ດຳລັດ 72 ສ້າງກອບກົດໝາຍທີ່ກະຈ່າງແຈ້ງ ເພື່ອການເຄື່ືອນໄຫວ ອິນເຕີເນັດ ພັດທະນາ

ດຳລັດ 72 ສ້າງກອບກົດໝາຍທີ່ກະຈ່າງແຈ້ງ ເພື່ອການເຄື່ືອນໄຫວ ອິນເຕີເນັດ ພັດທະນາ  - ảnh 1
ການ​ປະຊຸມ​ຂ່າວ​ແນ​ະນຳດຳລັດ 72 
(ພາບ: nhandan.com.vn)

   ຫວ່າງ​ແລ້ວ​ນີ້, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ໂທລະ​ຄົມ​ຫວຽດນາມຫາ​ກໍແນະນຳດຳລັດ 72 ດ້ວຍ​ບັນດາ​ຂໍ້​ມາດຕາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ, ສະໜອງ, ນຳ​ໃຊ້​ການ​ບໍລິການອິນ​ເຕີ​ເນັດຕາມ​ທິດ​ສ້າງສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຍຸຕິ​ທຳ, ກະຈ່າງ​ແຈ້ງ, ຊຸກຍູ້​ການ​ພັດທະນາ​ຂອງບັ​ນດາປະ​ເພດ​ສື່​ຂ່າ​ວ​ທາງ​ເຄືອ​ຂ່າຍອິນ​ເຕີ​ເນັດ ຊຶ່ງ​ໄດ້​ກົງກັນຂ້າມ​ກັບ​ບັນດາ​ການ​ຕຳ​ໜິຕິຕຽນ​ຂອງ​ບາງ​ອົງການ, ສ່ວນ​ບຸກຄົນ​ທີ່​ຂາດ​ເຈດ​ຕະນາ​ດີ ​ໂດຍ​ຖື​ວ່າ ດຳລັດ 72 ​ເປັນ​ການ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​ຄັ້ງໃໝ່​ທີ່​ມີ​ຕໍ່​ບັນດາ​ນັກ​ຂ່າວ​ທາງ​ເຄືອ​ຂ່າຍ ອິນ​ເຕີ​ເນັດ ກໍ​ຄື blogger ຕ່່າງໆ. 

    ດຳລັດ 72 ລວມມີ 6 ພາກ, 46 ມາດຕາ ຊຶ່ງ​ໄດ້​ກຳນົດ​ລະອຽດກ່ຽວ​ກັບບໍລິການອິນ​ເຕີ​ເນັດ, ຊັບພະຍາກອນອິນ​ເຕີ​ເນັດ, ຫຼັກການ​ຄຸ້ມ​ຄອງ, ສະໜອງ, ນຳ​ໃຊ້​ຂໍ້​ມູນ​ຂ່າວສານ​ທາງ​ເຄືອ​ຂ່າ​ຍອິນ​ເຕີ​ເນັດ, ຄຸ້ມ​ຄອງ​ການ​ສ້າງເວບ​ໄຊ, ​ເຄືອ​ຂ່າຍ​ສັງຄົມ, ການ​ສະໜອງ​ການ​ບໍ​ລິ​ການ​​ເນື້ອ​ໃນ​ຂໍ້​ມູນ​ຂ່າວສານ​ທາງ​ເຄືອ​ຂ່າ​ຍ​ໂທລະ​ຄົມ, ການ​ສະໜອງ​ການ​ບໍ​ລິ​ການຫຼິ້ນ​​​ເກັມທາງ​ເຄືອ​ຂ່າ​ຍອິນ​ເຕີ​ເນັດ, ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ ​ຂໍ້​ມູນ​ຂ່າວສານ​ທາງ​ເຄືອ​ຂ່າ​ຍອິນ​ເຕີ​ເນັດ. ດຳລັດ 72 ສ້າງ​ເງື່ອນ​ໄຂພັດທະນາບັ​ນດາປະ​ເພດ​ສື່​ຂ່າ​ວ​​ທາງ​ເຄືອ​ຂ່າ​ຍອິນ​ເຕີ​ເນັດ​ໂດຍ​ຜ່ານ​ບັນດາ​ມາດ​ຕະການ​ອອກ​ໜັງສື​ອະນຸຍາດ ສ້າງ ເວບ​ໄຊ, ​ເຄືອ​ຂ່າຍ​ສັງຄົມ, ຈົດ​ທະບຽນສະໜອງບໍລິການ. ດຳລັດ 72 ຍັງ​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສິດ ​ແລະ ພັນທະ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ ​ສະໜອງ​ການ​ບໍ​ລິ​ການ ​ຂໍ້​ມູນ​ຂ່າວສານ​ທາງ​ເຄືອ​ຂ່າ​ຍອິນ​ເຕີ​ເນັດຂອງ​ຜູ້​ຊົມ​ໃຊ້​ການ​ບໍລິການ ​ແລະ ​ເຕື້ອງ​ເຖິງ​ບັນຫາ​ຄຸ້ມ​ຄອງການ​ສະໜອງ ​ຂໍ້​ມູນ​ຂ່າວສານສາທາລະນະ​ຜ່ານ​ຊາຍ​ແດນ​ບົນ​ພື້ນຖານ​ຮັບປະກັນ​ກົດໝາຍ​ຫວຽດນາມ, ທຳນຽມ​ ​ແລະ ບັນດາ​ຄຳ​ໝັ້ນ​ສັນຍາສາກົນຊຶ່ງ​ຫວຽດນາມ​ໄດ້​ເຂົ້າຮ່ວມ ຄື​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ​ຮອງ​ລັດຖະມົນຕີກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ໂທລະ​ຄົມ​ຫວຽດນາມ ​ເລ​ນາມທັ້ງ ​ໄດ້​ຢືນຢັນ​ໃນ​ການ​ປະຊຸມ​ຂ່າວ​ແນ​ະນຳດຳລັດ 72 ນີ້​ວ່າ :

    “ ​ເມື່ອ​ສ້າງດຳລັດ 72, ພວກ​ຂ້າພະ​ເຈົ້າ​ຕ້ອງ​ຮັບປະກັນ​ແນວ​ໃດ ​ເພື່ອ​ໃຫ້​ບັນດາ​ຂໍ້​ກຳນົດ​ໃນ​ກົດໝາຍ ສ້າງ​ເງື່ອນ​ໄຂ​ຊຸກຍູ້, ພົວພັນ​ແລກປ່ຽນ, ຮ່ວມ​ມື​ເສດຖະກິດ, ກໍ​ຄື​ການ​ຄ້າ​ເອ​ເລັກ​ໂຕ​ນິກ. ພວກ​ຂ້າພະ​ເຈົ້າ​ຕ້ອງ​ຕິດຕາມ​ບັນດາ ບັນດາ​ຄຳ​ໝັ້ນ​ສັນຍາສາກົນຊຶ່ງ​ຫວຽດນາມ​ໄດ້ລົງ​ນາມ, ​ເຂົ້າຮ່ວມ​ໃນ​ມໍ່​ມາ​ນີ້, ພີ​ເສດ​ແມ່ນ​ໃນ​ອົງການ WTO, ບັນດາ​ສັນຍາ 2 ຝ່າຍ, ຫຼາຍ​ຝ່າຍ​ອື່ນໆຊຶ່ງ​ຫວຽດນາມ​ໄດ້​ເຂົ້າຮ່ວມ​ເພື່ອ​ທາ​ບທາມ, ຮັບປະກັນ​ກອບ​ກົດໝາຍ​ຫວຽກ​ນາມ​ກ່ຽວ​ກັບ ອິນ​ເຕີ​ເນັດ ​ໃຫ້​ທັງ​ສອດຄ່ອງກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ຫວຽດນາມ, ທັງ​ຕອບ​ສະໜອງ​ຕາມ​ກົດໝາຍ​ສາກົນຊຶ່ງ​ຫວຽດນາມ​ໄດ້​ເຂົ້າຮ່ວມ ”

    ​ເນື້ອ​ໃນດຳລັດ 72 ​ແມ່ນ​ເຊັ່ນ​ນັ້ນ, ຄິດ​ວ່າ​ໄດ້​ຈະ​ແຈ້ງ​ທີ່​ສຸດ​ແລ້ວ. ​ແຕ່​ໃນ​ຈຸດ​ເວລາກ່ອນ ​ແລະ ພາຍຫຼັງທີ່ດຳລັດ 72 ​ໄດ້​ຮັບ​ການ​ປະກາດ​ຈາກ​ລັດຖະບານ, ຄະນະ​ກຳມະການ​ປົກ​ປ້ອງສິດ​ເປັນ​ມະນຸດ​ຫວຽດນາມ​ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ຝະລັ່ງ ​ແລະ ອົງການ Committee to Protect journalists ທີ່​ມີ​ສຳນັກງານ​ຕັ້ງ​ຢູ່​ອາ​ເມ​ລິ​ກາ ​ໄດ້​ເສັກ​ສັ້ນ​ປັ້ນ​ແຕ່ງ​ບິດ​ເບື່ອ​ນຄວາມ​ຈິງ​ກ່ຽວ​ກັບ​ເສລີ​ພາບ​ທາງ​ສື່​ມວນ​ຊົນ​ຫວຽດນາມ, ຊຶ່ງ​ໄດ້​ຖື​ວ່າ ດຳລັດ 72 “ ​ແນ​ໃສ່​ເສລີພາບ​ທາງ​ເຄືອ​ຂ່າ​ຍອິນ​ເຕີ​ເນັດ ” , ທັງ​ເປັນ​ການ​ນາບ​ຂູ່​ຢ່າງ​ຮ້າຍ​ແຮງ​ຄັ້ງໃໝ່​ທີ່​ມີ​ຕໍ່​ບັນດາ​ນັກ​ຂ່າວ​ທາງ​ເຄືອ​ຂ່າຍ ອິນ​ເຕີ​ເນັດກໍ​ຄື blogger ຕ່່າງໆ” . ອາດ​ຈະ​ຢືນຢັນ​ໄດ້​ວ່າ : ດຳລັດ 72 ບໍ່​ມີ​ປະ​ໂຫຍ​ກ​ໃດ, ສັບ​ໃດທີ່​ສະ​ແດງ​ໃຫ້​ເຫັນການ​​ເກືອດຫ້າມບັນດາສ່ວນ​ບຸກຄົນນຳ​ໃຊ້​ເຄືອ​ຂ່າຍ​ສັງຄົມ​ເພື່ອ​ແບ່ງ​ປັນ ​ແລະ ລວບ​ລວມຂໍ້​ມູນ​ຂ່າວສານ, ​ເພາະສະ​ນັ້ນ, ດຳລັດ​ນີ້ບໍ່​​ເປັນ “ ການ​ນາບ​ຂູ່ທີ່​ມີ​ຕໍ່​ບັນດາ​ນັກ​ຂ່າວ​ທາງ​ເຄືອ​ຂ່າຍ ອິນ​ເຕີ​ເນັດ ກໍ​ຄື blogger ຕ່່າງໆ ” . ຕາມ​ດຳລັດ​ນີ້, ບັນດາ​ສ່ວນບຸ​ກຄົນມີ​ສິດ​ແບ່ງ​ຂໍ້​ມູນ​ຂ່າວທາງ ເຄືອ​ຂ່າຍ​ສັງຄົມ​. ​ພຽງ​ແຕ່​ມີຈຸດ​ໜຶ່ງ​ທີ່​ຕ່າງ​ເກົ່າ, ນັ້ນ​ແມ່ນ​ແທນ​ທີ່​ຄັດ​ສະ​ເໜີ​ຂໍ້​ມູນ​ຂ່າ​ວສານທັງ​ໝົດ​ນັ້ນ, ບັນດາ​ສ່ວນ​ບຸກຄົນມີ​ສິດ​ຄັດ​ສະ​ເໜີຂໍ້​ມູນ​ຂ່າວ​ສ່ວນ​ໜຶ່ງ​ຊຶ່ງ​ຕິດ​ພ້ອມ​ກັບ​ ລະຫັດ Link ຕົ້ນ​ສະບັບ​ຂອງ​ຂໍ້ມ​ູນຂ່າວ​ເພື່ອ​ໃຫ້​ຜູ້​ອື່ນ​ຢາກ​ຊອກ​ຮູ້​ຂ່າວ​ຄາວ​ຢ່າງ​ຄົບ​ຖ້ວນ, ກໍ​ສາມາດ​ເຂົ້າ​ລະ​ຫັດ Link ນັ້ນ. ຈຸດປະສົງຂອງ​ຂໍ້​ກຳນົດ​ດັ່ງກ່າວ ​ແມ່ນ​ເພື່ອ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ, ລິ​ຂະ​ສິດ​ກ່ຽວ​ກັບ​ຂໍ້​ມູນ​ຂ່າວ​ຂອງ​ບັນດາ​ອົງການ​ສື່​ມວນ​ຊົນ ​ເພາະ​ໃນ​ຕົວ​ຈິງ​ໄດ້​ໃຫ້​ເຫັນ​ວ່າ ມີ​ອົງການ​ສື່​ມວນ​ຊົນ​ຫຼາຍ​ແຫ່ງ​ມີ​ຄວາມ​ຮ້ອນ​ເຮັ່ງທີ່​ສຸດ​ຕໍ່​ໄພ​ອັນຕະລາຍ ​ແຕະຕ້ອງ​ເຖິງ ລິ​ຂະ​ສິດ​ຂໍ້​ມູນ​ຂ່າວ, ລິ​ຂະ​ສິດ​ຂອງ​ຜູ້​ແຕ່ງຂ່າວທາງ​ເຄືອ​ຂ່າຍ​ສັງຄົມ​.

    ດຳລັດ 72 ຍັງ​ເພີ່ມທະວີ​ການ​ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ຂໍ້​ມູນ​ຂ່າວສານ​ທາງ​ເຄື​ອຂ່າຍ ອິນ​ເຕີ​ເນັດ ກໍ​ແມ່ນ​ສິ່ງ​ທີ່​ສຳຄັນ. ​ເພາະວ່າ ການ​ຄຸ້ມຄອງ​ທີ່​ໄປ​ຄຽງ​ຄູ່​ກັບ​ການ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ ອິນ​ເຕີ​ເນັດ ພັດທະນາ ກໍ​ແມ່ນ​ສິ່ງ​ທີ່​ຫວຽດນາມ ກໍ​ຄື​ທຸກໆ​ປະ​ເທດນຳ​ໃຊ້ ອິນ​ເຕີ​ເນັດ​ນັ້ນ, ກໍ​ລ້ວນ​ແຕ່​ປະຕິບັດ. ການ​ຄຸ້ມ​ຄອງຄວາມ​ປອດ​ໄພ ​ແລະ ຄວາມ​ໝັ້ນຄົງ​ດ້ານ​ຂໍ້​ມູນ​ຂ່າວສານ​ທາງ​ເຄື​ອຂ່າຍ ອິນ​ເຕີ​ເນັດ ຂອງ​ຫວຽດນາມ ກໍ​ສອດຄ່ອງ​ກັບ​ທຳນຽມ​ສາກົນ ​ແລະ ສະພາບ​ຕົວ​ຈິງ​ຢູ່​ຫວຽດນາມ​ຢ່າງ​ສິ້ນ​ເຊິ່ງ. ກ່ຽວ​ກັບ​ສິ່ງ​ນີ້, ທ່ານ​ຮອງ​ລັດຖະມົນຕີກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ໂທລະ​ຄົມ​ຫວຽດນາມ ​ເລ​ນາມທັ້ງ ຢືນຢັນ​ວ່າ  :

    “ ​ເພື່ອ​ຕໍ່ສູ້​ກັບ​ບັນດາ​ເນື້ອ​ໃນ​ຂໍ້​ມູນ​ຂ່າວ​ທີ່​ຜິດ​ພາດ, ລະ​ເມີດ​ກົດໝາຍ​ທາງ​ເຄືອ​ຂ່າຍ ອິນ​ເຕີ​ເນັດນັ້ນ, ບໍ່​ພຽງ​ແຕ່​ນຳ​ໃຊ​ມາດ​ຕະການບໍລິຫານ: ​ເຕັກນິກ ຫຼື ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຕ້​ອງນຳ​ໃຊ້​ບັນດາມາດ​ຕະການ​ທີ່​ສຳຄັນ​ຄື ປະຊາ​ຄົມ​ບັນດາ​ອົງການ​ສື່​ມວນ​ຊົນ​ທາງ​ເຄືອ​ຂ່າຍ ອິນ​ເຕີ​ເນັດ ຂອງ​ພວກ​ເຮົາ ຕ້ອງ​ເຮັດ​ແນ​ວ​ໃດ​ສະໜອງ​ໄດ້​ຫຼາຍ​ຂໍ້​ມູນຂ່າວຢ່າງ​ເປັນ​ທາງ​ການ, ມີ​ຄວາມ​ຊັດ​ເຈນ. ທັງ​ນີ້​ກໍ​ສາມາດ​ຍູ້​ບັນດາ​ຂໍ້​ມູນ​ຂ່າວ​ທີ່​ຜິດພາດ, ​ເສື່ອມ​ຊາມ​ໃຫ້​ຖອຍ​ໄປ ”

    ​ໃນ​ສະພາບ​ທີ່ ອິນ​ເຕີ​ເນັດ ສືບ​ຕໍ່​ພັດທະນາ​ຕາມ​ທິດ​ເປີດ​ປະຕູ​ແກ່ງ​ແຍ້​ງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ກໍ​ເຊັ່ນ​ດຽວ​ກັນ​ບັນດາ​ປະ​ເທດ​ໃນ​ໂລກ, ຫວຽດນາມ​ຕ້ອງ​ຄຸ້ມ​ຄອງ,​ສະໜອງ, ນຳ​ໃຊ້​ການ​ບໍລິການ ອິນ​ເຕີ​ເນັດ ​ແລະ ​ເນື້ອ​ໃນ​ຂໍ້​ມູນ​ຂ່າ​ວ ສານທາງ ອິນ​ເຕີ​ເນັດ. ການ ສະໜອງ, ນຳ​ໃຊ້​ອິນ​ເຕີ​ເນັດຢູ່​ຫວຽດນາມ ຕ້ອງ​ຮັບປະກັນ​ມາດຖານ​ດ້ານ​ຄຸນສົມບັດ, ວັດທະນະທຳ, ຄວາມ​ສະຫງົ​ບ​ແຫ່ງ​ຊາດ, ປະຕິບັດ​ຕາມ​ລະບຽບ​ກົດໝາຍ​ຫວຽດນາມ ​ແລະ ສາກົນ, ຄື​ບັນດາ​ຂໍ້​ກຳນົດ​ຂອງ ດຳລັດ 72 ​ແມ່ນ​ສິ່ງ​ທີ່​ເປັນ​ໜ້າ​ປະຕິບັດ​ເພື່ອ​ສະກັດ​ກັ້ນບັນດາ​ດ້ານ​ຫຼັງ​ຂອງ ອິນ​ເຕີ​ເນັດ ທີ່​ອາດ​ຈະ​ກໍ່​​ໃຫ້​ເກີດ​ຜົນ​ພາຍຫຼັງ ກໍ​ຄື​ຜົນ​ຮ້າຍ​ທີ່​ບໍ່​ອາດ​ຄາດ​ຄະ​ເນ​ໄວ້​ລວງ​ໜ້າ​ຕໍ່​ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ