ຍູ້ແຮງການຮ່ວມມືດ້ານເສດຖະກິດ 2 ຝ່າຍກັບບັນດາປະເທດທີ່ເປັນມູນເຊື້ອ

ແຕ່ວ​ັນ​ທີ 3/6 ຫາ​ວັນ​ທີ 6/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢຸງ ໄດ້​ດຳ​ເນີນ​ການ​ຢ້ຽມ​ຢາມ​ປອກ​ຕຸຍ​ການ ແລະ ສ.ບຸນ​ກາ​ຣີ​ຢ່າງ​ເປັນ​ທາງການ. ໂດຍ​ແມ່ນ​ມະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ເອີ​ລົ​ບ EU, ທັງ​ປອກ​ຕຸຍ​ການ ແລະ ບຸນ​ກາ​ຣີ ລ້ວນ​ແຕ່​ມີ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ກັບ​ຫວຽດ​ນາມ. ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢຸງ ຄັ້ງ​ນີ້, ແມ່ນ​ໂອ​ກາດ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ຫວຽດ​ນາມ​ເພີ່ມ​ທະ​ວີ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ,ເປັນ​ຕົ້ນ​ແມ່ນການ​ຍູ້​ແຮງ​ການ​ຮ່ວ​ມ​ມື​ດ້ານ​ເສດ​ຖະ​ກິດ 2 ຝ່າຍ​ກັບ 2 ປະ​ເທດ​ທີີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງນີ້.

 

ຍູ້ແຮງການຮ່ວມມືດ້ານເສດຖະກິດ  2 ຝ່າຍກັບບັນດາປະເທດທີ່ເປັນມູນເຊື້ອ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢຸງໄປ​ຮອດ​ສະ​ໜາມ​ບິນ Figo Manduro ທີ່​ນະ​ຄອນຫຼວງ Lisbon

     ການເດີນ​ທາງ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢຸງ ຄັ້ງ​ນີ້​ຖື​ກດຳ​ເນີນ​ໃນ​ຈຸດ​ເວ​ລາ​ກົງ​ກັບ​ໂອ​ກາດ​ທີ່​ຫວຽດ​ນາມ ແລະ ບຸນ​ກາ​ຣີ​ ຈັດ​ຕັ້ງ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດລະ​ຫວ່າງ​ຫວຽດ​ນາມ ແລະ ປອກ​ຕຸຍ​ການ. ໂດຍ​ແມ່ນ​ 2 ປະ​ເທດມະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ເອີ​ລົ​ບ EU , ທັງ​ປອກ​ຕຸຍ​ການ ແລະ ບຸນ​ກາ​ຣີ ລ້ວນ​ແຕ່​ແມ່ນ​ບັນ​ດາ​ປະ​ເທດ​ທີ່​ມີ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ພໍ​ສົມ​ຄວນ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ຄ້າຍ​ຄື​ກັນ​ກັບ​ເສດ​ຖະ​ກິດ​ຫວຽດ​ນາມ. ຍິ່ງກວ່ານັ້ນ, ໂດຍຜ່ານ​ຫວຽດ​ນາມ, ດ້ວຍ​ແງ່​ຫວັງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້​ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ໄປ, ປອກ​ຕຸຍ​ການ ແລະ ບຸນ​ກາ​ຣີກໍ​ຫວັງ​ວ່າ ຫວຽດ​ນາມ​ຈະ​ແມ່ນ​ປະ​ຕູ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ພາກ​ພື້ນອາ​ຊຽນທີ່​ກ້​ວາງ​ໃຫຍ່ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ.

     ຖື​ເປັນ​ສຳ​ຄັນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ປອກ​ຕຸຍ​ການ

 ຕາມ​ທ່ານ ຫງວຽນ​ງອກ​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຝະ​ລັ່ງ​ທັງ​ຮັບ​ຜິດ​ຊອບ​ປອກ​ຕຸຍ​ການ​ແລ້ວ, ການ​ຢ້ຽມ​ຢາມ​ປອກ​ຕຸຍ​ການຢ່າງ​ເປັນ​ທາງ​ການ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢຸງ ຄັ້ງ​ນີ້ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ເພາະ​ວ່າ ນີ້​ແມ່ນ​ການ​ຢ້ຽມ​ຢາມ​ປອກ​ຕຸຍ​ການ​ຄັ້ງ​ທຳ​ອິດ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ, ທັງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ 2 ປະ​ເທດ​ຈັດ​ຕັ້ງສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ຕາມ​ການ​ຕີ​ລາ​ຄາ​ຈາກ​ທັງ 2 ຝ່າຍ​ແລ້ວ, ການ​ພົວ​ພັນ​ລະ​ຫ່ວາງ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ພົວ​ພັນທາງ​ດ້ານເສດ​ຖະ​ກິດ​ຍັງ​ບໍ່​ທັນ​ເທົ່າ​ທຽມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ແຕ່​ລະຝ່າຍ​ເທື່ອ. ເພາະ​ສະ​ນັ້ນ, ຫາງ​ສຽງ​ 2 ປະ​ເທດຄອຍຖ້າ​ຕໍ່ການ​ຢ້ຽມ​ຢາມ​ຂັ້ນ​ສູງນີ້​​ຫລາຍ​ທີ່​ສຸດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ງອກ​ເຊີນ ຖື​ວ່າ : 

      “ການ​ຢ້ຽມ​ຢາມ​ປອກ​ຕຸຍ​ການ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢຸງ ຄັ້ງ​ນີ້ຈະ​ເປັນ​ຂີດ​ໝາຍ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ຜ່ານ​ບັນ​ດາ​ເອ​ກະ​ສານ​ທີ່​​ຮັບ​ການ​ລົງ​ນາມໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ຈະ​ເປີດ​ແງ່​ຫວັງ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ຈະ​ຊ່ວຍ​ພວກ​ເພື່ອນ​ປອກ​ຕຸຍ​ການ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ຫວຽດ​ນາມ. ແລະ ພິ​ເສດ, ເວ​ທີປາ​ໄສວິ​ສາ​ຫະ​ກິດ​ລະ​ຫວ່າງ 2 ປະ​ເທດ ຊຶ່ງ​ຄາດ​ວ່າ​ຈະ​ມີ​ວິ​ສາ​ຫະ​ກິດ​ເກືອບ 100 ແຫ່ງ​ຂອງ​ຫວຽດ​ນາມ ແລະ ຫຼາຍ​ແຫ່ງ​ຂອງ​ປອກ​ຕຸຍ​ການ​ເຂົ້າ​ຮ່ວມ ”

    ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ນອກ​ຈາກ​ບັນ​ດາ​ການ​ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ສູງ​ສຸດ​ຂອງ​ປອກ​ຕຸຍ​ການ, ພິ​ທີ​ລົງ​ນາມ​ໃນ​ບາງ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າ​ງ 2 ປະ​ເທດນັ້ນ, ມີ​ເຫດ​ການ​ໜຶ່ງ​ທີ່​ພົ້ນ​ເດັ່ນ​ໃນການ​ຢ້ຽມ​ຢາມ​ປອກ​ຕຸຍ​ການຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້, ນັ້ນ​ແມ່ນ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢຸງ ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປອກ​ຕຸຍ​ການ ເປັນ​ປະ​ທານ​ຮ່ວມເວ​ທີປາ​ໄສ​ເສດ​ຖະ​ກິດ​ທະ​ເລ​ປີ 2015 ຊຶ່ງຄາດ​ວ່າ​ຈະ​ມີ​ປະ​ມານ 50 ປະ​ເທດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ເຂົ້າ​ຮ່ວມ. ຕີ​ລາ​ຄາ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ເຄື່ອນ​ໄຫວນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ງອກ​ເຊີນ ໃຫ້​ຮູ້​ວ່າ :

   “ປອກ​ຕຸຍ​ການ​ຖື​ເປັນ​ສຳ​ຄັນ​ທີ່​ສຸດການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢຸງ ແລະ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ຫວຽດ​ນາມ, ດັ່ງ​ນັ້ນ ໄດ້​ເຊື້ອ​ເຊີນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ເຕີນ​ຢຸງ ເປັນ​ປະ​ທານ​ຮ່ວມເວ​ທີປາ​ໄສ​ເສດ​ຖະ​ກິດ​ທະ​ເລ​ປີ 2015. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ​ສາ​ມາດ​ຊອກ​ຮູ້​ຢ່າງ​ເລິກ​ເຊິ່ງກວ່າ​ກ່ຽວ​ກັບ​ຄວາມ​ສົນ​ໃຈ​ລວມ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ​ທີ່​ມີ​ຕໍ່​ບັນ​ຫາ​ມະ​ຫາ​ສະ​ໝຸດ ກໍ​ຄ​ື​ການ​ປະ​ກອບ​ຄຳ​ເຫັນ​ຂອງ​ຫວຽດ​ນາມ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທະ​ເລ ກໍ​ຄື​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ​ໃນ​ອະ​ນາ​ຄົດ ”

       ມຸ່ງໄປ​ສູ່​ການ​ພົວ​ພັນຄູ່​ຮ່ວມ​ມືຍຸດ​ທະ​ສາດ​ກັບ​ບຸນ​ກາ​ຣີ

    ຖັດ​ຈາກ​ປອກ​ຕຸຍ​ການ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢຸງ ພ້ອມ​ດ້ວຍ​ຄະ​ນະ​ໄດ້​ໄປ​ຮອດ​ບຸນ​ກາ​ຣີ. ໂດຍ​ແມ່ນ​ໜຶ່ງ​ໃນ 10 ປະ​ເທດ​ທຳ​ອິດ​ໃນ​ໂລກ​ໄດ້​ຮັບ​ຮູ້ ແລະ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ຫວຽດ​ນາມ​ເມື່ອ​ປີ 1950, ບຸນ​ກາ​ຮີ ຍາມ​ໃດ​ກໍ​ສະ​ຫງວນ​ໃຫ້​ຫວຽດ​ນາມ ການ​ຊ່ວຍ​ເຫຼືອ​ທັງ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ແລະ ປັກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ. ໃນ​ຊຸມ​ປີມໍ່ໆ​ມານີ້, ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ-ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ບຸນ​ກາ​ຣີ ໄດ້​ຮັບ​ການ​ເປີດ​ກ້​ວາງ. ຖ້າ​ວ່າ​ໃນ​ປີ 2006, ມູນ​ຄ່າ​ການ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ​ບັນ​ລຸ 18,5 ລ້ານ USD ນັ້ນ, ໃນ​ປີ 2014, ຕົວ​ເລກນີ້ ໄດ້​ຂຶ້ນ​ເຖິງ 90 ລ້ານ USD, ແຕ່​ກໍ​ຍັງ​ບໍ່​ທັນ​ເທົ່າ​ທຽມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ 2 ປະ​ເທດ​ເທື່ອ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມ​ປະ​ຈຳ ບຸນ​ກາ​ຣີ ເລ​ດຶກ​ລິວ ຖື​ວ່າ :

    “ ຈຸດ​ໃໝ່​ໃນການ​ຢ້ຽມ​ຢາມ​ ຄັ້ງ​ນີ້, ເພື່ອ​ປະ​ຕິ​ບັດ​ຕາມ​ການ​ຊີ້​ນຳ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2, ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ, ຊ່ວຍ​ວ່າ​ການ, ຂະ​ແໜງ​ການ​ຕ່າງໆ​ຂອງ​ທັງ 2 ຝ່າຍ ຈະ​ພົບ​ປະ​ກັນ​ໂດຍ​ກົງ​ເພື່ອ​ປຶກ​ສາ​ຫາ​ລື​ເນື້ອ​ໃນ​ການ​ຮ່ວມ​ມື​ລະ​ອຽດ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື, ສົ່ງ​ເສີມ​ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ…ພ້ອມ​ກັນ​ນັ້ນ ກໍ​ຊອກ​ຮູ້​ບັນ​ດາ​ຂໍ້​ມູນ​ຂ່າວ​ສ​ານກ່ຽວ​ກັບ​ການ​ຮ່ວມ​ທຸ​ລະ​ກິດ​ທີ່​ມີ​ຄວາມ​ສາ​ມາດ​ປະ​ຕ​ິ​ບັດ​ຢ່າງ​ສູງ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ 2 ຝ່າຍ​ສາ​ມາດ​ປະ​ຕິ​ບັດ​ໃນ​ໄລ​ຍະ​ທີ່​ຈະ​ເຖິງ”

     ໂດຍ​ແມ່ນ​​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ເອີ​ລົ​ບ EU, ທັງ​ປອກ​ຕຸຍ​ການ ແລະ ບຸນ​ກາ​ຣີ ລ້ວນ​ແຕ່​ມີ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ກັບ​ຫວຽດ​ນາມ. ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢຸງ ຄັ້ງ​ນີ້ ແມ່ນ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ. ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ທີ່​ແທດ​ຈິງ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ກັບ​ບັນ​ດາ​ປະ​ເທດ​ໃນ​ສະ​ຫະ​ພັນ​ເສດ​ຖະ​ກິດ​ອາ​ຊີ-ເອີ​ລົບ​ເວົ້າ​ລວມ ແລະ ກັບ​ປອກ​ຕຸຍ​ການ ແລະ ບຸນ​ກາ​ຣີ ເວົ້າ​ສະ​ເພາະ

ຕອບກັບ

ຂ່າວ/ບົດ​ອື່ນ