ຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແບບຢ່າງ ຄຸນສົມບັດປະທານໂຮ່ຈີມິນ ໃຫ້ຫຼາຍກວ່າອີກ

(VOVWORLD) -ເລື່ອງຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ເຊິ່ງພັກກອມມູນິດຫວຽດນາມ ໄດ້ຍົກອອກມາ ແລະ ຊີ້ນຳນັບແຕ່ຫົວທີ, ດ້ວຍຄຳສັ່ງ, ມະຕິຫຼາຍສະບັບຜ່ານສະໄໝຕ່າງໆ. 
ຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແບບຢ່າງ ຄຸນສົມບັດປະທານໂຮ່ຈີມິນ ໃຫ້ຫຼາຍກວ່າອີກ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ
(ພາບ: qdnd.vn)

ທີ່ກອງປະຊຸມທົ່ວປະເທດສະຫຼຸບໄລຍະ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງວ່າດ້ວຍການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ເຊິ່ງດຳເນີນໃນວັນທີ 12 ມິຖຸນາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງບັນດາຄວາມຮຽກຮ້ອງທີ່ຈຳເປັນຕ້ອງຍູ້ແຮງເລື່ອງຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໃນໄລຍະຈະມາເຖິງໃຫ້ຫຼາຍກວ່າອີກ. ພໍ່ແມ່ປະຊາຊົນ ແລະ ນັກຮົບໃນທົ່ວປະເທດໄດ້ ແລະ ພວມຕັ້ງໜ້າຕອບສະໜອງແຜນນະໂຍບາຍດັ່ງກ່າວ.

        ເລື່ອງຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ເຊິ່ງພັກກອມມູນິດຫວຽດນາມ ໄດ້ຍົກອອກມາ ແລະ ຊີ້ນຳນັບແຕ່ຫົວທີ, ດ້ວຍຄຳສັ່ງ, ມະຕິຫຼາຍສະບັບຜ່ານສະໄໝຕ່າງໆ.  ຫວ່າງມໍ່ໆມານີ້ແມ່ນມະຕິເລກທີ 05 ຂອງກົມການເມືອງຊຸດທີ 12 “ວ່າດ້ວຍການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ” ຕິດພັນກັບການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ XII ວ່າດ້ວຍການ “ເພີ່ມທະວີການກໍ່ສ້າງ, ປັບປຸງພັກ; ສະກັດກັ້ນ, ຍູ້ຖອຍການຊຸດໂຊມດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ບັນດາປະກົດການ “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ” ພາຍໃນພັກ . ເຖິງຢ່າງໃດກໍ່ຕາມ, ໃນສະພາບທີ່ໂລກ ແລະ ຢູ່ພາຍໃນປະເທດມີບັນດາການຜັນແປຢ່າງໄວວາ, ສັບສົນນັ້ນ ກໍ່ໄດ້ວາງອອກຄຳຮຽກຮ້ອງຕ້ອງສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ, ປົກປ້ອງພື້ນຖານແນວຄິດຂອງພັກ, ການຕໍ່ສູ້ປະຕິເສດບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກ, ຕອບສະໜອງຄວາມຮຽກຮ້ອງຂອງພາລະກິດປະຕິວັດໃນໄລຍະໃໝ່.

        ທີ່ກອງປະຊຸມສະຫຼຸບໄລຍະ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງວ່າດ້ວຍການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໃນທ້າຍອາທິດຜ່ານມາຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຄັດສະເໜີມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໂດຍຊີ້ແຈ້ງວ່າ: “ເດັດດ່ຽວ, ຢຶດໝັ້ນປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ XI, ມະຕິສູນກາງພັກຄັ້ງທີ 4 ຊຸດທີ XII ກ່ຽວກັບການກໍ່ສ້າງພັກ ຕິດພັນກັບການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ດ້ວຍບັນດາມາດຕະການຢ່າງແຮງ, ຂ້ຽວຂາດ, ຄົບຊຸດ”. ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ບັນດາອົງການ, ຫົວໜ່ວຍ ຄວນສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໃຫ້ຫຼາຍກວ່າອີກ. ໂດຍຕອບສະໜອງແຜນນະໂຍບາຍດັ່ງກ່າວ, ທ່ານ ເລດຶກຢຸກ, ຫົວໜ້າຄະນະໂຄສະນາສຶກສາຄະນະພັກແຂວງ ລາຍເຈົາ, ໃຫ້ຮູ້ວ່າ:

        “ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ເຕື້ອງເຖິງບັນຫາປຸກລຸກເຈດຈຳນົງເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມຄາດຫວັງພັດທະນາປະເທດຊາດໃຫ້ມີຄວາມວັດທະນາຖາວອນ, ຜາສຸກ, ສະແດງໃຫ້ເຫັນຄວາມຈຳເປັນສຳລັບປະເທດຫວຽດນາມ ໃນໄລຍະປະຈຸບັນ. ພິເສດ, ສຳລັບແຂວງ ລາຍເຈົາ ມີຄວາມສາມາດບົ່ມຊ້ອນ, ທ່າແຮງຫຼາຍຢ່າງ, ແຕ່ພວກເຮົາພັດທະນາຊ້າ, ບັນຫານີ້ຍິ່ງຕ້ອງເອົາໃຈໃສ່ຫຼາຍກວ່າ. ແລະຫົວເລື່ອງສະເພາະນີ້ແມ່ນແຫຼ່ງລະດົມກຳລັງໃຈ, ປຸກລະດົມ ແລະ ໂຄສະນາເພື່ອໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນປະຕິບັດທັດສະນະ, ສະໜອງວິທີເຮັດໃຫ້ເປັນຢ່າງດີ ເພື່ອໃຫ້ພວກເຮົາຈັດຕັ້ງການເຊື່ອມຊຶມ ແລະ ປະຕິບັດຫົວເລື່ອງສະເພາະຢ່າງມີປະສິດທິຜົນທີ່ສຸດ”.

        ຕາມທ່ານເລຂາທິການໃຫຍ່ ຫວຽນຝູຈ້ອງ ແລ້ວ, ເລື່ອງຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໃນໄລຍະຈະມາເຖິງຕ້ອງສຸມໃສ່ປະຕິບັດ 3 ບັນຫາໃຫ້ເປັນຢ່າງດີຄື: ຮ່ຳຮຽນ, ປະຕິບັດຕາມ ແລະ ເຊີດຊູແບບຢ່າງ. ເລື່ອງຮ່ຳຮຽນຕ້ອງກາຍເປັນວິຖີຊີວິດ, ແນວຄິດ, ວິທີເຮັດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຕ່ລະຄົນ, ເຮັດແນວໃດເພື່ອໃຫ້ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຊຶມເລິກເຂົ້າໃນຊີວິດສັງຄົມ, ກາຍເປັນພື້ນຖານທາງດ້ານຈິດໃຈທີ່ເຂັ້ມແຂງຢ່າງແທດຈິງ, ເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ເສີມຂະຫຍາຍກຳລັງແຮງພາຍໃນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດທຸກໜ້າທີ່ປະຕິວັດໃນໄລຍະຈະມາເຖິງໃຫ້ປະສົບຜົນສຳເລັດ. ປະຕິບັດຕາມແມ່ນຊຸກຍູ້, ສ້າງການຫັນປ່ຽນຢ່າງແຮງຈາກ “ການຮ່ຳຮຽນ” ໄປສູ່ “ການປະຕິບັດຕາມ”, ປະຕິບັດດ້ວຍບັນດາໂຄງການເຄື່ອນໄຫວຢ່າງລະອຽດ, ວຽກງານລະອຽດ, ແທດຈິງໃນການປະຕິບັດໜ້າທີ່ການເມືອງຂອງທ້ອງຖິ່ນ, ອົງການ, ຫົວໜ່ວຍ ແລະ ວຽກງານກໍ່ສ້າງ, ປັບປຸງພັກ, ຕິດພັນກັບການຍົກສູງໜ້າທີ່ຄວາມຮັບຜິດຊອບ, ຄຸນສົມບັດໃນການປະຕິບັດງານຂອງພະນັກງານ, ສະມາຊິກພັກແຕ່ລະຄົນ. ເຊີດຊູແບບຢ່ງແມ່ນ ປະຕິບັດກັບພ້ອມກັນ, ຕິດພັນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແລະ ເຊີດຊູແບບຢ່າງ. ຜັນຂະຫຍາຍແຜນນະໂຍບາຍດັ່ງກ່າວໃນກຳລັງຕຳຫຼວດ, ທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລິມ, ເນັ້ນໜັກວ່າ:

        “ສືບຕໍ່ຮັດແໜ້ນກົດລະບຽບວິໄນ, ວັດທະນະທຳການປະພຶດພາຍໃນຕຳຫຼວດປະຊາຊົນ; ຈັດການຝຶກອົບຮົມທັກສະກ່ຽວກັບວັດທະນະທຳການປະພຶດ; ຈັດຕັ້ງການຮັບເອົາຄຳເຫັນປະກອບສຳຫຼວດຕີລາຄາຄວາມເພິ່ງພໍໃຈຂອງອົງການຈັດຕັ້ງ ແລະ ປະຊາຊົນທີ່ມີຕໍ່ຕຳຫຼວດປະຊາຊົນ. ພ້ອມກັນນັ້ນ, ກໍ່ຈັດຕັ້ງການກວດກາ, ຕິດຕາມກວດກາການປະຕິບັດຄຳສັ່ງເລກທີ 05 ຕິດພັນກັບມະຕິສູນກາງພັກຄັ້ງທີ 4 ຊຸດທີ XII ຂອງພັກ, ຄຳສັ່ງເລກທີ 04 ຂອງກະຊວງຕຳຫຼວດ ແລະ ບັ້ນຂົນຂວາຍຢ່າງເປັນປະຈຳ ເພື່ອຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຢ່າງທັນການ”.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມປາດຖະໜາວ່າ, ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຈະນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າ, ຕັ້ງໜ້າປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ, ສູ້ຊົນນຳຫວຽດນາມ ໃຫ້ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ທຽບເທົ່າກັບບັນດາປະເທດມະຫາອຳນາດຢູ່ 5 ທະວີບໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ