ຕາ​ເວັນ​ອອກ​ກາງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ ​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ໜັກ​ໜ່ວງ

(VOVWORLD) - ໃນໄລຍະທີ່ຜ່ານມາ, ເຂດຕາເວັນອອກກາງ ຊື່ງແມ່ນ 1 ໃນບັນດາສະຖານທີ່ຮ້ອນເຮັ່ງທີ່ສຸດຂອງໂລກໃນຫຼາຍທົດສະວັດຜ່ານມາ ສືບຕໍ່ເກີດການຜັນແປເປັນໜ້າວິຕົກກັງວົນຫຼາຍຢ່າງ, ໂດຍເລີ່ມມາຈາກຄວາມມັກໃຫຍ່ໄຝ່ສູງ, ຄວາມທະເຍີທະຍານ ຂອງປະເທດມະຫາອຳນາດຈຳນວນໜຶ່ງ, ເຊິ່ງໄດ້ເຮັດໃຫ້ສະພາບການຂອງພາກພື້ນນີ້ຕົກເຂົ້າສູ່ຄວາມສ່ຽງເກີດການໃຊ້ຄວາມຮຸນແຮງທີ່ອັນຕະລາຍທີ່ສຸດ.

ຫວ່າງແລ້ວນີ້, ອຳນາດການປົກຄອງອາເມລິກາ ໄດ້ສະແດງອອກໃຫ້ເຫັນການປ່ຽນແປງອັນເປັນພື້ນຖານ ກ່ຽວກັບຫຼັກໝັ້ນທີ່ໄດ້ຮັກສາໄວ້ໃນຫຼາຍທົດສະວັດທີ່ຜ່ານມາ ໃນການຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຢູ່ເຂດດິນແດນຍຶດຄອງຂອງຊາວ Palestine. ວັນທີ 18 ພະຈິກ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປະກາດວ່າ Washington ສະໜັບສະໜູນສິດຂອງ Israel ໃນການກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ຊື່ງເປັນຂີດໝາຍແຫ່ງການຕ່າວປີ້ນນະໂຍບາຍຂອງ ອາເມລິກາ ໃນ 40 ປີທີ່ຜ່ານມາ ໃນຂະນະທີ່ໄດ້ປະຕິເສດທັດສະນະດ້ານກົດໝາຍຂອງກະຊວງການຕ່າງປະເທດ ອາເມລິກາ ມາແຕ່ປີ 1978, ໃນນັ້ນຖືວ່າ ບັນດາເຂດຕັ້ງຖິ່ນນຖານຄົງທີ່ແມ່ນ “ບໍ່ເໝາະສົມກັບກົດໝາຍສາກົນ”.

ຕາ​ເວັນ​ອອກ​ກາງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ  ​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢ່າງ​ໜັກ​ໜ່ວງ - ảnh 1ເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຢູ່ເຂດດິນແດນຍຶດຄອງຂອງຊາວ Palestineຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ

   ໃນທັນທີ, ການກະທຳຂອງ ອາເມລິກາ ຖືກປະຕິເສດ ແລະ ກ່າວປະນາມຢ່າງແຮງຈາກໂລກ ອາຣັບ, ບັນດາປະເທດໃນພາກພື້ນ ແລະ ໃນໂລກ, ໃນນັ້ນ, ມີຫຼາຍປະເທດພັນທະມິດທີ່ໃກ້ຊິດສະໜິດສະໜົມຂອງ Washington. ທ່ານ Riyad Mansour  ເອກອັກຄະລັດຖະທູດ Palestine ປະຈຳ ສປຊ ຊີ້ແຈ້ງວ່າ: ອີກເທື່ອໜື່ງ, ອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກຄຳຖະແຫຼງທີ່ຜິດພາດກ່ຽວກັບເຂດຕັ້ງຖິ່ນຖານຄົງທີ່ຂອງ Israel ເພື່ອແນໃສ່ທຳລາຍທຸກໂອກາດສ້າງສັນຕິພາບ, ຄວາມສະຫງົບປອດໄພ ແລະ ສະຖຽນລະພາບໃນພາກພື້ນ. Palestine ຖືວ່າ ນັ້ນແມ່ນຄຳຖະແຫຼງທີ່ບໍ່ມີຄວາມຮັບຜິດຊອບ, ບໍ່ມີຄຸນຄ່າດ້ານກົດໝາຍ, ປະຫວັດສາດ, ການເມືອງ ແລະ ຄຸນສົມບັດ. ສະຫະພັນ ອາຣັບ ພ້ອມກັບບັນດາປະເທດສະມາຊິກ ແລະ ບັນດາປະເທດໃນພາກພື້ນຄື: ອີຣານ, ຕວກກີ ກໍ່ຕຳໜິຕິຕຽນການກະທຳຂອງ ອາເມລິກາ ຢ່າງແຮງ, ຖືວ່າ, ນັ້ນແມ່ນບາດກ້າວເດີນທີ່ອັນຕະລາຍ ເຮັດໃຫ້ມາດຕະການສອງລັດຖືກລົ້ມລະລາຍ ແລະ ທຳລາຍບັນດາຄວາມມານະພະຍາຍາມໃນການກໍ່ສ້າງສັນຕິພາບຢູ່ຕາເວັນອອກກາງຂອງປະຊາຄົມໂລກ.

        ຈາກເອີລົບ  ແລະ ຫຼາຍພາກພື້ນອື່ນໆໃນໂລກ, ມີຫຼາຍປະເທດ ແລະ ອົງການຈັດຕັ້ງ ກໍ່ໄດ້ອອກສຽງສະແດງການຄັດຄ້ານ ແລະ ກ່າວເຕືອນກ່ຽວກັບບັນດາຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຈາກເລື່ອງ ອາເມລິກາ ຮັບຮອງເອົາສິດຂອງ Israel ສຳລັບເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ.

  ໃນຕົວຈິງ, ພາຍຫຼັງການຖະແຫຼງຂອງ ອາເມລິກາ ພຽງ 2, 3 ວັນ, ວົງການເຈົ້າໜ້າທີ່ Israel ໄດ້ປິດປະຕູບັນດາຫ້ອງການສື່ມວນຊົນຂອງ Palestine ທີ່ປະຈຳຢູ່ Jerusalem. ອຳນາດການປົກຄອງ Palestine ແລະ ຫຼາຍປະເທດ ອາຣັບ ຖືວ່າ ນີ້ແມ່ນບາດກ້າວເດີນໃໝ່ທີ່ອັນຕະລາຍທີ່ສຸດ, ທຳລາຍຄຳໝັ້ນສັນຍາຂອງ Israelກັບສັນຍາ Osloທີ່ໄດ້ລົງນາມເມື່ອປີ 1993 ຢູ່ ອາເມລິກາ ແລະ ປີ 1995 ຢູ ອີຢີບ. ນັກໄຈ້ແຍກໃນພາກພື້ນຫຼາຍທ່ານໄດ້ກ່າວເຕືອນວ່າ Israel ຍັງຈະດຳເນີນຫຼາຍບາດກ້າວປີນຂັ້ນໄດຢ່າງຮ້າຍແຮງກ່ວານີ້ຕື່ມອີກ, ໃນຂະນະທີ່ບັນດາກຸ່ມປະກອບອາວຸດ Palestineກໍ່ຖະແຫຼງວ່າຈະດຳເນີນບັນດາມາດຕະການໃຊ້ຄວາມຮຸນແຮງ ຕ້ານຄືນການບ່ວງບ້າ ຂອງ Israel ແລະ ອາເມລິກາ.

  ເມື່ອທ້າຍປີ 2017, ເລື່ອງອຳນາດການປົກຄອງອາເມລິກາ ຮັບຮອງເອົາJerusalemແມ່ນນະຄອນຫຼວງຂອງ Israel ແລະ ຍົກຍ້າຍສະຖານທູດມາຍັງສະຖານທີ່ແຫ່ງນີ້ ໄດ້ກໍ່ໃຫ້ເກີດກະແສຟອງໂກດແຄ້ນຢ່າງແຮງຈາກຊາວ  Palestine, ອັນໄດ້ພາໄປເຖິງບັນດາການປະທະກັນທີ່ນອງເລືອດຢູ່ລຽບຕາມເຂດຊາຍແດນລະຫວ່າງ Israel ແລະ ເຂດກາຊາ, ອັນໄດ້ເຮັດໃຫ້ປະຊາຊົນເສຍຊີວິດນັບຮ້ອຍຄົນ ແລະ ນັບພັນຄົນຖືກບາດເຈັບ. ຍ້ອນເຫດນັ້ນ, ສະພາບການຢູ່ຕາເວັນອອກກາງ ຍັງມີການຜັນແປທີ່ສັບສົນທີ່ສຸດ, ຄືສະພາບການການເມືອງພາຍໃນຢູ່ທັງ Israel ແລະ Palestine ຍັງບໍ່ທັນກັບຄືນສູ່ສະພາບການເປັນປົກກະຕິ, ບັນດາການບຸກໂຈມຕີຊື່ງກັນ ແລະ ກັນຢູ່ເຂດຊາຍແດນ ລະຫວ່າງບັນດາກຸ່ມປະກອບອາວຸດ Palestine ແລະ ທະຫານ Israel ໄດ້ເກີດຂຶ້ນເປັນປະຈຳ, ການເພີ່ມຄວາມເຄັ່ງຕຶງຄັ້ງໃໝ່ຢູ່ພາກພື້ນນີ້ ຖືກຄາດຄະເນວ່າ ອາດຈະມີຄວາມສ່ຽງເກີດການໃຊ້ຄວາມຮຸນແຮງຢ່າງຮ້າຍແຮງທີ່ສຸດ ແລະ ຍູ້ວິວັດການສ້າງສັນຕິພາບຢູ່ຕາເວັນອອກກາງ ຊື່ງເຕັມໄປດ້ວຍສິ່ງງທ້າທາຍນາໆປະການນັ້ນຢືນຢູ່ຕໍ່ໜ້າໄພອັນຕະລາຍຖືກລົ້ມລະລາຍຢ່າງສິ້ນເຊີງ

ຕອບກັບ

ຂ່າວ/ບົດ​ອື່ນ