ຖະແຫຼງການຮ່າໂນ້ຍ : ເປີດສາກໃຫ້ແກ່ບັນດາເປົ້າໝາຍທີ່ສູງສົ່ງ

ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ​ຄັ້ງ​ທີ 132 (IPU 132) ຫາ​ກໍ​ອັດ​ລົງ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ. ຜົນ​ສຳເລັດ​ດີ​ງາມ​ທີ່​ສຸດຂອງ IPU 132 ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ເປັນ​ຄັ້ງ​ທຳ​ອິດ, ນັ້ນ​ແມ່ນ IPU 132 ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່າ​ໂນ້ຍ. ນີ້​ແມ່ນ​ເອ​ກະ​ສານ​ທີ່​ສຳ​ຄັນ ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຂອງ​ບັນ​ດາ​ລັດ​ຖະ​ສະ​ພາ​ພາ​ຄີ IPU , ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ວາງ​ນະ​ໂຍ​ບາຍ ແລະ ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ສ.ປ.ຊ ພາຍຫຼັງ​ປີ 2015.

ຖະແຫຼງການຮ່າໂນ້ຍ : ເປີດສາກໃຫ້ແກ່ບັນດາເປົ້າໝາຍທີ່ສູງສົ່ງ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ປະ​ທານກອງ​ປະ​ຊຸມ IPU 132 ຕອບ​ສຳ​ພາດ​ນັກ​ຂ່າ​ວ​ທີ່​ການ​ປະ​ຊຸມ​ຂ່າວ

    ຖະ​ແຫຼງ​ການ​ຮ່າ​ໂນ້ຍຢືນ​ຢັນ​ເຈດ​ຈຳ​ນົງ​ທີ່​ແຂງແຮງ​ຂອງ IPU ຊຶ່ງ​ຖື​ເອົາ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ອີງ​ໃສ່​ການ​ປະ​ຕິ​ບັດ​ທຸກໆ​ສິດ​ທິ​ມະ​ນຸດ, ໝັ້ນ​ໝາ​ຍ​ຊຸກ​ຍູ້​ບົດ​ບາດ​ແຫ່ງ​ຊາດ​ໃນ​ການ​ປະ​ຕິ​ບັດບັນ​ດາ ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

   ຖະ​ແຫຼງ​ການ​ຮ່າ​ໂນ້ຍຖືກ​ຍັກ​ອອກ​ມາ​ໃນ​ສະ​ພາ​ວະ​ໂລກ​ພວມ​ສະຫຼຸບ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ແລະ ກະ​ກຽມ​ຕົກ​ລົງ​ກ່ຽວ​ກັບ​ໂຄງ​ການ​ພັດ​ທະ​ນາ​ໃໝ່​ພາຍຫຼັງ​ປີ 2015, ຊຶ່ງ​ຄາດ​ວ່າ​ຈະ​ຖືກ​ສົ່ງ​ເຖິງກອງ​ປະ​ຊຸມ​ສຸດຍອດ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຊຶ່ວ​ຈະ​ຖືກ​ດຳ​ເນີນ​ໃນ​ເດືອນ 9 ທີ່​ຈະ​ມາ​ເຖິງ, ເພື່ອ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ນຳ​ສະ​ເໜີ​ບັນ​ດາ ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃໝ່​ຂອງ​ປະ​ຊາ​ຄົມ​ໂລກ.

    ຄຳ​ເວົ້າ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ກະ​ທຳ

  ອາດ​ຈະ​ຢື​ນ​ຢັນ​ວ່າ ຖະ​ແຫຼງ​ການ​ຮ່າ​ໂນ້ຍເປັນ​ຂີດ​ໝາຍ​ທ່າ​ອຽງ​ໃໝ່​ໃນ​ການ​ເຄື່ອນ​ໄຫວ​ຂອງ IPU , ນັ້ນ​ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ການ​ຊອກ​ຫາ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ທີ່ມ​ີ​ປະ​ສິດ​ທິ​ຜົນ​ທີ່​ສຸດ​ເພື່ອ​ຫັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເປັນ​ການ​ກະ​ທຳ​ລະ​ອຽດ. ສິ່ງ​ດັ່ງ​ກ່າວ​ໄດ້​ຮັບ​ການຢັ້ງ​ຢືນ​ຈາກ​ປະ​ທານ​ອົງ​ການ IPU . ຖ້າ​ວ່າ ກ່ອນນີ້​ກອງ​ປະ​ຊຸມ IPU ຄັ້ງ​ຕ່າງໆ​ພຽງ​ແຕ່​ຮັບ​ຮອງ​ເອົາ​ມະ​ຕິຫຼື​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆທີ່ບໍ່​ມີ​ລັກ​ສະ​ນະ​ທົ່ວ​ໂລກ​ຄື​ບັນ​ດາ ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງນັ້ນ, ເປັນ​ຄັ້ງ​ທຳ​ອິດ​ໄດ້​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ ຖະ​ແຫຼງ​ການ​ຮ່າ​ໂນ້ຍ​ຢູ່​ຫວຽດ​ນາມ.ທ່ານ​ປະ​ທານ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນSaberໃຫ້​ຮູ້​ວ່າ:

   “ ໃນ​ກອງ​ປະ​ຊຸມ IPU ຄັ້ງ​ກ່ອນໆ, ພວກ​ຂ້າ​ພະ​ເຈົ້າ​ພຽງ​ແຕ່​ເວົ້າ​ເຖິງ​ບັນ​ຫາ ແລະ ແຜນ​ການ​ປະ​ສານ​ສົມ​ທົບ​ເທົ່າ​ນັ້ນ. ແຕ່​ໃນ​ກອງ​ປະ​ຊຸມ IPU ຄັ້ງ​ນີ້ ຢູ່​ຮ່າ​ໂນ້ຍ​ແມ່ນ​ວິ​ທີ​ສຳ​ພັດ​ໃໝ່, ທ່າ​ອຽງ​ໃໝ່, ເລັ່ງ​ໃສ່​ວິ​ທີ​ການແກ້​ໄຂປະ​ຕິ​ບັດ, ຫາກບໍ່​ພຽງ​ແຕ່​ຍົກ​ອອກ​ບັນ​ຫາ​ເທົ່າ​ນັ້ນ. ຍົກ​ຕົວ​ຢ່າງ​ຄື IPU 132 ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ສະ​ພາ​ວະ​ສຸກ​ເສີນຫຼື​ກອງ​ປະ​ຊຸມ​ກ່ຽວ​ກັບ​ບັນ​ດາ ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຫັນ​ຄຳ​ເວົ້າ​ເປັນ​ການ​ກະ​ທຳ, ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ຮັບ​ໃຊ້​ປະ​ຊາ​ຊົນ. ຂ້າ​ພະ​ເຈົ້າ​ຖື​ວ່າ ຖະ​ແຫຼງ​ການ​ຮ່າ​ໂນ້ຍເປັນ​ຂີດ​ໝາຍ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ລະ​ດັບ​ຄວາມ​ຮັບ​ຮູ້, ແມ່ນ​ມໍ​ລະ​ດົກ​ຂອງ IPU , ແມ່ນ​ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ​ໃຫ້​ທົ່ວ​ໂລກ ” 

    ຄວາມ​ຈິງໃນຕະຫຼອດກອງ​ປະ​ຊຸມ, “ບັນ​ດາເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ- ຫັນ​ຄຳ​ເວົ້າ​ເປັນ​ການ​ກະ​ທຳ” ຫົວ​ຂໍ້​ໂດຍ​ຫວຽດ​ນາມ​ນຳ​ສະ​ເໜີ​ແມ່ນ​ຫົວ​ເລື່ອງ​ທະ​ລຸ​ລົງ, ເປັນ​ຮູບ​ປະ​ທຳ​ໃຫ້​ແກ່​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ຂອງ IPU . ການ​ພັດ​ທະ​ນາ​ແບບ​ຍືນ​ຍົງແມ່ນ​ຄວາມ​ຫວັງ​ຂອງ​ທຸກໆ​ປະ​ເທດ​ຊາດ, ແຕ່​ວ່າ​ແຕ່​ລະ​ປະ​ເທດບໍ່​ສາ​ມາດ​ພັດ​ທະ​ນາ​ຢ່າງ​ຈະ​ເລີນ​ຮຸ່ງ​ເຮືອງ​ໄດ້ ຖ້າ​ຫາກບໍ່​ສາ​ມາດ​ແກ້​ໄຂ​ໄດ້​ບັນ​ດາ​ສິ່ງ​ທ້າ​ທາຍ​ຄື ຄວາມ​ອຶດ​ຫິວ, ທຸກ​ຍາກ, ການ​ເພີ່ມ​ປະ​ຊາ​ກອນ, ການ​ຂາດ​ແຄນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຊີ​ວະ​ນາໆ​ພັນ​ຖືກ​ນາບ​ຂູ່…ພິ​ເສດ, ໂລກບໍ່​ອາດພັດ​ທະ​ນາ​ແບບ​ຍືນ​ຍົງໄດ້ ຖ້າ​ຫາກບໍ່​ມີ​ສັນ​ຕິ​ພາບ, ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ບໍ່​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ. ສິ່ງນີ້​ກໍ​ໄດ້​ຮັບ​ການຢັ້ງ​ຢືນ​ຢ່າງ​ຈະ​ແຈ້ງ​ໃນ ຖະ​ແຫຼງ​ການ​ຮ່າ​ໂນ້ຍ. ທ່ານ Hans Franken ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໂຮນ​ລັງ ຖື​ວ່າ : 

   “ ສິດ​ຕັດ​ສິນ​ດ້ວຍ​ຕົນ​ເອງ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ແມ່ນ​ສຳ​ຄັນ​ທີ່​ສຸດ.  ແຕ່​ລະປະ​ຊາ​ຊາດ ລ້ວນ​ແຕ່​ມີສິດ​ຕັດ​ສິນ​ຊະ​ຕາ​ກຳ​ຂອງ​ຕົນ, ຖ້າ​ຫາກ​ໄປ​ຝືນ​ນັ້ນ, ກໍ​ແມ່ນ​ລະ​ເມີດ​ສິດ​ທິ​ມະ​ນຸດ. ແຕ່​ຢູ່ຫຼາຍ​ແຫ່ງໃນ​ໂລກ, ພວກ​ເຮົາ​​ຍັງ​ເຫັນ​ຜູ້​ຮັບ​ເຄາະ​ຮ້າຍຫຼາຍ​ຄົນ​ຈາກ​ການ ລະ​ເມີດ​ສິດ​ທິ​ມະ​ນຸດ , ເຂົາ​ເຈົ້າ​ບໍ່​ອາດ​ຕັດ​ສິນ​ດ້ວຍ​ຕົນ​ເອງ​ໄດ້. ກົດ​ໝາຍ​ສາ​ກົນ​ຍາມ​ໃດ​ກໍ​ແມ່ນ​ພື້ນ​ຖານ​ທີ່​ສຳ​ຄັນ​ເພື່ອ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ເຂດ​ນ້ຳ​ແດນ​ດິນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ. ບັນ​ດາ​ປະ​ເທດ​ຕ້ອງ​ເຄົ​າ​ລົບ ແລະ ປະ​ຕິ​ບັດ​ຕາມ​ສົນ​ທິ​ສັນ​ຍາ​ສາ​ກົນ​​”

    ມຸ່ງ​ໄປ​ສູ່ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

  ປີ 2015 ແມ່ນ​ຈຸດ​ເວ​ລາ​ທີ່ IPU ພວມ​ຊຸກ​ຍູ້​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ຕົນໃຫ້​ສອດ​ຄ່ອງ​ກັບ​ບັນ​ດາ ໂຄງ​ການ​ດຳ​ເນີນ​ງານຊຶ່ງ ສ.ປ.ຊ ໄດ້​ວາງ​ອອກ​ໃນ 15 ປີ​ທີ່​ຈະ​ມາ​ເຖິງ. ບັນ​ດາ​ໝາກ​ຜົນ​ທີ່​ສຳ​ຄັນ​ກວ່າ​ໝູ່​ຂອງ IPU , ສະ​ແດງ​ອອກ​ຜ່ານຖະ​ແຫຼງ​ການ​ຮ່າ​ໂນ້ຍຊຶ່ງ​ແມ່ນ​ເອ​ກະ​ສານ​ສະ​ແດງໃຫ້​ເຫັນ​ຄວາມ​ຫວັງ ແລະ ຄຳ​ໝັ້ນ​ສັນ​ຍາ​ຂອງ IPU  ແລະ ບັນ​ດາ​ລັດ​ຖະ​ສະ​ພາ​ພາ​ຄີ​ໃນ​ການ​ສ້າ​ງ ແລະ ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ SDG­s ຊຶ່ງ​ ສ.ປ.ຊ ພວ​ມ ສ້າງເຖິງປີ 2030. ທ່ານ​ນາງ Annette King ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ແນິວ​ເຊີ​ແລນ ເນັ້ນ​ໜັກ​ວ່າ :

    “ ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ບາດ​ກ້າວ​ລິ​ເລີ່ມ​ເພື່ອ​ສູ້​ຊົນ​ໃຫ້​ແກ່ ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ຖະ​ແຫຼງ​ການ​ຮ່າ​ໂນ້ຍແມ່ນ​ໝາກ​ຜົນ​ຂອງ​ການ​ເຮັດ​ວຽກ​ຢ່າງ​ເຂັ້ມ​ງວດ​ຂອງ​ບັນ​ດາ​ ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ທີ່​ມາ​ຈາກກວ່າ 100 ລັດ​ຖະ​ສະ​ພາ​ພາ​ຄີ, ຊຶ່ງ​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ລວມ​ກ່ຽວ​ກັບ​ການພັດ​ທະ​ນາ​ແບບ​ຍືນ​ຍົງ  ”

    ຖະ​ແຫຼງ​ການ​ຮ່າ​ໂນ້ຍດ້ວຍ​ບັນ​ດາ​ເນື້ອ​ໃນ, ຄຳ​ໝັ້ນສັນ​ຍາ​ກະ​ທຳ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຫວັງ ແລະ ແນວ​ທາງ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ​ຢ່າງ​ສິ້ນ​ເຊິ່ງ. ໃນ​ການ​ເຄື່ອນ​ໄຫວ​ຂອງ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຟົດ​ເດືອດ ແລະ ມີ​ການ​ຜັນ​ແປ​ຜິດ​ປົກ​ກະ​ຕິບໍ່​ໜ້ອຍນັ້ນ, ເຫດ​ການ​ການ​ທູດ​ທີ່​ຍິ່ງ​ໃຫຍ່, ເຕົ້າ​ໂຮມ​ບັນ​ດາ ສະ​ມາ​ຊິກ​ລັດ​ຖະ​ສະ​ພາຢູ່​ທຸກ​ແຫ່ງໃນ​ໂລກ ເພື່ອ​ມຸ່ງ​ໄປ​ສູ່​ຫົວ​ເລື່ອງ​ລວມ ແລະ ບັນ​ລຸ​ໝາກ​ຜົນ​ຄື​ດັ່ງ​ຄວາມ​ຫວັງ ກໍ​ແມ່ນ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ, ເປີດ​ຊອງ​ທາງ​ໃໝ່​ໃຫ້​ແກ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ