ຕັດສິນໃຈນຳເສດຖະກິດພັດທະນາເປັນປົກກະຕິ ແລະ ໝັ້ນຄົງ

(vovworld) - ວັນ​ທີ 21/5 ​​ໃນ​ມື້​ເຮັດ​ວຽກ​ທຳ​ອິດ, ສະພາ​ແຫ່ງ​ຊາດ​ຫວຽດນາມ ໄດ້​ຮັບ​ຟັງ​ທ່ານ ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc            ສະ​ເຫ​ນີບົດ​ລາຍ​ງານ​ເພີ່ມ​ເຕີມ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ​ປີ 2011, ​ແຜ​ນການ​ຜັນ​ຂະຫຍາຍການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2012, ໝາກຜົນ​ແຫ່ງ​ການ​ປະຕິບັດ​ງົບປະມານ​ແຫ່ງ​ລັດ ປີ 2011 ​ແລະ ສະພາບ​ການ​ຜັນ​ຂະຫຍາຍ​ ​ປະຕິບັດ​​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2012

ຕັດສິນໃຈນຳເສດຖະກິດພັດທະນາເປັນປົກກະຕິ ແລະ ໝັ້ນຄົງ - ảnh 1
ທ່ານ​ຮອງນາຍົກລັດຖະມົນຕີ Nguyen Xuan Phuc ສະ​ເຫ​ນີບົດ​ລາຍ​ງານທີ່ກອງປະຊຸມເທື່ອທີ່ 3 ສະພາແຫ່ງຊາດ ຊຸດທີ 13
ພາບ:internet

        ທ່ານ​ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຊີ້​ແຈງ​ວ່າ: ກ້າວ​ເຂົ້າ​ສູ່​ປີ 2012, ​ໃນ​ສະພາບ​ການ​ເສດຖ​ະກິດ​ໂລກ ສືບ​ຕໍ່​​ຜັນ​ແປ​ໄປ​ຢ່າງ​ສັບສົນ ​ແລະ ​ຍາກ​ທີ່​ຄາດ​ຄະ​ເນ​ໄດ້, ​ເສດຖະກິດ​ມະຫາ​ພາກ​ຢູ່​ພາຍ​ໃນ​ປະ​ເທດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫລາຍ​ຢ່າງ, ລັດຖະບານ​ ຫວຽດນາມ ໄດ້​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຕົ້ນຕໍ​ເພື່ອ​ຊີ້​ນຳ​ການປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2012 ດ້ວຍ​ຈຸດໝາຍ​ສັງ​ລວ​ມ​ແມ່​ນ​ໃຫ້​ບຸລິມະສິດ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັກສາ​ການ​ເຕີບ​ໂຕ​ຢູ່​ໃນ​ລະດັບ​ເໝາະ​ສົມ​ຕິດ​ພັນ​ກັບ​ການ​ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ ​ແລະ ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິ​ດຄືນ​ໃຫມ່, ຮັບປະກັນ​ສະຫວັດດີ​ການ​ສັງຄົມ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຊີ້​ແຈງ​ວ່າ:

        “​ເສດຖະກິດ​ສັງຄົມ ຂອງ​ຫວຽດນາມ ​ໃນ 4 ​ເດືອນ​ຕົ້ນ​ປີ 2012 ​ໄດ້ມີ​ບາດກ້າວ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ໃນ​ເບື້ອງ​ຕົ້ນ. ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​ໄວ້. ລະດັບ​ເພີ່ມລາຄາ​ໃຊ້​ສອຍ (CPI) ຖືກ​ຫລຸດ​ລົງ​ໃນ​ກາງ​ປີ 2011 ​ແລະ ຫລຸດ​ລົງ​ຢ່າງ​ແຮງ​ໃນ​ຊຸມ​ເດືອນ​ມໍ່ໆ​ມາ​ນີ້. ອັດ​ຕາດ​ອກ​ເບ້​ຍ​​ຄອ່ຍໆ​ຫລຸດ​ລົງ, ອັດຕາ​ແລກປ່ຽນ​​ເງິນຕາ​​​ໄດ້​ຮັກສາເປັນ​ປົກກະຕິ, ດຸນ​ຊຳລະ​ໄດ້​ຮັບ​ການ​ປັບປຸງ. ການ​ສົ່ງ​ອອກ​ສິນຄ້າເພີ່ມ​ຂຶ້ນ​ສູງ, ມູນ​ຄ່າການ​ນຳ​ເຂົ້າ​ເກີນ​ດຸນ​ຫລຸດ​ລົງ​ຢ່າງ​ແຮງ. ການ​ຜະລິດ​ອຸດສາຫະກຳ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຄືນ​ໃຫມ່. ການ​ຜະລິດ​ກະສິກຳ​ສືບ​ຕໍ່​ພັດທະນາ​ເປັນ​ປົກກະຕິ. ”

ຕັດສິນໃຈນຳເສດຖະກິດພັດທະນາເປັນປົກກະຕິ ແລະ ໝັ້ນຄົງ - ảnh 2

ໄພເງິນເຟີ້ຖືກຄວບຄຸມໃນຊຸມເດືອນຕົ້ນປີ 2012

ພາບປະກອບ:internet

        ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຍົກ​ໃຫ້​ເຫັນ​ບັນດາ​ຂໍ້​ຄົງ​ຄ​້າງປະຈຸ​ບັນ​ຂອງ​ພື້ນຖານ​ເສດຖະກິດ. ນັ້ນ​ແມ່ນ​ສັນຍານ​ຫລຸດຜ່ອນ​ການ​ເຕີບ​ໂຕ​ເສດຖະກິດ. ການ​ປະຕິບັດ​ນະ​ໂຍບາ​ຍຮັດ​​ແຫນ້ນ​ງົບປະມານ, ນະ​ໂຍບາຍ​ເງິນຕາ​ ​ໄດ້​ປະກອບສ່ວນ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແຕ່​​ກໍເຮັດ​ໃຫ້​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ. ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ຫລາຍ​​ເຂດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສະພາບຄວາມສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍທາງ​ສັງຄົມ​ຢູ່​ຫລາຍ​ແຫ່ງ​ຍັງ​ມີ​ປັດ​ໄຈ​ສັບສົນ. ບົນ​ພື້ນຖານ​ນັ້ນ, ລັດຖະບານ​ໄດ້​ກຳນົດ​ຫນ້າ​ທີ່​ຈຸດ​ສຸມ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ພັດທະນາ ພ້ອມ​ທັງ​ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ປະຕິບັດ​ແຜນ​ນະ​ໂຍບາຍ​ສ້າງ​ໂຄງ​ປະກອບ​ເສດ​ຖະກິດ​ຢ່າງ​ມີ​ປະສິດທິ​ຜົນ​ເທື່ອ​ລະ​ກ້າວ ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ້​ງ​ແຍ້​ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ເນັ້ນ​ຫນັກ​ວ່າ:

        “ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຢ່າງ​ສະ​ເໝີ​ຕົ້ນສ​ະ​ເຫມີ​ປາຍ, ປະຕິບັດ​ນະ​ໂຍບາຍ​ເງິນຕາ​ຢ່າງ​​ເຂັ້ມ​ງວດ ​ແລະ ລະມັດລະວັງ, ປະສານ​ສົມທົບ​ຢ່າງ​ກົມ​ກ່ຽວ​ລະຫວ່າງ​ນະ​ໂຍບາຍ​ເງິນຕາ ​ແລະ ນະ​ໂຍບາຍ​ງົບປະມານ ​ເພື່ອ​ຮັບປະກັນ​​ຈຸດໝາຍ​ອັດຕາ​ເງິນ​ເຟີ້​ໃນ​ປີ 2012 ​ແມ່ນພຽງ​ຢູ່​ໃນ​ລະດັບ 8 - 9%, ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃຫ້​ຫລຸດລົງ​ຕຳ່​ກວ່າ​​ໃນຊຸມ​ປີ​ຕໍ່​ໄປ, ຮັບປະກັນ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ, ໝັ້ນຄົງ ​ແລະ ພັດທະນາ​ຢ່າງ​ວ່ອງ​ໄວ.”


         ກ່ຽວກັບ​ຫນ້າ​ທີ່​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິ​ດຄືນ​​ໃຫມ່, ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ທິດ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ຄວາມ​ສາມາດ​​ແກ້ງ​ແຍ້​ງ, ຈຸດ​ສຸມ​ແມ່ນ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​​ໃຫມ່, ການ​ລົງທຶນ​ຂອງ​ລັດ, ປະຕິບັດ​ວິວັດທະນາການ​ສ້າງ​ລະບົບ​ການ​ເງິນ, ທະນາຄານ, ຍູ້​ແຮງ​ການ​ປະຕິບັດ​ການສ​້າງລັດ​ວິ​ສາ​ຫະກິດ​ຄືນ​​ໃຫມ່. ​ເພື່ອ​ປະຕິບັດ​ການ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​​​ໃຫ້​ດີ​ກວ່າ​ເກົ່າ, ລັດຖະບານ ພວມ​ຮີບ​ເຮັ່ງ​ສ້າງ​ໂຄງການ​ດຳ​ເນີນ​ງານ​ເພື່ອ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ ຄັ້ງ​ທີ 5 ຊຸດ​ທີ 11 ກ່ຽວ​ກັບ​ບາງ​ບັນຫາ​ນະ​ໂຍບາຍ​ສັງຄົມ​ໄລຍະ 2012- 2020 ຢ່າງ​ມີ​ປະສິດທິ​ຜົນ. ສຸມ​​ແຫ​ລ່ງກຳລັງ​ເພື່ອ​ປະຕິບັບັນດາ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໃນ​ບັນດາ​ຂົງ​ເຂດ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ. ຄຽງ​ຄູ່​ກັນ​ນັ້ນ ສ້າງ​ລະບົບ​ກົດໝາຍ​ໃຫ້​ສົມບູນ​ແບບ, ປະຕິບັດ​ໂຄງການ​ປະຕິ​ຮູບ​ດ້ານ​ບໍລິຫານ​ຢ່າງ​ຄົບ​ຊຸດ, ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ, ຍູ້​ແຮງ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ, ວຽກ​ງານ​ຖະ​ແຫລງຂ່າວ, ​ໂຄສະນາ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ, ພິ​ເສດ ​ແມ່ນ​ການ​ເພີ່ມ​ທະວີ​ວຽກ​ງານ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc  ກ່າວ​ວ່າ:

        “​ຕ້ອງ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຮັກສາ​​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຢ່າງ​ໝັ້ນຄົງ, ພິ​ເສດ​ຢູ່​ບັນດາ​ເຂດ​ທະ​ເລ​ ​ແລະ ໝູ່​ເກາະ. ສືບ​ຕໍ່​ຮ່ວມ​ມື ​ແລະ ຕໍ່ສູ້, ​ແກ້​ໄຂ​ຄວາມ​ແຕກ​ຕ່າງ, ການ​ພິພາດ​ບົນ​ທະ​ເລ ​ໂດຍ​ສັນຕິ​ວິທີ ຕາມ​ກົດໝາຍສາກົນ. ຮ່ວມ​ມື​ກໍ່ສ້າງ​ເຂດ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ ກັບ​ບັນດາ​ປະ​ເທດ​​ເພື່ອນ​ບ້ານໃກ້​ຄຽງ, ຕິດ​ພັນ​ກັບ​ການ​ແບ່ງ​ກຳນົດ ປັກ​ຫລັກ​ໝາຍ​ຊາຍ​​ແດ​ນ.”

        ບົດ​ລາຍ​ງານ​ຂອງ​ລັດຖະບານ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ສະ​ເຫ​ນີ ​ໄດ້​ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ສູງ, ຄວາມ​ສາມັກຄີ ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ຂອງ​ທັງ​ລະບົບ​ການ​ເມືອງ, ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ປະຊາຊົນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ບັນດາ​ຄາດໝາຍ, ຫນ້າ​ທີ່​​ໃນ​ປີ 2012 ຊຶ່ງ​ສະພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ, ຕິດ​ພັນ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ມະຕິ​ຂອງ​ກອງ​ປະຊຸມ​ຄັ້ງ​ທີ 4, ຄັ້ງ​ທີ 5 ຂອງ​ສູນ​ກາງພັກ​ກອມ​ມູນິດ ຫວຽດນາ​ມຊຸດ​ທີ 11, ​ແນ່ນອນ​ວ່າ ຈະ​ປະຕິບັດ​​ຢ່າງ​ສຳ​ເລັດ​ຜົນ, ສ້າງ​ປະຖົມ​ປັດ​ໄຈ​ເພື່ອ​ພັດທະນາ​ຢ່າງ​ວ່ອງ​ໄວ​ກວ່າ, ໝັ້ນຄົງ​ກວ່າ​ໃນ​ຊຸມ​ປີ​ຕໍ່​ໄປ.

ນັກ​ຂ່າວ Anh Huyen

ຕອບກັບ

ຂ່າວ/ບົດ​ອື່ນ