ດັບປັບນະໂຍບາຍກະຕຸ້ນເສດຖະກິດພັດທະນາ

ປະ​ຈຸ​ບັນ, ເສດ​ຖະ​ກິດ​ຫວຽດ​ນາມ​ພວມ​ຟື້ນ​ຕົວ​ຄືນ​ຢ່າງ​ເຫັນ​ໄດ້​ຊັດ ແລະ ຮອບ​ດ້ານ​ພໍ​ສົມ​ຄວນ. ແຕ່​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ​ພວມ​ຢູ່​ທາງ​ໜ້າ. ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່​ໄວ​ກວ່າ, ສຸມ​ທຸກ​ເງື່ອນ​ໄຂ​ເພື່ອ​ໜູນ​ຊ່ວຍ​ຟື້ນ​ຟູ​ວິ​ສາ​ຫະ​ກິດ​, ພັດ​ທະ​ນາ​ການ​ຜະ​ລິດ; ໂຍະ​ຍານ​ອັດ​ຕາ​ເງິນ​ເຟີ້​ຢູ່​ໃນ​ລະ​ດັບ​ທີ່​ເໝາະ​ສົມ​ກວ່າ​ເພື່ອ​ກະ​ຕຸ້ນ​ຄວາມ​ຕ້ອງ​ການ​ດ້ານເສດ​ຖະກິດ….ນັ້ນ​ແມ່ນ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຊຶ່ງ​ບັນ​ດາ ສ.ສ.ຊ ສະ​ເໜີ​ຄວນ​ເລັ່ງ​ໃສ່​ປະ​ຕິ​ບັດ​ໃນ​ປີ 2015 ເພື່ອ​ສ້າງ​ທ່າ​ພັດ​ທະ​ນາ​ທີ່​ດີກວ່າ​ໃຫ້ແກ່ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

     ຕາມ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ, ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິກວ່າ. ລະ​ດັບ​ເພີ່ມ​ລາ​ຄາໃຊ້​ສອຍ​ໄດ້ຫຼຸດ​ລົງ​ແຮງ, ໃນ 9ເດືອນ​ຕ​ົ້ນ​ປີ​ເພີ່ມ​ຂຶ້ນ 2,25%, ຊຶ່ງ​ແມ່ນ​ລະ​ດັບ​ຕ່ຳ​ສຸດ​ໃນ​ໄລ​ຍະ 10 ປີ​ຜ່ານ​ມາ; ຄາດ​ວ່າ ທັງ​ປີ​ເພີ່ມ​ຂຶ້ນ​ຕ່ຳ​ກວ່າ 5%. ການ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ ໄລ່​ຮອດ​ທ້າຍ​ເດືອນ 9 ບັນ​ລຸ 7,26%, ຄາດ​ວ່າ​ທັງ​ປີ​ເພີ່ມ​ຂຶ້ນ​ແຕ່ 12-14% ຕາມ​ແຜນ​ການ. ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາລະ​ຫວ່າງສະ​ກຸນ​ເງິນ​ດົງ​ກັບ​ເງິນ​ຕ່າງ​ປະ​ເທດ​ເປັນ​ປົກ​ກະ​ຕິ, ການ​ສະ​ສົມ​ເງິນ​ຕາຕ່າງ​ປະ​ເທດເພີ່ມ​ຂຶ້ນ, ບັນ​ລຸ​ລະ​ດັບ​ສູງ​ສຸດ​ນັ​ບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ. ໃນ 14 ຄາດ​ໝາຍ​ຂອງ​ແຜນ​ການ​ປີ 2014, ຄາດ​ຄະ​ເນ​ວ່າ ຈະ​ບັນ​ລຸ 13 ຄາດ​ໝາຍ​.

   ເສດ​ຖະ​ກິດ​ຫວຽດ​ນາມ​ຟື້ນ​ຕົວ​ຄືນ​ຢ່າງຮອບ​ດ້ານ​ພໍ​ສົມ​ຄວນ ແຕ່​ຍັງ​ຄົງ​ຕົວ​ບັນ​ດາ​ບັນ​ຫາ​ໃຫຍ່

   ປີ 2014 , ພື້ນ​ຖານ​ເສດ​ຖະ​ກິດ​ໄດ້​ເລີ່ມ​ປະ​ກົດ​ບັນ​ດາ​ສັນ​ຍານ​ທີ່​ດີ​ທີ່​ສຸດ. ຕາມ​ທ່ານ ກາວ​ສີ​ກຽ​ມ ສ.ສ.ຊ ແຂວງ​ທ້າຍ​ບີງ ແລ້ວ, ທ່າ​ອຽງ​ກ້າວ​ຂຶ້ນ​ຂອງ​ພື້​ນຖານ​ເສດ​ຖະ​ກິດ​ແມ່ນ​ຈະ​ແຈ້ງ​ພ​ໍ​ສົມ​ຄວນ ແລະ ຟື້ນ​ຕົວ​ຢ່າງ​ຈະ​ແຈ້ງກວ່າ. ພິ​ເສດ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ແຮງຊື້…..ໄດ້​ເລີ່ມ​ເຂົ້າ​ສູ່​ການ​ແກ້​ໄຂ​ໄລ​ຍະ​ຍາວ, ປະ​ຕິ​ຮູບ​ໂຄງ​ປະ​ກອບ​ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ.

   ແຕ່​ຖ​້າ​ຫາກ​ວາງ​ປີ 2014 ເຂົ້າ​ໃນ​ຈຸດ​ໝາຍ​ໄລ​ຍະ​ຍາວ​ຂອງ​ແຜນ​ການ 5 ປີນັ້ນ, ປີ 2014 ນີ້, ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມ ຍັງ​ສໍ່​ສະ​ແດງ​ໃຫ້​ເຫັນ​ບັນ​ດາບ​ັນ​ຫາ​ໃຫຍ່. ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ກ່ຽວ​ກັບ​ການ​ຈຳ​ກັດ​ໄພເງິນ​ເຟີ້, ສ້າງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ເຕີບ​ໂຕ​ຢ່າງ​ສົມ​ເຫດ​ສົມ​ຜົນ ແລະ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່ ກໍ​ຍັງ​ບໍ່​ອາດ​ສາ​ມາດ​ຕອບ​ສະ​ໜອງ​ໄດ້​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໄດ້ເທື່ອ.

ດັບປັບນະໂຍບາຍກະຕຸ້ນເສດຖະກິດພັດທະນາ - ảnh 1
ຄະ​ນະ ສ.ສ.ຊ ແຂວງອາຍ​ຢາງ, ບັກ​ຢາງ, ບີງດິ້ງ ປຶກ​ສາ​ຫາ​ລື​ຢູ່​ໜ່ວຍ

    ຄວນ​ສ້າງ​ເງື່ອນ​ໄຂ​ລະ​ອຽດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ພັດ​ທະ​ນາ​ການ​ຜະ​ລິດ

  ໂດຍ​ມີ​ຄວາມ​ເປັນ​ຫ່ວງ​ຕໍ່​ໜ້າ​ສະ​ພາບ​ຈຳ​ນວນ​ວິ​ສາ​ຫະ​ກິ​ດ​ຍຸບ​ເລີກ, ຢຸດ​ການ​ເຄື່ອນ​ໄຫວ​ໃນ 9 ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນສູງ (ຄືກວ່າ 70.000 ວິ​ສາ​ຫະ​ກິດ) ໃນ​ຂະ​ນະ​ທີ່​ຈຳ​ນວ​ນ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ສ້າງ​ຕັ້ງ​ໃໝ່ ພຽງ​ປ​ະ​ມານ 51.000 ແຫ່ງ, ສ.ສ.ຊ ຫຼາຍ​ທ່ານ​ຖືວ​່າ : ຕົວ​ເລກນີ້ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ສະ​ພາບ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຍົງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ທ່ານ​ໂດ້​ຫງອກ​ນ້ຽນ ສ.ສ.ຊ ແຂວງ​ບີງ​ຖ້ວນ​ຖື​ວ່າ ນອກ​ຈາກ​ບັນ​ດາ​ນະ​ໂຍບາຍກ່ຽວ​ກັບ​ການຫຼຸດ​ຜ່ອນ​ພາ​ສີ​ອາ​ກອນ, ຫຼຸດ​ຜ່ອນ​ຄ່າ​ດອກ​ເບ້ຍ​ແລ້ວ, ຄວນ​ຊອກ​ຫາ​ບັນ​ດາ​ນະ​ໂຍ​ບາຍ​ໃໝ່​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຄື ສົ່ງ​ເສີມ​, ເປີດ​ກ້​ວາງ​ຕະຫຼາດ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່… ຕາ​ມ​ທ່ານ​ນາງ ຫງວຽນ​ທິ​ງວຽດ​ເຮືຶ່ອງ ສ.ສ.ຊ ນະ​ຄອນ​ຮ່າ​ໂນ້ຍ​ແລ​້ວ, ເພື່ອ​ບັນ​ລຸ​ລະ​ດັບ​ເຕີບ​ໂຕຈີ​ດີ​ພີ 6,2%, ລັດ​ຖະ​ບານ​ຄວນ​ມີ​ໂຄງ​ການ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ໃຫ້​ແກ່​ກຸ່ມ​ວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ, ເພື່ອ​ສ້າງ​ແຫຼ່ງ​ລາຍ​ຮັບ​ໝັ້ນ​ຄົງ, ຍາວ​ນານ. ທ່ານ​ວູ້​ຊວນ​ຮົ່ງ​ ສ.ສ.ຊ ແຂວງ​ຟູ້​ເຖາະ ມີ​ຄຳ​ເຫັນ​ວ່າ :

   “ ໄລ​ຍະ​ທີ່​ຜ່ານ​ມາ, ມີ​ວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ໄດ້​ກັບ​ຄືນ​ສູ່ເຮັດ​ວຽກ, ແຕ່​ຍັງ​ມີ​ວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ຍັງ​ບໍ່​ທັນ​ຟື້ນ​ຟູ​ໄດ້. ປະ​ຈຸ​ບັນ​ຕ້ອງ​ເລ່ັງ​ໃສ່ຊ່ວຍ​ດ້ານ​ພາ​ສີ​ອາ​ກອນ, ທຶນ​ຮອນ, ລະ​ອຽດ​ແມ່ນ​ນະ​ໂຍ​ບາຍພາ​ສີ​ອາ​ກອນ, ເຕັກ​ໂນ​ໂລ​ຢີ ແລະ ພິ​ເສດ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຕ້ອງ​ໄດ້​ສຳ​ຜັດ​ບັນ​ດາແຫຼ່ງ​ທຶນ. ບັນ​ດາ​ທ້ອງ​ຖິ່ນ​ມີ​ນະ​ໂຍ​ບາຍ​ອຳ​ນວຍ​ຄວາມ​ສະ​ດວກ​ກ່ຽວ​ກັບ​ທີ່​ດິນ. ເພາະ​ຮອດ​ປີ​ໜ້າ, ສ້າງ​ຕັ້ງປະ​ຊາ​ຄົມ​ອາ​ຊຽນ ແລະ ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ແມ່ນ​ເສົາ​ຄ້ຳ​ເສດ​ຖະ​ກິດ, ແລ້ວ ຫວຽດ​ນາມ​ພວມ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ ແລະ ປະ​ເທດ​ຕ່າງໆ​ກ່ຽວ​ກັບ TPP, ເຈ​ລະ​ຈາ​ໄລ​ຍະ​ສຸດ​ທ້າຍ​ກັບ​ບັນ​ດາ​ປະ​ເທດ​ເອີ​ລົບ​ກ່ຽວ​ກັບ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ. ດັ່ງ​ນັ້ນ, ພວກ​ເຮົາ​ຕ້ອງ​ກະ​ກຽ​ມ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວນີ້​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ໃນ​ລະ​ດັບ​ສູງ​ສຸດ  ”

     ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄື​ນ​ໃໝ່ ຕ້​ອງ​ມີ​ໝາກ​ຜົນ​ລະ​ອຽດ

  ຕາມ​ສ.ສ.ຊ​ ຫຼາຍ​ທ່ານ​ແລ້ວ, ເຖິງວ່າ​ໄດ້​ມີ​ແຜນ​ຮ່າງ​ສັງລວມ ແລະ ບັນ​ດາ ແຜນຮ່າງ​ລະ​ອຽດ, ແຕ່​ມາ​ຮອດ​ປະ​ຈຸ​ບັນ, ໝາກ​ຜົນ​ແຫ່ງ​ການ ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄື​ນ​ໃໝ່ ແມ່ນ​ຍັງ​ບໍ່​ທັນ​ຈະ​ແຈ້ງ. ທ່ານ ເລ​ມີງ​ທົງ ສ.ສ.ຊ ແຂວງ​ແທງ​ຮ້ວາ ຖື​ວ່າ ເມື່ອ​ແກ້​ໄຂ​ສະ​ພາບ​ສັບ​ສົນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ແມ່ນ​ຕ້ອງ​ຕີ​ລາ​ຄາ​ໄ​ດ້ ເນື້ອ​ແທ້ຂອງ​ບັນ​ຫາ ແມ່ນ​ໄດ້​ແກ້​ໄຂ​ເຖິງ​ຂັ້ນ​ໃດ ແລະ ນຳ​ມາ​ເຊິ່ງ​ໝາກ​ຜົນ​ໃຫ້​ແກ່່​ພື້ນ​ຖານ​ເສດ​ຖະ​ກິດ​ຄື​ແນວ​ໃດ.

   ກ່ຽວ​ຂ້ອງ​ເຖິງ​ການ​ແກ້​ໄຂ​ໜີ້​ເສຍ​ເມື່ອ ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ທະ​ນາ​ຄານ​, ບັນ​ດາ​ອົງ​ການ​ສິນ​ເຊື​ອ່ ຄືນ​ໃໝ່, ຕາມ​ທ່ານ ຝ້າມ​ຮີຮຸ່ງ ສ.ສ.ຊ ນະ​ຄອນ​ຮ່າ​ໂນ້ຍ​ແລ້ວ, ເຖິງ​ເວ​ລາ​ແລ້ວ ທີ່​ຈະ​ຕ້ອງ​ພິ​ຈາ​ລະ​ນາ​ຄືນ​ກົນ​ໄກ​ເຄື່ອນ​ໄຫວ​ຂອງ​ບໍ​ລິສັດຊື້​ຂາຍ​ໜີ້​ສິນ. ສ່ວນ​ທ່ານ ເຈີນ​ຢູ​ລິກ ສ.ສ.ຊ ນະ​ຄອນ​ໂຮ່​ຈິ​ມິນ ຖື​ວ່າ ເພື່ອ​ແກ້​ໄຂ​ບັນ​ຫາ​ໜີ້​ເສຍ​ຢ່່າງ​ມີ​ປະ​ສິດ​ທິ​ຜົນ​ນັ້ນ, ບໍ່​ຄວນ​ນຳ​ໃຊ້​ແຫຼ່ງ​ງົບ​ປະ​ມານ​ແຫ່ງ​ລັດ.

   “ ໜີ້​ເສຍ, ທາງ​ດ້ານ​ເນື້ອ​ແທ້​ຂອງ​ມັນ ແມ່ນ​ບໍ່​ມີ​ຫຍັງ​ຂີ້​ຮ້າຍ, ມັນ​ແມ່ນ​ເລື່ອງ​ທຳ​ມະ​ດາ​ຂອງ​ອົງ​ການ​ສິນ​ເຊື່ອ, ແຕ່​ເມື່ອ​ມັນ​ກາຍ​ເປັນ​ບັນ​ຫາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກນັ້ນ, ມັນ​ລ​ື່ນ​ກາຍຄວາມ​ສາ​ມາດ​ຂອງ​ອົງ​ການ​ສິນ​ເຊື່ອ. ທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນບໍ່​ໃຊ້​ງົບ​ປະ​ມານ​ເພື່ອ​ຊຳ​ລະ​ໜີ້​ເສຍ. ເພາະ​ປະ​ຈຸ​ບັນ, ລັດ​ຖະ​ບານ​ຍັງ​ມີຫຼາຍ​ແຫຼ່ງ​ອື່ນ​ເພື່ອ​ປະ​ຕິ​ບັດ​ວຽກ​ງານນີ້. ຂ້າ​ພະ​ເຈົ້າ​ຖື​ວ່າ ສະ​ພາ​ແຫ່ງ​ຊາດ​ຄວນ​ອອກ​ມະ​ຕິ​ອະ​ນຸ​ຍາດ​ລັດ​ຖະ​ບານ​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ທຶນ​ທີ່​ພວມ​ຄຸ້ມ​ຄອງ, ເວັ້ນ​ເສຍ​ແຕ່​ງົບ​ປະ​ມາ​ນ​ເພື່ອ​ແກ້​ໄຂ​ໜີ້​ສາ​ທາ​ລະ​ນະ”

    ປີ 2015, ລັດ​ຖະ​ບານ​ວາງ​ຈຸດ​ໝາຍ​ເພີ່ມ​ທະ​ວີ​ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ບັນ​ລຸ​ລະ​ດັບ​ເຕີບ​ໂຕ ຈີດີ​ພີ 6,2%, ລະ​ດັບ​ເພີ່ມ​ລາ​ຄາ​ໃຊ້​່​ສອຍ​ປະ​ມາ​ນ 5%; ອັດ​ຕາ​ການນຳ​ເຂົ້າເກີນ​ດູນ​ເມື່ອ​ທຽບ​ໃສ່​ຍອດ​ວົງ​ເງິນ​ສົ່ງ​ອອກ​ຢູ່​ໃນ​ລະ​ດັບ 5%. ເພື່ອ​ບັນ​ລຸ​ໄດ້​ບັນ​ດາ​ຈຸດ​ໝາຍນີ້, ຄວນ​ມີ​ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ທີ່​ແຂງ​ແຮງ ແລະ ລະ​ອຽດ​ກວ່າ​ອີກ​ເພື່ອ​ກະ​ຕຸ້ນເສດ​ຖະ​ກິດ​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ