ທີ່​ຕັ້ງ​ບົດບາດ​ໃໝ່​ໃຫ້​ແກ່​​ໄລຍະພັດທະນາ​ໃໝ່

(VOVWORLD) -    ຫວຽດນາມ ພວມຫັນໄປສູ່ສະພາບການໃໝ່ທີ່ເປັນປົກກະຕິເທື່ອລະກ້າວ. ນັ້ນແມ່ນ ຫຼຸດຜ່ອນບັນດາມາດຕະການແຍກຫ່າງໃນສັງຄົມເທື່ອລະກ້າວ, ຊອກຫາວິທີດໍາລົງຊີວິດຢ່າງປອດໄພກັບໂລກລະບາດ ແລະ ຟື້ນຟູການຜະລິດ, ດໍາເນີນທຸລະກິດ, ການບໍລິການຄືນໃໝ່, ຮັບປະກັນການພັດທະນາເສດຖະກິດ - ສັງຄົມ. ຕາມນັ້ນແລ້ວ, ຈີນຕະນາການໃໝ່ກ່ຽວກັບການດໍາລົງຊີວິດຢູ່ຮ່ວມກັນກັບໂລກລະບາດໂຄວິດ - 19 ຄ່ອຍໆໄດ້ສ້າງຂຶ້ນ ແລະ ຮຽກຮ້ອງກໍາລັງຄວາມສາມາດຮັບມືໃໝ່ຂອງທັງລະລົບຄຸ້ມຄອງ, ປະຊາຄົມວິສາຫະກິດ ກໍຄືປະຊາຊົນແຕ່ລະຄົນ.

 

        ດ້ວຍການຄິດໄລ່ຊັ່ງຊາຢ່າງລະມັດລະວັງຈາກລັດຖະບານຕະຫຼອດຮອດທ້ອງຖິ່ນໃນວິວັດທະນາການກັບຄືນສູ່ຊີວິດ-ສັງຄົມເປັນປົກກະຕິ ພາຍຫຼັງໄດ້ຍູ້ຖອຍໄດ້ໂລກລະບາດໂຄວິດ - 19, ລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ພວມສຸມໃສ່ຜັນຂະຫຍາຍບັນດາມາດຕະການສັງລວມ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ...

ປະເທດຫວຽດນາມ ຮັບມືຢ່າງມີໄຫວພິບ

        ນັບແຕ່ເມື່ອໂລກລະບາດໂຄວິດ - 19 ກໍາເນີດເກີດຂຶ້ນ, ລັດຖະບານໄດ້ເລືອກປະຕິບັດເປົ້າໝາຍຄວບຄູ່ ນັ້ນແມ່ນ: ທັງປ້ອງກັນ, ສະກັດກັ້ນໂລກລະບາດ, ທັງຮັກສາທ່າເຕີບໂຕເສດຖະກິດ. ຮອດຈຸດເວລານີ້, ບົນແນວຮົບປ້ອງກັນ, ສະກັດກັ້ນໂລກລະບາດ, ຫວຽດນາມ ສາມາດຄວບຄຸມໄດ້ໂລກລະບາດໂຄວິດ - 19 ຍ້ອນປະຕິບັດຫຼາຍມາດຕະການຮັບມືຢ່າງວ່ອງໄວ, ຂະຫຍັນຂັນເຄື່ອນ ແລະ ຂ້ຽວຂາດ. ສ່ວນໃນແນວຮົບເສດຖະກິດ, ນະໂຍບາຍໜູນຊ່ວຍວິສາຫະກິດ ແລະ ປະຊາຊົນ ຈໍານວນໜຶ່ງແບບທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ ກໍໄດ້ປະກາດໃຊ້ ເປັນຕົ້ນແມ່ນ ບັນດາບ້ວງເງິນໜູນຊ່ວຍ, ນະໂຍບາຍຕໍ່ກໍານົດເວລາເສຍພາສີ, ອາກອນ, ເງິນຄ່າເຊົ່າທີ່ດິນໃຫ້ບັນດາຫົວໜ່ວຍ, ສ່ວນບຸກຄົນທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ຫຼື ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ, ສົ່ງເສີມການກໍ່ສ້າງບັນດາແຜນການຟື້ນຟູເສດຖະກິດ ພາຍຫຼັງສິ້ນສຸດໂລກລະບາດໂຄວິດ - 19...

        ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຈີນຕະນາການໃໝ່ກ່ຽວກັບການດໍາລົງຊີວິດຢູ່ຮ່ວມກັນກັບໂລກລະບາດ ກໍຄ່ອຍໆໄດ້ຮັບການສ້າງຂຶ້ນ. ນັກຊ່ຽວຊານ ຫງວຽນຈີ໊ຮ໊ຽວ ຖືວ່າ:

 “ໂລກພວມປ່ຽນແປງ, ພື້ນຖານເສດຖະກິດຂອງຫວຽດນາມ ພວມປ່ຽນແປງຫຼາຍຢ່າງ. ພາຍຫຼັງໂລກລະບາດສິ້ນສຸດລົງ, ໂສມໜ້າພື້ນຖານເສດຖະກິດ, ບັນດາບັນຫາການແລກປ່ຽນຄ້າຂາຍລະຫວ່າງຄົນກັບຄົນ, ລະຫວ່າງບັນດາປະເທດນໍາກັນ ກໍມີການປ່ຽນແປງຢ່າງຮອບດ້ານ. ເລື່ອງບໍາລຸງສ້າງ ຄືນໃໝ່ ແລະ ບໍາລຸງສ້າງໃໝ່ເພີ່ມເຕີມໃຫ້ແກ່ພະນັກງານ ແລະ ແຫຼ່ງແຮງງານ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງພື້ນຖານເສດຖະກິດໃໝ່ ແມ່ນມີຄວາມສໍາຄັນຍິ່ງ”.

        ໃນສະພາບການໃໝ່, ເລື່ອງຂະຫຍັນຂັນເຄື່ອນຮັບມືກັບຕະຫຼາດທີ່ຮຽກຮ້ອງໃຫ້ໝູນໃຊ້ເຕັກໂນໂລຢີຢ່າງມີໄຫວພິບ, ເພີ່ມທະວີການເຄື່ອນໄຫວທາງດ້ານການຄ້າເອເລັກໂຕນິກ, ການຊໍາລະດ້ວຍເຕັກນິກດີຈີຕອນ ແລະ ເຮັດວຽກທາງໄກ; ສັບຊ້ອນຄືນບັນດາລະບົບສະໜອງທົ່ວໂລກ ແລະ ມຸ່ງໄປເຖິງຕະຫຼາດພາຍໃນປະເທດຫຼາຍກວ່າ ຈະຊ່ວຍຫວຽດນາມຜ່ານຜ່າໄລຍະນີ້ໄດ້ເທື່ອລະກ້າວ. ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເຈິ່ນຕວັນແອັງ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າ ຕ້ອງສ້າງແຜນການດໍາເນີນງານ ເພື່ອນໍາພື້ນຖານເສດຖະກິດກັບຄືນສູ່ເປັນປົກກະຕິ ກໍຄືສູ້ຊົນບັນລຸບັນດາເປົ້າໝາຍພັດທະນາຂອງປີ 2020. ສະເພາະວຽກງານແກ້ໄຂຄວາມຫຍຸ້ງຍາກຂອງການຕະຫຼາດ, ພວກຂ້າພະເຈົ້າໄດ້ມອບໜ້າທີ່ຢ່າງລະອຽດໃຫ້ບັນດາຫົວໜ່ວຍຮັບຜິດຊອບເພື່ອຕີລາຄາຄືນບັນດາກາລະໂອກາດ ກໍຄື ຄວາມສາມາດບົ່ມຊ້ອນຂອງຕະຫຼາດ, ນັບທັງຕະຫຼາດພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາຕະຫຼາດ, ຈໍາໜ່າຍບັນດາຜະລິດຕະພັນຂອງບັນດາຂະແໜງຜະລິດ - ບັນດາຂະແໜງອຸດສາຫະກໍາຂອງຫວຽດນາມ, ໃນນັ້ນ ສຸມໃສ່ບັນດາຂະແໜງອຸດສາຫະກໍາສໍາຄັນ ຄື ຕໍ່າແຜ່ນຕັດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ, ເອເລັກໂຕນິກ, ອຸດສາຫະກໍາປຸງແຕ່ງສະບຽງອາຫານ, ປຸງແຕ່ງຜະລິດຕະພັນກະເສດ, ສິນໃນນໍ້າ...”

ຕາມທ່ານ ຫວູຕຽນລົກ ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມແລ້ວ, ການປະກາດໃຊ້ບັນດານະໂຍບາຍໃໝ່ຈະໜູນຊ່ວຍຢ່າງມີປະສິດທິຜົນຕາມທິດສັງລວມ ແລະ ຄົບຊຸດເພື່ອສ້າງກຳລັງແຮງໃຫ້ແກ່ບັນດາກຳລັງຫຼັກແຫຼ່ງຂອງພື້ນຖານເສດຖະກິດແມ່ນບັນດາວິສາຫະກິດສືບຕໍ່ຄົງຕົວ ແລະ ພັດທະນາພາຍຫຼັງໂລກລະບາດ ແມ່ນສິ່ງຈຳເປັນ. ທ່ານກ່າວວ່າ:

ພື້ນຖານເສດຖະກິດໂລກພາຍຫຼັງໄລຍະໂລກລະບາດຈະມີການປ່ຽນແປງໂດຍພື້ນຖານ. ບັນດາລະບົບມຸນຄ່າໄດ້ຮັບການສ້າງຕັ້ງຄືນໃໝ່, ບັນດາກະແສເງິນລົງທຶນການຄ້າຈະຕ່າວປີ້ນ. ບັນດາຮູບການດຳເນີນທຸລະກິດໃໝ່ຈະເກີດຂຶ້ນ ແລະ ຕ້ອງກະກຽມພື້ນຖານລະບອບລະບຽບການ, ພື້ນຖານດ້ານແຫຼ່ງຊັບພະຍາກອນມະນຸດໃຫ້ເປັນຢ່າງດີ ເພື່ອເຮັດໃຫ້ບັນດາວິສາຫະກິດ ຫວຽດນາມສາມາດປັບຕົວເຂົ້າໃຫ້ແທດເໝາະ ແລະ ຍາດແຍ່ງບັນດາກາລະໂອກາດໃໝ່ ກໍ່ຄືຮັບມືກັບສິ່ງທ້າທາຍ. ເພື່ອຍາດແຍ່ງໄດ້ບັນດາແຫຼ່ງເງິນທຶນດັ່ງກ່າວ, ພວກເຮົາຕ້ອງກຽມພ້ອມການຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການດ້ານຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ ກໍ່ຄືລະບອບລະບຽບການ.

ຄວາມເປັນເຈົ້າການໃນການຮັບມືຂອງປະຊາຄົມ

ທ່ານ ຫງວຽນມິງຟອງນັກຊ່ຽວຊານດ້ານເສດຖະກິດຖືວ່າ ພ້ອມກັບການປັບຕົວໃຫ້ແທດເໝາະກັບສະພາບການໃໝ່ຂອງກົງຈັກຄຸ້ມຄອງ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດປະດິດຄິດສ້າງປະຕິບັດຮູບແບບການດຳເນີນທຸລະກິດໃຫ້ສຳເລັດຜົນ. ຍ້ອນວ່າ ບັນດາຜົນກະທົບທີ່ໜັກໜ່ວງຄືໂລກລະບາດ Covid – 19 ຈະແມ່ນບົດຮຽນປະສົບການໃນການບໍລິຫານເສດຖະກິດ.

ຕ້ອງມີການດັດປັບບັນດາແຜນການຜະລິດດຳເນີນທຸລະກິດ. ບັນດາກໍລະນີຫັນການຕະຫຼາດເປັນຫຼາຍຮູບແບບແມ່ນຈຳເປັນ, ຫຼີກລ້ຽງການສຸມໃສ່ເຂົ້າຕະຫຼາດໜຶ່ງດຽວ. ຄຽງຄູ່ກັນນັ້ນ, ຕ້ອງປະຕິບັດບັນດາສິ່ງທີ່ໄດ້ເອີ້ນວ່າ ຍາດແຍ່ງກາລະໂອກາດ.

ໃນຂະນະນັ້ນ, ຜູ້ແທນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຫວຽດນາມຖືວ່າ ມີ 70% ວິສາຫະກິດເປັນສາຂາຂອງສະຫະພັນວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມໄປຕາມທິດຫັນເປັນດີຈີຕອນ.

ຫວຽດນາມພວມເປີດປະຕູຄືນໃໝ່ບັນດາການເຄື່ອນໄຫວເສດຖະກິດເທື່ອລະກ້າວ, ໂຍະຍານການແຍກຫ່າງທົ່ວສັງຄົມ. ເລື່ອງລັດຖະບານ, ບັນດາກະຊວງ, ຂະແໜງການ ແລະ ປະຊາຄົມເຫັນໄດ້ບັນດາສິ່ງທີ່ຈຳເປັນຕ້ອງປ່ຽນແປງເພື່ອປັບຕົວໃຫ້ແທດເໝາະໃນເງື່ອນໄຂໃໝ່, ພາຍຫຼັງໄລຍະສະກັດກັ້ນໂລກລະບາດ, ແມ່ນສິ່ງທີ່ສຳຄັນເພື່ອໃຫ້ຫວຽດນາມກຽມພ້ອມໃຫ້ແກ່ໄລຍະພັດທະນາໃໝ່

ຕອບກັບ

ຂ່າວ/ບົດ​ອື່ນ