ຕ້ອງມີຄວາມຊື່ຕົງແລະສະເຫມີພາບໃນການພົບປະເຈລະຈາກ່ຽວກັບສິດທິມະນຸດ


(vovworld)- ວັນ​ທີ 12/4, ການ​ພົບ​ປະ​​ເຈລະຈາກ່ຽວ​ກັບ​ສິດທິ​ມະນຸດ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ຄັ້ງທີ 17 ຖືກດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ. ບັນດາ​ການ​ພົບ​ປະ​ເຈລະຈາ​ຄັ້ງ​ຕ່າງໆກ່ຽວ​ກັບສິດທິ​ມະນຸດ​ກໍໄດ້​ຖືກ​ອົງການ​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ຈັດ​ຂຶ້ນໃນ​ຫລາຍ​ປີຜ່ານມາ, ຈຸດປະສົງ​ແມ່ນ​ເພີ່ມ​ທະວີ​ຄວາມ​ ເຂົ້າ​ໃຈ​ກ່ຽວ​ກັບ​ສິດທິ​ມະນຸດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ​ແຕ່​​ເປັນ​ຫນ້າ​ເສຍດາຍ ກ່ອນ​ທີ່​ດຳ​ເນີ​ນການ​ພົບ​ປະ​​ເຈລະຈາກ່ຽວ​ກັບ​ສິດ​ທິມະນຸດ​ຄັ້ງ​ນີ້, ສະພາ​ຕຳ່​ອາ​ເມ​ລິ​ກາ ​ໄດ້​ເປີດ​ວາລະ​ອະພິປາຍ ດ້ວຍ​ເຫດຜົນ​ແມ່ນ​ທາ​ບທາມ​ຄຳ​ເຫັນ​ສັງ​ເກດ​ການ​​ແບບເອກະລາດ​ກ່ຽວ​ກັບ​ສະພາບ​ຕົວ​ຈິງ ​ແລະ ສຳ​ເນົາ​ເອກະສານ​ສິດທິ​ມະນຸດ​ຢູ່​ຫວຽດນາມ. ສິ່ງ​ດັ່ງກ່າວ​ຄ້າຍຄື​ “ບົດ​ລະຄອນ​ບໍ່​ຄ່ອງ​ແຄ້ວ​” ຂອງ​ອົງການ, ສ່ວນ​ບຸກຄົນ​ທີ່​ບໍ່​ມີ​ເຈດ​ຕະນາ​ດີ, ນຳ​ໃຊ້​ຄັນ​ຕະລະບັດ “ສິດທິ​ມະນຸດ” ​ເພື່ອ​ຕ້ານ​ທຳລາຍ​ຫວຽດນາມ. ​

        ຖ້າ​ຫາກຖືກ​ກັບ​ຈຸດປະສົງ​ແມ່ນ​ທາ​ບທາມ​ບັນດາຄຳ​ເຫັນ​ສັງ​ເກດ​ການ​​ແບບເອກະລາດ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ຢູ່ ຫວຽດນາມ, ຜູ້​ເຂົ້າ​ຮ່ວມ​ວາລະ​ອະພິປາຍ​ໂດຍ​ສະພາ​ຕຳ່​ອ​າ​ເມ​ລິ​ກາ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 11/4/2013 ຢູ່ ວໍ​ຊິງ​ຕັນ ຕ້ອງ​ແມ່ນ​ບັນດາ​ນັກ​ເຄື່ອນ​ໄຫວ, ຜູ້ຕາງຫນ້າ​ອົງການ, ສ່ວນ​ບຸກຄົນ​ທີ່​ຕິດ​ຕາມ​ບັນຫາ​ສິດ​ທິມະນຸດມີ​ຄວາມ​ເຂົ້າ​ໃຈ ​ແລະ ຄວາມ​ຮັບຜິດຊອບ, ພິ​ເສດ​ຕ້ອງ​ຮັບປະກັນ​ລັກສະນະ​ທ່ຽງ​ຕົງ, ພາວະວິ​ໄສ ​ແລະ ​ເອກະລາດ. ​ແຕ່​ຄວາມ​ຈິງ​ແລ້ວທີ່​ວາລະ​ອະພິປາຍ​ຄັ້ງ​ນີ້​ ຜູ້​ເຂົ້າ​ຮ່ວມ​ແມ່ນ​ຜູ້​​ເຄີຍມີ​ການ​ກະທຳ​ຕ້ານ​ທຳລາຍ, ​ເສກສັນ​ປັ້ນ​ແຕ່ງ​ບັນຫາ​ສິດທິ​ມະນຸດ​ຢູ່​ຫວຽດນາມ, ພົ້ນ​ເດັ່ນ​ຄື: ຫວໍ​ວັນ​ອາຍ, ຜູ້​ເຄີຍສົມຮູ້​ຮ່ວມ​ຄິດ​ກັບ​ພວກ​ທີ່​ມີ​ຈຸດປະສົງດ້ານ​ການ​ເມືອງ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ພວກ​ປະຕິ​ການ, ສວຍ​ໃຊ້​ສາສະຫນາ, ປະຊາທິປະ​ໄຕ ​ແລະ ສິດທິ​ມະນຸດ​ເພື່ອ​ຍຸ້​ແຍ່ຕ້ານ​ທຳລາຍ​ຫວຽດນາມ. ຫລື John Sifton ຜູ້ອຳນວຍການ​ຂົນຂວາຍ​ພາກ​ພື້ນ ອາຊີ ຂຶ້ນ​ກັບ​ອົງການ Human Rights Watch ​ແມ່ນ​ຜູ້​ຍາມ​ໃດ​ກໍ​ຕັ້ງ​ໃຈ​ໃສ່​ຮ້າຍ​ປ້າຍ​ສີສະ​ພາບ​ສິດທິ​ມະນຸດ​ຢູ່ ຫວຽດນາມ ຈາກ​ບັນດາ​​ຄະດີ​ຊຶ່ງ​ຝ່າຍ​ໂຈດ, ຈຳ​ເລີຍລ້ວນ​ແຕ່​ແມ່ນ​ຜູ້​ລ​ະ​ເມີດ​ກົດໝາຍ. ນອກ​ນັ້ນຍັງ​ມີ​ອີກ​ຜູ​້ຫນຶ່ງ ນັ້ນ​ແມ່ນ      ເຈີ​ນຕຽນ ​ໄດ້​ຮັບ​ຖື​ວ່າ “ຜູ້​ຖືກ​​ເຄະ​ຮ້າຍ​ຈາກສິດທິ​ມະນຸດ”, ທີ່​ຈິງ​​ແລ້ວແມ່ນ​ຜູ້​ມີ​ການ​ກະທຳ​ລະ​ເມີດ​ກົດໝາຍ ​ແລະ ​ຖືກ​ປັບ​ໄຫມລົງ​ໂທດ​ຕາມ​ການ​ກຳນົດ​ຂອງ​ກົດໝາຍ ຫວຽດນາມ​ໃນ​ເຫດການ​ກໍໍ່ຄວາມ​ວຸ້ນວາຍ​ຢູ່ ກົນ​ເຢົາ ນະຄອນ​ດາ​ຫນັງ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ວາລະ​ອະພິປາຍ​ຂອງ​ສະພາ​ຕຳ່​ອາ​ເມ​ລິ​ກາ ບໍ່​ສາມາດ​ຮັບບັນດາຄຳ​ເຫັນສັງ​ເກດ​​ແບບ​ເອກະລາດ​ໄດ້, ​ເພາະວ່າ ບັນດາ​ຜູ້​ເຂົ້າ​ຮ່ວມ​​ເຄີຍ​ຕັ້ງ​ໃຈ​ເສກ​ສັນ​ປັ້ນ​ແຕ່ງ​ສະພາບ​ຕົວ​ຈິງ​ກ່ຽວ​ກັບສິດທິ​ມະນຸດ​ຢູ່ ຫວຽດນາມ.

ຕ້ອງມີຄວາມຊື່ຕົງແລະສະເຫມີພາບໃນການພົບປະເຈລະຈາກ່ຽວກັບສິດທິມະນຸດ - ảnh 1
ພາບປະກອບ:internet

        ຍັງ​ມີ​ອີກ​ບັນຫາຫນຶ່ງ​ຕ້ອງ​ເວົ້າ​ເຖິງ ນັ້ນ​ແມ່ນ ກຳມາ​ທິການການ​ຕ່າງປະ​ເທດ​ຂອງສະພາ​ຕຳ່ ອາ​ເມ​ລິ​ກາ ​ໄດ້​ຈັດ​ຕັ້ງອັນ​ທີ່​ເອີ້​ນວ່າ “ວາ​ລະ​ອະພິປາຍ” ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ຫວຽດນາມຫລາຍ​ເທື່ອ​ແລ້ວ. ​​ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ບໍ່​ພາວະ​ວິ​ໄສ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ຂອງ​ຫວຽດນາມ. ມັນສະ​ແດງ​ອອກ​ຢູ່​ບ່ອນ​ວ່າ, ກ່ອນ​ທີ່​ດຳ​ເນີນ​ວາລະ​ອະພິປາຍ, ທ່ານ Christ Smith ປະທານ​ອະນຸ​ກຳມະການ​ສິດທິ​ມະນຸດ​ຂອງ​ກຳມາ​ທິການ​ການ​ຕ່າງປະ​ເທດ, ສະພາ​ຕຳ່​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: “ວາລະອະພິປາຍ” ຈະ​ເນັ້ນ​ຫນັກ​ເຖິງ​ບັນດາ​ການລະ​ເມີດ​ກ່ຽວ​ກັບ​ສິດທິ​ມະນຸດ ຊື່​ງຫວຽດນາມ​ໄດ້​ປະຕິບັດ, ພິ​ເສດ​ແມ່ນ​ບັນດາ​ສິດ​ເສ​ລິ​ພາບ​ໃນ​ການ​ເຊື່ອ​ຖື​ສາດສະຫນາ ​ແລະ ​ເຊື້ອ​ຊາດ​ຜິວ​ພັນ. ທ່ານ Smith ຍັງ​ເວົ້າ​ວ່າ: ຕົວພະຍານ​​ພິ​ເສດ” ຈະ​ສະຫນອງ​ອັນ​ທີ່​ເອີ້ນ​ວ່າ “ພະຍານ​ຫລັກ​ຖານທີ່​​ເກ້​ຍກອ່ມ”​ເພື່ອ​ໃຫ້​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ຕັ້ງ​ບັນຫາ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ຫວຽດນາມ ​​ໃນ​ການ​ພົບ​ປະ​​ເຈລະຈາ​ກ່ຽວ​ກັບ​ສິດທິ​ມະນຸດ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາດຳ​ເນີນ​​ໄປ​ໃນ​ວັນ​ທີ 12/4 ຢ່າງຂ້ຽວຂາດ​ກວ່າ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຫຍໍ້​ທໍ້​ຂອງ​ຜູ້​ເປັນ​ປະ​ທານ​ດັ່ງກ່າວ, ວາລະ​ອະພິປາຍ​ບໍ່​ແມ່ນ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ສັງ​ເກດ​ແບບເອກະລາດ ຄື​ດັ່ງ​ໄດ້​ປະກາດ​ເທົ່າ​ນັ້ນ ຫາກ​ພຽງ​ແຕ່​ຢາກ​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ສິດທິ​ມະນຸດ​ຂອງຫວຽດນາມ, ​ເພື່ອ​ຈຸດປະສົງ​ອື່ນ ບໍ່​ນອກ​ເຫນືອ​ການ​ນຳ​ໃຊ້ຄັນຕະລະ​ບັດ​ສິດທິ​ມະນຸດ​ເພື່ອ​ຮັບ​ໃຊ້​ກົນ​ອຸບາຍ​ຕ້ານ​ທຳລາຍ​ຫວຽດນາມ.

ສິດທິ​ມະນຸດ​ແມ່ນ​ບັນຫາ​ໃຫຍ່​ທີ່​ມີ​ລັກສະນະ​ວັດທະນະທຳ​ມະນຸດ​ ​ແລະ​ສັງຄົມ​​ເຊິ່ງ ຍາມ​ໃດ​ມະນຸດ​ກໍ​ມຸ້ງ​ໄປ​ເຖິງ​ເພື່ອ​ປະຕິບັດ​ຢ່າງ​ຄົບ​ຖ້ວນ​ກວ່າ. ​ໂດຍ​ຮັບ​ຮູ້​ສິ່ງ​ດັ່ງກ່າວ​ຢ່າງ​ຈະ​ແຈ້ງ, ນັບ​ແຕ່​ໄລຍະ​ ​ການ​ພົວພັນ​ລະຫວ່າງອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ກັບ​ຄືນ​ສູ່​ຄວາມເປັນ​ປົກກະຕິ​ເມື່ອ​ປີ 1995 ມາ​ຮອດ​ປະຈຸ​ບັນ, ສອງ​ປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​​ເຈລະຈາເປັນ 16 ຄັ້ງ ​ແລະ ພວມ​ດຳ​ເນີນ​ການ​ພົບ​​ເຈລະຈາ​ຄັ້ງ​ທີ 17 ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ. ທີ່​​ການ​ພົບ​ປະ​​ເຈລະຈາ​ຄັ້ງ​ນີ້, ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນດາບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ໃນ​ຂົງ​ເຂດ​ສິດທິ​ມະນຸດ, ປະຊາທິປະ​ໄຕ. ບໍ່​ພຽງ​ແຕ່​ຝ່າຍ​ອາ​ເມ​ລິ​ກາສະ​ແດງ​ການ​ໃຫ້​ບຸລິມະສິດ​ກ່ຽວ​ຂ້ອງ​ເຖິງ​ສິດທິ​ມະນຸດ​ຢູ່​ຫວຽດນາມ ​ເທົ່າ​ນັ້ນ ຫາກ​ ຫວຽດນາມ​ກໍ​ຍົກ​ໃຫ້​ເຫັນ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ຢູ່ ອາ​ເມ​ລິ​ກາ ອີກ​ດ້ວຍ.  ພົ້ນ​ເດັ່ນ​ຄື​ທີ່​ການ​ພົບປະ​​ເຈລະຈາ​ກ່ຽວ​ກັບ​ສິດທິ​ມະນຸດ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຄັ້ງ​ທີ 16 ຈັດ​ຂຶ້ນ​​ເມື່ອ​ວັນ​ທີ 10/11/2011 ຢູ່ ວໍ​ຊິງ​ຕັນ, ຫວຽດນາມ ​ໄດ້​ຍົກ​ໃຫ້​ເຫັນ​ຂໍ້ຄົງຄ້າງ​ໃນ​ຂົງ​ເຂດ​ປົກ​ປ້ອງ ​ແລະ ຊຸກຍູ້​ສິດ ​ແລະ ຄວາມ​ເສ​ລີ​ຂອງ​ອາ​ເມ​ລິ​ກາ​ຢ່າງ​ກົງ​ໄປ​ກົງ​ມາ, ພິ​ເສດ​ໃນ​ການ​ທໍລະມານ ​ແລະ ການ​ປະພຶດ​ທາລຸ​ນນັກ​ໂທດ, ບັນຫາ​ຈຳ​ແນ​ກເຊື້ອ​ຊາດ​ຜິວ​ພັນ ​ແລະ ຈຳ​ແນ​ກການ​ປະພຶດ​ຕໍ່​ສຳລັບ​ກຸ່ມ​ຊາວສ່ວນ​ຫນ້ອຍ ​ແລະ ​ເຂົ້າ​ອາ​ໄສ​ຢູ່ ອາ​ເມ​ລິ​ກາ. ການ​ພົບ​ປະ​​ເຈລະຈາ​ທັງ​ໝົດ​ກ່ຽວ​ກັບ​ສິດທິ​ມະນຸດ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ​ໄດ້​ດຳ​ເນີນ​ໃນ​ບັນຍາກາດ​ກົງ​ໄປ​ກົງ​ມາ, ​ເປີດ​ເຜີຍ, ສະ​ເຫມີ​ພາບ ​ແລະ ​ເຄົາລົບ​​ເຊິ່ງກັນ ​ແລະ​ກັນ, ​​ເພື່ອ​ຮັດ​ແຄບ​ຊ່ອງ​ຫວ່າງ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ, ​ເພ່ີມ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ຢູ່​ແຕ່ລະ​ປະ​ເທດ.

ຕ້ອງມີຄວາມຊື່ຕົງແລະສະເຫມີພາບໃນການພົບປະເຈລະຈາກ່ຽວກັບສິດທິມະນຸດ - ảnh 2
ຫວຽດນາມ ບັນລຸຜົນງານໃຫຍ່ກ່ຽວກັບການຮັບປະກັນສິດ ແລະ ຜົນປະໂຫຍດຂອງເດັກ
ພາບ:internet

        ​ເປັນອັນ​ວ່າ, ການ​ພົບ​​ເຈລະຈາ​ແມ່ນມີ​ຄວາມ​ຈຳ​ເປັນ ​ແລະ ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ຍາ​ມ​ໃດ​ກໍ​ແມ່ນ​ບັນຫາ​ຕົ້ນຕໍ​ໃນ​ການ​ຮັດ​ແຄບ​ຊ່ອງ​ຫວ່າງ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ສິດທິ​ມະນຸດ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຊື່​ງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ຈາກ​ອົງການ​ກ່ຽວ​ຂອ້ງສອງ​ປະ​ເທດ​ໃນ​ຫລາຍ​ປີຜ່ານມາ, ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ຂອບ​ເຂດ​ການ​ພົວພັນ “ຄູ່​ຮ່ວມ​ມື​ສ້າງສັນ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ບົນ​ພື້ນຖານ​ສະ​ເຫມີ​ພາບ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ສະ​ນັ້ນ ​ເຖິງ​ວ່າ​ບັນດາ​ອົງການ, ສ່ວນ​ບຸກຄົນ​ມີ​ເຈດ​ຕະນາບໍ່​ດີ​ກັບ​ຫວຽດນາມ​ໄດ້ຕັ້ງ​ໃຈ​ເສກ​ສັນ​ປັ້ນ​ແຕ່ງ​ບັນຫາ​ສິດທິ​ມະນຸດ​ຂອງ​ຫວຽດນາມຄື​ແນວ​ໃດ​ກໍ​ຕາມ ຍາກທີ່​​ຈະປ່ຽນ​ແປງການ​ພົບ​ປະ​​ເຈລະຈາທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້.


ຂ່າວ/ບົດ​ອື່ນ