ຍູ້ແຮງການຮ່ວມມືກັບບັນດາປະເທດບ້ານໄກ້ເຮືອນຄຽງ

ຍູ້ແຮງການຮ່ວມມືກັບບັນດາປະເທດບ້ານໄກ້ເຮືອນຄຽງ - ảnh 1
(ພາບປະກອບ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 12-13/3, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ ກຳປູ​ເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງ​ທີ 6 (CLMV 6), ​ເປັນ​ປະທານ​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ ​ຄັ້ງ​ທີ 7 (CLV 7) ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ຍຸດ​ທະ​ສາດ​ຮ່ວມ​ມື​ດ້ານ​ເສດຖະກິດ​ແມ່​ນ້ຳ 3 ລຳ Ayeyawadi – Chao Phraya – Mekong ຄັ້ງ​ທີ 5 (ACMECS 5) ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຫຼົ່າ​ນັ້ນ, ຫວຽດນາມ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຍູ້​ແຮງ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ຄ້າ ​ແລະ ການ​ລົງທຶນ, ການ​ເຊື່ອມ​ຈອດ​ໃນ​ພາກ​ພື້ນ, ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ປັບປຸງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

        ຄວາມ​ຈິງ​ແລ້ວ, ​ໃນ​ຈຳນວນ 10 ປະ​ເທດ​ສະມາຊິກ​ອາ​ຊຽນ, GDP ຂອງ​ກຸ່ມ 6 ປະ​ເທດ​ສະມາຊິກ​ເກົ່າ​, ເຊິ່ງລວ​ມມີ: ອິນ​ໂດ​ເນ​ເຊຍ, ບຮູ​ໄນ, ​ໄທ, ມາ​ເລ​ເຊຍ, ສິງກະ​ໂປ, ຟີ​ລິບ​ປິນ ​ແລະ 4 ປະ​ເທດ​ສະມາຊິກ​ໃໝ່, ​ເຊິ່ງລວມມີ: ກຳປູ​ເຈຍ, ລາວ, ມຽນມາ, ຫວຽດນາມ ​ແມ່ນ​ມີ​ຄວາມ​ຜິດ​ໂຕນ​ກັນ​ພໍ​ສົມຄວນ. ຄຽງ​ຂ້າງ​ນັ້ນ, ຂອບ​ຂະໜາດ​ຕະຫຼາດ ​ແລະ ​ໂຄງ​ປະກອບ​ຂອງ​ບັນດາ​ຂະ​ແໜງ​ເສດຖະກິດ​ໃນ​ບັນດາ​ປະ​ເທດ​ອາ​ຊຽນກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ ​ແລະ ຜິດ​ໂຕນ​ກັນອີກ. ຍ້ອນ​ເຫດ​ນັ້ນ, ​ຊ່ອງ​ຫວ່າງ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ສະມາ​ຊິກ​ພວມ​ແມ່ນ​ສິ່ງ​ທີ່​ກີດຂວາງ​ຕົ້ນ​ຕໍ່ສຳ​ຫຼັບ​ອະນາຄົດ​ແຫ່ງ​ການ​ພັດທະນາ​ຂອງ​ອາ​ຊຽນ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ ຍັງ​ມີ​ເວລາ​ພຽງ 2 ປີ​ເທົ່າ​ນັ້ນ, ອາ​ຊຽນຕ້ອງ​ປະຕິບັດ​ສຳ​ເລັດ​ຄາດໝາຍ​ກໍ່ສ້າງ​ປະຊາ​ຄົມ​ລວມ. ດັ່ງ​ນັ້ນ​ໃນ​ການ​ພົບ​ປະລະ​ຫວ່າງ​ນາຍົກລັດຖະມົນຕີ 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ, ຢູ່​ວຽງ​ຈັນ (ລາວ), ​ເມື່ອ​ເດືອນ 10/1999, ຂໍ້​ລິ​ເລີ່​ມຮ່ວມ​ມື CLV ຖືກ​ຍົກ​ອອກ​ມາ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ, ການ​ຮ່ວມ​ມື​ພັດທະນາ​ທາງ​ດ້ານ​ເສດຖະກິດ - ສັງຄົມ, ປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ເຂດ​ຊາຍ​ແດນ​ລະຫວ່າງ​ສາມ​ປະ​ເທດ. ພ້ອມ​ກັນ​ນັ້ນ, ການ​ຮ່ວມ​ມື CLMV ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ເພື່ອ​ແນ​ໃສ່​ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ, ຊຸກຍູ້​ການ​ເຊື່ອມ​ໂຍງ​ຂອງ​ບັນດາ​ປະ​ເທດ CLMV ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ລວມຂອງ​ອາ​ຊຽນ ​ແລະ ພາກ​ພື້ນ.

        ດ້ວຍ 200 ກວ່າ​ໂຄງການ​ພວມ​ໄດ້​ຮັບ​ການ​ປະຕິບັດ, ​ທີ່ສຸມ​ໃສ່​ເຂົ້າ​ບັນດາ​ຂົງ​ເຂດ​ພັດທະນາ​ໂຄງ​ລ່າງ, ຄົມມະນາຄົມຂົນ​ສົ່ງ, ພັດທະນາ​ພື້ນຖານ​​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະກິດ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ​ໂທລະ​ຄົມ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ…., ກຸ່ມ 4 ປະ​ເທດ ຫວຽດນາມ - ລາວ - ມຽນມາ - ກຳປູ​ເຈຍ ພວມ​ໄດ້​ຮັບ​ຜົນງານ​ຫຼາຍ​ຢ່າງ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ປັບປຸງ​ສິ່ງ​ແວດ​ລ້ອມ ​ແລະ ຊຸກຍູ້​ການ​ພັດທະນາ​ການທ່ອງທ່ຽວ​ພາຍ​ໃນ​ກຸ່ມ. ​ແຕ່​ເພື່ອ​ໃຫ້ 4 ປະ​ເທດ​ດັ່ງກ່າວ​ພັດທະນາ​ຢ່າງ​ວ່ອງ​ໄວ​ ​ແລະ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ່າ ​ແມ່ນ​ຕ້ອງ​ສຸມ​ຄວາມ​ສາມາດ​ບົ່ມ​ຊ້ອນຮ່ວມ​ມື​ທັງ​ໝົດພາຍ​ໃນ​ກຸ່ມ. ກອງ​ປະຊຸມ​ຂັ້ນ​ສູງ CLMV 6 ຖືກ​ຈັດ​ຂຶ້ນ​ຢູ່​ວຽງ​ຈັນ​ຄັ້ງ​ນີ້ ກໍ່​ເພື່ອ​ຈຸດໝາຍ​ສຸມ​ໃສ່​ການ​ສຳ​ຫຼວດກວດຄືນ​ສະພາບ​ການ​ຜັນ​ຂະຫຍາຍ​ບັນດາ​ແຜນການ​ດຳ​ເນີນ​ງານ​ໄລຍະ 2011 – 2012, ປຶກສາ​ຫາລື​ບາງ​ຂົງ​ເຂດ​ຮ່ວມ​ມື​ຢ່າງ​ລະອຽດ ກໍ່​ຄື​ທິດ​ທາງ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ CLMV.

        ​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຂອງ​ກົນ​ໄກ​ນີ້, ສວມ​ບົດບາດ​ຕົ້ນ​ຕໍ່​ໃນ​ການ​ກໍ່ສ້າງ​ບັນດາ​​ໂຄງການ​ດຳ​ເນີນ​ງານ​ປະຈຳ​ປີ​ຂອງ​ການ​ຮ່ວມ​ມື CLMV, ສະ​ເໜີ​ບາງ​ຂໍ້​ລິ​ເລີ່​ມ​ເພື່ອ​ແນ​ໃສ່​ເພີ່ມ​ປະສິດທິ​ຜົນ​ແຫ່ງ​ການ​ຮ່ວມ​ມື. ພິ​ເສດ, ປີ 2013 – 2014, ຫວຽດນາມ​ ໄດ້​ຮັບບົດບາດ​ເປັນ​ປະທານ​ກຸ່ມ​ປະຕິບັດ​ງານ Marketing ​ແລະ ​ໂຄສະນາ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​​ໂຄງ​ລ່າງ​ທ່ອງ​ທ່ຽວ​ອາ​ຊຽນ. ​ໂດຍ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຫວຽດນາມ ​ນັ້ນ​ແມ່ນ​ເຂດ​ພາກ​ກາງ​ນອນ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ຫວຽດນາມ​ພວມ​ພ້ອມ​ກັບປະ​ເທດ​ຕ່າງໆ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຢູ່​ເຂດ​ດັ່ງກ່າວ. ​ໄປ​ຄຽງ​ຄູ່​ກັບ​ການ​ໂຄສະນາ ​​ແມ່ນ​ການ​ວາງ​ນະ​ໂຍບາຍ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ໄປມາ​ໃນ​ເຂດ​ແລວ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ຫຼຸຸດຜ່ອນ​ບັນດາ​ລະບຽບ​ການ​ດ້ານ​ບໍລິຫານ​ທີ່​ບໍ່​ຈຳ​ເປັນ, ພ້ອມ​ທັງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ​ເພື່ອ​ກວດກາຢູ່​ດ່ານ​ຊາຍ​ແດນ​ສາກົນ​ທາງບົກ, ສະໜາມ​ບິນ, ທ່າ​ກຳ່​ປັ່ນ. ທ່ານ ຫງວຽນ​ແມ້ງ​ເກື່ອງ, ຮອງ​ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ, ຖື​ວ່າ:

        ”ບາງ​ທ້ອງ​ຖີ່​ນມີ​ທ່າ​ແຮງ ​ເພື່ອ​ສຸມ​ໃສ່​ພັດທະນາ​ເຄື່ອງໝາຍ​ທ່ອງ​ທ່ຽວ. ກວາງ​ຈິ້​ ແມ່ນ​ແຫ່ງ​ທີ່​ມີ​ສະຖານ​ທີ່​ປະຫວັດສາດ​ຫຼາຍ​ແຫ່ງ, ດັ່ງ​ນັ້ນ​ຕ້ອງ​ຂຸດ​ຄົ້ນ ​ແລະ ຕ້ອງ​ວາງແຜນການ​ເພື່ອ​ປະຕິບັດ. ພວກ​ເຮົາ​ຕ້ອງ​ສ້າງ​ຜະລິດ​ຕະພັນ​ລະຫວ່າງ​ເຂດ, ຮ່ວມ​ສຳພັນ​, ຮ່ວມ​ມືນຳ​ກັນ, ຫຼຸດຜ່ອນ​ລະບຽບ​ການ​ດ້ານ​ບໍລິຫານ ​ເພື່ອ​ສ້າງ​ຄວາມ​ສະດວກ​ສະບາຍ”.

ຍູ້ແຮງການຮ່ວມມືກັບບັນດາປະເທດບ້ານໄກ້ເຮືອນຄຽງ - ảnh 2

(ພາບ: vientianemai.net)

        ພ້ອມ​ກັບ​ທ່ານ​ນາຍົກລັດຖະມົນຕີລາວ, ກຳ​ປູ​ເຈຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ໋ນຢູງ ກໍ່ ​ເປັນ​ປະທານ​ກອງ​ປະຊຸມ​ຂັ້ນ​ສູງ ​ເຂດ​ສາມຫຼ່ຽມ​ພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ. ຢູ່​ທີ່​ນີ້, ບັນດາ​ການ​ນຳ​ສຸມ​ໃສ່​ກວດກາ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​​ໃນ​ກອງ​ປະຊຸມ​ຄັ້ງ​ກ່ອນ​ແລ້ວ ​ແລະ ສະ​ເໜີ​ບາງ​ທິດ​ທາງ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ​ໃນ​ຕໍ່ໜ້າ. ທ່ານ ດັ້ງ​ຊວນ​ກວາງ, ຮອງ​ຫົວໜ້າ​ກົມ​ລົງທຶນ​ຕ່າງປະ​ເທດ, ສັງກັດ​ກະຊວງ​ແຜນການ ​ແລະ ການລົງທຶນ​ຫວຽດນາມ, ຖື​ວ່າ:

        “​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ເມື່ອ​ທຽບ​ໃສ່​ບັນດາ​ເຂດ​ອື່ນໆ, ພື້ນຖານ​ໂຄງ​ລ່າງ​ຂອງ​​ເຂດ​ສາມຫຼ່ຽມ​ພັດທະນາ​ນີ້​ບໍ່​ທັນ​ສະດວກ​ສະບາຍ ​ແລະ ບໍ່​ທັນ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດຶງ​ດູດ​ການ​ລົງທຶນ​ໃນ​ໄລຍະ​ຈະ​ມາ​ເຖິງ​ໄດ້. ທີ​ສອງ​ແມ່ນ​ນະ​ໂຍບາຍ​ລະຫວ່າງ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຊຸກຍູ້​ການ​ລົງທຶນ​ໃນ​ພາກ​ພື້ນ​ນີ້​​​ຕ້ອງ​ຄົບ​ຊຸດຈຶ່ງ​ມີ​ປະສິດທິ​ຜົນ​ກວ່າ. ນອກ​ນັ້ນທັງ​ສາມ​ປະ​ເທດ​ຫວຽດນາມ, ລາວ, ກຳປູ​ເຈຍ​ ຈຳ​ເປັນຕ້ອງ​ມີ​ໂຄງການ​ດຳ​ເນີນ​ງານ​ລວມອີກ“.

        ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ລາວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ກໍ່​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບາງ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ. ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ຄັ້ງ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄື​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ -ລາວ, ກໍ່​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື, ການ​ລົງທຶນ​ລະຫວ່າງ​ຫວຽດນາມ, ລາວ, ກຳປູ​ເຈຍ ​ແລະ ມຽນມາກ​ວ່າ​ອີກ

ຕອບກັບ

ຂ່າວ/ບົດ​ອື່ນ