ທຸກສິ່ງທຸກຢ່າງແມ່ນເພື່ອເປົ້າໝາຍລວມ ສ້າງສາປະເທດຫວຽດນາມ ໃຫ້ປະຊາຊົນຮັ່ງມີປະເທດຊາດເຂັ້ມແຂງ

(VOVWORLD) - ວັນທີ 11 ສິງຫາ ປີ 2021, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ອາຍຸການ 2021- 2026. ໃນບົດກ່າວປາໄສຢູ່ກອງປະຊຸມແມ່ນມີຄວາມໝາຍສຳຄັນ, ເພື່ອແນໃສ່ຜັນຂະຫຍາຍການປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນຫນັກ: ການສົມທົບກັນຢ່າງແຫນ້ນແຟ້ນຂອງທັງລະບົບການເມືອງ, ຄວາມສາມັກຄີ ເປັນເອກະພາບສູງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ດ້ວຍຈິດໃຈເປັນຈິດຫນຶ່ງໃຈດຽວນັບແຕ່ຂັ້ນເທິງຈົນລົງຮອດຂັ້ນລຸ່ມ ເພື່ອຜັນຂະຫຍາຍບັນດາຫນ້າທີ່ຂອງປະເທດ, ຂອງຊາດ.

ທຸກສິ່ງທຸກຢ່າງແມ່ນເພື່ອເປົ້າໝາຍລວມ ສ້າງສາປະເທດຫວຽດນາມ ໃຫ້ປະຊາຊົນຮັ່ງມີປະເທດຊາດເຂັ້ມແຂງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ອາຍຸການ 2021- 2026. (ພາບ:TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ລະບົບການເມືອງຢູ່ ຫວຽດນາມ ລວມມີ 3 ພາກສ່ວນ: ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສຸມໃສ່ເວົ້າສະເພາະກ່ຽວກັບລັດຖະບານ ດ້ວຍບັນດາຫລັກການ, ເນື້ອໃນ, ກົນໄກເຄື່ອນໄຫວແມ່ນຕັ້ງຢູ່ໃນການພົວພັນສັງລວມຂອງບັນດາອົງການລັດ, ຂອງທັງລະບົບການເມືອງຢູ່ ຫວຽດນາມ ເພື່ອແນໃສ່ເປົ້າໝາຍລວມ ນັ້ນແມ່ນ ສ້າງປະເທດຫວຽດນາມ ໃຫ້ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ, ກ້າວຂຶ້ນ ສັງຄົມນິຍົມຢ່າງໝັ້ນແກ່ນ.

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ພວມຮີບເຮັ່ງ, ຕັ້ງຫນ້າຜັນຂະຫຍາຍການປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ບົດສະຫລຸບ, ຂໍ້ຕົກລົງຊີ້ນຳຂອງສູນກາງໃນສະຖານະການ, ສະພາບການທີ່ຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງທີ່ຮ້າຍແຮງກວ່າເມື່ອທຽບໃສ່ການຄາດຄະເນກ່ອນນີ້. ເພື່ອປະຕິບັດບັນດາຄາດໝາຍ, ຫນ້າທີ່ຊື່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ກອງປະຊຸມສູນກາງພັກ ຄັ້ງທີ 3 ແລະ ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ XV ໄດ້ວາງອອກຢ່າງມີໄຊ, ລັດຖະບານ ອາຍຸການ 2021 -2026 ຄວນສືບຕໍ່ເສີມຂະຫຍາຍຫຼາຍກວ່າອີກກ່ຽວກັບມູນເຊື້ອອັນສະຫງ່າລາສີ, ໝາກຜົນ, ຜົນງານທີ່ຍິ່ງໃຫຍ່ ແລະ ບັນດາບົດຮຽນ ປະສົບການອັນລ້ຳຄ່າຂອງລັດຖະບານທີ່ບັນລຸໄດ້ຜ່ານໄລຍະຕ່າງໆ, ມານະພະຍາຍາມສູ້ຊົນກວ່າອີກໃນເສັ້ນທາງແຫ່ງການປ່ຽນແປງໃຫມ່, ຍົກສູງຄຸນນະພາບ, ປະສິດທິຜົນ, ປະສິດທິພາບການເຄື່ອນໄຫວໃນໄລຍະພັດທະນາໃຫມ່.

ສຸມໃສ່ບຸລິມະສິດປະຕິບັດ 6 ຫນ້າທີ່ຈຸດສຸມ ແລະ 3 ຂອດບຸກທະລຸຍຸດທະສາດ, ປະຕິບັດມາດຕະການແກ້ໄຂຜົນກະທົບຈາກໂລກລະບາດໂຄວິດ-19 ຢ່າງຄົບຊຸດ ມີປະສິດທິຜົນ, ຟື້ນຟູ ແລະ ພັດທະນາເສດຖະກິດຢ່າງວ່ອງໄວ; ເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳ, ກຳລັງແຮງຂອງຊາວຫວຽດນາມ ແລະ ກຳລັງແຮງໃນການປະດິດຄິດສ້າງຂອງແຕ່ລະຄົນຢ່າງແຮງກວ່າ; ສ້າງສັງຄົມໃຫ້ເປັນລະບຽບຮຽບຮ້ອຍ, ປອດໄພ, ປອດໄສ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດເທື່ອລະກ້າວ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃສ່ໃຈເປັນພິເສດບາງບັນຫາດັ່ງລຸ່ມນີ້:

ທີຫນຶ່ງ: ກ່ຽວກັບການພັດທະນາເສດຖະກິດ: ຮູບແບບເສດຖະກິດທີ່ຫວຽດນາມ ສ້າງຂຶ້ນ ນັ້ນແມ່ນເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ. ນີ້ແມ່ນ ຂອດບຸກທະລຸດ້ານທິດສະດີເປັນພື້ນຖານ ແລະ ມີຫົວຄິດປະດິດສ້າງທີ່ສຸດຂອງພັກກອມມູນິດຫວຽດນາມ, ແມ່ນໝາກຜົນທິດສະດີສຳຄັນຜ່ານໄລຍະກວ່າ 35 ປີແຫ່ງການປະຕິບັດແນວທາງການປ່ຽນແປງໃຫມ່, ໂດຍເລີ່ມມາຈາກພຶດຕິກຳຕົວຈິງຢູ່ຫວຽດນາມ ແລະ ຮັບເອົາບົດຮຽນຈາກໂລກ ໂດຍມີການຄັດເລືອກ.

ທີສອງ: ກ່ຽວກັບການພັດທະນາດ້ານວັດທະນະທຳ, ສັງຄົມ: ບັນຫາທີ່ມີລັກສະນະພິເສດສະເພາະໂດຍພື້ນຖານ, ຄຸນລັກສະນະສຳຄັນຂອງການກຳນົດທິດສັງຄົມນິຍົມໃນພື້ນຖານເສດຖະກິດການຕະຫລາດຢູ່ຫວຽດນາມ ແມ່ນ ຕ້ອງຕິດພັນເສດຖະກິດກັບສັງຄົມ, ເປັນເອກະພາບນະໂຍບາຍເສດຖະກິດກັບນະໂຍບາຍສັງຄົມ, ການເຕີບໂຕເສດຖະກິດຕ້ອງໄປຄຽງຄູ່ກັບການປະຕິບັດຄວາມກ້າວຫນ້າ ແລະ ຍຸຕິທຳສັງຄົມ ໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍ ແລະ ໃນຕະຫລອດວິວັດການພັດທະນາ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ມີລັກສະນະເປັນຫລັກການເພື່ອຮັບປະກັນການພັດທະນາໃຫ້ປອດໃສ,ໝັ້ນຄົງເຂັ້ມແຂງ ຕາມການກຳນົດທິດສັງຄົມນິຍົມ.

ທີສາມ: ກ່ຽວກັບການເພີ່ມທະວີການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ: ສະພາບການໂລກ ແລະ ຢູ່ພາຍໃນປະເທດ ພວມຜັນແປສັບສົນ ວ່ອງໄວ ຮຽກຮ້ອງໃຫ້ພວກເຮົາ ຍາມໃດກໍ່ຕ້ອງເອົາໃຈໃສ່ເຖິງການຮັກສາເອກະລາດ, ເປັນເຈົ້າຕົນເອງ; ເພີ່ມທະວີກຳລັງແຮງບົ່ມຊ້ອນດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ, ເດັດດ່ຽວ, ຢຶດໝັ້ນຕໍ່ການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ເຂດທະເລໝູ່ເກາະ, ເຂດນ່ານຟ້າ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອສ້າງສາ ແລະ ພັດທະນາປະເທດຊາດ.

ທີສີ່: ກ່ຽວກັບການກໍ່ສ້າງໂຄງຮ່າງການຈັດຕັ້ງ, ກົງຈັກ ແລະ ວຽກງານພະນັກງານ: ນີ້ແມ່ນບັນຫາທີ່ເປັນພື້ນຖານ, ມີຄວາມສຳຄັນທີ່ສຸດ, ມີຄວາມໝາຍຕັດສິນຊີ້ຂາດຕໍ່ທຸກການເຄື່ອນໄຫວຂອງລັດຖະບານ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ລັດຖະບານ, ບັນດາອົງການຂຶ້ນກັບລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນ ຄວນເອົາໃຈໃສ່ເປັນພິເສດ, ປະຕິບັດວຽກງານນີ້ໃຫ້ດີກວ່າເກົ່າ. ພ້ອມກັນນັ້ນ ສືບຕໍ່ປະຕິບັດມະຕິສູນກາງຄັ້ງທີ 4 ຊຸດທີ XI  ແລະ ຊຸດທີ XII ກ່ຽວກັບການເພີ່ມທະວີການກໍ່ສ້າງ, ປັບປຸງພັກ ຢ່າງເຂັ້ມງວດ, ສະກັດກັ້ນ, ຍູ້ການເສື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ບັນດາປະກົດການ “ຜັນແປ່ເອງ” “ຜັນປ່ຽນເອງ”ໃຫ້ຖອຍໄປ, ຕິດພັນເລື່ອງຍູ້ແຮງການປະຕິບັດ ຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການປະຕິບັດຕາມແນວຄິດຄຸນສົມບັດ ວິຖີຊີວິດຂອງປະທານໂຮ່ຈີມິນ ຢ່າງແທດຈິງ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມເຊື່ອໝັ້ນວ່າ: ລັດຖະບານ ອາຍຸການ 2021 – 2026ຈະເສີມຂະຫຍາຍບັນດາໝາກຜົນ, ບົດຮຽນ ປະສົບການ ແລະ ມູນເຊື້ອອັນສະຫງ່າລາສີຂອງ 75 ປີຜ່ານມາ, ສືບຕໍ່ປ່ຽນແປງໃຫມ່ການຈັດຕັ້ງ ແລະ ຮູບການເຄື່ອນໄຫວຢ່າງແຮງ, ບັນລຸໄດ້ຫລາຍໝາກຜົນສຳຄັນ, ປະກອບສ່ວນຢ່າງໃຫຍ່ຫລວງກວ່າເຂົ້າໃນກິດຈະການປ່ຽນແປງໃຫມ່, ຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳທັນສະໄຫມ, ນຳປະເທດຊາດຂ້າມຜ່ານກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ, ນຳເອົາຄວາມອີ່ມໜຳສຳລານສົມບູນພູນສຸກມາໃຫ້ປະຊາຊົນ, ເຮັດໃຫ້ປະເທດຊາດຈະເລີນຮຸ່ງເຮືອງ,ສີສິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ