ຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່: ຍູ້ໂລກລະບາດໃຫ້ຖອຍໄປ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ

(VOVWORLD) - ລັດຖະບານຈະເດັດດ່ຽວປະຕິບັດບັນດາມາດຕະການ, ຄວບຄຸມໂລກລະບາດໂຄວິດ-19 ໃຫ້ໄດ້ໂດຍໄວ. ພ້ອມທັງຜັນຂະຫຍາຍບັນດາມາດຕະການຄົບຊຸດ, ຊຸກຍູ້ພື້ນຖານເສດຖະກິດເພີ່ມຄວາມໄວ ພາຍຫລັງໂລກລະບາດ. 

ນັ້ນແມ່ນຄຳເນັ້ນໜັກຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເມື່ອນຳສະເໜີບົດລາຍງານກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2019; ແຜນການພັດທະນາເສດຖະກິດ - ສັງຄົມປີ 2020 ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 14, ດຳເນີນໃນຕອນເຊົ້າວັນທີ 20 ພຶດສະພາ. VOV ຂໍຄັດສະເໜີບາງເນື້ອໃນສຳຄັນໃນບົດລາຍງານດັ່ງກ່າວ.

ຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່: ຍູ້ໂລກລະບາດໃຫ້ຖອຍໄປ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

        ນຳສະເໜີບົດລາຍງານທີ່ກອງປະຊຸມສະໄໝສາມັນດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໃນຊຸມເດືອນຕົ້ນປີ 2020, ໂລກມີການຜັນແປຢ່າງໃຫຍ່ຫລວງ ທີ່ບໍ່ເຄີຍມີມາກ່ອນໃນຫລາຍທົດສະວັດຜ່ານມາ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ຫວຽດນາມ ກໍ່ຖືກຮັບຜົນສະທ້ອນຢ່າງໜັກ; ບັນດາການເຄື່ອນໄຫວເສດຖະກິດ - ສັງຄົມຖືກຢຸດສະງັກ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ, ພະຍາຍາມໃຫ້ມີບາດກ້າວບຸກທະລຸ, ສຸມໃສ່ປະຕິບັດເປົ້າໝາຍຄວບຄູ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ ບົນເນື້ອໃນຈິດໃຈຕ້ານໂລກລະບາດຄືຕ້ານສັດຕູ, ທັງຕັດສິນໃຈຮັກສາ, ຟື້ນຟູ, ພັດທະນາບັນດາການເຄື່ອນໄຫວເສດຖະກິດ-ສັງຄົມ ແລະ ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.

ທົ່ວປະເທດຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນຕ້ານໂລກລະບາດ

       ໃນສະພາບການໂລກລະບາດໂຄວິດ-19 ແຜ່ລະບາດຢ່າງກ້ວາງຂວາງ ແລະ ຍັງບໍ່ຮູ້ເວລາສິ້ນສຸດ, ຈຳນວນກໍລະນີຕິດເຊື້ອ ແລະ ເສຍຊີວິດສືບຕໍ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຫວຽດນາມ ໄດ້ກາຍເປັນຈຸດພົ້ນເດັ່ນໃນທົ່ວໂລກ ເມື່ອບໍ່ມີກໍລະນີເສຍຊີວິດ, ໃນເບື້ອງຕົ້ນສາມາດຄວບຄຸມໂລກລະບາດໄດ້ສຳເລັດຜົນ, ໄດ້ຮັບການຕີລາຄາສູງຈາກສາກົນ ກ່ຽວກັບລະດັບຄວາມຮູ້ດ້ານສາທາລະນະສຸກ, ບົດຮຽນຂອງ ຫວຽດນາມ ໃນການກວດພົບ, ແຍກຕົວ, ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ-19 ແລະ ຈິດໃຈແບ່ງປັນ, ຮ່ວມມືສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ບັນດາໄຊຊະນະທີ່ເຕັມໄປດ້ວຍຄວາມໝາຍໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ແມ່ນການເຕົ້າໂຮມຍອດຍິ່ງຂອງຈິດໃຈຮັກຊາດ, ແມ່ນຄວາມໄວ້ເນື້ອເຊື່ອໃຈ ແລະ ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ສິ່ງທັງໝົດເຫຼົ່ານັ້ນ ໄດ້ສະແດງໃຫ້ເຫັນລັກສະນະດີເລີດ, ຄຸນຄ່າຕົ້ນຕໍຂອງລະບອບສັງຄົມນິຍົມຢູ່ ຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງພັກເຮົາ, ຢືນຢັນສັດຈະທຳທີ່ວ່າ “ແຜນນະໂຍບາຍຂອງພັກ ແລະ ຈິດໃຈປະຊາຊົນ”. ຄວາມເຊື່ອໝັ້ນຢ່າງເດັດດ່ຽວຂອງປະຊາຊົນມີຕໍ່ພັກ, ລັດ ແລະ ຄຸນນະທາດ, ເຈດຈຳນົງ, ມູນເຊື້ອອັນສູງສົ່ງຂອງປະຊາຊົນເຮົາ, ຂອງປະເທດຊາດເຮົາ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ: ວິວັດການຕ້ານໂລກລະບາດໃນໄລຍະຜ່ານມາ ໄດ້ເອົາບັນດາບົດຮຽນອັນລ້ຳຄ່າມາໃຫ້ ຫວຽດນາມ ຄວນສືບຕໍ່ເສີມຂະຫຍາຍໃນການປະຕິບັດບັນດາໜ້າທີ່ຈຸດສຸມທີ່ໄດ້ວາງອອກໃນໄລຍະຈະມາເຖິງ.

ຍັງມີບັນດາຈຸດພົ້ນເດັ່ນໃນການພັດທະນາເສດຖະກິດ

       ຕາມບົດລາຍງານແລ້ວ, ຜົນກະທົບຂອງໂລກລະບາດໂຄວິດ-19 ມີຕໍ່ຫວຽດນາມ ແມ່ນຮ້າຍແຮງທີ່ສຸດ. ບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຖືກຢຸດສະງັກ, ລະບົບສະໜອງ ແລະ ການຈໍລະຈອນດ້ານການຄ້າຖືກຂາດວັກຂາດຕອນ. ພ້ອມກັນນັ້ນ, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ໄພແຫ້ງແລ້ງ, ນ້ຳທະເລຊຶມ, ໝາກເຫັບຕົກ, ພະຍາດອະຫິວາໝູອາຟຣິກາ…ກໍ່ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ຫລາຍເຂດ, ຫລາຍທ້ອງຖິ່ນ ແລະ ສະພາບການຢູ່ທະເລຕາເວັນອອກກໍ່ມີການຜັນແປຢ່າງສັບສົນ. ໃນສະພາບການນັ້ນ, ລັດຖະບານ, ນາຍົກລັດຖະມົນຕີໄດ້ປະກາດໃຊ້ບັນດາກົນໄກ, ນະໂຍບາຍໜູນຊ່ວຍປະຊາຊົນ, ວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກໄດ້ຢ່າງທັນການ.

        “ເຖິງວ່າ GDP ຫລຸດລົງຢ່າງແຮງເມື່ອທຽບໃສ່ໄລຍະດຽວກັນກໍ່ຕາມ, ແຕ່ການເຕີບໂຕ GDP ໃນໄຕມາດ 1 ຍັງຄົງບັນລຸໄດ້ 3,82%, ນອນໃນກຸ່ມເຕີບໂຕສູງໃນພາກພື້ນ ແລະ ໂລກ. ໃນສະພາບທີ່ຫຍຸ້ງຍາກນັ້ນ, ຫລາຍທ້ອງຖິ່ນຍັງຄົງບັນລຸໄດ້ລະດັບການເຕີບໂຕສູງພໍສົມຄວນ. ພວກເຮົາຍັງຄົງຮັກສາການຜະລິດ, ດຳເນີນທຸລະກິດ, ບໍ່ປະໃຫ້ຕົກເຂົ້າສູ່ສະພາບຊຸດໂຊມ; ໃນຂະນະທີ່ບັນດາປະເທດ, ຄູ່ຮ່ວມມືໃຫຍ່ເກືອບທັງໝົດ ລ້ວນແຕ່ມີການເຕີບໂຕເປັນລົບ. ຄວາມໝັ້ນຄົງດ້ານພະລັງງານ, ສະບຽງອາຫານໄດ້ຮັບການຮັບປະກັນ, ສາມາດສະໜອງເຄື່ອງບໍລິໂພກອຸປະໂພກທີ່ຈຳເປັນໃຫ້ແກ່ປະຊາຊົນຢ່າງພຽງພໍ, ເປັນຕົ້ນແມ່ນໃນໄລຍະທີ່ປະຕິບັດການແຍກຫ່າງໃນສັງຄົມ.

ປະຕິບັດສະເໝີຕົ້ນສະເໝີປາຍເປົ້າໝາຍສ້າງເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຟື້ນຟູພື້ນຖານເສດຖະກິດໂດຍໄວ

       ໃນຊຸມເດືອນທີ່ຍັງເຫຼືອຂອງປີ 2020 ແລະ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ໄປຄຽງຄູ່ກັບການປະຕິບັດວຽກງານປ້ອງກັນ, ສະກັດກັ້ນໂລກລະບາດເປັນຢ່າງດີ, ລັດຖະບານໄດ້ຊີ້ນຳຜັນຂະຫຍາຍບັນດາໜ້າທີ່, ມາດຕະການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມຢ່າງຄົບຊຸດ, ຂ້ຽວຂາດ ໃນນັ້ນ ສ້າງບາງກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະໃນສະພາບການໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ລັດຖະບານສືບຕໍ່ກໍ່ສ້າງ ແລະ ສະເໜີໃຫ້ສະພາແຫ່ງຊາດພິຈາລະນາ, ປະກາດໃຊ້ບັນດາກົນໄກ, ນະໂຍບາຍ, ມາດຕະການຊຸກຍູ້, ຟື້ນຟູ ແລະ ພັດທະນາເສດຖະກິດ, ພິຈາລະນາຍົກອອກບ້ວງເງິນກະຕຸ້ນເສດຖະກິດໃໝ່ ໃນສະພາບການໂລກລະບາດໂຄວິດ-19 ຍັງຄົງແກ່ຍາວໃນຂອບເຂດທົ່ວໂລກ; ກະຕຸ້ນໃຫ້ມີການບໍລິໂພກພາຍໃນປະເທດ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳ, ຫລຸດຜ່ອນອັດຕາວ່າງງານ; ຮັບປະກັນແຫຼ່ງກຳລັງໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ໜູນຊ່ວຍສັງຄົມ; ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ວິສາຫະກິດ.

        ສຸດທ້າຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ເລື່ອງເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ພັດທະນາວັດທະນະທຳ, ສັງຄົມແມ່ນໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ. ຍິ່ງຢູ່ໃນເງື່ອນໄຂທີ່ມີຄວາມຫຍຸ້ງຍາກນັ້ນ, ກໍ່ຍິ່ງປະຕິບັດໜ້າທີ່ຮັບປະກັນຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນເປັນຢ່າງດີ ເປັນຕົ້ນແມ່ນຜູ້ມີຄຸນງາມຄວາມດີ, ຜູ້ທຸກຍາກ, ຜູ້ບໍ່ມີວຽກເຮັດງານທຳ, ຜູ້ດ້ອຍໂອກາດ, ບໍ່ປະໃຫ້ປະຊາຊົນຜູ້ໃດຖືກຕົກຢູ່ທາງຫລັງ. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ດ້ວຍຈິດໃຈຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ, ບັນຍາກາດໃໝ່ ແລະ ຈິດໃຈໃໝ່, ຄວາມຕັດສິນໃຈໃໝ່, ໃນໄລຍະຈະມາເຖິງ, ຫວຽດນາມ ຈະຜ່ານຜ່າຄວາມຫຍຸ້ງຍາກເພື່ອກ້າວຂຶ້ນ, ຮັບປະກັນການຜະລິດ, ຊີວິດການເປັນຢູ່, ສ້າງສັງຄົມເປັນປົກກະຕິ ເພື່ອປະຕິບັດເປົ້າໝາຍຄວບຄູ່ແມ່ນຍູ້ໂລກລະບາດໃຫ້ຖອຍໄປ, ພັດທະນາເສດຖະກິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ