ຍູ້ແຮງວິວັດທະນາການປະຕິຮູບດ້ານເສດຖະກິດເພື່ອຈຸດໝາຍເຕີບໂຕແບບຍືນຍົງ

(vovworld)- ​ເລື່ອງ​ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ກຸ່ມ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ ພວມ​ວາງ​ອອກ​ບັນດາ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳລັບ​ຫວຽດນາມ. ບົດຮຽນ​ແຫ່ງ​ການ​ພັດທະນາ​ໃນ​ໂລກ​ສະ​ແດງ​ໃຫ້​ເຫັນ​ວ່າ: ມີ​ພຽງ​ແຕ່ປະ​ເທດ​ໃດ​ຢືດໝັ້ນ​ການ​ປະຕິ​ຮູບ, ສ້າງ​ລະບອບ​ການ​ເມືອງ ​ແລະ ຄຸ້ມ​ຄອງ​ເປັນ​ຢ່າງ​ດີ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ​​ເທົ່າ​ນັ້ນ ຈຶ່ງ​ສາມາດ​ຜ່ານ​ຜ່າ​ໄດ້. ສຳລັບ​ຫວຽດນາມ, ລັດຖ​ະບານ ພວມ​ຕັດສິນ​ໃຈ​ປ່ຽນ​ໃຫມ່​ຢ່າງ​ແຮງ​ກວ່າ, ນັບ​ທັງ​ຈີນ​ຕະນາ​ການ​ພັດທະນາ​ກໍ​ຄື​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ, ມຸ່ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ແບບ​ຍືນ​ຍົງ, ກວມລວມ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຍູ້ແຮງວິວັດທະນາການປະຕິຮູບດ້ານເສດຖະກິດເພື່ອຈຸດໝາຍເຕີບໂຕແບບຍືນຍົງ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ“ການ​ປະຕິ​ຮູບ​ເສດຖະກິດ​ເພື່ອ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ
photo:internet

        ​ໃນ​ສານ​ຕົ້ນ​ປີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເນັ້ນ​ຫນັກ​ວ່າ ​ເພື່ອ​ຟື້ນ​ຕົວທ່າ​ເຕີບ​ໂຕ​​ຢ່າງ​ວ່ອງ​ໄວ ​ແລະ ພັດທະນາ​ແບບ​ຍືນ​ຍົງ, ​ແຫ​ລ່ງກຳລັງ​ຫນູນ​ຕົ້ນຕໍ ຕ້ອງ​​ເລີ່​ມຈາກ​ການ​ປ່ຽນ​ໃຫມ່​ລະບອບ​ນະ​ໂຍບາຍ. ສະ​ນັ້ນ ການ​ປະຕິ​ຮູບ ​ແລະ ສ້າງ​ລະບອບ​​ເສດຖະກິດ​ການ​ຕະຫລາດ​ໃຫ້​ສົມບູນ​ແບບ ​ແມ່ນ​ຄຳ​ຮຽກຮ້ອງ​ທີ່​ຈຳ​ເປັນ ​ມີ​ລັກສະນະ​ຍຸດ​ທະ​ສາດ​ຂອງ​ຫວຽດນາມ ​ໃນ​ໄລຍະ​ປະຈຸ​ບັນ.

        ປ່ຽນ​ໃຫມ່​ຈີນ​ຕະນາ​ການ​ ​ແລະ ວິ​ໄສ​ທັດ​ແຫ່ງ​ການ​ພັດທະນາ

        ​​ເລື່ອງ​ຊອກ​ທິດ​ກ້າວ​ເດີນໃຫມ່​ເພື່ອ​ກ້າວ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​​ແບບ​ຍືນ​ຍົງ, ມີ​ຄວາມກົມກຽວ​ລະຫວ່າງ ​ສັງຄົມ ​ແລະ ສະພາບ​ແວດລ້ອມ ບໍ່​ພຽງ​ແຕ່​ແມ່ນ​ຄຳ​ຮຽກຮ້ອງ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ກຳລັງ​ຫນູນ​ສຳຄັນ​ຊຸກຍູ້​ວິວັດ​ການ​ຟື້ນ​ຕົວຂອງ​ເສດຖະກິດ​ໂລກ​ກໍ​ຄື​ຢູ່​ແຕ່ລະ​ປະ​ເທດ.

        ຫວນ​ຄືນ​ໄລຍະ​​ແຫ່ງ​ການ​ພັດທະນາ​ໃນ​ເກືອບ 30 ປີ ນັບ​ແຕ່​ເມື່ອ​ຫວຽດນາມ ດຳ​ເນີນ​ກິດຈະການ​ປ່ຽນ​ແປງ​ໃຫມ່, ຄຽງ​ຄູ່​ກັບ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ຫວຽດນາມ ຍັງ​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ພື້ນຖາ​ນ​ເສດຖະກິດ​ພັດທະນາ​ບໍ່​ທັນ​ໝັ້ນ​ທ່ຽງ, ຄຸນ​ນະພາ​ບການ​ເຕີບ​ໂຕ, ສະ​ມັດ​ຕະພາບ ​ແລະ ກຳລັງ​ແກ້ງ​ແຍ້​ງຂອງ​ພື້ນຖານ​ເສດຖະກິດ​ຍັງ​ຕຳ່. ​ເຖິງ​ວ່າ ກຳລັງ​ແຮງ​ງານ​ອຸດົມ​ສົມບູນ ​ແຕ່​ອັດຕາ​ສ່ວນ​ຄົນ​ງານ​ບໍ່​ທັນ​ໄດ້​ຮຽນວິຊາ​ຊີບ​ຍັງ​ສູງ​ຢູ່. ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈຳນວນ​ຫນຶ່ງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ພ້ອມ​ນັ້ນ​ແມ່ນສິ່ງ​ທ້າ​ທາຍ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ​ໂດຍ​ຮັບ​ຮູ້​ໄດ້​ສິ່ງ​ທ້າ​ທາຍ​ດັ່ງກ່າວ, ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ​​ໄລຍະ 2011-2020, ຫວຽດນາມ ຢືນຢັນ​ຄວາມ​ຕັດສິນ​ໃຈ​ຍູ້​ແຮງ​ກິດຈະການ​ປ່ຽນ​ໃຫມ່ຢ່າງຮອບດ້ານ ດ້ວຍ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ເຖິງ​ການ​ສ້າງ​ລະບອບ​ນະ​ໂຍບາຍ​ເສດຖ​ະກິດ​ການ​ຕະຫລາດ​ໃຫ້​ສົມບູນ​ແບບ. ສິ່ງ​ດັ່ງກ່າວ ​ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມີ​ງ ຕໍ່ຫນ້າ​ປະຊາ​ຄົມ​ໂລກ ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ“ການ​ປະຕິ​ຮູບ​ເສດຖະກິດ​ເພື່ອ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ​ແລະ ກວມ​ລວມ” ຊື່​ງຖືກ​ຈັດ​ຂຶ້ນ​ໃນ​ຕົ້ນ​ອາທິດ​ຢູ່ ຮ່າ​ໂນ້ຍ. ທ່ານ​ຟ້າ​ມບີ​ງມີ​ງກ່າວ​ວ່າ:

        “ຫວຽດນາມ ຈະ​ຍູ້​ແຮງ​ການ​ປະຕິ​ຮູບ​ລະບອບ​ນະ​ໂຍບາຍ​ເສດ​ຖະກິດ, ລັດ ຮັບປະກັນ​ ການ​ຕະຫລາດສ​ວມບົດບາດ​ສຳຄັນ​ໃນ​ການຈັດ​ແບ່ງ​ແຫ່ຼງ​ກຳລັງ, ພ້ອມ​ທັງ​ມີ​ເຄື່ອງມື ​ແລະ ນ​ະ​ໂຍບາຍ​ດັດ​ປັບ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ ຮັບປະກັນ​ຄວາມ​ຍຸຕິ​ທຳ ​ແລະ ຄວາມ​ກ້າວຫນ້າ​ສັງຄົມ. ຫວຽດນາມ ພວມ​ຕັດສິນ​ໃຈ​ຍູ້​ແຮງ​ການ​ປະຕິ​ຮູບ ​ແລະ ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ, ນັບ​ທັງ​ບັນດາ​ກຸ່ມ​ບໍລິສັດ​​ແຫ່ງ​ລັດ, ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ແກ້ງ​ແຍ້​ງຢ່າງ​ສະ​ເຫມີພາບ ແລະ ສະດວກ​ທີ່​ສຸດ​ໃຫ້​ແກ່​ປະຊາຊົນ​ທຸກ​ຄົນ ​ແລະ ວິ​ສາ​ຫະກິດ​ທີ່ຂຶ້ນ​ກັບ​ທຸກ​ພາກສ່ວນ​ເພື່ອ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ.”

        ບັນດາ​ການ​ປະຕິ​ຮູບ​​ເສດຖ​ະກິດຢ່າງ​ແຮງຂອງ​ຫວຽດນາມ ​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ປະຊາ​ຄົມ​ໂລກ, ບັນດາ​ນັກ​ອຸປະຖຳ, ອົງການ​ຈັດ​ຕັ້ງ​ສາກົນ. ​ໃນ​ການ​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່​ຫວຽດນາມ ​ໃນ​ເດືອນ 3/2014, ທ່ານ​ນາງ Helen Clack, ຜູ້ອຳ​ນວນ​ການ​ໃຫຍ່​ອົງການ​ ສປຊ ​​ເພື່ອ​ການພັດທະນາ ໄດ້​ເນັ້ນ​ຫນັກ​ວ່າ: ຍາ​ມ​ໃດ ຫວຽດນາມກໍ​ແມ່ນ​ປະ​ເທດ​ສຳ​ເລັດ​ຜົນ​ໃນ​ການປະຕິບັດ​ບັນດາ​​ເປົ້າ​ໝາຍ​ພັດທະນາສະຫັດ​ສະ​ວັດ ຂອງ ສປຊ ​ແລະ ບັນລຸ​ການ​ເຕີບ​ໂຕ​. ​ເພື່ອ​ສືບ​ທອດ​ຜົນງານ​ດັ່ງກ່າວ​, ​ການ​ຊອກ​ຫາ, ​ເລືອກ​ເຟັ້ນບັນດາ​ມາດ​ຕະການ​ປະຕິ​ຮູບ​ຢ່າງເໝາະ​ສົມ ​ແມ່ນ​ຄຳ​ຮຽກຮ້ອງ​ທີ່​ຈຳ​ເປັນ​ຂອງ​ຫວຽດນາມປະ​ຈຸ​ບັນ ​ແລະ ສປຊ ຕີ​ລາຄາ​ສູງ​ບັນດາ​ການ​ປະຕິ​ຮູບ​ຂອງ​ຫວຽດນາມ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ທ່ານ​ນາງ Helen Clack ຊີ້​ແຈ້ງວ່າ:

        “​ປະ​ເຊີນ​ຫນ້າ​ກັບ​ການ​ພັດທະນາ​ເສດຖະກິດ​ຢ່າງ​ຊັກ​ຊ້າ, ລັດຖະບານ​ຫວຽດນາມ ພວມ​ຕັ້ງຫນ້າ​ສ້າງ​ບັນດາ​ການ​ປະຕິ​ຮູບ​ເສດຖະກິດ​ໄລຍະ​ທີ​ສອງ ​ເພື່ອ​ຍູ້​ແຮງ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ຮັບປະກັນ​ສືບ​ຕໍ່​ບັນດາ​ຄວາມ​ກ້າວຫນ້າ​ເສດຖະກິດ​ສັງຄົມ​ທີ່​ເປັນ​ຫນ້າ​ຮັບ​ຮູ້​ໃນ​ສອງ​ທົດ​ສະ​ວັດ​ຜ່ານ​ມາ. ບັນດາ​ຍຸດ​ທະ​ສາດ​ຊຸກຍູ້​ການ​ເຕີບ​ໂຕກ​ວມລວມ ​ແລະ ໝັ້ນຄົງ ຈະ​ແມ່ນ​ສິ່ງ​ສຳຄັນ​​ແກ່​ການສຳ​ເລັດ​ຜົນຂອງ​ບັນດາ​ການ​ປະຕິ​ຮູບ​ນັ້ນ​, ​ເພື່ອ​ຮັບປະກັນ​ໃຫ້​ປະຊາຊົນ​ຫວຽດນາມ ທຸກ​ຄົນ, ​ໃນປະຈຸ​ບັນ ​ແລະ ​ໃນ​ອະນາຄົດ, ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຈາກ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ.”

        ​ໃນ​ໂລກ​ທີ່​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອ​ງ​ໄວ, ບັນດາ​ການ​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ຫລາຍ​ຂັ້ນ, ​ເປັນ​ຕົ້ນ​ແມ່ນ​​ສັນຍາ​​ເຂດການ​ຄ້າ​​ເສລີ (FTA) ​ສະບັບ​ໃຫມ່ ດ້ວຍ​ຂໍ້​ກຳນົດ​ຕ່າງໆ ​ແລະ ລະດັບ​ເປີດ​ປະຕູ​ການ​ຕະຫລາດ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ທັງ​ສ້າງ​ການ​ພັດທະນາ​ໃຫມ່, ທັງ​ວາງ​ອອກ​ສິ່ງ​ທ້າ​ທາຍ​ໃຫຍ່​ກ່ຽວ​ກັບ​ການ​ປະຕິ​ຮູບ​ພາຍ​ໃນ​ປະ​ເທດ​ເພື່ອ​ດັດ​ປັບໃຫ້​ເໝາະ​ສົມ.

        ຫວຽດນາມ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ທີ່​ສຳຄັນ, ຍິ່ງຮຽກຮ້ອງ​ການ​ປ່ຽນ​ໃຫມ່ ​ແລະ ມີຈີນ​ຕະນາ​ການ​ ​ແລະ ຄວາມ​ຕັດສິນ​ໃຈ​ຢ່າງ​ສູງ, ຍູ້​ແຮງ​ການ​ປະຕິ​ຮູບ ​ແລະ ​ເປັນ​ເຈົ້າ​ການ, ຕັ້ງຫນ້າ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ບັນດາ​ຄວາ​ມຕັດສິນ​ໃຈ​ປ່ຽນ​ແປງ​ໃຫມ່​ຂອງ​ຫວຽດນາມ ພວມ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ ​ແລະ ມີ​ຄວາມ​ເຊື່ອ​ໝັ້ນຈາກ​ຄູ່​ຮ່ວມ​ມື​ສາກົນ.  ທີ່​ກອງ​ປະຊຸມ​ສຳ​ມະ​ນາ“ການ​ປະຕິ​ຮູບ​ເສດຖະກິດ​ເພື່ອ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ​ແລະ ກວມ​ລວມ”, ທ່ານ​ນາງ Helen ຢືນຢັນ​ວ່າ:

        “ຫວຽດນາມ ມີ​ຫລາຍ​ຈຸດ​​ແຮງ​ສະ​ເພາະ​ຂອງ​ຕົນ, ​ໃນ​ນັ້ນ ມີ​ກຳລັງ​ແຮງ​ງານ​ຫນຸ່ມ ​ແລະ ​ສາມາແກ້ງ​ແຍ້​ງ, ​ແຫ​ລ່ງຊັບພະຍາກອນ​ທຳ​ມະ​ຊາດ​ອຸດົມ​ສົມ​ບູນ ​ແລະ ທີ່​ຕັ້ງ​ພູມ​ສາດ​ຢູ່​ໃຈກາງ​ຂອງພາກ​ພື້ນພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ. ດ້ວຍ​ການ​ເລືອກ​ເຟັ້ນນະ​ໂຍບາຍ​ເໝາະ​ສົມ​, ​ແນ່ນອນ​ວ່າ ຫວຽດນາມ ຈະ​ພັດທະນາ​ຢ່າງ​ດີງາມ​ໃນ​ອະນາຄົດ.”

        ຄຽງ​ຄູ່​ກັບ​ກຳລັງ​ແຮງ​ພາຍ​ໃນ ​ແລະ ຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນ​ຂອງ​ທັງ​ປະ​ເທດ, ບັນດາ​ບົດຮຽນ ​ແລະ ພຶດຕິ​ກຳ​ທີ່​ດີ​ໃນ​ໂລກ, ບັນດາ​ຂໍ້​ສະ​ເຫ​ນີກ່ຽວ​ກັບ​ນະ​ໂຍບາຍ​ຈາກ​ປະຊາ​ຄົມ​​ໂລກ ຍາ​ມ​ໃດ​ກໍ​ແມ່ນ​ບົດຮຽນ​ອັນ​ລຳ້​ຄ່າ​ສຳລັບ​ຫວຽດນາມ, ​ເພື່ອ​ໃຫ້​ຫວຽດນາມ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ​ເຮັດ​ໃຫ້​ວິ​ໄສ​ທັດຮອດ​ປີ 2020 ຈະ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ