ຍູ້ແຮງການຫັນເປັນດີຈີຕອນ, ຫັນເປັນສີຂຽວ ເພື່ອຫລຸດວິວັດການຫັນເປັນອຸດສາຫະກຳ ແລະ ທັນສະໄໝໃຫ້ສັ້ນລົງ

(VOVWORLD) - ກ່າວຄຳເຫັນທີ່ເວທີປາໄສຂັ້ນສູງປະຈຳປີກ່ຽວກັບອຸດສາຫະກຳ 4.0 ປີ 2023 ຕິດພັນກັບການຜັນຂະຫຍາຍມະຕິເລກທີ 29 ກ່ຽວກັບການຫັນເປັນອຸດສາຫະກຳ, ທັນສະໄໝ ເຊິ່ງຈັດຂຶ້ນໃນວັນທີ 14 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ການປັບຕົວ ແລະ ພັດທະນາຂອງແຕ່ລະປະເທດໃນສັງກາດດີຈີຕອນ ແລະ ໂລກາພິວັດໃນປະຈຸບັນ ແມ່ນບັນຫາໃຫຍ່, ທັງຮີບດ່ວນ, ທັງຍາວນານ.
ຍູ້ແຮງການຫັນເປັນດີຈີຕອນ, ຫັນເປັນສີຂຽວ ເພື່ອຫລຸດວິວັດການຫັນເປັນອຸດສາຫະກຳ ແລະ ທັນສະໄໝໃຫ້ສັ້ນລົງ - ảnh 1ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ
(ພາບ:VOV)

ຫວຽດນາມ ມີຄວາມຮູ້ຢ່າງຈະແຈ້ງກ່ຽວກັບກາລະໂອກາດ ແລະ ບັນດາຄຳຮຽກຮ້ອງເພື່ອປັບຕົວ ແລະ ພັດທະນາ. ລັດຖະບານ ຫວຽດນາມ ໄດ້, ພວມ ແລະ ຈະເປັນເຈົ້າການໃນການປ່ຽນແປງໃໝ່ ເພື່ອພັດທະນາ.

        ຫວຽດນາມ ມີຫຼາຍປັດໄຈສະດວກເພື່ອສຳຜັດ ແລະ ຮັບຜົນປະໂຫຍດຈາກການປະຕິວັດອຸດສາຫະກຳຄັ້ງທີ 4, ຄື: ມີໂຄງປະກອບພົນລະເມືອງໜຸ່ມ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ພື້ນຖານໂຄງລ່າງໃຫ້ແກ່ເຕັກໂນໂລຊີດີຈີຕອນພັດທະນາໂດຍໄວ, ກົນໄກ, ນະໂຍບາຍນັບມື້ນັບສົມບູນແບບ. ຍ້ອນເຫດນັ້ນ, ນີ້ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ປະຕິບັດຄວາມຄາດຫວັງພັດທະນາປະເທດຊາດໃຫ້ວັດທະນາຖາວອນ, ສິວິໄລ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ.

ຄວນສ້າງບັນດາການບຸກທະລຸ

        ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ຍູ້ແຮງການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວຈະສ້າງຄວາມບຸກທະລຸໃນການຫລຸດຜ່ອນເວລາດຳເນີນວິວັດການຫັນເປັນອຸດສາຫະກຳ, ທັນສະໄໝໃຫ້ສັ້ນລົງ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ສ້າງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ.

        ເພື່ອປະຕິບັດໄດ້ສິ່ງດັ່ງກ່າວ, ຫວຽດນາມ ຄວນຜັນຂະຫຍາຍ “ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030” ຢ່າງມີປະສິດທິຜົນ. ຕາມນັ້ນແລ້ວ, ການຫັນເປັນດີຈີຕອນຕ້ອງນຳມາເຊິ່ງຜົນປະໂຫຍດທີ່ແທ້ຈິງ, ບັນດາຄຸນຄ່າແທດຈິງ ໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ. ໃນນັ້ນ, ປະຕິບັດທິດນຳທີ່ໄດ້ວາງອອກໃຫ້ປີ 2023 ແມ່ນ “ກໍ່ຕັ້ງ ແລະ ຂຸດຄົ້ນແຫຼ່ງຂໍ້ມູນເພື່ອສ້າງຄຸນຄ່າໃໝ່” ໃຫ້ມີປະສິດທິຜົນ ແລະ ແຜນຮ່າງ 06 ກ່ຽວກັບການພັດທະນາ ໂປຣແກຼມ ຂໍ້ມູນກ່ຽວກັບພົນລະເມືອງ, ລະຫັດສ່ວນຕົວ ແລະ  ການຢັ້ງຢືນແບບເອເລັກໂຕນິກເພື່ອຮັບໃຊ້ການຫັນເປັນດີຈີຕອນແຫ່ງຊາດ, ໄລຍະ 2022 – 2025, ວິໄສທັດຮອດປີ 2030.

        ພ້ອມກັນນັ້ນ, ແມ່ນການຍູ້ແຮງການສ້າງ, ປະກາດໃຊ້ ແລະ ຈັດຕັ້ງປະຕິບັດຍຸດທະສາດພັດທະນາອຸດສາຫະກຳເຕັກໂນໂລຊີດີຈີຕອນ; ສ້າງກົດໝາຍວ່າດ້ວຍອຸດສາຫະກຳເຕັກໂນໂລຊີດີຈີຕອນ; ຊຸກຍູ້ການພັດທະນາບັນດາຜະລິດຕະພັນ, ການບໍລິການໃຫມ່, ນະໂຍບາຍສ້າງໂຄງປະກອບພື້ນຖານໂຄງລ່າງອຸດສາຫະກຳເຕັກໂນໂລຊີດີຈີຕອນຢ່າງມີປະສິດທິຜົນ.

        ພ້ອມກັນນັ້ນ, ຫວຽດນາມ ກໍ່ຕ້ອງປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວໄລຍະ 2021 – 2030, ວິໄສທັດຮອດປີ 2050 ຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການຫັນປ່ຽນສີຂຽວ. ຜັນຂະຫຍາຍບັນດາເນື້ອໃນຂອງຖະແຫຼງການການເມືອງສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານແບບຍຸຕິທຳ (JETP) ກັບບັນດາຄູ່ຮ່ວມມືສາກົນຢ່າງມີປະສິດທິຜົນ, ໝູນໃຊ້ການໜູນຊ່ວຍຂອງບັນດາຄູ່ຮ່ວມມືສາກົນໃນການຖ່າຍທອດເຕັກໂນໂລຊີ, ການບໍລິຫານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ສະໜອງການເງິນ, ຖື JETP ແມ່ນມາດຕະການສຳຄັນໃນວິວັດການຫັນປ່ຽນພະລັງງານຢູ່ ຫວຽດນາມ. ໄປຄຽງຄູ່ກັນນັ້ນກໍ່ແມ່ນການປະຕິບັດສຳເລັດແຜນການໄຟຟ້າ VIII ໂດຍນາຍົກລັດຖະມົນຕີ ອະນຸມັດຜ່ານ ເພື່ອມຸ່ງໄປເຖິງການຫລຸດຜ່ອນ ແລະ ສ້າງຄວາມດຸ່ນດ່ຽງຕາມບັນດາຄຳໝັ້ນສັນຍາຂອງ ຫວຽດນາມ  ທີ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ຄັ້ງທີ 26 (ຢູ່ ອັງກິດ) ແລະ ຄັ້ງທີ 27 (ຢູ່ ອີຢິບ).

ຍູ້ແຮງການຫັນເປັນດີຈີຕອນ, ຫັນເປັນສີຂຽວ ເພື່ອຫລຸດວິວັດການຫັນເປັນອຸດສາຫະກຳ ແລະ ທັນສະໄໝໃຫ້ສັ້ນລົງ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: VOV)

ພັດທະນາວິທະຍາສາດເຕັກໂນໂລຊີ, ສ້າງພື້ນຖານອຸດສາຫະກຳແຫ່ງຊາດໃຫ້ໝັ້ນຄົງ, ເຂັ້ມແຂງ

        ການສ້າງພື້ນຖານອຸດສາຫະກຳແຫ່ງຊາດໃຫ້ໝັ້ນຄົງ, ເຂັ້ມແຂງ ມີຄວາມໝາຍສຳຄັນໃນວິວັດການຫັນປະເທດເປັນອຸດສາຫະກຳຄືນໃໝ່, ທັນສະໄໝ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ຫວຽດນາມ ຈະຍູ້ແຮງການສ້າງໂຄງປະກອບຂະແໜງອຸດສາຫະກຳຄືນໃໝ່; ປະຕິບັດການດັດປັບ, ຈັດແບ່ງພື້ນທີ່ແຫ່ງການພັດທະນາອຸດສາຫະກຳຂອງເຂດ, ທ້ອງຖິ່ນ ຕາມທິດຕິດພັນກັບບັນດາເຂດກຳລັງໜູນ, ຂົ້ວເຕີບໂຕ, ແລວເສດຖະກິດຈຸດສຸມ, ຮັບປະກັນລັກສະນະຫັນເປັນມືອາຊີບສູງ, ເພີ່ມທະວີລັກສະນະຮ່ວມສຳພັນພາຍໃນກຸ່ມ ແລະ ລະຫວ່າງກຸ່ມ; ສ້າງຕັ້ງບັນດາເຂດອຸດສາຫະກຳ, ແລວອຸດສາຫະກຳ, ກຸ່ມຮ່ວມສຳພັນຂະແໜງອຸດສາຫະກຳ, ເຂດອຸດສາຫະກຳ, ຈຸດສຸມແມ່ນສ້າງຕັ້ງບັນດາເຂດຮ່ວມສຳພັນຂະແໜງອຸດສາຫະກຳ.

        ຫວຽດນາມ ຈະພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳເພື່ອຕອບສະໜອງຄຳຮຽກຮ້ອງຕ້ອງການການຫັນປະເທດເປັນອຸດສາຫະກຳ, ທັນສະໄໝ; ໃນນັ້ນ, ຊຸກຍູ້ການເລີ່ມທຸລະກິດ, ນະວັດຕະກຳຢ່າງແຮງ. ນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານຈະສືບຕໍ່ສຸມໃສ່ສ້າງລະບອບຊຸກຍູ້ການເລີ່ມທຸລະກິດໃຫ້ສົມບູນແບບ, ນະວັດຕະກຳສ້າງຕາມທິດເໝາະສົມກັບກົນໄກການຕະຫຼາດ ແລະ ທຳນຽມສາກົນ. ສ້າງ ແລະ ຜັນຂະຫຍາຍບັນດານະໂຍບາຍສ້າງລະບົບປ່ຽນແປງນະວັດຕະກຳແຫ່ງຊາດ, ສົ່ງເສີມໃຫ້ບັນດາອົງການ, ສ່ວນບຸກຄົນເພີ່ມທະວີການໝູນໃຊ້ບັນດາເຕັກໂນໂລຊີໃໝ່, ເຕັກໂນໂລຊີສະອາດ, ນະວັດຕະກຳຍົກສູງລະດັບ ແລະ ກຳລັງເຕັກໂນໂລຊີ ເພື່ອຜະລິດຜະລິດຕະພັນໃໝ່, ຜະລິດຕະພັນຕົ້ນຕໍ, ຈຸດສຸມຂອງຂະແໜງ, ຂົງເຂດ, ທ້ອງຖິ່ນ. ສ້າງວັດທະນະທຳການເລີ່ມທຸລະກິດແຫ່ງຊາດ, ພິເສດແມ່ນໃນລຸ້ນໜຸ່ມ.

        ໂດຍແມ່ນພື້ນຖານເສດຖະກິດພັດທະນາຂະຫຍັນຂັນເຄື່ອນ, ຫວຽດນາມ ຢຶດໝັ້ນການມຸ່ງໄປເຖິງເປົ້າໝາຍສ້າງປະເທດຊາດໃຫ້ເຂັ້ມແຂງ, ວັດທະນາຖາວອນ, ໃນນັ້ນ, ການຫັນປະເທດເປັນອຸດສາຫະກຳ, ທັນສະໄໝມີບົດບາດສຳຄັນ. ການຫັນເປັນດີຈີຕອນ, ຫັນເປັນສີຂຽວ ແມ່ນໜ້າທີ່ຈຸດສຸມ, ສ້າງຄວາມບຸກທະລຸ, ຫລຸດເວລາດຳເນີນວິວັດການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝໃຫ້ສັ້ນລົງ./.

ຕອບກັບ

ຂ່າວ/ບົດ​ອື່ນ