ຕັດສິນໃຈປະຕິບັດບັນດາວຽກງານອັນຮີບດ່ວນ ເພື່ອພັດທະນາປະເທດຊາດ

 ​( vovworld ) – ​ກອງ​ປະຊຸມ​ຄັ້ງທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ສະຫລຸບ 4 ບັນຫາ​ໃຫ່ຍຄື: ປັບ​ປຸງ ​ແລະ ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ, ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ທີ່​ດິນ, ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟູມ​ເຟືອຍ ​ແລະ ບາງ​ບັນຫາ​ກ່ຽວ​ກັບ​ນະ​ໂຍບາຍ​ສັງຄົມ, ​ເງິນ​ເດືອນ​ແຕ່​ນີ້​ຮອດ​ປີ 2020. ​ໃນ​ວາລະ​ອັດ​ກອງ​ປະຊຸມ​ເມື່ອ​ວັນ​ທີ 15/5 ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ​ໄດ້​ມີ​ບົດກ່າວປາ​ໄສ​, ​ເຮັດ​ແຈ້ງ​ ​ແລະ ລວບລວມບັນດາ​ໝາກຜົນ​ສຳຄັນ​ທີ່​ກອງ​ປະຊຸມ​ບັນລຸ​ໄດ້. ຕໍ່​ໄປ​ນີ້​ແມ່ນບັນດາ​ເນື້ອ​ໃນຕົ້ນຕໍ​ຂອງ​ບົດ​ກ່າວ​ຄຳ​ປາ​ໄສ​ດັ່ງກ່າວ.

ຕັດສິນໃຈປະຕິບັດບັນດາວຽກງານອັນຮີບດ່ວນ ເພື່ອພັດທະນາປະເທດຊາດ - ảnh 1

ພັດທະນາ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ​ໃນ​ປີ 2020

(ພາບ:baoxaydung.com.vn)

   ການ​ສະຫລຸບ, ປັບປຸງ ​ແລະ ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992 ແມ່ນ​ເນື້ອ​ໃນ​ໃຫ່ຍ, ສຳຄັນ​ພິ​ເສດ​ຂອງ​ກອງ​ປະຊຸມ​ຄັ້ງນີ້. ຕາມທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ​ແລ້ວ, ມາ​ຮອດ​ປະຈຸ​ບັນ, ລັດຖະທຳ​ມະນູນ​ປີ 1992 ​ໄດ້​ຜ່ານ​ໄລຍະ​ທາງ​ແຫ່ງ​ການ​ນຳ​ໃຊ້ 20 ປີ​ແລ້ວ. ກອງ​ປະຊຸມ​ຄັ້ງທີ 11 ຂອງ​ພັກ​ໄດ້​ຮັບຮອງ​ເອົາ​ໂຄງການ​ການ​ເມືອງ​ສ້າງສາ​ປະ​ເທດ​ຊາດ​ໃນ​ໄລຍະ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ; ມີ​ຫຼາຍ​ບັນຫາ​ໃໝ່​ໄດ້​ວາງ​ອອກ, ມີ​ບັນດາ​ຂໍ້​ກຳນົດ​ຂອງລັດຖະທຳ​ມະນູນ​ປີ 1992 ​ບໍ່​ເໝາະ​ສົມ. ສະນັ້ນ, ​ເລື່ອງປັບປຸງ ​ເພີ່ມ​ເຕີມລັດຖະທຳ​ມະນູນ​ປີ 1992 ​ແມ່ນ​ຄຳ​ຮຽກ​ຮ້ອງ​ຢ່າງ​ພາວະ​ວິ​ໄສ, ຈຳ​ເປັນ. ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ຊີ້​ແຈ້ງວ່າ:

    “​ທີ່​ກອງ​ປະຊຸມ​ຄັ້ງນີ້, ສູນ​ກາງ​ໄດ້​ພິຈາລະ​ນະ, ປຶກສາ​ຫາລື​ບົດ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ຮຽບຮຽງຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ເພີ່ມ​ເຕີມ, ​ໄດ້​ເຫັນ​ດີ​ກັບ​ຫຼາຍ​ເນື້ອ​ໃນ​ຂອງ​ບົດ​ລາຍ​ງານ ​ແລະ ​ໃບ​ຍື່ນ​ສະ​ເໜີ​ໂດຍ​ພື້ນຖານ. ພ້ອມ​ກັນນັ້ນ​ສືບ​ຕໍ່​ເນັ້ນໜັກ, ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນແມ່ນ​ວຽກ​ງານ​ສຳຄັນ​ພິ​ເສດ, ສະດຸ້​ງ​ໄວ, ຕ້ອງ​ມີ​ທັດສະນະ ​ແລະ ມີວິ​ໄສ​ທັດຮອບດ້ານ, ສັດຈະ​ວິພາກ, ລະອຽດ, ປະຫວັດສາດ, ມີ​ວິທີ​ປະຕິບັດ​ຢ່າງ​ມີວິທະຍາສາດ, ລະມັດລະ​ວົງ, ຫລີກ​ລ້ຽງ​ຈີນ​ຕະນາ​ການທີ່​ເຟີ້​ຝັນ, ບ”ຕິດ​ແທດ​ກັບຕົວ​ຈິງ. ບັນດາ​ຂໍ້​ສະ​ເໜີ​ປັບປຸງ ​ເພີ່ມ​ເຕີມ​ຕ້ອງ​ອີງ​ຕາມ​ໝາກຜົນ​ສະຫລຸບ​ຕົວ​ຈິງ​ການ​ປະຕິບັດລັດຖະທຳ​ມະນູນ​ປີ 1992 ​ແລະ ບັນດາ​ປະມວນ​ກົດໝາຍ​ທີ່​ກ່ຽວຂ້ອງ​ຢ່າງ​ເລິກ​ເຊີ່ງ; ຊາບ​ຊືມຄຳ​ຮຽກຮ້ອງ​ຫັນ​ໂຄງການ​ການ​ເມືອງ​ການ​ສ້າງສາ​ປະ​ເທດ​ຊາດ​ໃນ​ໄລຍະ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ​ເປັນ​ລະບຽບ​ກົດໝາຍ  ​ແລະ ມະຕິ​ກອງ​ປະຊຸມ​ໃຫ່ຍຂອງ​ພັກ​ຄັ້ງທີ 11, ສືບ​ຕໍ່​ສືບ​ທອດ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 1992 ​ແລະ ລັດຖະທຳ​ມະນູນ​ສະບັບ​ກ່ອນ​ທີ່​ຍັງ​ເໝາະ​ສົມ“.

ຕັດສິນໃຈປະຕິບັດບັນດາວຽກງານອັນຮີບດ່ວນ ເພື່ອພັດທະນາປະເທດຊາດ - ảnh 2

ບັນດາ​ຜູ້​ແທນ​ຢູ່​ກອງ​ປະຊຸມ

(ພາບ: nguyenphutrong.net)

   ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ກໍ່​ເນັ້ນໜັກ​ເຖິງບັນດາ​ຄຳ​ຮຽກຮ້ອງ​ປັບປຸງລັດຖະທຳ​ມະນູນ​ກ່ຽວ​ກັບ​ລະບອບ​ການ​ເມືອງ, ​ເສດຖະກິດ​ຢູ່ ຫວຽດນາມ. ຕາມ​ນັ້ນ​ແລ້ວ, ລະບອບ​ປະຊາທິປະ​ໄຕ​ຢູ່ ຫວຽດນາມ ​ແມ່ນ​ປະຊາທິປະ​ໄຕ​ສັງຄົມ​ນິຍົມ. ລັດ​ຫວຽດນາມ ແມ່ນ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ, ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ກຳລັງ​ຊີ້​ນຳ​ນຳພາ​ລັດ ​ແລະ ສັງຄົມ. ຫວຽດນາມ ມີ​ແຜນ​ນະ​ໂຍບາຍພັດທະນາ​ເສດຖະກິດ​ການ​ຕະຫຼາດ ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມດ້ວຍ​ຫຼາຍ​ຮູບ​ການ​ກຳມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ, ຮູບ​ການຈັດຕັ້ງດຳ​ເນີນ​ທຸລະ​ກິດ ​ແລະ ຮູບ​ການ​ແຈກ​ຢາຍ. ກ່ຽວ​ກັບ​ຂັ້ນຕອນ​ການ​ປັບປຸງ​ລັດຖະທຳ​ມະນູນ, ທ່ານ​ເລຂາທິການ​ໃຫ່ຍຮຽກຮ້ອງ​ໃຫ້​​ປະຕິບັດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງທີ 2 ຊຸດ​ທີ 11 ​ແລະ ມາດຕາ​ທີ 147 ຂອງ​ລັດຖະທຳ​ມະນູນ ທີ່​ພວມ​ມີ​ຜົນ​ສັກສິດ, ຕ້ອງ​ດຳ​ເນີນ​​​ຢ່າງ​ແໜ້ນ​ແຟ້ນ, ມີວິທະຍາສາດ, ຮັບປະກັນ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ຜູ້​ຊ່ຽວຊານ, ນັກວິທະຍາສາດ, ນັກ​ຄຸ້ມ​ຄອງ ​ແລະ ຈັດຕັ້ງການ​ຮັບເອົາ​ຄຳ​ເຫັນ​ຈາກ​ປະຊາຊົນ​ຢ່າງ​ກ້ວາງ​ຂວາງ ກ່ຽວ​ກັບ​ບັນດາ​ເນື້ອ​ໃນປັບປຸງ ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ມີ​ພື້ນຖານ​ຢ່າງ​ຄົບ​ຖ້ວນ​ເພື່ອ​ພິຈາລະນາ, ຕົກລົງ.

    ກ່ຽວ​ກັບ​ນະ​ໂຍບາຍ, ກົດ​ໝາຍທີ່​ດິນ,  ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ສືບ​ຕໍ່​ຢືນຢັນ​ວ່າ ທິ່ດິນ​ແມ່ນ​ກຳມະສິດ​ທົ່ວ​ປວງ​ຊົນ ​ໂດຍ​ລັດ​ເປັນ​ຜູ້ຕາງໜ້າ​ເຈົ້າຂອງ​ກຳມະສິດ ​ແລະ ຄຸ້ມ​ຄອງ​ຢ່າງ​ເປັນ​ເອກະ​ພາບ. ພ້ອມ​ກັນນັ້ນ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ, ລະອຽດ​ກ່ຽວ​ກັບ​ບັນດາ​ສິດ​ຂອງ​ຜູ້ຕາງໜ້າ​ເຈົ້າຂອງ​ກຳມະສິດ ​ແລະ ສິດ​​ຄຸ້ມ​ຄອງຢ່າງ​ເປັນເອກະ​ພາບ​ຂອງ​ລັດ. ຈຸ​ດໃໝ່​ໃນ​ກອງ​ປະຊຸມ​ຄັ້ງນີ້ ​ແມ່ນ​ທາງ​ສູນ​ກາງ​ໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ວາ ​ແລະ ກຳນົດ​ລະອຽດ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ສິດ​ກຳມະສິດ​ທີ່​ດິນ ​ແລະ ສິດ​ນຳ​ໃຊ້​ທີ່​ດິນ; ສິດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ລັດກັບສິດ ​ແລະ ພັນທະ​ຂອງ​ຜູ້ນຳ​ໃຊ້​ທີ່​ດິນ ສຳລັບ​ດິນ​ແຕ່ລະ​ປະ​ເພດ.  ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ​ເນັ້ນໜັກ​ວ່າ:

   “​ຕ້ອງຮີບເຮັ່ງຄົ້ນຄ້ວາປັບປຸງ ແລະ ເພີ່ມເຕີມກົດໝາຍວ່າດ້ວຍທີ່ດິນ ແລະ ສ້າງສຳເລັດກົດໝາຍວ່າດ້ວຍທີ່ດິນ ເພື່ອແກ້ໄຂບັນດາຂໍ້ຈຳກັດ, ຈຸດອ່ອນທີ່ຍັງຄົງຄ້າງໃນປະຈຸບັນໂດຍໄວ, ຕອບສະໜອງຄຳຮຽກຮ້ອງ​ໃນ​ການຈັດ​ແບ່ງ​ທີ່​ດິນ​ຢ່າງເໝາະສົມ, ນຳໃຊ້ທີ່ດິນຖືກຕ້ອງຕາມຈຸດປະສົງ, ປະຢັດ ແລະ ມີປະສິດທິຜົນ, ຮັບປະກັນຜົນປະໂຫຍດໃນສະເພາະໜ້າ ແລະ ຍາວນານ, ຮັກສາສິ່ງແວດລ້ອມຊີວະພາບ. ຍົກສູງຄຸນນະພາບ ແລະ ຮັກສາທີ່ດິນກະສິກຳ, ຄ້ຳປະກັນສະບຽງອາຫານແຫ່ງຊາດ, ຮັກສາສະຖຽນລະພາບດ້ານການເມືອງ, ສັງຄົມ ແລະ ພັດທະນາ ແບບຍືນຍົງ. ພັດທະນາຕະຫຼາດອະສັງຫາລິມະຊັບ ຢ່າງ​ໂປ່ໃສ, ໃນນັ້ນ ມີສິດນຳໃຊ້ທີ່ດິນ, ຮັບປະກັນລະຫວ່າງຜົນປະໂຫຍດຂອງລັດ, ປະຊາຊົນ ແລະ ນັກລົງທຶນຢ່າງກົມກຽວ“

ຕັດສິນໃຈປະຕິບັດບັນດາວຽກງານອັນຮີບດ່ວນ ເພື່ອພັດທະນາປະເທດຊາດ - ảnh 3

(ພາບ:tuanvietnam.vietnamnet.vn)

  ກ່ຽວກັບວຽກງານປ້ອງກັນ ແລະ ຕ້ານໄພສໍ້ລາດບັງຫຼວງ,  ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ຢືນຢັນວ່າ ສະພາບໄພສໍ້ລາດບັງຫຼວງ, ຟູມເຟືອຍຍັງໜັກໜ່ວງຊື່​ງ ສະແດງອອກ ນັບມື້ນັບແຍບຍົນ, ສັບສົນກ່ວາ ຊື່ງໄດ້ກໍ່​ໃຫ້​ເກີດຄວາມບໍ່ພໍໃຈໃນສັງຄົມ ແລະ ແມ່ນການທ້າທາຍໃຫ່ຍຫຼວງທີ່​ມີ​ຕໍ່​ບົດບາດ​ການ​ນຳ​ພາຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ. ພາຍຫຼັງ​ໄດ້​ຊີ້​ອອກ​ບັນດາ​ຂໍ້​ຈຳກັດ, ຄວາມອ່ອນດ້ອຍ​ໃນ​ຂົງ​ເຂດ​ນີ້,  ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ຮຽກຮ້ອງ​ວ່າ:

   “ທາງ​ສູນ​ກາງ​ເນັ້ນໜັກ​ວ່າ ຕ້ອງ​ເດັດ​ດ່ຽວ ​ແລະ ຍູ້​ແຮງ​ໜ້າ​ທີ່​ຕໍ່ສູ້​ປ້ອງ​ກັນ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟູມ​ເຟືອຍຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ ​ແລະ ມະຕິ​ສູນ​ກາງພັກຄັ້ງທີ 4 ຊຸດ​ທີ 11 . ສືບ​ຕໍ່​ຊາບ​ຊືມ, ປະຕິບັດ​ບັນດາ​ທັດສະນະ, ​ແນວ​ຄິດ​ການ​ຊີ້​ນຳ​ນຳພາ ​ແລະ ບັນດາ​ໜ້າ​ທີ່, ມາດ​ຕະການ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 10 ຊຸດ​ທີ 3 ຢ່າງ​ເຂັ້ມງວດ ຕິດ​ພັນ​ກັບ​ການ​ປະຕິບັດມະຕິ​ສູນ​ກາງພັກຄັ້ງທີ 4 ຊຸດ​ທີ 11.  ຖື​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟູມ​ເຟືອຍ​ເປັນ​ສຳຄັນ. ຍົກ​ສູງ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ອົງຄະ​ນະ​ພັກຂັ້ນຕ່າງໆ, ອຳນາດ​ການ​ປົກຄອງ ​ແລະ ຜູ້ນຳ​ໜ້າ; ​ເພີ່ມ​ເຕີມ ສ້າງສຳ​ເລັດ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເສດຖະກິດ ສັງຄົມ; ​ເປີດ​ກ້ວາງ​ປະຊາທິປະ​ໄຕ; ​ເປີດ​ເຜີຍ, ປອດ​​ໃສ; ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ, ​ແນວ​ໂຮມ​ປະ​ເທດ​ຊາດ, ປະຊາຊົນ ​ແລະ ຫາງ​ສຽງ​“

   ຕາມທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ​ແລ້ວ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ຕົກລົງ​ແຜນ​ນະ​ໂຍບາຍ​ສ້າງຕັ້ງຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ ສັງກັດ​ກົມ​ການ​ເມືອງ; ສ້າງ​ຄະນະຮັບຜິດຊອບ​ວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງຄືນ​ໃໝ່, ທັງ​ປະຕິບັດ​ພາລະ​ໜ້າ​ທີ່​ເປັນ​ຄະນະ​​ພັກ, ທັງ​ແມ່ນ​ອົງ​ການປະຈຳ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ປ້ອງ​ກັນ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ.

  ສຳລັບ​ບາງ​ບັນຫາ​ກ່ຽວ​ກັບ​ນະ​ໂຍບາຍ​ສັງຄົມ ​ແລະ ​ເງິນ​ເດືອນ​ແຕ່​ນີ້​ຮອດ​ປີ 2020, ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ຮຽກຮ້ອງ​ໃຫ້​ຕ້ອງ​ຊາບ​ຊືມບັນດາ​ທັດສະນະ, ​ແນວ​ຄິດ​ຊີ້​ນຳ​ຂອງ​ພັກ​ຢ່າງ​ເຂັ້ມງວດ, ຖື​ວ່າ ວຽກ​ງານ​​ປັບປຸງ, ຍົກ​ສູງ​ຊີວິດ​ດ້ານວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ ​ແລະ ຮັບປະກັນ​ຊີວິດ​ສັງຄົມ ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ, ສຳຄັນ. ຄຽງ​ຄູ່​ກັນນັ້ນ, ຕ້ອງ​ຮີບ​ເຮັ່ງ​ຄົ້ນຄ້ວາ​ສ້າງ​ແຜນ​ຮ່າງ​ປະຕິ​ຮູບ​ລະບອບ​ເງິນ​ເດືອນ ​ໃນ​ໄລຍະ 2013-2020 ພ້ອມ​ກັບ​ບັນດາ​ແຜນ​ຮ່າງ​ທີ່​ກ່ຽວຂ້ອງ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ສ້າງ​ແຫຼ່ງງົບປະມານ, ຮັບປະກັນ​ໃຫ້ການ​ປະຕິ​ຮູບ​ເງິນ​ເດືອນ​ບັນລຸ​ໄດ້​ໝາກຜົນ​​ດີສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ