ຕາເວັນອອກກາງພາດໂອກາດຊອກຫາສັນຕິພາບໃນພາກພື້ນ

(vovworld) - 1 ປີ ​ເທົ່າ​ກັບ 365 ວັນ ​​​ແມ່ນ​ໄລຍະ​ເວລາ ພໍດີ​ເພື່ອ​ຕົກລົງ ​ແລະ ປະຕິບັດ​ສຳ​ເລັດ​ຄວາມ​​ໄຝ່ຝັນ​ຂອງ​ຕົນ. ​ແຕ່​ສຳ​ຫຼັບ​ວິວັດ​ທະ​ນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ແລ້ວ, ປີຜ່ານມາ​ພັດ​ແມ່ນ​ໄລຍະ​ເວລາ​ສັ້ນ​ທີ່​ສຸດ. ມີ​ກາລະ​ໂອກາດ​ຫຼາຍ​ຢ່າງຖືກ​ພາດ​ໂອກາດ​ຍ້ອນທັດສະນະຂອງ​ຝ່າຍ​ຕ່າງໆມີ​ຄວາມ​ແຕກ​ຕ່າງ​ກັນ. ສິ່ງ​ດັ່ງກ່າວ​ໄດ້​ກີດຂວາງວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ. ປະຈຸ​ບັນ, ຄວາມ​ມານະ​ພະຍາຍາມ​ຂອງ​ປະຊາ​ຄົມ​ໂລກຖືກ​ຢຸດ​ໄວ້ ​ແລະ ມາດ​ຕະການ​ສັນຕິພາບ ດ້ວຍ 2 ລັດ​ຄົງ​ຕົວ​ພ້ອມ​ກັນ ຍັງ​ຄົງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ.

ຕາເວັນອອກກາງພາດໂອກາດຊອກຫາສັນຕິພາບໃນພາກພື້ນ - ảnh 1

ສະພາບການຢູ່ຕາເວັນອອກກາງ

(ພາບອິນເຕີແນດ)

        ຄວາມ​ຈິງ​ແລ້ວ, ຖ້າ​ສັງ​ເກດ​ການ​ຜັນ​​ແປ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ກໍ່​ເຫັນ​ວ່າ. ສິ່ງ​ກີດຂວາງ​ຍັງ​ບໍ່​ທັນ​ແກ້​ໄຂ​ໄດ້​ນັບ​ແຕ່​ປີ 2008, ນັ້ນ​ແມ່ນຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ເຂດ​ຕັ້ງ​ຖີ່​ນຖານ​ຄົງ​ທີ່​ຂອງ​ຊາວ​ຢີວ. ​ໃນ​ຂະນະ​ທີ່​ຊາວ ປາ​ແລດ​ສະຕີ​ນ ຢາກ​ໃຫ້ອິດສະ​ລາ​ແອນ ຢຸດຕິ​ການ​ກໍ່ສ້າງ​ບັນດາ​ເຂດ​ຖີ່​ນຖານ​ຄົງ​ທີ່​​ໃນ​​ແຜ່ນດິນທີ່​ຖືກອິດສະ​ລາ​ແອນ​ຢືດຄອງ​ນັ້ນ, ທ່ານ​ນາຍົກລັດຖະມົນຕີອິດສະລາ​ແອນ Benjamin Netanyahu ພັດ​ຢາກ​ເລີ່​ມຕົ້ນ​ການ​ເຈລະຈາ​ຕ່າງໆ ​ແຕ່​ບໍ່​ມີ​ເງື່ອນ​ໄຂ​ລ່ວງ​ໜ້າ. ຄວາມມຸ້ງ​ຫວັງທີ່​ສຸດ​ນັ້ນ​ແມ່ນ​ການ​ຢ້ຽມຢາມ​ຕາ​ເວັນ​ອອກ​ກາງຂອງ​ທ່ານ​ປະທານາທິບໍດີລັດ​ເຊຍ Putin ​ເມື່ອ​ທ້າຍ​ເດືອນ 6/2012. ​ເມື່ອ​ພົບ​ປະ​ກັບ​ການ​ນຳ ອິດສະ​ລາ​​ແອນ ​ແລະ ປາ​ແລດ​ສະຕີ​ນ, ການ​ນຳ​ລັດ​ເຊຍ, ​ເຊິ່ງ​ແມ່ນ​ສະມາຊິກ​ສຳຄັນ​ຂອງ​ກຸ່ມ 4 ຝ່າຍ ​ໄດ້​ຊອກ​ເຫັນ​ສິ່ງ​ທີ່​ກີດຂວາງ​ເພື່ອ​ແກ້​ໄຂຄວາມ​ຕິດ​ຂັດ​ໃຫ້​ແກ່​ສັນຕິພາບຢູ່​ຕາ​ເວັນ​ອອກ​ກາງ. ມົດ​ສະ​ກູ ພ້ອມ​ແລ້ວ​ທີ່​ຈະ​ຮັບຮອງ​ລັດ​ປາ​ແລກ​ສະຕີ​ນ ​ເອກະລາດ ​ແລະ ຮຽກຮ້ອງ​ໃຫ້​ອິດສະ​ລາ​ແອນ ​ແລະ ປາ​ແລດ​ສະຕີ​ນ ​ເຊື່ອມ​ຕໍ່​ການ​ເຈລະຈາ​ຕ່າງໆ, ນັ້ນ​ແມ່ນ​ເສັ້ນທາງ​ໜຶ່ງ​ດຽວ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ. ຜູ້ນຳ​ວັງ Kremlin ສະໜັບສະໜູນ ”ທັດສະນະທີ່​ມີ​ຄວາມ​ຮັບຜິດຊອບ” ຂອງ​ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmoud Abbas ​ແລະ ​ໃສ່​ໃຈ​ວ່າ, ”ບັນດາ​ການ​ກະທຳ​ແຕ່​ພຽງຝ່າຍ​ດຽວ​ກ່ອນ​ທີ່​ບັນລຸ​ໄດ້​ມາດ​ຕະການ​ສັນຕິພາບ​ສຸດ​ທ້າຍ ລ້ວນ​ແຕ່​ບໍ່​ມີ​ຄຸນ​ປະ​ໂຫຍ​ດ”.

ຕາເວັນອອກກາງພາດໂອກາດຊອກຫາສັນຕິພາບໃນພາກພື້ນ - ảnh 2
ສະພາບການຢູ່ຕາເວັນອອກກາງ
(ພາບອິນເຕີແນດ)

ພາຍຫຼັງ​ການ​ຢ້ຽມຢາມ​ຂອງ​ປະທານາທິບໍດີ​ລັດ​ເຊຍ V. Putin, ​ໄດ້​ສົ່ງ​ສານ​ຢ່າງ​ແຮງ​ເຖິງ​ຝ່າຍ​ຕ່າງໆ​ຢູ່ ອິດສະ​ລາ​ແອນ ​ແລະ ປາ​ແລດ​ສະຕີ​ນ ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ, ​ແຕ່​ມັນ​ພັດ​ຖືກ​ພາດ​​ໂອ​ກາດ​ອີກ​ເທື່ອ​ໜຶ່ງ. ສາຍ​ເຫດ​ຕົ້ນ​ຕໍນັ້ນ​ແມ່ນ​ບັນດາ​ຝ່າຍ​ບໍ່​ທັນ​ມີ​ຄວາມ​ເຊື່ອ​ໝັ້ນ​ກັນ. ພ້ອມ​ກັນນັ້ນ​ແມ່ນ​ຄວາມ​ຕັດສິນ​ໃຈ​ຂອງ​ອຳນາດ​ການ​ປົກຄອງ Tel Aviv ​ໃນ​ການ​ກໍ່ສ້າງ​ເຂດ​ເຮືອນ​ຢູ່​ ທີ່ Jerusalem ຕາ​ເວັນ​ອອກ, ​ເຊິ່ງ​ແມ່ນ​ເຂດ​ດິນ​ທີ່​ຝ່າຍ ປາ​ແລດ​ສະຕີ​ນ ​ໄດ້​ເວົ້າ​ຫຼາຍ​ເທື່ອ​ແລ້ວ​ວ່າ ຈະ​ເລືອກ​ເຟັ້ນ​ເພື່ອ​ກໍ່ສ້າງ​ນະຄອນຫຼວງ​ຂອງ​ຕົນ. ຂໍ້​ຕົກລົງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ເຮັດ​ໃຫ້ການ​ເຈ​ລະ​ຈາ​ຖືກ​ຢຸດ​ໄວ້​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ສິ່ງ​ກີດຂວາງ​ສາຍ​ພົວພັນລະຫວ່າງ​ອາ​ເມ​ລິ​ກາ ​ແລະ ປາ​ແລດ​ສະຕີ​ນ ອີກ​ດ້ວຍ. ການ​ບຸກ​ໂຈມ​ຕີ​ທີ່​ແກ່ຍາວ​ເປັນ​ເວລາ 8 ວັນ ຢູ່​ເຂດກາຊາ (14-22/11) ລະຫວ່າງຂະ​ບວນການ​ອິດສະ​ລາມ Hamas ​ແລະ ອິດສະ​ລາ​ແອນ ​ໄດ້​ເຮັດ​ໃຫ້ ຊາວ ປາ​ແລດ​ສະຕີ​ນ 158 ຄົນ ​ແລະ ຊາວອິດສະ​ລາ​ແອນ 6 ຄົນ​ເສຍ​ຊີວິດ ກໍ່​ແມ່ນ​ສິ່ງ​ທີ່​ກີດຂວາງ​ວິວັດທະນາ​ການ​ສັນຕິພາບ.  ​ແຕ່, ຊາວ​ປາ​ແລດ​ສະຕີ​ນ ຍັງ​ມີ​ຄວາມ​ມຸ້ງ​ຫວັງ​ໜຶ່ງ​ອີກ, ນັ້ນ​ແມ່ນ​ໃນ​ຊຸມ​ວັນ​ທ້າຍ​​ເດືອນ 11/2012, ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ຕົກລົງ​ປ່ອນ​ບັດ​ຮັບຮອງ​ເອົາ​ເລື່ອງ​ມອບ​ກົດ​ລະບຽບ​ລັດ​ສັງ​ເກດ​ການ - ບໍ່​​ເປັນ​ພາຄີ​ໃຫ້​ແກ່ ປາ​ແລດ​ສະຕີ​ນ, ຢືນຢັນ​ບົດບາດ​ຂອງ ປາ​ແລດ​ສະຕີ​ນ ​ໃນ​ປະຊາ​ຄົມ​ໂລກ, ​ເພີ່ມ​ກຳລັງ​ແຮງ​ຕື່ມ​ອີກ​ໃຫ້​ແກ່​ຄະນະ​ນຳ ປາ​ແລດ​ສະຕີ​ນ ​ໃນ​ວິວັດ​ການ​ຊອກ​ຫາ​ການສະໜັບສະໜູນ​ລັດສະ​ເພາະ​ໃຫ້​ແກ່​ຕົນ.

ສ່ວນ​ສະພາບ​ການ​ຢູ່​ປະ​ເທດ​ອື່ນໆຢູ່​ພາກ​ພື້ນ​ນີ້ ​ໃນ​ປີ​ທີ່​ຜ່ານ​ມາກໍ່​ບໍ່​​ໄດ້ດີ​ປານ​ໃດຂະ​ບວນການ ”ລະດູບານ​ໃໝ່ ອາ​ຮັບ” ຍັງ​ເປັນຄວາມຂົ່ມ​ຂູ່​ຢູ່, ອັນ​ໄດ້​ສົ່ງ​ຜົນ​ສະທ້ອນ​ຢ່າງ​ແຮງ​ເຖິງ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ຊີ​ຮີ Bashar – assad. ຄວາມກົດດັນ​ຂອງ​ກຳລັງ​ຄັດຄ້ານ ​ແລະ ຄວາມກົດດັນ​ຈາກ​ພາຍ​ນອກ​ນັບ​ມື້​ນັບ​ຫຼາຍ ​ເຮັດ​ໃຫ້​ສະພາບ​ການ​ຢູ່ ຊີ​ຮີ ຂາດ​ສະຖຽນ​ລະ​ພາບ​ຕື່ມ​ອີກ. ຝາຍ​ລຸກ​ຮື້​ຂຶ້ນ​ພວມ​ນຳ​ໃຊ້​ວິທີ​ການ​ຄື​ຢູ່ ລີ​ບີ ດ້ວຍ​ຄວາມ​ຫວັງ​ດຶງ​ດູດ​ຄວາມ​ສົນໃຈ​ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຝ່າຍ​ຕາ​ເວັນ​ຕົກ. ​ແຕ່​ທີ່​ຕັ້ງ​ດ້ານ​ການ​ເມືອງ​ຂອງ ຊີ​ຮີ ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ສາຍ​ພົວພັນ​ລະຫວ່າງ​ຊີ​ຮີ ກັບ​ໂລກ ອິດສະ​ລາມ, ການ​ເຂົ້າ​ຮ່ວມ​ຂອງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ ພວມ​ແມ່ນ​ບັນດາ​ປັດ​ໃຈ​ທີ່​ພາ​ໃຫ້​ວິວັດທະນາ​ການ​ຊອກ​ຫາ​ສັນຕິພາບ​ຢູ່ ຊີ​ຮີ ຖືກ​ຕົກ​ຢູ່​ສະພາບ​ບໍ່​ມີ​ທາງ​ອອກ, ​ແລະ ຍູ້​ໃຫ້​ປະ​ເທດ​ນີ້​ຕົກ​ເຂົ້າ​ສູ່​ເສິກ​ກາງ​ເມືອງ​ຮອບດ້ານ.

ຕາເວັນອອກກາງພາດໂອກາດຊອກຫາສັນຕິພາບໃນພາກພື້ນ - ảnh 3

ສະພາບການຢູ່ລີບີ
(ພາບອິນເຕີແນດ)

ຢູ່​ອີ​ຮານ. ປີ 2012, ການ​ເຈລະຈາຕ່າງໆ​ກ່ຽວ​ກັບ​ບັນຫາ​ນິວຄະ​ເລຍ ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ Tehran ລ້ວນ​ແຕ່​ບໍ່​ໄດ້​ຮັບ​ຜົນ. ຄວາມ​ຈິງ​ແລ້ວ, ​ໂລກ​ຍັງ​ບໍ່​ທັນ​ຊອກ​​ເຫັນ​ວິທີ​ການ​ແກ້​ໄຂ​ໃດໆ​ໃຫ້​ແກ່​ບັນຫາ​ອີ​ຮານ, ​ໃນ​ເມື່ອ​ທັດສະນະ​ຂອງ​ຝ່າຍ​ຕ່າງໆ​ແມ່ນ​​ແຕກຕ່າງ​ກັນ​ຫຼາຍ. ສາຍ​ເຫດ​ທີ່​ພາ​ໃຫ້ການ​ເຈລະຈາ​ຕ່າງໆ​ບໍ່​ໄດ້​ຮັບ​ຜົນ​ຍ້ອນ​ບໍ່​ສຸມ​ໃສ່​ປຶກສາ​ຫາລື​ສະ​ເພາະ​ບັນຫາ​ນິວຄະ​ເລຍ, ຫາກ​ຍັງ​ນຳ​ເອົາ​ບັນຫາຜົນ​ປະ​ໂຫຍ​ດທາງ​ດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ຄວາມ​ສະຫງົບ​ຂອງ​ຝ່າຍ​ຕ່າງໆມາ​ປຶກສາ​ຫາລື​ນຳ​ກັນ. ຍ້ອນ​ເຫດ​ນັ້ນ, ວິທີ​ການ​ແກ້​ໄຂ​ບັນຫາ​ນິວຄະ​ເລຍ​ຂອງ​ອີ​ຮານ ຍັງ​ຄົງ​ແມ່ນ​ການ​ທ້າ​ທາຍ​ໃຫຍ່​ສຳ​ຫຼັບ​ໂລກ​ໃນ​ປີ 2013.

ປີ​ທີ່​ຜ່ານ​ມາ, ຕາ​ເວັນ​ອອກ​ກາງ​ບໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ. ພ້ອມ​ກັບ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ, ການ​ໃຊ້​ຄວາມ​ຮຸນ​ແຮງ, ການ​ປະ​ທະ​ກັນ​ທີ່​ນອງ​ເລືອດ​​ເກີດ​ຂື້ນ​ທຸກ​​ວັນ​ ​ແລະ ​ໃນ​ເບື້ອງ​ໜ້າ​​ຍັງ​ຄົງແມ່ນ​ອະນາ​ຄົດ​ບໍ່​ເປັນ​ປົກກະຕິ, ອັນ​ໄດ້​ເຮັດ​ໃຫ້ສະພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ​ໃນ​ຊຸມ​ມື້​ຕົ້ນ​ປີ​ໃໝ່ 2013 ມີ​ຄວາມ​ມືດ​ມົວ​ໃນ​ສະພາບ​ການລວມຂອງ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ