວັດທະນະທຳນັບມື້ນັບມີຄວາມອຸດົມສົມບູນ, ເປັນຫຼາຍຮູບແບບ. ມີຫຼາຍແບບຢ່າງໃສແຈ້ງໃນຂະບວນການແຂ່ງຂັນກັນຮັກຊາດ, ຂະບວນການ “ທົ່ວປວງຊົນສາມັກຄີກັນສ້າງຊີວິດວັດທະນະທຳ” ເຊິ່ງໄດ້ຮັບການເຊີດຊູ, ທະວີຄູນ, ແຜ່ກະຈາຍໃນວົງກວ້າງ. ບັນດາອົງການວັດທະນະທຳ, ກິລາ ພວມເອົາໃຈໃສ່ວາງແຜນກຳນົດ, ລົງທຶນຢູ່ບັນດາທ້ອງຖິ່ນຢູ່ເຂດຊຸມຊົນ, ບໍລິເວນເຂດອຸດສາຫະກຳ, ຕົວເມືອງ.

ບົນເນື້ອໃນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ: ການພັດທະນາວັດທະນະທຳຕ້ອງທຽບເທົ່າກັບການພັດທະນາເສດຖະກິດ, ການເມືອງ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຄວາມກ້າວໜ້າສັງຄົມຍຸຕິທຳ, ເບິ່ງແຍງດູແລເຖິງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ຄວາມຮຽກຮ້ອງນີ້ ແມ່ນໜຶ່ງໃນ 6 ທັດສະນະຊີ້ນຳບໍລິຫານຂອງລັດຖະບານ ໃນແຜນການພັດທະນາເສດຖະກິດ - ສັງຄົມ ປີ 2023. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ເອົາໃຈໃສ່ ພັດທະນາບັນດາຂົງເຂດວັດທະນະທຳຢ່າງຮອບດ້ານ ແລະ ຄົບຊຸດ, ຮັບປະກັນການຜູກຮັດຢ່າງກົມກຽວລະຫວ່າງການພັດທະນາດ້ານເສດຖະກິດ ກັບ ວັດທະນະທຳ, ສັງຄົມ, ຮັບປະກັນການຊ່ວຍເຫຼືອສັງຄົມ, ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ. ເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳ, ຊາວຫວຽດນາມ ຢ່າງບໍ່ຢຸດຢັ້ງ, ສືບຕໍ່ເອົາໃຈໃສ່ພັດທະນາວັດທະນະທຳໃຫ້ທຽບເທົ່າກັບການພັດທະນາເສດຖະກິດ, ການເມືອງ, ສັງຄົມ. ເອົາໃຈໃສ່ກ່ວາອີຕໍ່ການອະນຸລັກບູລະນະ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ, ວັດທະນະທຳຂອງຊາດ, ບັນດາຄຸນຄ່າວັດທະນະທຳດ້ານວັດຖຸ ແລະ ບໍ່ເປັນວັດຖຸຂອງບັນດາເຂດ, ພາກ. ໃຫ້ບຸລິມະສິດແກ່ການລົງທຶນກໍ່ສ້າງ, ຍົກລະດັບ ແລະ ປັບປຸງອົງການວັດທະນະທຳ. ສຸມໃສ່ກໍ່ສ້າງສະພາບແວດລ້ອມທາງດ້ານວັດທະນະທຳໃຫ້ປອດໄສ, ຊີວິດວັດທະນະທຳຂັ້ນຮາກຖານ, ວັດທະນະທຳລັດຖະການ, ພິເສດແມ່ນຄຸນສົມບັດລັດຖະການ.

ພັດທະນາວັດທະນະທຳກາຍເປັນກຳລັງໜູນພັດທະນາເສດຖະກິດ - ສັງຄົມ

ວັນທີ 8 ກັນຍາປີ 2016, ທ່ານນາຍົກລັດຖະມົນຕີ ໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 1755 ວ່າດ້ວຍການອະນຸມັດ “ຍຸດທະສາດພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ ຈົນຮອດປີ 2020, ວິໄສທັດຮອດປີ 2030”. ຍຸດທະສາດໄດ້ກຳນົດບັນດາເປົ້າໝາຍ, ໜ້າທີ່ລະອຽດໃນການພັດທະນາບັນດາຂະແໜງການອຸດສາຫະກຳ ວັດທະນະທຳຫວຽດນາມ, ໃນນັ້ນມີເປົ້າໝາຍຫຼັກແມ່ນຮອດປີ 2020 ສຸ້ຊົນ ລາຍຮັບຂອງຂະແໜງອຸດສາຫະກຳວັດທະນະທຳປະກອບສ່ວນເຂົ້າໃນ GDP ໃຫ້ໄດ້ 3% ແລະ ສ້າງວຽກເຮັດງານທຳ ໃຫ້ແກ່ສັງຄົມຕື່ມອີກ. ຮອດປີ 2018, ບັນດາຂະແໜງອຸດສາຫະກຳວັດທະນະທຳ ແລະ ຂໍ້ລິເລີ່ມ ຫວຽດນາມ ໄດ້ກາຍເປັນບັນດາຂະແໜງທີ່ມີການປະກອບສ່ວນຢ່າງແຮງເຂົ້າໃນພື້ນຖານເສດຖະກິດແຫ່ງຊາດໂດຍໄວ ດ້ວຍມູນຄ່າເກືອບ 7,5 ຕື້ USD, ກວມເອົາ 3,61% GDP ແລະ ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານກ່ວາ 3 ລ້ານຄົນ, ກວມເອົາ 6,1% ຈຳນວນແຮງງານທີ່ມີວຽກເຮັດງານທຳທັງໝົດໃນທົ່ວປະເທດ…

ຕາມນັກຊ່ຽວຊານ ແລະ ນັກຄຸ້ມຄອງຂະແໜງວັດທະນະທຳແລ້ວ, ການກຳເນີດ ແລະ ໝາກຜົນທີ່ບັນລຸໄດ້ໃນຍຸດທະສາດພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳ ຫວຽດນາມ ຮອດປີ 2020, ວິໄສທັດຮອດປີ 2030 ແມ່ນໜຶ່ງໃນຫຼາຍພະຍານຫຼັກຖານຢ່າງຈະແຈ້ງໃຫ້ແກ່ຂໍ້ອ້າງອີງທີ່ວ່າ: ວັດທະນະທຳທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ. ທ່ານນາງຮອງສາດສະດາຈານ, ປ.ອ ຫວູທິເຟືອງເຮົ້າ, ຫົວໜ້າສະຖາບັນວັດທະນະທຳ ແລະ ພັດທະນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢັ້ງຢືນວ່າ ວັດທະນະທຳບໍ່ພຽງແຕ່ແມ່ນກຳລັງໜູນທາງອ້ອມເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນໂດຍກົງໃຫ້ແກ່ການພັດທະນາເສດຖະກິດ, ປະກອບສ່ວນສ້າງສະພາບແວດລ້ອມທີ່ປອດໄສເພື່ອພັດທະນາເສດຖະກິດ. ຕົງຈິງໄດ້ສະແດງໃຫ້ເຫັນວ່າການພັດທະນາຂອງບັນດາຂະແໜງອຸດສາຫະກຳວັດທະນະທຳ ໄດ້ ແລະ ພວມນຳມາເຊິ່ງຄວາມຫວັງຕໍ່ທິດພັດທະນາໂດຍໄວ, ຍືນຍົງຂອງຫຼາຍປະເທດ, ໃນນັ້ນມີຫວຽດນາມ. ທ່ານຮອງສາດສະດາຈານ, ປ.ອ ບຸຍຮ່ວາຍເຊີນ, ກຳມະການປະຈຳການ ກຳມະທິການສຶກສາວັດທະນະທຳ ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດຖືວ່າ:

        ຕ້ອງຫັນບັນດາຄຸນຄ່າ, ຊັບສົມບັດທາງດ້ານວັດທະນະທຳໃຫ້ກາຍເປັນຄວາມສາມາດບົ່ມຊ້ອນທາງດ້ານເສດຖະກິດ, ບັນດາທ່າໄດ້ປຽບກ່ຽວກັບເສດຖະກິດຫຼື ຊ່ວຍໂຄສະນາພາບພົດປະເທດຊາດ. ພວກເຮົາພວມສ້າງຕັ້ງ ແລະ ຜັນຂະຫຍາຍຍຸດທະສາດພັດທະນາອຸດສາຫະກຳວັດທະນະທຳແມ່ນເພື່ອເປົ້າໝາຍນັ້ນ. ໝາຍຄວາມວ່າ ພວກເຮົາຢາກມີບັນດາຜະລິດຕະພັນທາງດ້ານວັດທະນະທຳທີ່ມີຜົນປະໂຫຍດທາງດ້ານເສດຖະກິດຕື່ມອີກ, ຈາກນັ້ນ ຊ່ວຍໃຫ້ພວກເຮົາມີກຳລັງແຮງທີ່ນີ້ມນວນ, ມີກຳລັງແຮງສັງລວມແຫ່ງຊາດ ແລະ ສ້າງ ທ່າໄດ້ປຽບໃຫ້ພວກເຮົາເຊິ່ງເຕັມໄປດ້ວຍການແກ້ງແຍ້ງໃນໂລກປັດຈຸບັນ.

        ຫວ່າງມໍ່ໆມານີ້, ໃນການຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານປ.ອ ເລຫ໋າຍບິ່ງ, ຮອງຫົວໜ້າຄະນະໂຄສະນາ ສຶກສາສູນກາງພັກຖືວ່າ ການພັດທະນາວັດທະນະທຳແມ່ນການເສີມຂະຫຍາຍ, ພັດທະນາ ແລະ ຂຸດຄົ້ນກຳລັງແຮງພາຍໃນຢ່າງແຮງ, ຍຸດທະສາດຂອງປະຊາຊົນຫວຽດນາມ ເກືອບ 100 ລ້ານຄົນ. ເພາະສະນັ້ນ, ເອກະສານກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ ໄດ້ຍົກອອກບັນດາເປົ້າໝາຍຍຸດທະສາດອັນຍິ່ງໃຫຍ່, ໃນນັ້ນ ໄດ້ກຳນົດເອົາການຂຸດຄົ້ນກຳລັງແຮງພາຍໃນຂອງຊາດແມ່ນມີຄວາມສຳຄັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ