​ຕ້ອງ​ມີ​ຄວາມມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ໃນ​ທົ່ວ​ໂລກ​ໃນ​ການ​ຜະ​ລິດ​ ​ວັກ​ຊິນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ-19

(VOVWORLD) -ໃນສະພາບການໂລກລະບາດອັກເສບປອດໂຄວິດ-19 ສາຍພັນໃໝ່ຂອງເຊື້ອໄວຣັດ ໂຄໂຣນາ SARS-CoV-2 ສືບຕໍ່ແຜ່ລະບາດໃນທົ່ວໂລກ, ພິເສດແມ່ນຢູ່ເອີລົບ ນັ້ນ, ຫຼາຍປະເທດພວມມານະພະຍາຍາມແຂ່ງຂັນກັນ ຊອກຫາຢາປິ່ນປົວ ແລະ ວັກຊິນ ເພື່ອສະກັດກັ້ນໂລກລະບາດດັ່ງກ່າວ. ເຖິງແນວນັ້ນກໍ່ຕາມ, ປະເທດຕ່າງໆຕ້ອງມີຄວາມມານະພະຍາຍາມລວມ ໃນການຜະລິດ ວັກຊິນສະກັດກັ້ນໂລກລະບາດໂຄວິດ-19 ໃນເວລາໄວທີ່ສຸດ ແທນທີ່ການແຂ່ງຂັນກັນລະຫວ່າງບັນດາປະເທດ.
​ຕ້ອງ​ມີ​ຄວາມມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ໃນ​ທົ່ວ​ໂລກ​ໃນ​ການ​ຜະ​ລິດ​ ​ວັກ​ຊິນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ-19 - ảnh 1 ພາບປະກອບ

    ໃນໂລກລະບາດໂຄວິດ-19 ໂດຍເຊື້ອໄວຣັດ Sars-CoV-2 ກໍ່ຂຶ້ນນັ້ນ, ການຜະລິດວັກຊິນ ຊ່ວຍສະກັດກັ້ນເຊື້ອໄວຣັດນີ້ ແມ່ນການໃຫ້ບຸລິມະສິດ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດ ກໍ່ຄືຈຳນວນຜູ້ເສຍຊີວິດຍ້ອນພະຍາດນີ້ໃນທົ່ວໂລກ.

ບັນດາຄວາມມານະພະຍາຍາມຜະລິດ ວັກຊິນ

ໃນໄລຍະຜ່ານມາ, ປະເທດຕ່າງໆໄດ້ປະກາດບັນດາການຄົ້ນຄ້ວາຢ່າງລຽນຕິດ ແລະ ຖະແຫຼງວ່າ ສາມາດສ້າງໄດ້ ບັນດາພື້ນຖານສຳຄັນ ໃຫ້ແກ່ການພັດທະນາວັກຊິນຄື: ສ້າງລະບົບປູກເຊື້ອໄວຣັດໃນຫ້ອງທົດລອງ, ປົດລັອກຊຸດ gen ຂອງໄວຣັດ ແລະ ຊອກຮູ້ໂຄງປະກອບຂອງໄວຣັດນີ້.

ປະຈຸບັນ, ວັກຊິນສະກັດກັ້ນເຊື້ອໄວຣັດ Sars-CoV-2 ກຳລັງໄດ້ສຸມໃສ່ພັດທະນາດ້ວຍລະດັບໄວ ຈາກຫຼາຍກຸ່ມ ໃນໂລກ ດ້ວຍຫຼາຍວິທີທີ່ແຕກຕ່າງກັນ. ວັນທີ 2 ເມສາ, ອົງການຄົ້ນຄ້ວາວິທະຍາສາດ ແລະ ອຸດສາຫະກຳ ອົດສະຕາລີ ໄດ້ເລີ່ມທົດລອງ ວັກຊິນໄລຍະທີໜຶ່ງ ໃນໂຕເຫງັນ 2 ໂຕຢູ່ຫ້ອງທົດລອງສັດຕະວະແພດຢູ່ນະຄອນ Geelong ຂຶ້ນກັບລັດ Victoria. ການທົດລອງນີ້ມີຄວາມໝາຍໃນການແຂ່ງຂັນຊອກຫາ ວັກຊິນ ສະກັດກັ້ນໂລກລະບາດໂຄວິດ-19. ການທົດລອງຢູ່ໃນສັດ ຈະສະໜອງພື້ນຖານ ແລະ ຄວາມເຊື່ອໝັ້ນຕໍ່ຕົນເອງໃຫ້ແກ່ບັນດານັກວິທະຍາສາດ ເພື່ອຫັນໄປຄົ້ນຄ້ວາຢູ່ໃນຮ່າງກາຍຂອງຄົນ.

ບໍລິສັດການຢາຊີວະສາດ AnGes Inc ຂອງຍີ່ປຸ່ນ ແລະ ມະຫາວິທະຍາໄລ Osaka ຫາກໍ່ໄດ້ສົ່ງໃບຄຳຮ້ອງ ຂໍ ໃບຢັ້ງຢືນປະດິດສ້າງໃຫ້ແກ່ ວັກຊິນ ສະກັດກັ້ນໂລກລະບາດໂຄວິດ-19. ໃນຂະນະນັ້ນ, ບໍລິສັດຜະລິດຢາສູບ British American Tobacco ກໍ່ໄດ້ປະກາດວ່າ ຮາກຖານຄົ້ນຄ້ວາເຕັກໂນໂລຊີຊີວະສາດຂອງບໍລິສັດນີ້ ຢູ່ອາເມລິກາ ພວມພັດທະນາວັກຊິນປະເພດໜຶ່ງທີ່ມີຄວາມສາມາດບົ່ມຊ້ອນນຳໃຊ້ບັນດາ protein ທີ່ເອົາມາຈາກໃບ ຢາສູບ ແລະ ພວມຢູ່ໃນໄລຍະທົດລອງເບື້ອງຕົ້ນ.

​ຕ້ອງ​ມີ​ຄວາມມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ໃນ​ທົ່ວ​ໂລກ​ໃນ​ການ​ຜະ​ລິດ​ ​ວັກ​ຊິນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ-19 - ảnh 2 ຢູ່ຫ້ອງທົດລອງປະເທດ ບຣາຊິນ (ພາບ:AFP/Archivos)

 ຕ້ອງການຄວາມມານະພະຍາຍາມຂອງທົ່ວໂລກເພື່ອຜະລິດ ວັກຊິນ

ຕາມບັນດານັກຊ່ຽວຊານດ້ານການແພດ, ຕາມປົກກະຕິແລ້ວ, ໃນແຕ່ລະໄລຍະຄົ້ນຄ້ວາ ແລະ ພັດທະນາ, ວັກຊິນຕ້ອງໄດ້ທົດລອງຢູ່ໃນສັດກ່ອນ ແລ້ວຈຶ່ງມາທົດລອງຢູ່ໃນຄົນ ແລະ ຕ້ອງເສຍເວລາທັງໝົດເພື່ອຜະລິດແມ່ນແຕ່ 6-36 ເດືອນ ແຕ່ສຳລັບໄວຣັດທີ່ສັບສົນຄື SARS-CoV-2 ແລ້ວ, ອາດຈະເສຍເວລາຫຼາຍກ່ວາອີກ.

  ການພັດທະນາຂອງບັນດາປະເພດ ວັກຊິນທີ່ມີຄວາມສາມາດບົ່ມຊ້ອນ ສະກັດກັ້ນໂລກລະບາດໂຄວິດ-19 ພວມມີຄວາມຄືບ ໜ້າໂດຍໄວ. ແຕ່ເຖິງແນວນັ້ນກໍ່ຕາມ, ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ເລື່ອງປະເທດຕ່າງໆແຂ່ງຂັນກັນເພື່ອພັດທະນາ ວັກຊິນ ແຕ່ບໍ່ມີການຮ່ວມມືກັນໃນທົ່ວໂລກນັ້ນ ອາດຈະພາໄປເຖິງບັນດາປະເພດ ວັກຊິນ ທີ່ບໍ່ມີຄວາມປອດໄພ, ຂາດເວລາກວດກາພິສູດ. ນອກຈາກນັ້ນແລ້ວ, ໃນຂະນະທີ່ ວັກຊິນໄດ້ຮັບການພິສູດວ່າ ມີຄວາມປອດໄພ ແລະ ບັນລຸປະສິດທິຜົນ, ຕ້ອງລົງທຶນໃສ່ພື້ນຖານໂຄງລ່າງ ເພື່ອແຈກຢາຍວັກຊິນໃນຂອບຂະໜາດທົ່ວໂລກ ບົນພື້ນຖານສະເໝີພາບ. ປະເທດຕ່າງໆຕ້ອງມີຄຳໝັ້ນໝາຍດ້ານການເມືອງ ເພື່ອຮັບປະກັນວ່າ ເຂົາເຈົ້າພວມໄດ້ສຳຜັດ ແລະ ຕອບສະໜອງຄວາມຕ້ອງການນຳໃຊ້ວັກຊິນ ແລະ ຢາປິ່ນປົວພະຍາດໂຄວິດ-19 ຖ້າຫາກວ່າການຄົ້ນຄວ້າປະສົບຜົນສຳເລັດ.

ປະຈຸບັນ, ມີຫຼາຍສັນຍານທີ່ເປັນໜ້າພາກພູມໃຈ ນັ້ນແມ່ນບັນດາອົງການຈັດຕັ້ງຫຼາຍຝ່າຍ ໄດ້ຮັບການອຸປະຖຳຈາກຫຼາຍລັດຖະບານ, ບັນດາບໍລິສັດການຢາ ແລະ ບັນດາຜູ້ມີໃຈບຸນໃຈກຸສົນ ລ້ວນແຕ່ກຽມພ້ອມ ສະໜອງຈຳນວນເງິນນັບຮ້ອຍລ້ານ USD ເຂົ້າໃນຄວາມມານະພະຍາຍາມພັດທະນາວັກຊິນ. ໂລກລະບາດໂຄວິດ-19 ພວມມີການຜັນແປຢ່າງສັບສົນທີ່ສຸດ ໃນທົ່ວໂລກ ດ້ວຍບັນດາຜົນຮ້າຍອັນໜັກໜ່ວງ ທີ່ບໍ່ສາມາດຄາດຄະເນໄດ້ ສຳລັບມວນມະນຸດ. ເພື່ອຍູ້ໄວວິວັດການຜະລິດ ແລະ ແຈກຢາຍ ວັກຊິນ ຢ່າງກ້ວາງຂວາງນັ້ນ, ຕ້ອງມີຄວາມມານະພະຍາຍາມລວມໃນທົ່ວໂລກ ແທນທີ່ການແກ້ງແຍ້ງ ຍາດເອົາການຜະລິດຜູກຂາດຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ