ຕະຫລາດສົ່ງອອກແຮງງານປີ 2014-ບັນດາສັນຍານເປັນຫນ້າຊື່ນຊົມ

(vovworld)- ປີ 2013 ​ໄດ້​ຜ່ານ​ໄປ​ດ້ວຍ​ການ​ສົ່ງ​ອອກ​ແຮງ​ງານ​ສ​ຳ​ເລັດ​ລື່ນ​ກາຍ​ລະດັບ​ຄາດໝາຍ​ທີ່​ວາງ​ອອກ, ​ແມ່ນ​ສົ່ງ​ຄົນ​ງານ​ໄດ້ 88.155 ຄົນ​ໄປ​​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ. ກ້າວ​ເຂົ້າ​ສູ່​ປີ 2014, ​ເປີດ​​ຫລາຍ​ກາລະ​ໂອກາດ​ໃຫມ່​​ໃຫ້​ແກ່​ຄົນ​ງານ ຫວຽດນາມ.

ຕະຫລາດສົ່ງອອກແຮງງານປີ 2014-ບັນດາສັນຍານເປັນຫນ້າຊື່ນຊົມ - ảnh 1
ຫວຽດນາມ ສູ້​ຊົນ​ບັນລຸ​ຄາດໝາຍ​ສົ່ງ​ອອກ​ຄົນ​ປະມານ 85.000-90.000 ຄົນ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ໃນ​ປີ 2014 ນີ້
photo:internet

        ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ກໍ​ຕາມ ​ແຕ່​ການ​ສົ່ງ​ອອກ​ແຮງ​ງານ​ຍັງ​ມີ​ບັນດາ​ແງ່​ຫວັງ​ອັນ​ຕັ້ງ​ຫນ້າ ດ້ວຍ​ເລື່ອງ ສ​ເກົາຫລີ ​ເປີດ​ປະຕູ​ຄືນ​ໃຫມ່​ສຳລັບ​ແຮງ​ງານ​ຫວຽດນາມ. ພ້ອມ​ກັນ​ນັ້ນ, ມີ​ຕະຫລາດ​ອື່ນ​ຫລາຍ​ແຫ່ງ​ກໍ​ເລີ່​ມຮັບ​ເອົາ​ຄົນ​ງານ​ຫວຽດນາມ​ ທີ່​ມີ​ລະດັບ​ຄວາມ​ຮູ້ ​ມາ​ເຮັດ​ວຽກ​.

        ມີ​ຄົນ​ງານ​ຫວຽດນາມ ​ເກືອບ 16.000 ຄົນ​ມີ​ກາລະ​ໂອກາດ​ໄປ​​ເຮັດ​ວຽກ​ຢູ່ ສ​ເກົາຫລີ

        ​​ໃນ​ຊຸມ​ມື້​ຕົ້ນ​ເດືອນ 1/2014 ​ແມ່ນ​ຊຸມ​ມື້​ທີ່​ຂະ​ແຫນງ​ສົ່ງ​ອອກ​ແຮງ​ງານ​ຕັ້ງ​ຄວາມ​ຫວັງທີ່​ສຸດ. ບົດ​ບັນທຶກ​ຊ່ວຍ​ຈຳ​ສະບັບ​ພິ​ເສ​ດລະຫວ່າງ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ​ ​ແລະ ສັງຄົມ ຫວຽດນາມ ກັບ​ກະຊວງ​ວຽກ​ເຮັດ​ງານ​ທຳ ​ແລະ ​ແຮງ​ງານ ສ​ເກົາ​ຫລີ ມີ​ເວລາ​ກຳນົດ​ພຽງ 1 ປີ ​ແຕ່​ເລື່ອງ​ລົງ​ນາມ​ດັ່ງກ່າວ​ໄດ້​ນຳ​ມາ​ເຊິ່ງຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ແກ່​ຄົນ​ງານ​ເກືອບ 16.000 ຄົນ. ທ່ານ ຫງວຽນ​ງອກ​ກີ​ງ(Nguyen Ngoc Quynh), ຫົວຫນ້າ​ກົມ​ຄຸ້ມ​ຄ້ອງ​ແຮງ​ງານ​ຢູ່​ຕ່າງປະ​ເທດ ​ໃຫ້​ຮູ້​ວ່າ:

        “ສະ​ເພາະ​ຕະຫລາດ ສ​ເກົາຫລີ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ມີ​ຂໍ້​ຕົກລົງກ່ຽວ​ກັບ​ການປະຕິບັດ​ທົດ​ລອງ​ການຈຳ​​ເງິນສຳລັບ​ຄົນ​ງານ​ກ່ອນ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ ​ແລະ ບັນດາ​ມາດ​ຕະການ​ທັງ​ໝົດ​ເຫລົ່າ​ນັ້ນ ປະຈຸ​ບັນ ພວມ​ໄດ້​ຮັບ​ການ​ປະຕິບັດ. ຫວ່າງ​ແລ້ວ​ນີ້, ພວກ​ເຮົາ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່ີ​ແນ່ນອນ. ອັດຕາ​ຄົນ​ງານທີ່ໝົດ​ກຳນົດ​ເວລາ​ໃນ​ສັນຍາ​ແຮງ​ງານ​ເຮັດ​ວຽກ​ຢູ່ ສ​ເກົາຫລີ ທີ່ບໍ່​​ກັບ​ເມືອ​ປະ​ເທດ ​ໄດ້​ຫລຸດ​ລົງ​ພໍ​ສົມຄວນ ​ແລະ ພວມ​ມີ​ທ່າ​ອ່ຽງຫລຸດ​ລົງ​ອີກ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ​ໃນ​ປີ 2014, ພວກ​ເຮົາ​ສາມາດ​ເຊື່ອມ​ຕໍ່​ຂໍ້​ຕົກລົງ​ກັບ ສ​ເກົາ​ຫລີ ​ເພື່ອ​ສືບ​ຕໍ່​ສົ່ງ​ຄົນ​ງານ​​ໃຫມ່ໄປ​ເຮັດ​ວຽກ​ຢູ່ ສ​ເກົາຫລີ.”

        ຕາມ​ທ່ານ ຫງວຽນ​ງອກ​ກີ​ງ ​ແລ້ວ,​ ຍ້ອນ​ເວລາ​ຢຸດຕິ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່ ສ​ເກົາຫລີ ​ແມ່ນ​ຍາວ​ນານ ສະ​ນັ້ນ ​ເພື່ອ​ຫນູນ​ຊ່ວຍ​ຄົນ​ງານ​ຝືກຫັດ​ພາສາ ສ​ເກົາຫລີ ຄືນ​ໃຫມ່, ກະຊວງ​ແຮງ​ງານ​, ທະຫານ​ເສ​ຍອົງຄະ ​ແລະ ສັງຄົມ​ຫວຽດນາມ ພວມ​ວາງ​ແຜນ​ມອບ​ໃຫ້​ສູນ​ແຮງ​ງານ​ຕ່າ​ງະ​ເທດ ​ເປີດ​ຊຸດ​ຮຽນ ພາສາ ສ​ເກົາຫລີ ​ແລະ ບັນດາຄວາມ​ຮູ້​ທີ່​ຈຳ​ເປັນ​ໃຫ້​ແກ່​ຄົນ​ງານ. ສ​ະ​ເພາະ ຄົນ​ງານ​ຢູ່​ເມືອງ​ທຸກ​ຍາກ ກວ່າ 2.700 ຄົນ ຂຶ້ນ​ກັບ​ເມືອງ​ທຸກ​ຍາກ​ໄດ້​ຈົດ​ທະບຽນ​ເສັງ​ພາສາ ສ​ເກົາຫລີ ​ເພື່ອ​ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ນີ້ ​ໃນ​ຂົງ​ເຂດ​ກະສິກຳ ຈະ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ເພື່ອ​ຮຽນ​ພາສາ ສ​ເກົາຫລີ ຄືນ​ໃຫມ່ຕາມ​ຂໍ້​ຕົກລົງ​ເລກທີ 71 ຂອງ​ນາຍົກລັດຖະມົນຕີ.

        ມີ​​ກາລະ​ໂອກາດ​ອື່ນຫລາຍ​ຢ່າງ

        ກ່ຽວ​ກັບ​ຕະຫລາດ​ແຮງ​ງານ, ​ໃນ​ປີ 2014 ມີ​ຕະຫລາດ​​ແຮງ​ງານ​ເດີມ​ຈຳນວນ​ຫນຶ່ງ​ຄື: ຍີ່​ປຸ່ນ, ​ໄຕ້​ຫວັນ, ມາ​ເລ​ເຊຍ ສືບ​ຕໍ່​ຕ້ອງການ​ຄົນ​ງານຕ່າງປະ​ເທດ​ເປັນ​ຈຳນວນ​ຫລາຍ, ​ໃນ​ນັ້ນ ມີ​ຄົນ​ງານ​ຫວຽດນາມ. ທ່ານ ດາວ​ກົງ​ຫາຍ, ຮອງ​ຫົວຫນ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ​ຕ່າງປະ​ເທດ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ພວກ​ເຮົາ​ສືບ​ຕໍ່​ສຸມ​ໃສ່​ເຂົ້າ 4 ຕະຫລາດ​ແຮງ​ງານ​ເດີມ.​ທີ​ຫນຶ່ງ ​ແມ່ນ ມາ​ເລ​ເຊຍ ພວກ​ຂ້າພະ​ເຈົ້າ​ຈະ​ຊີ້​ນຳ​ຢ່າງ​ຂ້ຽວຂາດ​​​ໃນ​ປີ​ນີ້ເພື່ອ​ສົ່ງ​ຄົນງານ​ປະມານ 15.000- 20.000 ​ໄປ​ເຮັດ​ວຽກ​ຢູ່ປະ​ເທດ​ນີ້. ທີ​ສອງ ຕະຫລາດ​ໄຕ້​ຫວັນ ​ໃນ​ປີ 2013 ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ນີ້​ບັນລຸ​ລະດັບສະຖິຕິ 43.000 ຄົນ, ປີ​ນີ້​ພະຍາຍາມ​ຮັກສາລະດັບ​ນີ້​ຫລື​ບັນລຸ​ລະດັບ​ສູງ​ກວ່າ​ໃນ​ປີ 2014. ທີສາມ, ຕະຫລາດ​ຍີ່ປຸ່ນ ​ແມ່ນສົ່ງ​ຄົນ​ງານ​ໄປ​ຮຽນ​ຢູ່​ປະ​ເທດ​ນີ້​ໄດ້ 10.000 ຄົນ. ພິ​ເສດ ຕະຫລາດ ສ​ເກົາຫລີ ​ໄດ້​ເປີດ​ປະຕູ​ແລ້ວ, ຫວັງ​ວ່າ ຈະ​ສົ່ງ​​ແຮງ​ງານ​ໄດ້ 10.000-12.000 ຄົນ.​ນອກ​ນັ້ນ ຕາ​ເວັນ​ອອກ​ກາງ ​ແລະ ອາ​ຟຼິກາ​ເຫນືອ ກໍ​ແມ່ນ​ບັນດາ​ຕະຫລາດ​ດຶງ​ດູດ​​ແຮງ​ງານ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫລາຍ. ​ໃນ​ປີ​ຫນຶ່ງ,​​ແຕ່ລະ​ປະ​ເທດ​ຢູ່​ຕາ​ເວັນ​ອອກ​ກາງ ອາດ​ຈະ​ຕ້ອງການ​ຄົນ​ງານ​ເຖິງ 100.000 ຄົນ​ທ່ີ​ເຮັດ​ວຽກ​​ໃນ​ຂົງ​ເຂດ​ກໍ່ສ້າງ, ສະ​ນັ້ນ ຫວຽດນາມ ກໍ່​ສາມາດ​ສົ່ງ​ຄົນ​ງານ 10.000 ຄົນ​​​ໄປ​ເຮັດ​ວຽກ​ຢູ່​ປະ​ເທດ​ນີ້​ໄດ້.”

        ຄຽງ​ຄູ່​ກັນ​ນັ້ນ ມີ​ຕະຫລາດ​ທີ່​ຕ້ອງການ​ຄຸນ​ນະພາ​ບສູງ​ຫລາຍ​ແຫ່ງ ​ໄດ້​ເປີດ​ປະຕູ​ຮັບ​ຄົນ​ງານ​​ຫວຽດນາມທີ່​ມີ​ລະດັບ​ຄວາມ​ຮູ້. ບັນດາ​ໂຄງການ​ສົ່ງ​ພະ​ຍາ​ບານ​ໄປ​​ເຮັດ​ວຽກ​ຢູ່ ​ເຢຍລະ​ມັນ ​ແລະ ຍີ່​ປຸ່ນ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ສະດວກ. ​ເຖິງ​ວ່າ ຈຳນວນ​ຄົນ​ງານ​ໃນ​ຂົງ​ເຂດ​ນີ້​ບໍ່​ຫລາຍ​ກໍ​ຕາມ ​ແຕ່​ໄດ້​ສ້າງ​ທ່ວງທ່າ​ເພື່ອ​ເປີດ​ກວ້າງ​ຕະຫລາດ​ສ່ົງ​ອອກ​ແຮງ​ງານ​ທີ່ມີ​ລະດັບ​ຄວາມ​ຮູ້​ສູງ, ລາຍ​ຮັບ​ສູງ​ພໍ​ສົມຄວນ​ຢູ່​ບັນດາ​ປະ​ເທດ​ພັດທະນາ. ຫວຽດນາມ ມີ​ຄວາມ​ສະດວກ​ຫລາຍ​ຢ່າງ​ສຳລັບ​ການ​ສົ່ງ​ແຮງ​ງານ​ໃນ​ຂົງ​ເຂດ​ກໍ່ສ້າງ ​ແລະ ບໍລິການ ​ໄປ​ເຮັດ​ວຽກ​ຢູ່ຕາ​ເວັນ​ອອກ​ກາງ ​ເພາະວ່າ ​ເສດຖະກິດ​ຢູ່​ພາກ​ພື້ນ​ນີ້ ພວມ​ຄ່ອຍໆ​ຟື້ນ​ຕົວ ສະ​ນັ້ນ ຄວາມ​ຕ້ອງການ​ກ່ຽວ​ກັບ​ແຮງ​ງານ​ມາ​ຈາກ​ຫວຽດນາມ ຈະ​​ເພີ່ມ​ຂຶ້ນ.

         ປີ 2014 ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ​ແມ່ນ​ສະພາບ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ພວມ​​​ຕົກ​ເຂົ້າ​ສູ່​ສະພາບ​ລົ້ມ​ລະລາຍ, ຈຳນວນ​ຄົນ​ງານ​ຖືກ​ວ່າງ​ງານ​ເພີ່ມ​ຂຶ້ນ ສະ​ນັ້ນ ການ​ສົ່ງ​ອອກ​ແຮງ​ງານ ​ແມ່ນ​ສວມ​ບົດບາດ​ສຳຄັນ​ໃນ​ກາ​ນຮັກສາ​ເສດຖະກິດ​ສັງຄົມ​​ເປັນ​ປົກກະຕິ ກໍ​ຄື​ກາ​ນລົບ​ລ້າງ ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາ​ມທຸກ​ຍາກ. ບັນດາ​ຂະ​ແຫນງ​ການ​ກ່ຽວຂ້ອງ​ຂອງ​ຫວຽດນາມ ສູ້​ຊົນ​ບັນລຸ​ຄາດໝາຍ​ສົ່ງ​ອອກ​ຄົນ​ປະມານ 85.000-90.000 ຄົນ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ໃນ​ປີ 2014 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ