ຕາ​ເວັນ​ອອກ​ກາງ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ພາຍຫຼັງ​ອາ​ເມ​ລິ​ກາ ໄດ້​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ​ຊີ​ຣີ

(VOVWORLD) -ໃນຊຸມມື້ທີ່ຜ່ານມາ, ສະພາບການຢູ່ເຂດຕາເວັນອອກກາງ ໄດ້ເພີ່ມຄວາມເຄັ່ງຕຶ້ງຂຶ້ນຕື່ມຢ່າງກະທັນຫັນ ພາຍຫຼັງທີ່ກອງທັບອາເມລິກາ ໄດ້ດຳເນີນການບຸກໂຈມຕີອັນນອງເລືອດ ແນໃສ່ບາງເປົ້າໝາຍຂອງພາກຕາເວັນອອກຊີຣີ. ໃນທັນທີ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ຍົກອອກປະຕິກິລິຍາ ໃນຂະນະທີ່ວົງການນັກໄຈ້ແຍກພັດມີຄວາມວິຕົກກັງວົນວ່າ ສະພາບການອາດຈະປິນຂັ້ນດທີ່ອັນຕະລາຍ ໃນໄລຍະທີ່ຈະມາເຖິງ.
 
ຕາ​ເວັນ​ອອກ​ກາງ​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ພາຍຫຼັງ​ອາ​ເມ​ລິ​ກາ ໄດ້​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເຂົ້າ​ຊີ​ຣີ - ảnh 1

ພາບໃນດາວທຽມໃຫ້ເຫັນວ່າເຂດມໍ່ກັບຊາຍແດນອີຣັກ-ຊີຣີ ກ່ອນ ແລະ ຫຼັງເຫດການຖືກອາເມລິກາ ບຸກໂຈມຕີທາງອາກາດ (ພາບ: Maxar)

      ຕາມບັນດາແຫຼ່ງຂ່າວສາກົນແລ້ວ, ກອງທັບອາເມລິກາ ໄດ້ດຳເນີນການບຸກໂຈມຕີທາງອາກາດ ເມື່ອຕອນເຊົ້າວັນທີ 26 ກຸມພາ ຕາມຄຳສັ່ງຂອງປະທານາທິບໍດີອາເມລິກາ Joe Biden, ອັນໄດ້ເຮັດໃຫ້ຢ່າງໜ້ອຍສຸດ 17 ຄົນເສຍຊີວິດ. ເປົ້າໝາຍຂອງເຫດການດັ່ງກ່າວແມ່ນ “ແນໃສ່ບັນດາຮາກຖານທີ່ທຳນຽບ 5 ແຈຖືວ່າ ໂດຍອີຣານ ໜູນຫຼັງຢູ່ຊີຣີ ຕາເວັນອອກ…. ເພື່ອໂຕ້ຕອບບັນດາການບຸກໂຈມຕີຫວ່າງມໍ່ໆມານີ້ ຕ້ານຄືນທະຫານອາເມລິກາ ແລະ ສຳພັນທະມິດຢູ່ອີຣັກ, ກໍ່ຄືບັນດາໄພນາບຂູ່ແນໃສ່ບັນດາກຳລັງນີ້”. ນີ້ແມ່ນການບຸກໂຈມຕີທີ່ກໍ່ໃຫ້ເກີດຄວາມບາດເຈັບລົ້ມຕາຍຫຼາຍທີ່ສຸດ ຊື່ງກອງທັບອາເມລິກາ ດຳເນີນໃນເຂດດິນແດນຊີຣີ ໃນຫຼາຍເດືອນທີ່ຜ່ານມາ, ພ້ອມທັງເປັນຂີດໝາຍການແຊກແຊງຢ່າງແຮງຂອງກອງທັບອາເມລິກາ ຢູ່ປະເທດອາຣັບນີ້. ວົງຄະນາຍາດສາກົນໄດ້ສະແດງປະຕິກິລິຍາໂດຍທັນທີ.

ຄັດຄ້ານ

  ພາຍຫຼັງເຫດການບຸກໂຈມຕີ, ອຳນາດການປົກຄອງຊີຣີ ໄດ້ກ່າວປະນາມເຫດບຸກໂຈມຕີຢ່າງແຮງ, ເອີ້ນວ່ານີ້ແມ່ນ “ສັນຍານບໍ່ດີ” ຈາກອຳນາດການປົກຄອງຂອງປະທານາທິບໍດີ Joe Biden. ຕໍ່ຈາກນັ້ນ, ໃນຈົດໝາຍສົ່ງໄປຍັງສະພາຄວາມໝັ້ນຄົງ ສປຊ ເມື່ອວັນທີ 27 ກຸມພາ, ກະຊວງການຕ່າງປະເທດຊີຣີ ໄດ້ກ່າວຫາອາເມລິກາ ວ່າໄດ້ “ລະເມີດກົດໝາຍສາກົນ ແລະ ກົດບັດ ສປຊ”, ພ້ອມທັງຮຽກຮ້ອງໃຫ້ ສປຊ ຈົ່ງມີບັນດາມາດຕະການໂດຍທັນທີ ເພື່ອສະກັດກັ້ນບັນດາເຫດບຸກໂຈມຕີຂອງອາເມລິກາ ໃນເຂດດິນແດນຊີຣີ.

   ໃນວັນດຽວກັນ, ໃນການໂອ້ລົມທາງໂທລະສັບກັບຄູ່ຮ່ວມຕຳແໜ່ງຊີຣີ Faisal Mekdad,  ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Javad Zarif ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ກັບລັດຖະບານຊີຣີ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດຕາເວັນຕົກ ຈົ່ງປະຕິບັດບັນດາມາຕິຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຊີຣີ.

   ສ່ວນລັດເຊຍ ແລະ ຈີນ ກໍ່ໄດ້ອອກສຽງຄັດຄ້ານເຫດບຸກໂຈມຕີຂອງອາເມລິກາ ເຂົ້າຊີຣີ ຢ່າງເປັນທາງການ, ຖືວ່າ, ນີ້ແມ່ນການກະທຳລະເມີດກົດໝາຍສາກົນ, ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຈົ່ງເຄົາລົບນັບຖືອະທິປະໄຕ, ເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊີຣີ, ຫລີກເວັ້ນການເຮັດໃຫ້ສະພາບການການຢູ່ປະເທດຕາເວັນອອກກາງນີ້ ສັບສົນຂຶ້ນຕື່ມ. ໃນນັ້ນ, Sputniknews ໄດ້ຄັດສະເໜີແຫຼ່ງຂ່າວຈາກກະຊວງການຕ່າງປະເທດລັດເຊຍ ໂດຍຊີ້ແຈ້ງວ່າ: “ເຫດການບຸກໂຈມຕີໄດ້ປະຕິບັດໃນເຂດດິນແດນຂອງປະເທດໜຶ່ງທີ່ມີອະທິປະໄຕ, ແມ່ນປະເທດສະມາຊິກຂອງ ສປຊ. ນີ້ແມ່ນການລະເມີດກົດໝາຍສາກົນທີ່ບໍ່ສາມາດຍອມຮັບໄດ້”.

  ພິເສດ, ຢູ່ພາຍໃນປະເທດອາເມລິກາ ພັດມີຫຼາຍຄຳເຫັນບໍ່ເຫັນດີຕໍ່ເລື່ອງອຳນາດການປົກຄອງຂອງປະທານາທິບໍດີ Biden ຍ້ອນການບຸກໂຈມຕີເຂົ້າເຂດດິນແດນ ຊີຣີ. ສະມາຊິກລັດຖະສະພາ ປະຊາທິປະໄຕຈຳນວນໜຶ່ງໄດ້ເວົ້າວ່າ ສະພາແຫ່ງຊາດອາເມລິກາ ບໍ່ຮັບຮອງເລື່ອງມອບສິດໃຫ້ແກ່ປະທານາທິບໍດີ ນຳໃຊ້ກຳລັງອາວຸດຢູ່ຊີຣີ. ຜູ້ໃຊ້ສື່ສັງຄົມອອນລາຍອາເມລິກາ ຫຼາຍຄົນ ໄດ້ຕຳໜິຕິຕຽນເລື່ອງປະທານາທິບໍດີ Joe Biden ທີ່ອະນຸມັດການບຸກໂຈມຕີ.

ວິຕົກກັງວົນ

   ອະທິບາຍກ່ຽວກັບເຫດການບຸກໂຈມຕີດັ່ງກ່າວ, ໃນຕອນຄ່ຳວັນທີ 26 ກຸມພາ, ກະຊວງປ້ອງກັນປະເທດອາເມລິກາ ໄດ້ອອກຄຳປະກາດຢືນຢັນວ່າ: ການບຸກໂຈມຕີທາງອາກາດແມ່ນເພື່ອແນໃສ່ໂຕ້ຕອບບັນດາການບຸກໂຈມຕີຫວ່າງມໍ່ໆມານີ້ ແນໃສ່ກຳລັງທະຫານອາເມລິກາ ແລະ ສຳພັນທະມິດຢູ່ອີຣັກ, ພ້ອມທັງເນັ້ນໜັກວ່າ ການກະທຳນີ້ໄດ້ດຳເນີນຕາມທິດນຳເຮັດໃຫ້ຫລຸດຜ່ອນຄວາມເຄັ່ງຕຶງລວມຢູ່ຊີຣີ ແລະ ອີຣັກ.

   ແຕ່ເຖິງແນວນັ້ນກໍ່ຕາມ, ຍ້ອນບໍ່ວ່າສາຍເຫດໃດ, ການບຸກໂຈມຕີທາງອາກາດຂອງອາເມລິກາ ຢູ່ພາກຕາເວັນຕົກຂອງຊີຣີ ເມື່ອວັນທີ 26 ກຸມພາ ໄດ້ຮັບການຄັດຄ້ານຈາກທັງວົງຄະນະຍາດສາກົນ ກໍ່ຄືປະເທດອາເມລິກາ. ໃນນັ້ນ, ວົງການນັກໄຈ້ແຍກຖືວ່າ: ປະຕິກິລິຍາພາຍໃນປະເທດອາເມລິກາ ໄດ້ສ່ອງແສງບັນດາຄວາມວິຕົກວັງກົນ ກ່ຽວກັບຄວາມສ່ຽງທີ່ກອງທັບ ແລະ ປະເທດອາເມລິກາ ອາດຈະຕ້ອງປະເຊີນໜ້າຈາກເຫດການບຸກໂຈມຕີທາງອາກາດນີ້. ຕາມນັ້ນແລ້ວ, ນີ້ອາດຈະແມ່ນສັນຍານ ຫລືສານສະແດງໃຫ້ເຫັນວ່າ ເບິ່ງຄືວ່າ ອາເມລິກາ ພວມແຊກແຊງຢ່າງຮ້າຍແຮງ ເຂົ້າວິກິດການຂອງຊີຣີ  ຊື່ງເຄີຍມີການຜັນແປທີ່ສັບສົນທີ່ສຸດ, ພ້ອມທັງມີຄວາມໝາຍວ່າ ກຳລັງອາເມລິກາ ມີໄພຈະຕົກສະໜົມເຂົ້າວິກິດການທີ່ບໍ່ສາມາດຄາດຄະເນໄດ້ວັນສີ້ນສຸດນີ້.

   ຖັດຈາກນັ້ນ, ການປິນຂັ້ນໄດທາງທະຫານນີ້ ມີໄພເຮັດໃຫ້ເພີ່ມການປັນປໍລະປັກ ຈາກບັນດາກຳລັງນິຍົມ ອີຣານ ໃນພາກພື້ນແນໃສ່ອາເມລິກາ ແລະ ສຳພັນທະມິດ. ສິ່ງດັ່ງກ່າວຈະສ້າງໄພນາບຂູ່ສຳລັບບັນດາຜົນປະໂຫຍດ ກໍ່ຄືຄວາມມານະພະຍາຍາມສ້າງສັນຕິພາບ ຂອງອຳນາດການປົກຄອງອາເມລິກາ ໃນພາກພື້ນ, ໂດຍສະເພາະແມ່ນວິວັດທະນາການສັນຕິພາບລະຫວ່າງ Palestine-Israel ແລະ ບັນຫານິວເຄຼຍ ອີຣານ ຊື່ງພວມມີບັນດາຄວາມຄືບໜ້າອັນຕັ້ງໜ້າໃນໄລຍະທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ