ຕັ້ງຫນ້າຜັນຂະຫຍາຍນຳລັດຖະທຳມະນູນເຂົ້າສູ່ຊີວິດຕົວຈິງ

(vovworld)- ລັດຖະທຳ​ມະນູນ​ ສສ ຫວຽດນາມ ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​ວັນ​ທີ 1/1/2014 ​ເປັນ​ຕົ້ນ​ໄປ. ມາ​ຮອດ​ປະຈຸ​ບັນ, ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ ​ໄດ້​ຜັນ​ຂະຫຍາຍ​ບັນດາການ​ເຄື່ອນ​ໄຫວ​​ຢ່າງລະອຽດ ​ແລະ ​ແທດຈິງ ​ເພື່ອ​ປະຕິບັດ​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ກົດໝາຍຕົ້ນ​ສະບັບ​.

ຕັ້ງຫນ້າຜັນຂະຫຍາຍນຳລັດຖະທຳມະນູນເຂົ້າສູ່ຊີວິດຕົວຈິງ - ảnh 1
ກະຊວງຕຳຫລວດ ຜັນຂະຫຍາຍການປະຕິບັດລັດຖະທຳມະນູນ

        ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ວາງ​ອອກ​ສຳລັບ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ປະຕິບັດ​ລັດຖ​ະທຳ​ມະນູນ ​ນັ້ນ​ແມ່ນ​ຕ້ອງ​ຄົບ​ຊຸດ, ​ເປັນ​ເອກະ​ພາບ ​ແລະ ມີ​ປະສິດທິ​ຜົນ. ບົນ​​ເນື້ອ​ໃນຈິດ​ໃຈ​ດັ່ງກ່າວ, ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ບັນດາ​ກະຊວງ, ຂະ​ແຫນງ​ ​ແລະ ທ້ອງ​ຖິ່ນ​ຕ່າງໆ ​ໄດ້​ມີ​ແຜນການ​ລະອຽດ, ສຸມ​​ໃສ່​ໂຄສະນາ​ບັນດາ​ເນື້ອ​ໃນ​ທີ່​ພົ້ນ​ເດັ່ນ​ຂອງ​ລັດຖະທຳ​ມະນູນ, ກວດກາ​ຄືນ​ບັນດາ​ເອກະສານ​ນິຕິ​ກຳ, ຝືກອົບຮົມ​ໃຫ້​ແກ່​ຖັນ​ແຖວ​ພະນັກງານ​ກົດໝາຍ​​​ຢ່າງເລິກເຊິ່ງ.

        ຫນ້າ​ທີ່​ຈຸດ​ສຸມ​ໃນ​ປີ​ຂອງ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​.

        ການ​ຜັນ​ຂະຫຍາຍ​ນຳ​ລັດຖະທຳ​ມະນູນ​ເຂົ້າ​ສູ່​ຊີວິດ​ຕົວຈິງໄດ້​ກຳນົດ​ວ່າ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ສຳຄັນ​ຕົ້ນຕໍ​ຂອງ​ກົງຈັກ​ບໍລິຫານ​​ແຫ່ງ​ລັດ. ຕົ້ນ​ເດືອນ 3/2014, ທີ່​ກະຊວງ​ຍຸຕິ​ທຳ, ອົງການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ສ້າງ ​ແລະ ປະຕິບັດ​ກົດໝາຍ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​ເພື່ອ​ແນະນຳ, ​ເຜີຍ​ແຜ່​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ລັດຖະທຳ​ມະນູນ​ໃຫ້​ແກ່​ຖັນ​ແຖວ​ຜູ້​ລາຍ​ງານ, ​ໂຄສະນາ​ດ້ານ​ກົດໝາຍ​ຂອງ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ ​ແລະ ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ແຂ​ວງ. ຕໍ່​ຈາກ​ນັ້ນ ​ແມ່ນ​ຝືກອົບຮົມ​ໂດຍ​ລົງ​ເລິກ​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ລັດຖະທຳ​ມະນູນ​ໃຫ້​ແກ່​ພະນັກງານ​ການ​ນຳ, ບໍລິຫານ​ຂອງກະຊວງ​ຍຸຕິ​ທຳ, ການ​ນຳ​ຫົວຫນ້າ​ພາກສ່ວນ​ກົດໝາຍ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ. ​ແລະ ​ໃນ​ປີ 2014, ​ກະຊວງ​ຍຸຕິ​ທຳ​ຈະ​ຜັນ​ຂະຫຍາຍ​ການ​ເສັງ“ຊອກ​ຮູ້​ລັດຖະທຳ​ມະນູນ ສສ ຫວຽດນາມ” ​​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ​ເນື້ອ​ໃນ ​ແລະ ຄວາມ​ໝາຍ​ຂອງ​ກົດໝາຍ​ຕົ້ນສະບັບ​ ​ດັ່ງກ່າວ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ ຈະ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ ຄົ້ນ​ຄ້ວາ, ວິຈານ​ດ້ານວິທະຍາສາດ​ກ່ຽວ​ກັບ ລັດຖະທຳ​ມະນູນ ຫລາຍ​ຄັ້ງ ​​ໂດ​ຍມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວຊານ, ນັກວິທະຍາສາດ.

        ​ໂດ​ຍ​ແມ່ນ​ອົງການ​ຕຸລາການ, ມີຫນ້າ​ທີ່​ປະຕິບັດ ​ແລະ ກວດກາ​​ເລື່ອງ​ປະຕິບັດ ລັດຖະທຳ​ມະນູນ, ​ອົງການໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ພວມ​ຜັນ​ຂະຫຍາຍ​ການ​ເຄື​່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ປະຕິບັດ​ຫນ້າ​ທີ່​ສຳຄັນນີ້, ທ່ານ ຫງວຽນ​ຮວາບີ​ງ, ຫົວຫນ້າ​ອົງການໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຜັນ​ຂະຫຍາຍກ່ຽວ​ກັບ​ເນື້ອ​ໃນ​ໃຫມ່​ຂອງ ລັດຖະທຳ​ມະນູນ ​ເຖິງພະນັກງານ, ລັດຖະກອນ​ທັງ​ໝົດ​ໃນ​ທົ່ວ​ຂະ​ແຫນງ​. ການ​ນຳ​ຂະ​ແຫນງ​ໄດ້​ກຳນົດ​ວ່າ ນີ້​ແມ່ນ​ວິວັດທະນາ​ການ​ຊອກ​ຮູ້, ຄົ້ນ​ຄ້ວາ ພາຍ​ໃຕ້​ຫລາຍ​ຮູບ​ການ​ແຕກ​ຕ່າງ​ກັນ, ນັບ​ທັງ​ການ​ຄົ້ນ​ຄ້ວາ​ດ້ວຍ​ຕົນ​ເອງຂອງ​ພະນັກງານ​ແຕ່ລະຄົນ. ສຳລັບ​ການ​ສ້າງ​ເອກະສານ​ດ້ານ​ກົດໝາຍ​ໃຫ້​ສອດ​ຄ່ອງ​ກັບ ລັດຖະທຳ​ມະນູນ, ​ອົງການໄອ​ຍະ​ການ​ເປັນ​ເຈົ້າພາບ​ຮຽບຮຽງ​ປະ​ມວນ​ກົດໝາຍ​ສຳຄັນ 2 ສະບັບ ນັ້ນ​ແມ່ນ​ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ​ອາຍາ ​ແລະ ກົດໝາຍ​ວ່າ​ດ້ວຍ​ອົງການ​ໄອ​ຍະ​ການ. ປະຈຸ​ບັນ ພວກ​ຂ້າພ​ະ​ເຈົ້າ​ໄດ້​ແນະນຳ​ຮ່າງກົດໝາຍນີ້ທາງ​ອິນ​ເຕີ​ແນ​ດ​ແລ້ວ ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຈາກປະຊາຊົນ.”

        ​ໃນ​ຂະນະ​ນັ້ນ, ຢູ່​ຫລາຍທ້ອງ​ຖິ່ນ​, ​ແຂວງ ​ແລະ ນະຄອນ​ຕ່າງໆ​ໄດ້​ປະກາດ​ໃຊ້​ແຜນການ​ຜັນ​ຂະຫຍາຍ​ການ​ປະຕິບັດ ລັດຖະທຳ​ມະນູນ, ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຄ່າ​ຍອິນ​ເຕີ​ແນັດ ​ເພື່ອ​​ເຜີຍ​ແຜ່​​ເນື້ອ​ໃນ ລັດຖະທຳ​ມະນູນ.  

        ຢູ່​ແຂວງ ທາຍ​ບີ່​ງ, ບັນດາ​ອົງການ, ຫົວ​ຫນ່ວຍ​ຕ່າງໆ​ໃນ​ແຂວງ ​ໄດ້​ດຳ​ເນີນ​ການ​ກວດກາ​ຄືນ​ບັນດາ​ເອກະສານ​ດ້ານ​ກົດໝາຍ​ທີ່​ໄດ້​ປະກາດ​ໃຊ້​ຢ່າງຮອບດ້ານ ​ແລະ ຄົບ​ຊຸດ. ສ່ວນ​ຢູ່ ​ແຂວງ ກວ໋າງນາມ, ນອກຈາກ​ຈັດ​ກອງ​ປະຊຸມ​ຂັ້ນ​ແຂວງ​ແລ້ວ​, ອົງການ​ປະຈຳ​ສະພາ​ປະຊາຊົນ ​ໄດ້​ສົມທົບກັນ​ຈັດ​ຕັ້ງ​ກອງ​ປະຊຸມ 18 ຄັ້ງ​ຢູ່​ບັນດາ​ທ້ອງ​ຖິ່ນ ​ເພື່ອ​ຜັນ​ຂະຫຍາຍ​ເຮັດ​ໃຫ້​​ພະ​ນັກ​ງານ​ຫລັກ​ແຫ​ລ່ງ​ແລະ ຜູ້​ລາຍ​ງານ​ຂັ້ນ​ເມືອງ​ຊາບ​ຊືມ​ເນື້ອ​ໃນ ລັດຖະທຳ​ມະນູນ 2013.

        ຄວາມ​ສະດວກ​ແລະ​ສິ່ງ​ທ້າ​ທາຍ​ເມື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດລັດຖະທຳ​ມະນູນ

        ການ​ຜັນ​ຂະຫຍາຍປະຕິບັດ ລັດຖະທຳ​ມະນູນ ​ແມ່ນ​ວຽກ​ງານ​​ໃຫຍ່​ຫລວງ​. ​ໃນ​ວິ​ວັດທະນາ​ການ​ນີ້, ຫວຽດນາມ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ຫນ້ອຍ, ​ໃນ​ນັ້ນ ຕ້ອງ​ເວົ້າ​​ເຖິງ​ສະຕິ​ຮູ້ສຶກ​ໃນ​ການ​ປະຕິບັດ​ກົດໝາຍ​ຂອງ​ປະຊາຊົນ​ບໍ່​ທັນ​ສູງ. ລະບົບ​ກົດໝາຍ​ຍັງ​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ, ຄວນ​​ໄດ້​ຮັບ​ການ​ປັບປຸງ​ຢ່າ​ງ​ແຮງ. ຄຽງຄູ່​ກັນ​ນັ້ນ, ສະພາບ​ການ​ໂລກ, ພາກ​ພື້ນ​ມີ​ການຜັນ​​ແປ​ຢ່າງ​ສັບສົນ, ກໍ່​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ໃນວິວັດທະນາ​ການ​​ທີ່​ຫວຽດນາມ ປະຕິບັດບັນດາ​ເນື້ອ​ໃນ​ໃຫມ່​ຂອງ ລັດຖະທຳ​ມະນູນ. ​ເຖິງ​ຢ່າ​ງ​ໃດ​ກໍ​ຕາມ, ພາຍຫລັງ​ 2 ​ເດືອນ​ນັບ​ແຕ່​ເມື່ອ ລັດຖະທຳ​ມະນູນ ມີ​ຜົນ​ສັກສິດ, ​ແລະ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ​ ​ກົດໝາຍ​ຕົ້ນ​ສະບັບນີ້​​ໄດ້​ຮັບ​ການ​ປະຕິບັດ​ຢ່າ​ງຮອບດ້ານ​ສົມຄວນ. ທ່ານ ​ເລ​ມີ​ງທົງ, ຮອງ​ຫົວ​ຫນ້າ​ກຳມາ​ທິການ​ກົດໝາຍຂອງ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຄວາມ​ສະດວກ​ທີ່​ສຸດ ​ແມ່ນ ລັດຖະທຳ​ມະນູນ​ສະບັບ​ນີ້​ໄດ້​ຮັບ​ການ​ສະຫນັບສະຫນູນ ​ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ຈາກ​ປະຊາ​ຊົນ​ທຸກ​ຊັ້ນ​ວັນນະ. ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງຄົມ​ແມ່ນ​ສິ່ງ​ສະດວກ​ທີ່​ສຸດ​ໃນ​ການ​ຜັນ​ຂະຫຍາຍ. ທີ 2 ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ບັນດາ​ການ​ນຳ​ລັດ, ຄວາມ​ຮັບຜິດຊອບ​ດ້ານ​ການ​ເມືອງ, ຂອງ​ບັນດາ​ອົງການ​ລັດ​ຕໍ່​ສັງຄົມ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ ລັດຖະທຳ​ມະນູນ ຢ່າງ​ເຂັ້ມ​ງວດ. ​ເພາະສະ​ນັ້ນ ນັບ​ແຕ່​ຕົ້ນ​ປີ, ​ໃນ​ລາຍການ, ​ແຜນການ​ເຄື່ອນ​ໄຫວ​ຂອງ​ທຸກ​ອົງການ, ກະຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ, ຫນ້າ​ທີ່​ຜັນ​ຂະຫຍາຍ ລັດຖະທຳ​ມະນູນ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ຈຸດ​ສຸມ​ຕົ້ນຕໍ.”

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ຫນ້າ​ທີ່​ສຳຄັນ ພາຍຫລັງ​ຮັບຮອງ​ເອົາ ລັດຖະທຳ​ມະນູນ ຕ້ອງ​ຮັບປະກັນ​ບັນດາ​ເນື້ອ​ໃນ​ຂອງ ລັດຖະທຳ​ມະນູນ ​ເຂົ້າ​ສູ່​ຊີວິດ. ບັນດາ​ວຽກ​ງານ​ເຊິ່ງບັນດາ​ກະຊວງ, ຂະ​ແຫນງ, ທ້ອງ​ຖິ່ນຕ່າງໆ​ພວມ​ຮີບ​ເຮັ່ງ​​ດຳເນີນເພື່ອປະຕິບັດ​ລັດຖະທຳ​ມະນູນ​ນັ້ນ ຈະ​ກອບ​ສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ພັດທະນາ​ຢ່າງຮອບດ້ານ ​ແລະ ໝັ້ນຄົງ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ