ຖະ​ແຫຼງ​ປະ​ກາດການ​ສ້າງຕັ້ງ “ເມືອງ​ຊີ​ຊາ”, “ເມືອງ​ໜານ​ຊາ” ຂອງ ຈີນ ແມ່ນບໍ່ມີຄຸນ​ຄ່າແຕ່​ຢ່າງ​ໃດ

(VOVWORLD) -ເມື່ອບໍ່ດົນມານີ້, ຈີນໄດ້ເພີ່ມທະວີບັນດາການກະທຳທ່ວງເອົາອະທິປະໄຕທີ່ຜິດກົດໝາຍຢູ່ທະເລຕາເວັນອອກ ເມື່ອອະນຸມັດຜ່ານສ້າງຕັ້ງ 2 ເມືອງຄຸ້ມຄອງບັນດາໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຂອງ ຫວຽດນາມ. ນີ້ແມ່ນການກະທຳທີ່ບໍ່ຫົວຊາຕໍ່ກົດໝາຍສາກົນ, ພິເສດແມ່ນລະເມີດອະທິປະໄຕ, ສິດອຳນາດອະທິປະໄຕທີ່ບໍ່ອາດໂຕ້ຖຽງກັນໄດ້ຂອງ ຫວຽດນາມຕໍ່ກັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ, ໄປຝືນກັບທ່າອ່ຽງສັນຕິພາບ, ການຮ່ວມມືລະຫວ່າງບັນດາປະເທດ ແລະ ເຮັດໃຫ້ພາບພົດຂອງປະເທດມະຫາອຳນາດໃນພາກພື້ນຊົ່ວຮ້າຍລົງຢ່າງຮ້າຍແຮງ.
ຖະ​ແຫຼງ​ປະ​ກາດການ​ສ້າງຕັ້ງ “ເມືອງ​ຊີ​ຊາ”, “ເມືອງ​ໜານ​ຊາ” ຂອງ ຈີນ ແມ່ນບໍ່ມີຄຸນ​ຄ່າແຕ່​ຢ່າງ​ໃດ - ảnh 1

ເກາະຝູເລິມຂຶ້ນກັບໝູ່ເກາະຮ່ວາງຊາຂອງ ຫວຽດນາມ ຖືກຈີນຢຶດຄອງຢ່າງຜິດກົດໝາຍ

(ພາບ: CSIS/AMTI)

ສິ່ງທີ່ໜ້າສົນໃຈນັ້ນແມ່ນ ໃນຂະນະທີ່ທົ່ວໂລກພວມມານະພະຍາຍາມສະກັດກັ້ນໂລກລະບາດ Covid – 19, ຮ່ວມແຮງຮ່ວມໃຈຮ່ວມມືກັນເພື່ອຍູ້ໂລກລະບາດໃຫ້ຖອຍໄປ, ແຕ່ຈີນເຊິ່ງແມ່ນປະເທດທີ່ໄດ້ຮັບຖືວ່າເປັນປະເທດມະຫາອຳນາດໃນພາກພື້ນ ແລະ ທົ່ວໂລກ, ພັດມີການກະທຳທີ່ບໍ່ມີຄວາມຮັບຜິດຊອບ, ສວຍໃຊ້ໂອກາດເພື່ອເຮັດໃຫ້ພາກພື້ນຂາດສະຖຽນລະພາບ.

        ມີບັນດາການກະທຳທີ່ລະເມີດກົດໝາຍຢ່າງລຽນຕິດ

        ໄລ່ສະເພາະໃນປີ 2019, ຈີນໄດ້ສົ່ງກ່ຳປັ່ນສຳຫລວດທໍລະນີ ໄຮ້ຢາງ 8ພ້ອມກັບກ່ຳປັ່ນຕຳຫຼວດທະເລ ແລະ ກ່ຳປັນທະຫານລາດຫຼາຍລຳລະເມີດເຂົ້າເຂດທະເລຂອງ ຫວຽດນາມ ເປັນເວລາກ່ວາ 100 ວັນ. ໃນປີນີ້, ຈີນກໍ່ໃຫ້ບັນດາກ່ຳປັ່ນຂອງຕົນລະເມີດເຂົ້າເຂດທະເລຂອງ ມາເລເຊຍ, ຟີລິບປິນ. ຍິ່ງກ່ວານັ້ນ, ທ້າຍປີ 2019 ແລະ ຕົ້ນປີ 2020, ຈີນກໍ່ໃຫ້ບັນດາກ່ຳປັ່ນຂອງຕົນລະເມີດເຂດທະເລຂອງ ອິນໂດເນເຊຍ. ຕົ້ນເດືອນເມສາ, ກ່ຳປັ່ນຕຳຫຼວດທະເລຂອງ ຈີນໄດ້ຕຳເຮືອຫາປາຂອງຫວຽດນາມຈົມລົງນ້ຳ. ແລະ ໃນວັນທີ 18 ເມສາ, ປະເທດນີ້ກໍ່ມີການກະທຳລະເມີດອະທິປະໄຕຂອງບັນດາປະເທດເມື່ອກະຊວງບໍລິຫານຈີນໄດ້ປະກາດວ່າ, ລັດຖະບານປະເທດນີ້ ຫາກໍ່ອະນຸມັດຜ່ານຂໍ້ຕົກລົງວ່າດ້ວຍການສ້າງຕັ້ງອັນທີ່ໄດ້ເອີ້ນວ່າ “ເມືອງຊີຊາ” ແລະ “ເມືອງ ໜານຊາ” ຂຶ້ນກັບ "ນະຄອນຕ້າມຊາ” ແຂວງໄຮໜານ.

        ແລະກໍ່ຕາມຝ່າຍຈີນທີ່ລົງພິມຂ່າວວ່າ ເມືອງຊີຊາຄຸ້ມຄອງບັນດາເກາະທີ່ຂຶ້ນກັບໝູ່ເກາະຊີຊາ (ທີ່ຈິງແມ່ນໝູ່ເກາະຮ່ວາງຊາຂອງ ຫວຽດນາມ) ແລະ ຫາດ Macclesfield (ໝູ່ເກາະຈຸງຊາ) ແລະ ເຂດນ່ານນ້ຳໃກ້ຄຽງ, ຈີນຕັ້ງອັນທີ່ໄດ້ເອີ້ນວ່າ “ອຳນາດການປົກຄອງເມືອງ ຊີຊາ” ຢູ່ເກາະຝູເລິມ ເຊິ່ງແມ່ນໂຄງສ້າງດ້ານພູມສາດໃຫຍ່ທີ່ສຸດຂຶ້ນກັບຮ່ວາງຊາ, ສ່ວນ “ເມືອງໜານຊາ” “ຄຸ້ມຄອງ” ບັນດາເກາະຂຶ້ນກັບໝູ່ເກາະໜານຊາ (ທີ່ຈິງແມ່ນໝູ່ເກາະເຈືອງຊາຂອງ ຫວຽດນາມ) ແລະ ເຂດນ່ານນ້ຳໃກ້ຄຽງ, ອັນທີ່ໄດ້ເອີ້ນ “ອຳນາດການປົກຄອງເມືອງໜານຊາ” ຕັ້ງຢູ່ຫາດດອນຫີນ ຈື໊ເທິບ ເຊິ່ງແມ່ນໂຄງສ້າງດ້ານພູມສາດຂຶ້ນກັບ ເຈືອງຊາ ຊຶ່ງໃນມໍ່ໆມານີ້ ຈີນໄດ້ຫັນມາເຄື່ອນໄຫວດ້ານການທະຫານ.

ຖະແຫຼງການສະບັບຕ່າງໆຂອງຈີນ ລ້ວນແຕ່ບໍ່ມີຄຸນຄ່າແຕ່ຢ່າງໃດ

ເລື່ອງຖະແຫຼງປະກາດບັນດາຫົວໜ່ວຍບໍລິຫານນີ້ ແມ່ນບໍ່ມີຄຸນຄ່າທາງດ້ານນິຕິທຳແຕ່ຢ່າງໃດ. ທີໜຶ່ງ, ຈີນ ບໍ່ມີອະທິປະໄຕຢູ່ສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ. ຫວຽດນາມ ໄດ້ຢັ້ງຢືນອະທິປະໄຕສຳລັບສອງໝູ່ເກາະດັ່ງກ່າວມາເປັນຫຼາຍຄັ້ງແລ້ວ. ຫວ່າງມໍ່ໆມານີ້, ໃນຈົດໝາຍທາງການທີ່ສົ່ງເຖິງສະຫະປະຊາຊາດໃນວັນທີ 30 ມີນາ ປີ 2020, ລັດຖະບານຫວຽດນາມ ໄດ້ຢ້ຳຄືນອີກເທື່ອໜຶ່ງວ່າ: “ຫວຽດນາມມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິືທຳຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະຮວ່າງຊາ ແລະ ເຈື່ອງຊາ, ພ້ອມທັງສອດຄ່ອງກັບກົດໝາຍສາກົນ.

        ຫວຽດນາມ ຢືນຢັນວ່າ ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ເປັນພື້ນຖານນິຕິທຳອັນໜຶ່ງດຽວ, ແມ່ນຂໍ້ກຳນົດຮອບດ້ານ ແລະ ເຖິງຖອງ ກ່ຽວກັບຂອບເຂດ, ສິດຊົມໃຊ້ຢູ່ເຂດທະເລລະຫວ່າງຫວຽດນາມ ແລະ ຈີນ”. ຕາມນັ້ນແລ້ວ, ຫວຽດນາມ ໄດ້ມີອຳນາດອະທິປະໄຕຢູ່ສອງໝູ່ເກາະດັ່ງກ່າວມາເປັນເວລາຍາວນານ ແລະ ໄດ້ພິສູດດ້ວຍບັນດາຫຼັກຖານທາງດ້ານປະຫວັດສາດ ແລະ ນິຕິກຳ.

ທີສອງແມ່ນ, ເລື່ອງ ຈີນ ໄດ້ນຳໃຊ້ກຳລັງອາວຸດເພື່ອຢຶດຄອງ ໝູ່ເກາະ ຮວ່າງຊາທັງໝົດ ແລະ 7 ໂຄງສ້າງດ້ານພູມສາດຂຶ້ນກັບເຈື່ອງຊາ ແມ່ນລະເມີດກົດໝາຍສາກົນ, ລະອຽດແມ່ນ ລະເມີດກົດບັດສະຫະປະຊາຊາດ. ນອກຈາກນັ້ນ, ມະຕິເລກທີ 2625 ຂອງກອງປະຊຸມສະມັດຊາໃຫຍ່ ສປຊ ປີ 1970 ກໍໄດ້ກຳນົດຢ່າງຈະແຈ້ງວ່າບໍ່ຍອມຮັບຕໍ່ການນຳກຳລັງອາວຸດ ເພື່ອລ່ວງລ້ຳຜືນແຜ່ນດິນອັນຄົບຖ້ວນຂອງປະເທດອື່ນ. ເພາະສະນັ້ນ, ເຖິງວ່າ ປັດຈຸບັນ, ຈີນພວມຢຶດຄອງບັນດາໂຄງສ້າງດັ່ງກ່າວ ແຕ່ ຈີນກໍ່ບໍ່ມີອະທິປະໄຕຢ່າງຖືກຕ້ອງຕາມກົດໝາຍສຳລັບໂຄງສ້າງດັ່ງກ່າວ.

ເພາະສະນັ້ນ, ເລື່ອງຖະແຫຼງຈະສ້າງຕັ້ງອຳນາດການປົກຄອງຄຸ້ມຄອງບັນດາເຂດດັ່ງກ່າວຂອງຈີນ ແມ່ນໄປຝືນກັບກົດໝາຍສາກົນ. ການກະທຳດັ່ງກ່າວ ຍິ່ງສະແດງໃຫ້ເຫັນຄວາມມັກໃຫຍ່ໄຝ່ສູງຢາກຢຶດຄອງທະເລຕາເວັນອອກຂອງຈີນ ເມື່ອໄດ້ຜັນຂະຫຍາຍຫຼາຍການກະທຳໄປພ້ອມໆກັນ ເຊິ່ງນັບທັງດ້ານພູມສາດຕົວຈິງ, ນິຕິກຳ ແລະ ການບໍລິຫານ. ເປັນທີ່ຈະແຈ້ງແລ້ວວ່າ ຈີນ ພວມປະຕິບັດຍຸດທະສາດອັນຮ້າຍກາດ ອີງໃສ່ການບຽດຢຶດທີ່ດິນ ແລະ ການທ່ວງເອົາອະທິປະໄຈຢ່າງບັງອາດ, ບໍ່ປະຕິບັດຕາມກົດໝາຍສາກົນ. ບັນດາການກະທຳລະເມີດກົດໝາຍສາກົນເຫຼົ່ານັ້ນຂອງຈີນ ໄດ້ ແລະ ພວມຖືກກ່າວປະນາມຢ່າງຮູນແຮງຈາກປະຊາຄົມໂລກ ແລະ ບັນດາປະເທດທີ່ມີສ່ວນກ່ຽວຂ້ອງ./

ຕອບກັບ

ຂ່າວ/ບົດ​ອື່ນ