ຕັດສິນໃຈສູງພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ແບບຍືນຍົງ ຕໍ່ໜ້າບັນດາສິ່ງທ້າທາຍຂອງການປ່ຽນແປງດິນຟ້າອາກາ

(VOVWORLD) - ເຂດທົ່ງພຽງແມ່ນ້ຳຂອງ ກາຍເປັນບ່ອນທີ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ, ຊ່ວຍໃຫ້ປະເທດຊາດຜ່ານຜ່າຊຸມປີທີ່ອຶດຫິວທຸກຍາກ, ລຳບາກກາກກຳ ຍ້ອນຂາດແຄນອາຫານ. 

ວັນທີ 27 ກັນຍາ, ທີ່ນະຄອນ ເກີນເທີ, “ກອງປະຊຸມຫັນປ່ຽນຮູບແບບພັດທະນາແບບຍືນຍົງ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ” ຖືກໄຂຂຶ້ນຢ່າງເປັນທາງການ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານໂດຍກົງ ດ້ວຍການເຂົ້າຮ່ວມຂອງຜູ້ແທນພາຍໃນ ແລະ ຕ່າງປະເທດ 500 ຄົນ. ກອງປະຊຸມໄດ້ປຶກສາຫາລືມາດຕະການຫລາຍຢ່າງ ເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ພັດທະນາແບບຍືນຍົງ ມີລັກສະນະຍຸດທະສາດ, ໄລຍະຍາວຈົນຮອດປີ 2100. ນີ້ອາດຈະຖືວ່າ ແມ່ນເຫດການສຳຄັນພິເສດ, ແມ່ນພື້ນຖານ “ເປີດຊ່ອງທາງ” ເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ພັດທະນາໃນເງື່ອນໄຂໃໝ່, ສະພາບການໃໝ່.

ຕັດສິນໃຈສູງພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ແບບຍືນຍົງ ຕໍ່ໜ້າບັນດາສິ່ງທ້າທາຍຂອງການປ່ຽນແປງດິນຟ້າອາກາ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

        ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແມ່ນເຂດດິນແດນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດ ດ້ວຍປະຊາກອນປະມານ 18 ລ້ານຄົນ. ເຂດທົ່ງພຽງແມ່ນ້ຳຂອງໄດ້ປະກອບສ່ວນເຂົ້າໃນ GDP ຂອງທົ່ວປະເທດປະມານ 18%, ດ້ວຍຍອດປະລິມານເຂົ້າສານສົ່ງອອກແມ່ນ 90%, ວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ ແມ່ນເກືອບ 60% ແລະ 70% ປະລິມານໝາກໄມ້ໃນທົ່ວປະເທດ. ປະຈຸບັນ, ເຂດທົ່ງພຽງແມ່ນ້ຳຂອງ ພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກເປັນພິເສດ ຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ. ຍ້ອນເຫດນັ້ນ, ຈຶ່ງມີການລະດົມແຫຼ່ງກຳລັງ ແລະ ພູມປັນຍາຂອງປະຊາຄົມບັນດາວິສາຫະກິດ ແລະ ປະຊາຊົນ, ບັນດານັກອຸປະຖຳ, ບັນດາອົງການຈັດຕັ້ງສາກົນເຂົ້າຮ່ວມການແຂ່ງຂັນກູ້ຊ່ວຍເຂດທົ່ງພຽງແມ່ນ້ຳຂອງຢ່າງແຮງ.

ເຂດທົ່ງພຽງແມ່ນ້ຳຂອງ ແລະບັນດາຄວາມຫຍຸ້ງຍາກນັບມື້ນັບປະກົດຂຶ້ນ

        ຫວນຄືນປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງ ໃນ 2 - 3 ຮ້ອຍປີຜ່ານມາ ສະແດງໃຫ້ເຫັນວ່າ ຢູ່ເຂດດິນແດນແຫ່ງນີ້, ໃນແຕ່ລະສະໄໝ, ແຕ່ລະໄລຍະປະຫວັດສາດ….ປະເຊີນໜ້າຕໍ່ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່.

        ເມື່ອປະເທດຊາດມີເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນ, ພັກ ແລະ ລັດ ຫວຽດນາມ ສືບຕໍ່ຍູ້ແຮງພາລະກິດ ບຸກເບີກພື້ນທີ, ຫັນທີ່ດິນອັນຮົກເຮື້ອວ່າງເປົ່າຢູ່ແຫ່ງນີ້ ນັບລ້ານ ເຮັກຕາ ກາຍເປັນບັນດາທົ່ງນາທີ່ຮາບພຽງ, ອຸດົມສົມບຸນ. ເຂດທົ່ງພຽງແມ່ນ້ຳຂອງ ກາຍເປັນບ່ອນທີ່ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ, ຊ່ວຍໃຫ້ປະເທດຊາດຜ່ານຜ່າຊຸມປີທີ່ອຶດຫິວທຸກຍາກ, ລຳບາກກາກກຳ ຍ້ອນຂາດແຄນສະບຽງອາຫານ. ເຖິງຢ່າງໃດກໍ່ຕາມ, ໃນປະຈຸບັນ, ເຂດທົ່ງພຽງແມ່ນ້ຳຂອງພວມຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍໃໝ່ ແລະ ຜິດປົກກະຕິ, ບໍ່ມີລັກສະນະເປັນກົດເກັນ ນັ້ນແມ່ນສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ ດ້ວຍບັນດາຜົນຮ້າຍພາຍຫລັງຄື: ຝົນຕົກ ແດດຮ້ອນຜິດປົກກະຕິ, ອຸມຫະພູມປ່ຽນແປງຢ່າງຕໍ່ເນື່ອງ; ນ້ຳທະເລຂຶ້ນສູງ, ນ້ຳທະເລຊຶມເຂົ້າ, ໄພແຫ້ງແລ້ງ; ດິນເຊາະເຈື່ອນ. ນອກນັ້ນ, ແມ່ນ້ຳຂອງຕອນເທິ່ງ ຍັງຖືກກັ້ນກະແສນ້ຳໄຫລ ເພື່ອສະສົມນ້ຳ ຈຶ່ງເຮັດໃຫ້ລະບົບຊີວະພາບຢູ່ເຂດທົ່ງພຽງແມ່ນ້ຳຂອງທັງໝົດຖືກຕ່າວປີ້ນ, ກໍ່ຄວາມຫຍຸ້ງຍາກສຳລັບການຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນ.

        ປີ 2012, ເມື່ອຍົກອອກບັນດາກໍລະນີຄາດຄະເນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ, ມີບາງປັດໃຈຍັງຄົງຢູ່ໃນລະດັບສົງໄສ ແຕ່ມາຮອດປະຈຸບັນ, ພາຍຫລັງ 5 ປີໄດ້ປະກົດເຫັນ ແລະ ມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຢ່າງແທ້ຈິງ. ຄາດວ່າ ມາຮອດປີ 2030 ຖ້າຫາກນ້ຳທະເລຂຶ້ນສູງ 100 cm ຈະກໍ່ນ້ຳຖ້ວມສ່ວນຫລາຍເນື້ອທີ່ດິນຂອງບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຄື: ເຮົ້າຢາງ, ກຽນຢາງ, ກາເມົາ.

ປ່ຽນໃໝ່ເຈດຕະນາດີໃນການພັດທະນາເຂດທົ່ງພຽງແມ່ນ້ຳຂອງ

        ດັ່ງນັ້ນ “ກອງປະຊຸມຫັນປ່ຽນຮູບແບບພັດທະນາແບບຍືນຍົງເຂດທົ່ງພຽງແມ່ນ້ຳຂອງ ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ” ດ້ວຍຈຸດປະສົງຊອກຫາວິທີແກ້ໄຂໃຫ້ຍຸດທະສາດການພັດມະນາເຂດທົ່ງພຽງແມ່ນ້ຳຂອງໃນສິບປີຈະມາເຖິງ, ສະແດງໃຫ້ເຫັນຢ່າງຈະແຈ້ງ ຄວາມສຸດຈິດສຸດໃຈຂອງຜູ້ນຳໜ້າລັດຖະບານ ແລະ ບັນດາກະຊວງ, ຂະແໜງຂັ້ນສູນກາງ; ບັນດາທ້ອງຖິ່ນ ແລະ ທັງປະຊາຊົນໃນເຂດ. ທ່ານ ເຈີ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ຢືນຢັນວ່າ:

        “ນີ້ແມ່ນກອງປະຊຸມ ຊຶ່ງທ່ານນາຍົກລັດຖະມົນຕີໄດ້ວາງອອກຄວາມຮຽກຮ້ອງຕ້ອງການສູງ ແລະ ຍາກທີ່ສຸດ. ນີ້ກໍ່ແມ່ນຄວາມຮຽກຮ້ອງຕ້ອງການ, ເປົ້າໝາຍພວມວາງອອກໃຫ້ລັດຖະບານພວກເຮົາ, ໃຫ້ເຂດທົ່ງພຽງແມ່ນ້ຳຂອງ ກໍ່ຄືບັນດາເຂດເສດຖະກິດຊີວະພາບອື່ນໆຂອງທົ່ວປະເທດ ແຕ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ແມ່ນເຂດບຸລິມະສິດ ເພື່ອເລືອກເຟັ້ນທຳອິດ. ກອງປະຊຸມນີ້ ນາຍົກລັດຖະມົນຕີ ກໍ່ວາງອອກ ແມ່ນກອງປະຊຸມ ທັງຍົກອອກບັນດາບັນຫາມີລັກສະນະລັດຖະນະໂຍບາຍ, ວິໄສທັດໄລຍະຍາວ, ເປັນລະບົບ ພ້ອມທັງຕ້ອງມີລັກສະນະເປັນໄປໄດ້, ຮີບດ່ວນ, ການກະທຳ ແລະ ໃນກອງປະຊຸມ, ແຕ່ລະຂົງເຂດ, ແຕ່ລະຂະແໜງ ແລະ ທ້ອງຖິ່ນ ຈະເລືອກເຟັ້ນບັນດາບັນຫາພື້ນຖານທີ່ສຸດ ເພື່ອເລືອກເຟັ້ນບຸລິມະສິດ.

    ນອກຈາກເລື່ອງປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍ, ກາລະໂອກາດ, ວິທີການຫັນປ່ຽນຮູບແບບພັດທະນາໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ກອງປະຊຸມຍັງປຶກສາລະອຽດກ່ຽວກັບການພັດທະນາພື້ນຖານໂຄງລ່າງ ແລະ ກົນໄກປະສານງານເຂດ, ການຫັນປ່ຽນແບບວິທີທຳມາຫາກິນແບບຍືນຍົງ, ພື້ນຖານໂຄງລ່າງຊົນນະປະທານ, ການປ້ອງກັນ ແລະ ຕ້ານໄພທຳມະຊາດ, ຕ້ານການເຊາະເຈື່ອນ, ຄວາມຮຽກຮ້ອງຕ້ອງການໃນການພັດທະນາ ແລະ ແຫຼ່ງກຳລັງ, ລະດົມແຫຼ່ງກຳລັງ, ກົນໄກການເງິນທີ່ເໝາະສົມເພື່ອໜູນຊ່ວຍການພັດທະນາ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ພ້ອມກັນນັ້ນ, ບັນດາໝາກຜົນທີ່ກອງປະຊຸມແມ່ນພື້ນຖານເພື່ອໃຫ້ລັດຖະບານພິຈາລະນາປະກາດໃຊ້ມະຕິສະເພາະສະບັບໜຶ່ງໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ທ່ານສາດສະດາຈານ, ປອ ວໍ້ຕອງຊວນ ອະທິການບໍດີ ມະຫາວິທະຍາໄລ ນາມເກີນເທີ ຖືວ່າ : ກອງປະຊຸມຄັ້ງນີ້ໂດຍພາຍໃຕ້ການເປັນປະທານຂອງນາຍົກລັດຖະມົນຕີ ໄດ້ສ້າງບາດລ້ຽວໃຫຍ່, ວາງອອກບັນດາລັດຖະນະໂຍບາຍໃໝ່ທີ່ມີລັກສະນະເປັນລະບົບ, ຍຸດທະສາດ ແລະ ບຸກທະລຸກ່ຽວກັບທັດສະນະໃຫ້ແກ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ພັດທະນາແບບຍືນຍົງໃນເງື່ອນໄຂປ່ຽນແປງຂອງດິນຟ້າອາກາດ. ທ່ານສາດສະດາຈານ, ປອ ວໍ້ຕອງຊວນ ອະທິການບໍດີ ມະຫາວິທະຍາໄລ ນາມເກີນເທີ ກ່າວວ່າ : 

    “ ກອງປະຊຸມຄັ້ງນີ້ ບັນດາຂະແໜງການຂອງພວກຕ້ອງປຶກສານຳກັນ ຕ້ອງປະສານສົມທົບນຳກັນ. ໃນຄັ້ງນີ້ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳກອງປະຊຸມປຽບເໝືອນຜູ້ບັນຊາວົງດົນຕີໃຫ້ຖືກຕາມບົດດົນຕີ, ຈາກນັ້ນຕ້ອງຖືການວາງແຜນກຳນົດຢູ່ໃສ ແລະ ຈາກແຜນກຳນົດດັ່ງກ່າວເຮົາຈຶ່ງຊັບຊ້ອນກຳລັງຊາວກະສີກອນຄືນ ແລະ ບັນດາໂຄງປະກອບໂຄງລ່າງກໍຖືກຂຶ້ນແຜນຕາມທີ່ນັ້ນ.  ”

    ເປັນທີ່ຈະແຈ້ງແລ້ວວ່າ : ສຳລັບສະພາບການໃໝ່ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຄືໃນປະຈຸບັນ, ການສ້າງຍຸດທະສາດໄລຍະຍາວເຖິງປີ 2100 ເພື່ອພັດທະນາແບບຍືນຍົງໃຫ້ແກ່ເຂດ ແມ່ນລັດຖະນະໂຍບາຍຍາວນານຂອງພັກ ແລະ ລັດຫວຽດນາມ. ພາຍຫຼັງກອງປະຊຸມຫັນປ່ຽນຮູບແບບພັດທະນາແບບຍືນຍົງຢູ່ ເຂດທ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໃຫ້ແທດເໝາະກັບການ ປ່ຽນແປງຂອງດິນຟ້າອາກາດ, ແນ່ນອນວ່າ ລັດຖະບານຫວຽດນາມຈະມີບັນດາເອກະສານ, ມະຕິຫົວເລື່ອງ ກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ດ້ວຍວິໄສທັດທີ່ຍາວໄກກວ່າ. ນີ້ແມ່ນການເປີດຊ່ອງທາງເພື່ອໃຫ້ ເຂດທົງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມພັດທະນາແບບຍືນຍົງ ສົມກັບເປັນອູ່ເຂົ້າ, ໝາກໄມ້ ແລະ ສິນໃນນ້ຳຂອງທັງປະເທດ./. 

ຕອບກັບ

ຂ່າວ/ບົດ​ອື່ນ