ຕໍ່ກຳລັງແຮງໃຫ້ຊາວປະມົງເດີນທະເລ

ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ຫາ​ກໍ​ເຊັນ​ປະກາດ​ໃຊ້​ດຳລັດ 67/2014/ດລ-ລບ ກ່ຽວ​ກັບ​ບາງ​ນະ​ໂຍບາຍ​ພັດທະນາ​ສິນ​ໃນ​ນ້ຳ. ຕາມ​ນັ້ນ​ແລ້ວ, ລັດຖະບານ​ມີ​ຫຼາຍ​ນະ​ໂຍບາຍ​ໜູ​ນຊ່ວຍ​ຊາວ​ປະມົງ​ກ່ຽວ​ກັບ​ການ​ລົງທຶນ, ສິນ​ເຊື່ອ, ການ​ປະກັນ​ໄພ. ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ປະຖົມ​ປັດ​ໄຈ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່​ມຊ້​ອນດ້ານ​ເສດຖະກິດ​ທະ​ເລ, ພັດທະນາ​ອາຊີບ​ຫາ​ປາ​ຕາມ​ທິດ​ທັນສະ​ໄໝ​ກໍ​ຄື​ຊ່ວຍ​ຊາວ​ປະມົງມີ​ຄວາມ​ໝັ້ນ​ໃຈ​ເດີນ​ທະ​ເລ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ຫມູ່​ເກາະ​ຂອງ​ປະ​ເທດ​ຊາດ.

ຕໍ່ກຳລັງແຮງໃຫ້ຊາວປະມົງເດີນທະເລ - ảnh 1
ຊາວປະມົງແຂວງແຄ້ງຮ່ວາພວມໄດ້ຮັບການໜູນຊ່ວຍໃຫ້ມີ​ຄວາມ​ໝັ້ນ​ໃຈ​ເດີນ​ທະ​ເລ   (ພາບ: baosaigongiaiphong)

    ດຳລັດ​ສະບັບ​ນີ້​ຂອງ​ລັດຖະບານ​ເລ​່ັງ​ໃສ່​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ລົງທຶນ​ຍົກ​ລະດັບ, ຕໍ່​ກຳ​ປັ່ນ​ຫາ​ປາ​ລຳ​ໃໝ່ ກໍ​ຄື​ສ້າງ​ກອງ​ກຳ​ປັ່ນ​ບໍລິການຮັບ​ໃຊ້​ການ​ປະມົງ, ຮັບ​ໃຊ້​ການ​ຂຸດ​ຄົ້ນ, ຫາ​ປາ​ຢູ່​ໄກ​ຝັ່ງ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ. ພ້ອມ​ກັບ ດຳລັດ​ສະບັບ​ນີ້​, ການ​ສ້າງ​ຕັ້ງ​ບັນດາ​ໜ່ວຍ, ກຸ​່ມຮ່ວມ​ມື​ຜະລິດ​ການ​ປະມົງ, ສົ່ງ​ເສີມ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ຂົງ​ເຂດ​ການ​ປະມົງ.....ກໍ​ຖືກ​ລັດຖະບານ​ປະກາດ​ໃຊ້​ໃນ​ເອກະສານ​ກ່ອນ​ນັ້ນ, ​ແມ່ນ​ບັນດາ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ພັດທະນາ​ການ​ປະມົງ​ຢູ່​ໄກ​ຝັ່ງ.

   ​ໃຫ້​ບຸລິມະສິດ​ໃຫ້​ຊາວ​ປະມົງ​ໃນ​ລະດັບ​ສູງ​ສຸດ

  ສິ່ງ​ທີ່​ໜ້າສົນ​ໃຈ​ໃນດຳລັດ 67 ​ແມ່ນ​ລັດຖະບານ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ນະ​ໂນ​ບາຍ​ສິນ​ເຊື່ອ​ບຸລິມະສິດ​ໃຫ້​ແກ່ຊາວ​ປະມົງ​ເພື່ອ​ຕໍ່ກຳ​ປັ່ນ​ຫຸ້ມ​ເຫຼັກ​ໃໝ່. ຕາມ​ນັ້ນ​ແລ້ວ, ຖ້າ​ຫາກຕໍ່ກຳ​ປັ່ນ​ຫຸ້ມ​ເຫຼັກ​ໃໝ່​ເພື່ອ​ເປັນ​ບໍລິການຮັບ​ໃຊ້​ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ຢູ່​ໄກ​ຝັ່ງ(ມີ​ຍອດຄວາມ​ແຮງ​ເຄື່ອງ​ຈັກ 400 CV ຂຶ້ນ​ໄປ) ຫຼື ຕໍ່ກຳ​ປັ່ນ​ໃໝ່(ມີ​ຍອດຄວາມ​ແຮງ​ເຄື່ອງ​ຈັກ 800 CV ຂຶ້ນ​ໄປ) ​ເຈົ້າ​ຂອງ​ກຳ​ປັ່ນ​ຈະ​ໄດ້​ກູ້​ຢືມ​ທຶນ​ຈາກ​ທະນາຄານ​ການ​ຄ້າ​ຢ່າງ​ຫຼາຍ​ສຸດ​ແມ່ນ 95% ຍອດ​ມູນ​ຄ່າ​ລົງທຶນ​ເພື່ອ ຕໍ່ກຳ​ປັ່ນ​ໃໝ່ດ້ວຍຄ່າ​ດອດ​ເບ້ຍ 7%/ປີ; ​ໃນ​ນັ້ນ, ​ເຈົ້າ​ຂອງ​ກຳ​ປັ່ນ​ຈາ​ຍຄ່າ​ດອກ​ເບ້ຍ​ພຽງ 1%/ປີ​ເທົ່າ​ນັ້ນ, ລັດຈະ​ໜູນ​ຊ່ວຍງົບປະມານ 6%/ປີ ​ ​. ​ເມື່ອຕໍ່ກຳ​ປັ່ນ​ຫຸ້ມ​ເຫຼັກ​ໃໝ່(ມີ​ຍອດຄວາມ​ແຮງ​ເຄື່ອງ​ຈັກ ​ແຕ່ 400 CV ຫາ​ຕ່ຳ​ກວ່າ 800 CV), ​ເຈົ້າ​ຂອງ​ກຳ​ປັ່ນ​ຈະ​ໄດ້​ກູ້​ຢືມ​ທຶນ​ຈາກ​ທະນາຄານ​ການ​ຄ້າ​ຢ່າງ​ຫຼາຍ​ສຸດ​ແມ່ນ 90% ຍອດ​ມູນ​ຄ່າ​ລົງທຶນ​ດ້ວຍຄ່າ​ດອດ​ເບ້ຍ 7%/ປີ​, ໃນ​ນັ້ນ​ເຈົ້າ​ຂອງ​ກຳ​ປັ່ນ​ຈາ​ຍຄ່າ​ດອກ​ເບ້ຍ​ພຽງ 2%/ປີ​ເທົ່າ​ນັ້ນ, ລັດຈະ​ໜູນ​ຊ່ວຍງົບປະມານ  5%/ປີ ​ ​. ພິ​ເສດ, ຄ່າ​ບຳລຸງ​ສ້າງ, ​ແນະນຳ​ໃຫ້​ລູກ​ເຮືອ​ນຳ​ໃຊ້ກຳ​ປັ່ນ​ຫຸ້ມ​ເຫຼັກ​ໃໝ່, ​ແນະນຳ​ດ້ານ​ເຕັກນິກ​ຂຸດ​ຄົ້ນ, ບູລະນະ​ສ້ອມ​ແປງ​ຕາມ​ໄລຍະໆ​ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍ 100%.

       ພ້ອມ​ກັນ​ນັ້ນ, ດຳລັດ 67 ຍັງ​ມີ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ປະກັນ​ໄພ, ພາສີອາກອນ ​ແລະ ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ຊາວ​ປະມົງ​ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ, ມີ​ຄວາມ​ໝັ້ນ​ໃຈ​ເດີນ​ທະ​ເລ​ເພື່ອ​ຫາ​ປາ.  ລັດ​ຈະ​ໜູນ​ຊ່ວຍ 100% ຄ່າ​ໃຊ້​ຈາ​ຍ​ໃຫ້​ແກ່​ການ​ຊື້​ປະກັນ​ໄພ​ໃຫ້​ລູກ​ເຮ​ືອ​ແຕ່ລະຄົນ. ພ້ອມ​ກັນ​ນັ້ນ ກໍ​ໜູນ​ຊ່ວຍ ຄ່າ​ໃຊ້​ຈາ​ຍ​ໃຫ້​ແກ່​ການ​ຊື້​ປະກັນ​ໄພ​ໃຫ້​ເຮືອ, ​ເຄື່ອງ​ອະ​ປະກອນ​ຮັບ​ໃຊ້​ການ​ປະມົງ.  ທ່ານ ຟານ​ຮີ​ຮ່ວາງ ຮອງ​ຫົວໜ້າ​ພະ​ແນ​ກກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ​ກວາງ​ງ້າ​ຍ ຖື​ວ່າ :

    ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ອັນ​ຖືກຕ້ອງ ​ແລະ ຕິດ​ແທດ​ຕົວ​ຈິງ. ມີ​ຄວາມ​ຫານ​ກ້າ​ໃຫ້​ຊາວ​ປະມົງ ຕໍ່ກຳ​ປັ່ນ​ຫຸ້ມ​ເຫຼັກ​ໃໝ່, ​ໄປ​ຫາ​ປາ​ຢູ່​ໄກ​ຝັ່ງ ກໍ​ແມ່ນ​ການ​ປະກອບສ່ວນ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ຫມູ່​ເກາະ​ຂອງ​ປະ​ເທດ​ຊາດ. ກຳ​ປັ່ນ​ຫຸ້ມ​ເຫຼັກ​ມີ​ຄວາມ​ປອດ​ໄພ ​ແລະ ທັນ​ສະ​ໄໝ​ກວ່າ​ຫຼາຍ​ເມື​ອ່ທຽບ​ໃສ່​ກຳ​ປັ່ນ​ໄມ້, ອັນ​ໄດ້​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ສ້າງ​ອາຊີບ​ການ​ປະມົງ​ເປັນ​ທັນ​ສະ​ໄໝ”

    ຜັນ​ຂະຫຍາຍ ດຳລັດຂອງ​ລັດຖະບານ​ຢ່າງ​ຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ

 ດຳລັດ 67 ຈະ​ມີ​ຜົນ​ບັງຄັບ​ໃຊ້​ນັບ​ແຕ່​ວັນ​ທີ 25/8 ​ເປັນ​ຕົ້ນ​ໄປ. ​ເພື່ອ​ໃຫ້​ນະ​ໂຍບາຍ​ພັດທະນາ​ສິນ​ໃນ​ນ້ຳ ​ແລະ ​ໂຄງການ​ໜູນ​ຊ່ວຍ​ທີ່​ຕິດ​ແທດ​ຕົວ​ຈິງ, ​ເຂົ້າ​ສູ່​ຊີວິດ​ຂອງ​ຊາວ​ປະມົງ, ທ່ານ ຫງວຽນ​ວັນ​ບີ​ງ ຜູ້​ວ່າການ​ທະນາ​ຄານແຫ່ງ​ລັດຫວຽດນາມ​ໃຫ້​ຮູ້​ວ່າ :

    “ ພວກ​ຂ້າພະ​ເຈົ້າ​ຢືນຢັນ​ວ່າ ​ແຫຼ່ງທຶນ​ໃຫ້​ຊາວ​ປະມົງ​ກູ້​ຢືມ​ໄດ້​ກຽມພ້ອມ​ແລ້ວ, ​ແລະ ອາດ​ຈະ​ປ່ອຍ​ເງິນ​ໃນ​ບໍ່​ວ່າ​ເວລາ​ໃດ ພາຍຫຼັງ​ທີ່​ມີ​ພື້ນຖານ​ກົດໝາຍ​ຂອງ​ລັດຖະບານ”

   ນອກຈາ​ກການ​ສົ່ງ​ເສີມ​ສ້າງ​ຕັ້ງ​ວິ​ສາ​ຫະກິດ​ໜູນ​ຊ່ວຍ ​ຊາວ​ປະມົງ​ເດີນ​ທະ​ເລ​ຫາ​ປາ ກໍ​ໄດ້​ຮັບ​ການ​ດຳ​ເນີ​ນ. ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ກໍ​ໄດ້​ເປັນ​ຜູ້​ຈັດຕັ້ງ​ການ​ເຊື່ອມ​ຕໍ່​ລະຫວ່າງ ​ຊາວ​ປະມົງ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ. ທ່ານ ດັ້ງ​ງອກ​ຕຸ່ງ ປະທານ ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ໃຫ້​ຮູ້​ວ່າ :

   “ ກຳ​ປັ່ນ​ຫາ​ປາ​ນັບ​ຮ້ອຍ​ລຳ​ຂອງ ​ຊາວ​ປະມົງ ກໍ​ຕ້ອງ​ມີ​ກຳ​ປັ່ນ​ຮັບ​ໃຊ້​ໃຫ້​ເດີນ​ຕາມ. ຄາ​ວນັ້ນ, ກຳ​ປັ່ນ​ຮັບ​ໃຊ້​ຈະ​ສະໜອງ​ນ້ຳສະອາດ, ນ້ຳມັນ, ວັດຖຸ​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ຊາວ​ປະມົງ​ເດີນ​ທະ​ເລ​ຫາ​ປາ​ເປັນ​ເວລາ​ດົນ​ນານ. ສິ່ງ​ທີ່​ສຳຄັນ​ແມ່ນ​ກຳ​ປັ່ນ​ຮັບ​ໃຊ້​ນີ້ ຕ້ອງ​ເກັບຊື້​ສິນ​ໃນ​ນ້ຳ​ໂດຍ​ຊາວ​ປະມົງ​ຈັບ​ຫາ​ໄດ້ ​ແລະ ​ແນະນຳ​ໃຫ້​ຂາວ​ປະມົງ​ກ່ຽວ​ກັບ​ເຕັກນິກ ​ເພື່ອ​ຮັບປະກັນ​ທາງ​ດ້ານ​ຄຸນ​ນະພາ​ບ ກໍ​ຄື​ປະລິມານ​ຂຸດ​ຄົ້ນ”

  ລັດຖະບານ​ໄດ້​ມີ​ຫຼາຍ​ນະ​ໂຍບາຍ​ໜູນ​ຊ່ວຍ​ຊາວ​ປະມົງ​ດ້ວຍ​ຫຼາຍ​ຮູບ​ການ, ພ້ອມ​ກັບ​ນະ​ໂຍບາຍ​ເຫຼົ່າ​ນີ້, ​ເລື່ອງ​ປະກາດ​ໃຊ້ດຳລັດ 67 ຈະ​ສ້າງ​ກອບ​ກົດໝາຍ​ເປັນ​ເອກະ​ພາບ, ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ໜູນ​ຊ່ວຍ​ຊາວ​ປະມົງສ້າງ​ຄວາມ​ຮັ່ງມີ​ຈາກ​ທະ​ເລ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ຫມູ່​ເກາະ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ