ຍູ້ແຮງການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນໃນໄລຍະໃຫມ່

(vovworld)-​ເພື່ອ​ໃຫ້ການ​ພົວພັນຕ່າງປະ​ເທດ​ປະຊາຊົນ (ປຊຊ) ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ປະກອບສ່ວນ​ພັດທະນາ​ເສດຖະກິດ ສັງຄົມ, ຊຸກຍູ້​ວິວັດ​ການ​ເຊື່ອງ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ແຂງ​ແຮງ ຄວນ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ລັກສະນະ​ປະສິດທິ​ຜົນ, ຄວນ​ສ້າງ​ແຜນການ ​ແລະ ຜັນ​ຂະຫຍາຍການ​ເຄື່ອນ​ໄຫວ​ຢ່າງ​ຄົບ​ຊຸດ ​ແລະ ຮອບດ້ານ, ປະກອບສ່ວນ​ຫນູ​ນຊ່ວຍ​​ການ​ເຄື່ອນ​ໄຫວ​ພົວພັນຕ່າງປະ​ເທດ​​ຂອງ​ພັກ​ກອມມູນິດ ຫວຽດນາມ ​ແລະ ການ​ຕ່າງປະ​ເທດ​ລັດ, ​ພິ​ເສດໃນ​ສະພາບ​ການ​ໃຫມ່. ນີ້​ແມ່ນ​ເນື້ອ​ໃນ​ສຳຄັນທີ່ໄດ້​ຮັບ​ການ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ການ​ພົວພັນຕ່າງປະ​ເທດ​ ປຊຊ ປີ 2011 ​ແລະ ຜັນ​ຂະຫຍາຍ​ຫນ້າ​ທີ່​ປີ 2012 ຊຶ່ງ​ຫາ​ກໍ​ດຳ​ເນີນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ຢູ່ ຮ່າ​ໂນ້ຍ.

ຍູ້ແຮງການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນໃນໄລຍະໃຫມ່ - ảnh 1

ກອງປະຊຸມສະຫລຸບວຽກງານການພົວພັນຕ່າງປະເທດປຊຊ 2011

ພາບ:dangcongsan.vn

        ບັນດາ​ບົດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ສະ​ເຫ​ນີ​ທີ່​ກອງ​ປະຊຸມ ລ້ວນ​ແຕ່​ມີ​ຄວາມ​ຮັບ​ຮູ້​ລວມວ່າ, ​ເຖິງ​ວ່າ​ແມ່ນ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ບໍ່​ເປັນ​ທາງ​ການ, ​ແຕ່​ການ​ທູດ​ປຊຊ ພັດ​ມີ​​ທ່າ​ດີ​ຊຶ່ງ​ການ​ຕ່າງປະ​ເທດ​ທາງ​ການ​ຍາກທີ່​ຈະ​ປະຕິບັດ​ໄດ້. ​ໂດຍບໍ່​ຖືກຈຳກັດກ່ຽວ​ກັບ​ພິທີການ​ຕ່າງປະ​ເທດ ​ແລະ ​ກຳລັງ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລວງຫລາຍ, ຮາກ​ຖານ​ແມ່ນ​ເລິກ​ເຊິ່ງ ກວ້າງຂວາງ ​ແລະ ວິທີ​ການ​ມີ​ຄວາມ​ໄຫວ​ພິບ, ສະ​ນັ້ນການ​ທູ​ກ​ປຊຊ ​ໄດ້​ກາຍ​ເປັນ​ກຳລັງ​ສຳຄັນ ພ້ອມ​ກັບ​ການພົ​ວພັນ​ຕ່າງປະ​ເທດ​ຂອງພັກ ​ແລະ ລັດ​ໂຮມ​ເປັນ​ພື້ນຖານ​ການ​ຕ່າງປະ​ເທດ​ສັງ​ລວມຂອງ​ປ​ະ​ເທດ​ຊາດ. ທີ່​ຈິງ​ແລ້ວ ບັນດາ​ຜົນງານ​ການ​ທູດປຊຊ ​ໃນ​ຫລາຍ​ປີຜ່ານມາ ພິ​ເສດ​ໃນ​ ປີ 2011,​ ໄດ້​ປະກອບສ່ວນ​ຢ່າງ​ແທດ​ຈິງ​​ເຂົ້າໃນ​ການ​ປັບປຸງ, ຄວາມ​ສາມັກ​ຄີ              ມິ​ດຕະພາບ​ກັບ​ປຊຊບັນດາ​ປະ​ເທດ, ການ​ຂົນຂວາຍ ​ແລະ ຍາດ​ແຍ່ງ​ແຫ​ລ່ງກຳລັງ​​ທາງ​ດ້ານ​ວັດຖຸ, ການ​ສະຫນັບສະຫນູນ​ທາງ​​ດ້ານ​ຈິດ​ໃຈຂອງ​ບັນດາ​ເພື່ອນ​ມິດ​ແລະ ຄູ່​ຮ່ວມ​ມື​ສາກົນ​ອັນ​ໄດ້​ປະກອບສ່ວນ​ໃນ​ການ​​ຮັກສາຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ.  ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​​ແຕ່ລະ​ໄລຍະ​ຕ່າງ​ກັນ, ການ​ຕ່າງທູດ​ປຊຊຕ້ອງ​ມີ​ຄວາມ​ໄຫວ​ພິບນັບ​ທັງ​ວິທີ​ການ ​ແລະ ​ເນື້ອ​ໃນ​ການ​ເຄື່ອ​ນ​ໄຫວ​ໃຫ້​​ເໝາະ​ສົມ ​ເພື່ອ​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ສູງ​ສຸດ. ຕາມ​ທ່ານ ບຸ​່ຍ​ແທນ​ເຊີນ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ​ແລ້ວ, ການ​ຫັນ​ເປົ້າ​ໝາຍ, ບໍລິ​ເວນ, ກຳລັງ​ເຂົ້າ​ຮ່ວມ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ທີ່​ມີ​ຕໍ່​ການ​ທູດ​ປຊຊ ​ໃນ​ໄລຍະ​ປະຈຸ​ບັນ.

        “ກ່ອນ​ນີ້ ພວກ​ເຮົາ​ສຸມ​ໃສ່​ຄູ່​ຮ່ວມ​ມື​ສຳຄັນ​ຕົ້ນຕໍ​ຈຳນວນ​ຫນຶ່ງ. ນີ້​ຍັງ​ຄົງ​ແມ່ນ​ຈຸດ​ສຸມ​ຂອງ​ພວກເຮົາ, ຕົວຢ່າງ ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄຸູ່ຮ່ວມ​ມື​ຮອບດ້ານ ​ແຕ່​​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​ຄວນ​ເປີດ​ກວ້າງ​ອອກ​ສູ່​ບັນດາ​ບໍລິ​ເວນ​ອື່ນ. ທີ​ສອງ ​​ເປົ້າ​ໝາຍ​ກໍ​ຕ້ອງ​ແຕກ​ຕ່າງ​ກັບ​ກ່ອນ​ນີ້. ​ຖ້າ​ກ່ອນນີ້ ພວກ​ເຮົາ​ສຸມ​ໃສ່​ບັນດາ​ເປົ້າ​ໝາຍ​ທີ່​ຂຶ້ນ​ກັບລັດ, ປະຈຸ​ບັນ ການ​ທູດປຊຊ ຊ້ຳ​ບໍ່​ໜຳ​ນັບ​ທັງ​ການ​ທູດ​ແຫ່ງ​ລັດ ຄວນ​ສຸມ​ໃສ່​​ບັນດາ​ເປົ້າ​ໝາຍ​ແມ່ນ​ກຸ່ມ​ບໍລິສັດ​ເສດຖະກິດ.”

        ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ກໍ​ສຸມ​ໃສ່​ຊີ້​ແຈງ​ບາງຂໍ້​ຈຳກັດ​​ໃນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ປຊຊຄື: ວຽກ​ງານ​ຊີ້​ນຳ, ວຽກ​ງານ​ເປັນ​ເສນາ​ທິການ​ບໍ່​ທັນ​ເສີມ​ຂະຫຍາຍ​ຢ່າງ​ມິີປະສິດທິ​ຜົນ​ໄດ້, ​ເລື່ອງ​ສ້າງ​ແຜນການ​ເຄື່ອນ​ໄຫວ​ການຕ່າງປະ​ເທດ​ຂອງ​ອົງການ​ຈຳນວນ​ຫນຶ່ງ​ຍັງບໍ່​ທັນ​ເປັນ​ລະບຽບ ຍັງ​​ແມ່ນ​ລັກສະນະ​ຮູບ​ການ. ຕາມ​ທ່ານ ຫວູຊວນ​ຮົ່ງ, ປະທານ​ສະຫະພັນ​ບັນ​ດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ​ແລ້ວ, ຄວນ​ສ້າງ​ກົນ​ໄກ​ສົມທົບ​ຢ່າງ​ຄົບ​ຊຸດ ​ແລະ ມີ​ປະສິດ​ທິຜົນ. ດ້ວຍ​ທ່າ​ແຮງ ນັ້ນ​ແມ່ນ​ຫວຽດນາມ ມີ​ເກືອບ 100 ອົງການ​ຜູ້ຕາງຫນ້າ​ການ​ທູດຂອງ​ຫວຽດນາມ ຢູ່ ຕ່າງປະ​ເທດ, ກວ່າ 400 ອົງການ​ປຊຊ, ບັນດາ​ອົງການ​ສັງຄົມ, ຖ້າ​ຫາກ​ມີ​ກົນ​ໄກ​ສົມທົບ​ຢ່າງ​ຈະ​ແຈ້ງ ຈະ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ກຳລັງ​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ ປຊຊ ນຳ​ມາ​ຊຶ່ງ​ບັນດາ​ປະ​ສິດທິ​ຜົນ​​ໃຫ້​ປະ​ເທດ​ຊາດຢ່າງ​ແທດ​ຈິງ​ໄດ້.

        “ບົນ​ພື້ນຖານ​ບັນດາ​ຂໍ້​ຈຳກັດ, ຂ້າພະ​ເຈົ້າ​ຖື​ວ່າ ຂໍ້​ຈຳກັດ​ແຕ່ລະ​ຂໍ້​ນັ້ນ ຄວນມີ​ຫົວ​ຂໍ້ລົງ​ເລິກ​ຂະ​ແຫນງ​ເພື່ອ​ຄົ້ນ​ຄ້ວາ​ແກ້​ໄຂ. ທີ​ສອງ ຄວນ​ເພີ່ມ​ທະວີ​ກົນ​ໄກ​ຄຸ້ມ​ຄອງ​ເພື່ອ​ເຮັດ​ແນວ​ໃດ​​ໃຫ້ມະຫາຊົນເຂົ້າ​ຮ່ວມນຳ. ທີ​ສາມ ຕ້ອງ​ສ້າງ​ກົນ​ໄກ​ສົມທົບ​ລະຫວ່າງ​ບັນດາ​ຫົວຫນ່ວຍ, ບັນດາ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ວຽກ​ງານ​ພົວພັນຕ່າງປະ​ເທດ​ປຊຊ.”

        ​ໂດຍ​ເຫັນ​ດີ​​ເຫັນ​ພ້ອມກັບ​ທັດສະນະ​ດັ່ງກ່າວ, ທ່ານ ຫງວຽນ​ວັນ​ແຮນ ​ເລຂາ​ຄະ​ນະ​ພັັກ​ກຸ່ມ​ບັນດາ​ອົງການ​ຈັດ​ຕັ້ງ​ປຊຊ ການ​ເມືອງ​ພັກ ນະຄອນ ​ໂຮ່ຈິ​ມີນ ຖື​ວ່າ ຈາກ​ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ນະຄອນ, ​ແມ່ນຫົວຫນ່ວຍ​ມີ​ການພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ​ເສດຖະກິດຕົ້ນຕໍ ດ້ວຍ​ສະຖານ​ກົງ​ສູນ ​ແລະ ​ອົງການທູຕານຸທູດ​ປະຈຳ​ນະຄອນ​ໂຮ່ຈິ​ມີນ ກວ່າ 40 ​ແຫ່ງ, ການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ​ປຊຊ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ, ຫັນ​ການ​ເຄື່ອນ​ໄຫວ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ດ້ວຍ​ຈຸດໝາຍ​ເຮັດ​ໃຫ້​ປຊຊ​ໂລກ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ມູນ​ເຊື້ອ, ຊາວ​ນະຄອນ​ເວົ້າ​ສະ​ເພາະ ​ແລະ​ ຊາວ​ຫວຽດນາມ​ເວົ້າ​ລວມ, ນະ​ໂຍບາຍ​ການ​ພົວພັນ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ການ​ພົວພັນຕ່າ​ງປະ​ເທດ​ຂອງ​ຫວຽດນາມ, ບັນດາ​ຜົນງານ​ກິດຈະການ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ການຕໍ່ສູ້​ກັບ​ກົນ​ອຸບາຍ ​ແລະ ການ​ເຄື່ອນ​​ໄຫວ​ທຳລາຍຂອງ​ບັນດາ​ອິດ​ທິກຳລັງ​​ເປັນປໍ​ລະ​ປັກ, ປົກ​ປັກ​ຮັກສາ​ສັນຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ເພື່ອ​ສ​້າງສາ​ພັດທະນາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ໃຫ້ການ​ພົວພັນຕ່າງປະ​ເທດ ປຊຊ ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ, ຄຽງ​ຂ້າງ​ການສ​້າງກົນ​ໄກ​ສົມທົບ ຄວນ​ລົງທຶນ​​ໃຫ້​ແກ່​ແຫ​ລ່ງຊັບພະຍາກອນ​ມະນຸດກວ່າ​ອີກ.

        “ຄວນ​ສຳ​ຫລວດກວດກາ ​ແລະ ປະກາດ​ໃຊ້​ບັນດາ​​ເອກະສານ​ນິຕິ​ກຳ​ໃນ​ວຽກ​ງານ​ຊີ້​ນຳ, ບູລະນະ​, ປັບປຸງ ​ແລະ ພັດທະນາ​ກົງຈັກ​ພະນັກງານ, ກຳລັງ​ເຮັດ​ວຽກ​ງານ​ການພົວພັນ​ຕ່າງປະ​ເທດ​ປຊຊ ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຄຳ​ສັ່ງ​ເລກ 04 ຂອງ​ຄະນະ​​ພົວພັນ​ຕ່າງປະ​ເທດ​ສູ​ນກາງພັກ. ຊັບຊ້ອນ, ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ມີ​ຄຸນ​ນະ​ທາດ​ການ​ເມືອງ​ໝັ້ນ​ແກ່ນ, ມີ​ວິຊາ​ສະ​ເພາະ​ດ້ານການ​ພົວພັນຕ່າງປະ​ເທດ, ຮູ້​ດີພາສາ​ຕ່າງປະ​ເທດ​, ສາມາດຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ການ​ພົວພັນຕ່າງປະ​ເທດ​ປຊຊ​ໃນ​ສະພາບ​ການ​ໃຫມ່.”

        ຖ້າ​ກອ່ນນີ້ ການ​ສະຫນັບສະຫນູນ​ຊ່ວຍ​ເຫລືອ​​ທາງ​ດ້ານ​ຈິດ​ໃຈ​ຂອງ​ເພື່ອນ​ມິດສາ​ກົນ​ທີ່​ສະຫງວນ​ໃຫ້​ແກ່​ຫວຽດນາມ ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫລວງ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ, ປະຈຸ​ບັນ ບັນດາ​ການ​ຫນູນ​ຊ່ວຍ​ທາງ​ດ້ານ​ວັດຖຸ ​ແລະ ບົດຮຽນ​ໃນ​ບັນດາ​ຂົງ​ເຂດ ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ເສດຖະກິດ​ສັງຄົມ, ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ​ແລະ​ອື່ນໆ ຍັງ​ຄົງ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ​ສຳລັບ​ຫວຽດນາມ. ຍິ່ງ​ກວ່າ​ນັ້ນ  ​ເພື່ອ​ໃຫ້​ເພື່ອນ​ມິດສາ​ກົນ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ, ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ຫວຽດນາມ ບໍ່​ມີ​ສິ່ງ​​ໃດ​ມີປະສິດທິ​ຜົນ​ກວ່າ ​​ບັນດາ​ການ​ເຄື່ອນ​ໄຫວ​ການ​ພົວພັນຕ່າງປະ​ເທດ​ປຊຊ . ສະ​ນັ້ນ ​ການ​ຕີ​ລາຄາ, ຮັບ​ຮູ້​ສິ່ງ​ທີ່​ດີ ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ໃນ​ການ​ເຄື່ອນ​ໄຫວ​ການ​ພົວພັນຕ່າງປະ​ເທດ ປຊຊ ຈະ​ສ້າງ​ເງື່ອນ​ໄຂ​ເພ່ືອ​ໃຫ້​ຫວຽດນາມ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ພື້ນຖານ​ການ​ທູດ​ຮອບດ້ານ ຕາມ​ທິດ​ການ​ພົວພັນ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ຫວຽດນາມ​ແມ່ນ​ເພື່ອນ​ມິດ, ຄູ່​ຮ່ວມ​ມື​ຢ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ທຸກ​ປະ​ເທດ./.

ແອນ​ຮ່ວຽນ

 


ຕອບກັບ

ຂ່າວ/ບົດ​ອື່ນ