ຕັດ​ສິນ​ໃຈ​ຢ່າງ​ສູງ​ເພື່ອ​ເປີດ​ປະ​ຕູ​ຕະ​ຫລາດ​ທ່ອງ​ທ່ຽວ​ສາ​ກົນ​ຄືນ​ໃຫມ່

(VOVWORLD) -ລັດຖະບານ ໄດ້ເປີດປະຕູການເຄື່ອນໄຫວທ່ອງທ່ຽວສຳລັບນັກທ່ອງທ່ຽວສາກົນຄືນໃຫມ່ຢ່າງເປັນທາງການ ໃນເງື່ອນໄຂປົກກະຕິ ນັບແຕ່ວັນທີ 15 ມີນາປີ 2022, ເປີດ “ກາລະໂອກາດທີ່ດີ” ໃຫ້ແກ່ການຟື້ນຟູພັດທະນາການທ່ອງທ່ຽວ ຫວຽດນາມ ໃນໄລຍະດຳລົງຊີວິດຮ່ວມກັບໂລກລະບາດໂຄວິດ 19. ຂະແຫນງທ່ອງທ່ຽວ ພວມມານະພະຍາຍາມພ້ອມກັບບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຜັນຂະຫຍາຍການເຄື່ອນໄຫວຫລາຍຢ່າງ, ສ້າງຮູບພາບ ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ເປັນມິດ, ຮັກແພງແຂກຄົນ, ປອດໄພ, ເພື່ອຕັດສິນໃຈບັນລຸຄາດໝາຍຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ໄດ້ 5 ລ້ານຄົນໃນປີ 2022.
ຕັດ​ສິນ​ໃຈ​ຢ່າງ​ສູງ​ເພື່ອ​ເປີດ​ປະ​ຕູ​ຕະ​ຫລາດ​ທ່ອງ​ທ່ຽວ​ສາ​ກົນ​ຄືນ​ໃຫມ່ - ảnh 1                        ນັກທ່ອງທ່ຽວສາກົນໄປຢ້ຽມຢາມຄຸ້ມເມືອງເກົ່າ ໂຮ້ຍອານ. ພາບ:thanhnien.vn

ວັນທີ 15 ມີນາ ແມ່ນຈຸດເວລາເໝາະສົມເພື່ອເປີດປະຕູດຶງດູດນັກທ່ອງທ່ຽວສາກົນ. ເພາະວ່າ ມາຮອດຈຸດເວລານີ້ ຫວຽດນາມ ເກືອບຄືວ່າໄດ້ສຳເລັດບັ້ນສັກວັກຊິນກັນໂຄວິດ 19 ເຂັມທີ 3, ຮັບປະກັນພູມຄຸ້ມກັນເປັນໝູ່. ຖ້າຫາກຜັນຂະຫຍາຍການເປີດປະຕູທ່ອງທ່ຽວຊ້າກວ່າການກຳນົດ ຈະເຮັດໃຫ້ຄວາມດຶງດູດນັກທ່ອງທ່ຽວສາກົນຂອງ ຫວຽດນາມ ຫລຸດລົງ ໃນສະພາບການມີຫລາຍປະເທດໃນພາກພື້ນໄດ້ມີແຜນການເປີດປະຕູ, ຟື້ນຟູການທ່ອງທ່ຽວສາກົນຢ່າງໄວ. ນອກນັ້ນ ເດືອນພຶດສະພາປີ 2022, ແມ່ນຈຸດເວລາ ຫວຽດນາມ ເປັນເຈົ້າພາບຈັດຕັ້ງງານມະຫາກຳກິລາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (SEA Games 31), ເລື່ອງເປີດປະຕູການເຄື່ອນໄຫວທ່ອງທ່ຽວສາກົນ ຈະປະກອບສ່ວນເພີ່ມການດຶງດູດນັກທ່ອງທ່ຽວມາຈາກບັນດາປະເທດໃນພາກພື້ນ ອາຊຽນ ຊື່ງແມ່ນພາກພື້ນມີອັດຕາສ່ວນຜູ້ໄດ້ສັກວັກຊິນກັນໂຄວິດ ແມ່ນຢູ່ໃນລະດັບສູງພໍສົມຄວນ.

ນັບແຕ່ຕົ້ນເດືອນມັງກອນປີ 2022 ມາຮອດປະຈຸບັນ ຈຳນວນແຂກສາກົນຄົ້ນຫາກ່ຽວກັບ ການບິນ ຫວຽດນາມ ຍາມໃດກໍ່ຢູ່ໃນລະດັບສູງທີ່ສຸດ, ຊ້ຳບໍ່ໜຳ ມີບາງຈຸດເວລາແມ່ນເພີ່ມຂຶ້ນ 425% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ທັດສະນະກ່ຽວກັບການຟື້ນຟູ ແລະ ພັດທະນາການທ່ອງທ່ຽວ ຂອງຫວຽດນາມ ນັ້ນແມ່ນ: ຟື້ນຟູ ແລະ ພັດທະນາການທ່ອງທ່ຽວ ຕ້ອງຮັບປະກັນສະພາບແວດລ້ອມປອດໄພ, ທຸກຄົນໃນສັງຄົມມີສຸຂະພາບເຂັ້ມແຂງ ແລະ ພັດທະນາແບບຍືນຍົງ; ປ່ຽນໃຫມ່ການເຄື່ອນໄຫວທ່ອງທ່ຽວເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດ, ຂຸດຄົ້ນບັນດາແຫລ່ງກຳລັງຢ່າງມີປະສິດທິຜົນກວ່າອີກ, ມີຫົວຄິດປະດິດສ້າງໃນການສ້າງຜະລິດຕະພັນໃຫມ່ ປັບຕົວໃຫ້ແທດເໝາະກັບທ່າອ່ຽງໃຫມ່, ມີຄວາມຂະຫຍັນຂັນເຄື່ອນໃນການຈັດຕັ້ງ, ຄຸ້ມຄອງ ແລະ ເຄື່ອນໄຫວເພື່ອເປັນເຈົ້າຕໍ່ສະພາບການ.

ເລື່ອງຜັນຂະຫຍາຍບັນດາການເຄື່ອນໄຫວເປີດປະຕູຕະຫລາດທ່ອງທ່ຽວຢ່າງແທດຈິງ, ຂະແຫນງທ່ອງທ່ຽວ ຫວຽດນາມ ພວມສຸມໃສ່ຈັດຕັ້ງບັ້ນໂຄສະນາ, ສົ່ງເສີມ, ກະຕຸ້ນການທ່ອງທ່ຽວທັງຢູ່ ພາຍໃນ ແລະ ຕ່າງປະເທດ, ຍູ້ແຮງການໂຄສະນາ "Live fully in Vietnam” ດຳລົງຊີວິດຢູ່ ຫວຽດນາມ ຢ່າງເຕັມທີ່” ສຳລັບບັນດາຕະຫລາດສາກົນ ແລະ “ທ່ອງທ່ຽວປອດໄພ - ເຂົ້າຮ່ວມພຶດຕິກຳຕົວຈິງຢ່າງຄົບຖ້ວນສົມບູນ” ສຳລັບຕະຫລາດທ່ອງທ່ຽວພາຍໃນປະເທດ. ສຳລັບຕະຫລາດທ່ອງທ່ຽວສາກົນ, ຫວຽດນາມ ບຸລິມະສິດດຶງດູດນັກທ່ອງທ່ຽວມາຈາກບັນດາຕະຫລາດຈຸດສຸມຄື: ອາຊີຕາເວັນອອກສ່ຽງເໜືອ, ອາຊີຕາເວັນອອກສ່ຽງໃຕ້, ເອີລົບ, ອົດສະຕາລີ, ອິນເດຍ.. ແລະ ພິເສດ ແມ່ນໃຫ້ບຸລິມະສິດບັນດາຕະຫລາດທີ່ມີນະໂຍບາຍຮັບຮອງ ປາດສະປໍວັກຊິນເຊິ່ງກັນ ແລະກັນ ກັບຫວຽດນາມ.

ຕັດ​ສິນ​ໃຈ​ຢ່າງ​ສູງ​ເພື່ອ​ເປີດ​ປະ​ຕູ​ຕະ​ຫລາດ​ທ່ອງ​ທ່ຽວ​ສາ​ກົນ​ຄືນ​ໃຫມ່ - ảnh 2ນັກທ່ອງທ່ຽວ ລັດເຊຍ ມາລະຫລີ້ນຢູ່ ຫາດຊາຍທະເລ ແຄງຮ່ວາ. ພາບ: Cam Ranh Rivera Beach Resort

ກ່ອນຈຸດເວລາ ໂລກລະບາດໂຄວິດ 19 ເກີດຂຶ້ນຢູ່ ຫວຽດນາມ (ເດືອນມັງກອນປີ 2020), ຫວຽດນາມ ມີນະໂຍບາຍຍົກເວັ້ນວີຊາໃຫ້ແກ່ແຂກມີປາດສະປໍທາງການທູດ, ປາດສະປໍທາງລັດຖະການ ແລະ ປາດສະປໍທົ່ວໄປ ຂອງ 93 ປະເທດ. ຍ້ອນນັກທ່ອງທ່ຽວສາກົນເຂົ້າເມືອງ ຫວຽດນາມ ສ່ວນຫລາຍແມ່ນຖືປາດສະປໍທົ່ວໄປ ສະນັ້ນ ນະໂຍບາຍຍົກເວັ້ນວີຊາ ຂອງຫວຽດນາມ ກ່ອນເດືອນມັງກອນປີ 2020 ໃຫ້ແກ່ນັກທ່ອງທ່ຽວສາກົນເມື່ອເຂົ້າມາຫວຽດນາມ ພຽງແຕ່ນຳໃຊ້ ກັບ 24 ປະເທດ, ລວມມີ 13 ປະເທດໄດ້ຍົກເວັ້ນວີຊາຕາມຝ່າຍດຽວ ແລະ 11 ປະເທດໄດ້ຍົກເວັ້ນວິຊາສອງຝ່າຍ.

ສະນັ້ນສະພາໃຫ້ຄຳປຶກສາດ້ານການທ່ອງທ່ຽວ ໄດ້ສະເຫນີ ໃຫ້ລັດຖະບານ ພິຈາລະນາ, ຕໍ່ກຳນົດເວລາ 3 ປີສຳລັບການຍົກເວັ້ນວີຊາຝ່າຍດຽວໃຫ້ແກ່ພົນລະເມືອງບັນດາປະເທດຄື: ອັງກິດ, ເຢຍລະມັນ, ອີຕາລີ, ຝລັ່ງ, ແອດສະປາຍ ພ້ອມທັງອະນຸຍາດໃຫ້ພົນລະເມືອງ 5 ປະເທດ ເອີລົບຕາເວັນຕົກນີ້ ຕໍ່ກຳນົດເວລາພັກອາໄສຢູ່ ຫວຽດນາມ ຂຶ້ນເຖິງ 30  ມື້ນັບແຕ່ມື້ເຂົ້າເມືອງຫວຽດນາມ.

ນອກນັ້ນ ລັດຖະບານ ອາດຈະເປີດກວ້າງບັນຊີລາຍຊື່ຍົກເວັ້ນວີຊາໃຫ້ແກ່ພົນລະເມືອງບັນດາປະເທດຄື: ອົດສະຕາລີ, ນິວເຊີແລນ, ການາດາ ແລະ ສະວິດ, ຕໍ່ກຳນົດເວລາ 3 ປີ ຍົກເວັ້ນວິຊາຝ່າຍດຽວ ນັບແຕ່ວັນທີ 1 ມັງກອນປີ 2023 ໃຫ້ແກ່ພົນລະເມືອງບັນດາປະເທດຄື: ສ.ເກົາຫລີ, ຍີປຸ່ນ, ລັດເຊຍ, ຊູແອດ, ແດນມາກ, ນອກແວ, ແຟງລັງ ແລະ ເບລາຣຸດ. ສະພາໃຫ້ຄຳປຶກສາການທ່ອງທ່ຽວ ກໍ່ສະເຫນີ ເພີ່ມບັນຊີລາຍຊື່ບັນດາປະເທດ, ເຂດແຄ້ວນໄດ້ອອກວີຊາເອເລັກໂຕນິກຄື ໄຕ້ຫວັນ, ອິດສະຣາແອນ, ອາຟິຼກາໃຕ້, ຕວັກກີ, ຢູແກຼນ, ສີລັງກາ, ບັງກະລາເທດ ແລະ ປາກິສະຖານ ແລະ ບັນດາປະເທດເອີລົບ ທັງໝົດ ທີ່ຍັງບໍ່ທັນໄດ້ຮັບການຍົກເວັ້ນວີຊາເຂົ້າເມືອງ. ນະໂຍບາຍຍົກເວັ້ນວິຊານີ້ ຖ້າຫາກໄດ້ປະຕິບັດ ບໍ່ພຽງແຕ່ປະກອບສ່ວນຜັນຂະຫຍາຍການປະຕິບັດແຜນນະໂຍບາຍເປີດປະຕູການທ່ອງທ່ຽວສຳເລັດເທົ່ານັ້ນ ຫາກຍັງຕອບສະຫນອງຄວາມຕ້ອງການພົບປະ, ພົວພັນແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ ກັບບັນດາປະເທດໃນໂລກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ