ຕາເວັນອອກກາງ - ພາກພື້ນຂາດສະຖຽນລະພາບປີ 2013

ຕາເວັນອອກກາງ - ພາກພື້ນຂາດສະຖຽນລະພາບປີ 2013 - ảnh 1
ການໃຊ້ຄວາມຮຸນແຮງໄດ້ເກີດຂຶ້ນໃນທົ່ວປະເທດອີຣັກ
(ພາບ: AP)

   ປີ 2013, ພາກພື້ນຕາເວັນອອກກາງຍັງຄົງຖືກຈັດອັນດັບໜຶ່ງໃນບັນຊີລາຍຊື່ ບັນດາ​ພາກ​ພື້ນ​ທີ່​ຂາດ​ສະຖຽນ​ລະ​ພາບ​ກ່ວາ​ໝູ​ູ່​ໃນ​ໂລກ ​ເພາະ​ຍັງ​ຄົງ​ຕົວ​ຫຼາຍ​ຈຸດ​ຮ້ອນ, ຍົກ​ຕົວຢ່າງ​ຄື ການ​ປະ​ທະ​ກັນ​ລະຫວ່າງ ອິດສະ​ລາ​ແອນ - ປາ​ແລັດສຕິນ, ສົງຄາມ​ກາງ​ເມືອງ​ຢູ່​ຊີຣີ, ອີຣັກ, ​ໂຄງການ​ນິວ​ເຄຼຍຂອງ​ອີຣານ. ຄວາມ​ເປັນ​ອັນຕະລາຍ​ຍາມ​ໃດ​ກໍ​ແມ່ນ​ສິ່ງ​ຊ້ອນ​ແຝງ​ເປັນ​ປະຈຳ​ຢູ່ພາກ​ພື້ນ​ນີ້, ອັນ​ໄດ້​ເຮັດ​ໃຫ້​ຕາ​ເວັນ​ອອກ​ກາງ​ປຽບ​ເໝືອນ​ຫີບ​ດິນ​ລະ​ເບີດ ຊຶ່ງ​ອາດ​ຈະ​ແຕກ​ຂຶ້ນ​ໃນ​ບໍ່​ວ່າ​ເວລາ​ໃດ.

     ສະພາບຂາດ​ສະຖຽນ​ລະ​ພາບ ​ແລະ ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງປີ 2013 ຍັງ​ຄົງ​ໝູ​ນອ້ອມ​ເລື່ອງ​ພິພາດ​ຜືນ​ແຜ່ນດິນ, ລະດັບ​ການ​ເສີມ​ທາດ​ຢູຣານີ, ຄວາມ​ຂັດ​ແຍ້​ງກັນ​ຢູ່​ພາຍ​ໃນ ພາ​ໄປ​ເຖິງ​ສົງ​ຄາມ​ກາງ​ເມືອງ. ນີ້​ແມ່ນ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ທີ່​ເກີດ​ມາ​ແຕ່​ດົນ​ນານ ​ແລະ ຍັງ​ບໍ່​ທັນຮັບ​ການ​ແກ້​ໄຂ​ຢ່າງ​ເຖິງ​ຖອງ​ເທື່ອ.

   ຄວາມ​ມືດ​ມົວ​ໄດ້​ບຽດ​ບັງ​ຄວາມ​ສະຫວ່າງ​ສະ​ໄຫວ​ໃນ​ພາບ​ພົດຕາ​ເວັນ​ອອກ​ກາງ.

     ​ໃນ​ພາກ​ພື້ນ ຕາ​ເວັນ​ອອກ​ກາງ, ​ເບິ່ງ​ຄື​ວ່າ ຊີຣີ​ແມ​່ນຈຸດ​ທີ່​ຮ້ອນ​ເຮັ່ງ​ກ່ວາ​ໝູ່​ກ່ຽວ​ກັບດ້ານ​ຄວາມ​ສະຫງົບ​ປີ 2013. ສົງຄາມ​ກາງ​ເມືອງ​ທີ່​ແກ່​ຍາວ ​ໄດ້​ຍົກ​ຈຳນວນ​ຜູ້​ເສຍ​ຊີວິດ​ຂຶ້ນ​ເຖິງ​ກ່ວາ 100.000 ຄົນ ​ແລະ ພາ​ໃຫ້​ນັບ​ໝື່ນ​ຄົນ​ຕ້ອງ​ໄປ​ອົບ​ພະຍົບ. ​ໄພ​ອຶດຫິວ​ໄດ້​​ເພີ່ມ​ຂຶ້ນ​ຢູ່​ໃນ​ລະດັບ​ເຕືອນ​ໄພ, ​ເປັນ​ຕົ້ນ​ແມ່ນ​ຢູ່​ບັນດາ​ເຂດ​ຖືກ​ສົງຄາມ​ທຳລາຍ​ຢ່າງ​ໜັກ​ໜ່ວງ. ​ໃນ​ສະພາວະ​ທີ່​​ໄພ​ອັນຕະລາຍຈະ​ມີ​ການ​ແຊກ​ແຊງ​ທາງ​ທະຫານຈາກ​ຝ່່າຍຕາ​ເວັນ​ຕົກຢູ່ປະ​ເທດ​ນີ້​ໄດ້​ຂຶ້ນ​ຮອດ​ຍອດ​ສູງ​ແລ້ວ, ​ໃນ​ວັນ​ທີ 15/9, ລັດ​ເຊຍ ​ແລະ ອາ​ເມລິ​ກາ ບັງ​ເອີນ​ໄດ້​ບັນລຸ​ຂໍ້​ຕົກລົງ​ໂດຍ​ລັດ​ເຊ​ຍນຳ​ສະ​ເໜີ, ຕາມ​ນັ້ນ​ແລ້ວ, ຊີຣີ​ໄດ້ຍິນ​ຍອມ​ເຫັນ​ດີ​ໃຫ້​ສະຫະ​ປະຊາ​ຊາດຄວບ​ຄຸມ​ສາງ​ອາວຸດ​ເຄມີ​ທັງ​ໝົດ​ຂອງ​ຕົນ ​ແລະ ​ເຂົ້າ​ຮ່ວມ​ເຊັນ​ສົນ​ທິສັນຍາ​ສາກົນ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ນຳ​ໃຊ້​ອາວຸດ​ເຄມີ.

   ບາດກ້າວ​ບຸກທະລຸ​ດັ່ງກ່່າວ ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຳຄັນ​ຍິ່ງ ​ເພາະວ່າ​ໄດ້​ປັດ​ເຂ່ຍ​ກໍລະນີ​ຝ່າຍ​ຕາ​ເວັນ​ຕົກປະຕິບ​ັດການ​ລົງ​ໂທດ​ຊີຣີຕາມ​ລຳພັງ​ໃຈ ຂະນະ​ທີ່​ປະ​ເທດ​ບໍ່​ປະຕິບັດ​ຕາມ​ມະຕິຂອງ​ສະຫະ​ປະຊາ​ຊາດ. ​ແຕ່​ການ​ລົບ​ລ້າງສາງ​ອາວຸດ​ເຄມີ ​ແມ່ນ​ຍັງ​ບໍ່​ທັນ​ມີ​ກຳ​ລັງ​ແຮງ​ຢ່າງ​ພຽງພໍ​ເພື່ອ​ສ້າງ​ບາດ​ລ້ຽວ​ໃຫ້​ແກ່​ການ​ສິ້ນ​ສຸດ​ສົງ​ຄາມ​ກາງ​​ເມືອງ. ຫຼັກຖານ​ຕົວ​ຈິງ​ແມ່ນ​ຢູ່​ຊີຣີ​ໃນ​ແຕ່ລະ​ວັນ ຍັງ​ຄົງ​ເກີດ​ມີ​ການ​ຍິງປະ​ທະ​ກັນລະຫວ່າງ​ກອງທັບ​ລັດຖະບານ​ຊີຣີ ​ແລະ ຝ່າຍ​ລຸກ​ຮື້​ຂຶ້ນ. ຊ້ຳ​ບໍ​ໜຳ, ມີ​ນັກ​ສັງ​ເກດ​ການ​ຫຼາຍ​ຄົນ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ແກ້​ໄຂ​ບັນຫາສາງ​ອາວຸດ​ເຄມີ ​ເບິ່ງ​ຄື​ວ່າ ບໍ່​ສົ່ງ​ຜົນ​ທະ​ທົບ​ຫຼາຍ​ປານ​ໃດ​ເຖິງ​ແນວ​ຄິດ​ໃນ​ການ​ຍິງ​ປືນ​ປະ​ທະ​ກັນ​ຂອງ ຝ່າຍ​ລຸກ​ຮື້​ຂຶ້ນ.

    ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄວາ​ມານະ​ພະຍາຍາມ​ດ້ານ​ການ​ທູດ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ວິວັດທະນາ​ການ​ສັນຕິພາບ​ຢູ່ ຕາ​ເວັນ​ອອກ​ກາງຍັງ​ບໍ່​ທັນ​ບັນລຸ​ໄດ້​ບາດກ້າວ​ເດີນ​ທີ່​ໜ້າ​ຊື່ນ​ຊົມ​ໃດໆ​ໃນ​ປີ 2013. ບັນດາການ​ສົນທະນາ​ລະຫວ່າງ ອິດສະ​ລາ​ແອນ - ປາ​ແລັດສຕິນ ​ບໍ່​ບັນລຸໄດ້ໝາກຜົນ. ທ່ານ​ນາຍົກລັດຖະມົນຕີ ອິດສະ​ລາ​ແອນ Benjamin Netanyahu ຍັງ​ຄົງ​ສື​ບຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ກໍ່ສ້າງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃນ​ເຂດ​ດິນ​ແດນ ປາ​ແລັດສຕິນ.

    ອີ​ຢິບ​ກໍ​ຕ້ອງ​ຜ່ານ​ປີ 2013 ທີ່​ມີ​ການ​ຫັນປ່ຽນ​ຫຼາຍ​ຢ່າງ. ປະທານາທິບໍດີ ອີ​ຢິບ Mohamad Morsi ຂອງ​ອົງການ​ອ້າຍນ້ອງຊາວ​ມຸດ​ສະ​ລິ​ມ​ໄດ້​ຖືກ​ປົດ​ຕຳ​ແໜ່​ງ ພາຍຫຼັງຂຶ້ນ​ກຳ​ອຳນາດ​ມາ​ເປັນ​ເວລາ 1 ປີ. ການ​ຫັນປ່ຽນ​ທາງ​ດ້ານ​ການ​ເມືອງ​ນີ້ ​ໄດ້​ເຮັດ​ໃຫ້​ເກີດ​ມີ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ບັນດາຜູ້​ຈົ່ງ​ຮັກ​ພັກດີ​ກັບ​ທ່ານ Morsi ​ແລະ​ສະໜັບສະໜູນ ອົງການ​ອ້າຍນ້ອງຊາວ​ມຸດ​ສະ​ລິ​ມ, ອັນ​ໄດ້​ເຮັດ​ໃຫ້​ອີ​ຢິບ​ຕົກ​ເຂົາສູ່​ວິ​ກິດ​ການ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ. ລັດຖະບານ​ຊົ່ວ​ຄາວ​ໂດຍ​ໄດ້​ຮັບ​ການ​ໜູນ​ຫຼັງຈາກ​ກອງທັບ​ຕ້ອງ​ຂຸ້ນຂ້ຽວ​ດຳ​ເນີນ​ການ​ປັບປຸງ​ລັດຖະທຳ​ມະນູນ​ເພື່ອ​ກະກຽມ​ໃຫ້​ແກ່​ບັນດາ​ການ​ເລືອກ​ຕັ້ງ​ດ້ວຍ​ຄວາມ​ມານະ​ພະຍາຍາມ​ນຳ​ປະ​ເທດ​ອີ​ຢິບ​ກັບ​ຄືນ​ສູ່​ເສັ້ນທາງ​ປະຊາທິປະ​ໄຕ ​ແລະ ມີ​ສະຖຽນ​ລະ​ພາບ.

    ​ເມື່ອ​ເວົ້າ​ເຖິງ​ພາບ​ພົດ ຕາ​ເວັນ​ອອກ​ກາງປີ 2013, ​ແມ່ນ​ຍັງ​ຕ້ອງ​ເວົ້າ​ເຖິງ​ການ​ປະ​ທະ​ກັນ​ຢູ່​ອີຣັກ. ສະພາບ​ການ​ກໍ​ຈະລາຈົນ​ຢູ່​ປະ​ເທດ​ນີ້​ໄດ້​ເພີ່ມ​ຂຶ້ນ​ເຖິງ​ລະດັບ​ຊົວຮ້າຍ​ທີ່​ສຸດ​ໃນ​ຫຼາຍ​ປີ​ມານ​ີ້. ຕາມ​ການ​ສະ​ຖີຕິ​ແລ້ວ, ມີ​ຜູ້​ເສຍ​ຊີວິດ​ເກືອບ 9500 ຄົນ ​ໃນ​ບັນດາ​ກໍລະນີ​ວາງ​ລະ​ເບີດ ​ແລະ ບັນດາ​ການ​ບຸກ​ໂຈມ​ຕີ​ຂອງ​ພວກ​ລຸກ​ຮຶ້ຂຶ້ນ​ໃນ​ທົ່ວ​ປະ​ເທດ.

   ​​ແລະ ເບິ່ງ​ຄື​ວ່າ ຈຸ​ດທີ່ສະຫວ່າງ​ສະ​ໄຫວ​ໃນ​ພາບ​ພົດ​ການ​ເມ​ືອງຢູ່ ຕາ​ເວັນ​ອອກ​ກາງ​ປີ 2013 ກໍ​ແມ່ນ​ຂໍ້​ຕົກລົງ​ທີ່​ມີ​ລັກສະນະ​ປະຫວັດສາດ​ລະຫວ່າງກຸ່ມ P5+1 ( ຊຶ່ງ​ລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ) ​ແລະ ອີຣານ ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດ​ເມື່ອ​ວັນ​ທີ 24/11. ​ເຖິງ​ວ່າ​ພຽງ​ແຕ່​ແມ່ນ​ຂໍ້​ຕົກລົງ​ໄລຍະ​ສັ້ນ​ດ້ວຍ​ບັນດາ​ມາດຕາ​ທີ່​ມີລັກສະນະ​ຊົ່ວຄາວ​ກໍ​ຕາມ, ​ແຕ່​ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ທີ່​ສຸດ​ເພາະ​ໃນ​ຕະຫຼອດ 3 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ຄວາມ​ບໍໍ່​ລົງ​ລອຍ​ກັນລະຫວ່າງ 2​ ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ ຍັງ​ບໍ່​ທັນ​ມີ​ເວລາ​ໃດ​ສາມາດ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ໄດ້​ເທື່ອ.

  ​ແງ່​ຫວັງ ປີ 2014

    ສັງ​ເກດ​ຄືນ​ພາບ​ພົດ​ໂລກ​ປີ 2013, ວົງ​ກາ​ນນັກສັງ​ເກດ​ການ​ໃຫ້​ຂໍ້​ສັງ​ເກດ​ວ່າ ມີ​ບາງ​ຈຸດ​ຮ້ອນຍັງ​ບໍ່​ທັນ​ສາມາດ​ຮັບ​ການ​ແກ້​ໄຂ​ໃນ​ໄວໆ​ນີ້​ເທື່ອ. ນັບ​ທັງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງກິດ William Hague ​ໄດ້​ເຄີຍ​ກ່າວ​ເຕືອນ​ວ່າ ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ຂາດ​ສະຖຽນ​ລະ​ພາບ​ຍັງ​ຄົງ​ຈະ​ແກ່ຍາວ​ຢູ່​ຫຼາຍ​ຈຸດ​ຮ້ອນ​ຢູ່ ຕາ​ເວັນ​ອອກ​ກາງ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ.

      ສົງຄາມ​ກາງ​ເມືອງ​ຢູ່​ຊີ​ຮີ ຍັງ​ບໍ່​ທັນ​ຮູ້ຈັກ​ເວລາ​ສິ້ນ​ສຸດ. ກອງ​ປະຊຸມ​ສາ​ກົນ​ກ່ຽວ​ກັບ​ຊີຣີຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 22/1 ​​ແມ່ນ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຂະນະ​ທີ່​ຝ່າຍ​ຄ້ານ​ຫວັງ​ມີ​ລັດຖະບານ​ໂດຍບໍ່ມີການ ປະກົດຕົວຂອງລະບອບ Bashar al – Assad , ສ່ວນ​ທ່ານ Bashar al – Assad ຖະ​ແຫຼ​ງວ່າ ຈະ​ສືບ​ຕໍ່​ສະໝັກ​​ເລືອກ​ຕັ້ງ​ເຂົ້າອາຍຸ​ການ​ໃໝ່ 2014.

    ​ເປັນ​ໜ້າ​ວິຕົກ​ກັ່ງ​ວົນ​ແມ່ນ​ກຳລັງ​ກໍ່​ການ​ຮ້າຍ​ພວມ​ຊອກ​ຫາ​ທຸກ​ວິທີ​ເພື່ອ​ເປີດ​ກ້ວາງ​ການ​ສົ່ງ​ຜົນ​ສະທ້ອນ ​ແລະ​ສ້າງ​ການ​ພົວພັນ​ກັບ​ບັນດາກຸ່ມອິດສະ​ລາມ​ຢູ່ ຕາ​ເວັນ​ອອກ​ກາງ ອັນ​ໄດ້​ເຮັດ​ໃຫ້​​ໄພ​ກໍ່​ການ​ຮ້າຍ​ກາຍ​ເປັນ​ໄພ​ນາບ​ຂູ່​ຕໍ່​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ແຫ່ງ​ນີ້.

   ດ້ວຍ​ບັນດາ​ຄວາມ​ຂັດ​ແຍ້​ງ ​ແລະ ການ​ປະ​ທະ​ກັນ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ນັ້ນ, ​ເບິ່ງ​ຄື​ວ່າ ຕາ​ເວັນ​ອອກ​ກາງຍັງ​ຄົງ​ສືບ​ຕໍ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ໂລກ​ໃນ​ປີ 2014.

ຕອບກັບ

ຂ່າວ/ບົດ​ອື່ນ