ທົບທວນຄືນກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ 13

ກອງປະຊຸມ ສະ ໄໝ ສາມັນ ເທື່ອ ທີ 2 ສະພາ ແຫ່ງ ຊາດ ຫວຽດນາມ ຊຸດ ທີ 13 ດ ຳ ເນີນ ໄປ ໃນ ສະພາບ ພື້ນຖານ ເສດຖະກິດ ຂອງ ປະ ເທດ ຊາດ ພວມ ປະສົບ ກັບ ຄວາມ ຫຍຸ້ງຍາກ , ສິ່ງ ທ້າ ທາຍ ຫລາຍ ຢ່າງ. ດ້ວຍ ຈິດ ໃຈ ກົງ ໄປ ກົງ ມາ, ເຂັ້ມ ງວດ, ສະພາ ແຫ່ງ ຊາດ ໄດ້ ໄຈ້ ແຍກ ຢ່າງ ເລິກ ເຊິ່ງ, ຕີ ລາຄາ ຢ່າງ ພາວະ ວິ ໄສ, ຮອບດ້ານທີ່ບັນດາ ຂໍ້ສະດວກ, ຄວາມ ຫຍຸ້ ງຍາກ, ບັນດາ ຜົນງານ, ຄວາມ ອ່ອນດ້ອຍ, ສາຍ ເຫດ, ບົດຮຽນ ໃນ ການ ປະຕິບັດ ຫນ້າ ທີ່ ເສດຖະກິດ ສັງຄົມ ໃນ ໄລຍະ ຜ່ານ ມາ. ບົນ ພື້ນຖານ ນັ້ນ, ສະພາ ແຫ່ງ ຊາດ ໄດ້ ກຳນົດ ຄາດໝາຍ ຂອງປີ 2012 ແລະ ໃນ ໄລຍະ ຈະ ມາ ເຖິງ. ຕາມ ທ່ານ ປະທານ ສະພາ ແຫ່ງ ຊາດ ຫງວຽນ ຊິງ ຮູ່ງ ແລ້ວ, ທີ່ ສະ ໄໝ ປະຊຸມ ຄັ້ງນີ້ ສະພາ ແຫ່ງ ຊາດ ໄດ້ ມີ ບັນດາ ການ ດັດ ປັບ, ປ່ຽນ ໃຫມ່ ຢ່າງ ແຂງ ແຮງ ໃນ ການ ກະກຽມ ໃຫ້ ແກ່ ສະ ໄໝ ປະຊຸມ , ຊີ້ ນຳ ບັນດາ ວາລະ ປະຊຸມ, ຮັບປະກັນ ການ ເສີມ ຂະຫຍາຍ ພູມ ປັນຍາ ລວມໝູ່, ນ້ຳ ໃຈ ມີ ຄວາມ ຮັບ ຜິດ ຊອບ ຂອງ ບັນດາ ອົງການ ຍື່ນ ສະ ເຫ ນີ, ອົງການ ກວດກາ ແລະ ສສຊ ແຕ່ລະ ທ່ານ, ຍົກ ສູງ ຄຸນ ນະພາ ບການ ກະກຽມ, ປຶກສາ ຫາລື ແລະ ຕົກລົງ ບັນດາ ເນື້ອ ໃນ ເພື່ອ ຍື່ນ ສະ ເຫ ນີຕໍ່ ສະພາ ແຫ່ງ ຊາດ. ມະຕິ ຂອງ ສະພາ ແຫ່ງ ຊາດ ໄດ້ ຫັນ ເປັນ ລະອຽດ ກວ່າ, ກຳນົດ ຫນ້າ ທີ່, ມາດ ຕະການ ແລະ ຄວາມ ຮັບຜິດ ຊອບ ຂອງ ບັນດາ ອົງການ, ອົງການ ກ່ຽວ ຂ້ອງ ໃນ ການຈັດ ຕັ້ງ ປະຕິບັດຢ່າງ ຈະ ແຈ້ງ. ພິ ເສດ ແມ່ນການ ເຄື່ອ ນ ໄຫວ ຊັກ ຖາມ ດຳ ເນີນ ໄປ ຢ່າງ ຟົດ ຟື້ນ   ແລະ ມີ ປະສິດທິ ຜົນ. ທ່ານ ນາຍົກລັດຖະມົນຕີ ຫງວຽນ ເຕີນ ຢູ໋ງ ແລະ ລັດຖະມົນຕີ 5 ທ່ານ ໄດ້ ຕອບ ຄຳ ຊັກ ຖາມ ໂດຍ ກົງ 175 ຄຳ ຖາມ ຂອງ ສສຊ. ທ່ານ ປະທານ ສະພາ ແຫ່ງ ຊາດ ຫງວຽນ ຊີງ ຮຸ່ງ ໄດ້ ຢືນຢັນ ວ່າ:

          “ການ ຊັກ ຖາມ ໄດ້ ສຸມ ໃສ່ ເຂົ້າ ໃນ ບັນດາບັນຫາ ຢູ່ ລະດັບ ມະຫາ ພາກ, ແລກປ່ຽນ ຕາມ ໝວດ ບັນຫາ, ສະຫງວນ ເວລາ ທັງ ໝົດ ໃຫ້ ແກ່ ການ ຊັກຖາມ ແລະ ຕອບ ຄຳ ຊັກ ຖາມ ໂດຍ ກົງ. ບັນດາ ການ ດັດ ປັບ, ປ່ຽນ ໃຫມ່ ນີ້ ເບື້ອງ ຕົ້ນ ໄດ້ ນຳ ມາ ຊຶ່ງ ປະສິດທິ ຜົນ ຢ່າງ ແທດ ຈິງ, ໄດ້ ຮັບ ການ ສະຫນບັສະ ຫນູນ ຈາກ ສສຊ ແລະ ຜູ້ ມີ ສິດ ເລືອກ ຕັ້ງ.“

ທົບທວນຄືນກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 - ảnh 1

          ບັນດາ ວາລະ ຊັກ ຖາມ ຂອງ ສສຊ ສຳລັບ ລັດຖະມົນຕີ 4 ທ່ານ ແລະ ຜູ້ ວ່າການ ທະນາຄານ ແຫ່ງ ລັດ ຫວຽດນາມ ໂດ ຍມີ ການ ເຂົ້າ ຮ່ວມ ອະພິປາຍ ຂອງ ລັດຖະມົນຕີ, ຮອງ ນາຍົກລັດຖະມົນຕີ ກໍ ຄື ລັດຖະມົນຕີ ລາຍ ງານ ຕໍ່ ສະພາ ແຫ່ງ ຊາດ ເພື່ອ ຊີ້ ແຈງ ບາງ ບັນຫາ ສຳຄັນ ໃນ ການ ຊີ້ ນຳ, ບໍລິຫານ ຂອງ ລັດຖະບານ ແລະ ຕອບ ຄຳ ຊັກ ຖາມ ໂດຍ ກົງ, ເຖິງ ວ່າ ກວມ ບໍ່ ຮອດ1/10 ເມື່ອ ທຽບ ກັບ ເວລາ ຂອງ ສະ ໄໝ ປະຊຸມ ເທົ່າ ນັ້ນ ແຕ່ ໄດ້ ດຶງ ດູດ ຄວາມ ສົນ ໃຈ ຂອງ ຜູ້ ສິດ ເລືອກ ຕັ້ງ ເປັນ ຈຳ ນວນ ຫລວງຫລາຍ ໃນ ທົ່ວ ປະ ເທດ. ບັນ ຫາ ຮ້ອນ ເຮັ່ງ ທີ່ ສຸດ ໄດ້ ວາງ ອອກ ນັ້ນ ແມ່ນ: ການ ຕ້ານ ໄພ ເງິນ ເຟີ້, ສ້າງ ໂຄງ ປະກອບ ທະນາຄານ ຄືນ ໃຫມ່, ການ ຄຸ້ມ ຄອງ ລາຄາ, ຫນິ້ສິນ ຂອງ ລັດ, ການ ຕ້ານ ສະພາບ ລົດ ຕິດ ແລະ ອຸປະຕິ ເຫດ ທາງ ຄົ ມມະ ນາ ຄົມ, ນະ ໂຍບາຍ ການ ລົງທຶນ ໃຫ້ ແກ່ ຂົງ ເຂດກະສິກຳ, ຊາວ ກະສິກອນ ຫລື ຍົກ ສູງ ຄຸນ ນະພາ ບການ ສຶກສາ ບຳລຸງ ສ້າງ. ທ່ານ ຫງວຽນ ແຮ້ ນຟຸກ, ຫົວຫນ້າ ຫ້ອງ ວ່າການ ສະພາ ແຫ່ງ ຊາດ ຖື ວ່າ: ສະ ໄໝ ປະຊຸມ ຄັ້ງ ນີ້ ມີ ກາ ນດັດ ປັບ ຢ່າງ ເຫັນ ໄດ້ ຊັດ ໃນ ການຊັກ ຖາມ ເມື່ອ ທຽບ ໃສ່ ຄັ້ງ ກ່ອນ ນີ້ . ທ່ານ ຟຸກກ່າວ ວ່າ:

          “ນີ້ ແມ່ນ ສະ ໄໝ ປະຊຸມ ເທື່ອ ທຳ ອິດ ແຫ່ງ ການ ປ່ຽນ ໃຫມ່ ເນື້ອ ໃນ ຊັກ ຖາມຂອງ ສະພາ ແຫ່ງ ຊາດ ຊຸ ດທີ 13. ປ່ຽນ ໃຫມ່ຢູ່ ບ່ອນ ວ່າ: ຄັດ ເລືອກ ເນື້ອ ໃນ ບັນຫາ, ໝວດ ບັນຫາ ເພື່ອ ເລັ່ງ ໃສ່ . ໝວດ ບັນ ຫານ ັ້ນ ແມ່ນຕ້ອງ ອີ ງ ໃສ່ ຄຳ ເຫັນ ຈາກ ສສຊ. ເພື່ອ ຄັດ ເລືອກ ບັນຫາ ຊັກ ຖາມ ຕ້ອງ ອີ ງ ໃສ່ 3 ມາດຖານ, ທີ ຫນຶ່ງ ແມ່ນ ຄຳ ຊັກ ຖາມ ຂອງ ສສຊ ຫລາຍ ທ່ານ, ທີ ສອງ ບັນຫາ ທີ່ ຜູ້ ມີ ສິດ ເລືອກ ຕັ້ງ ສົນ ໃຈ ຜ່ານ ການ ພົບ ປະ ກັບ ຜູ້ ມີ ສິດ ເລືອກ ຕັ້ງ ແລະ ຜ່ານ ຫາງ ສຽງ, ບັນຫາ ໃດ ພວມຮ້ອນ ເຮັ່ງ.“

          ບັນຍາກາດ ຊັກ ຖາມ ແລະ ຕອບ ຄຳ ຊັກ ຖາມ ແມ່ນ ກົງ ໄປ ກົງ ມາ, ສຸດ ຈິດ ສຸດ ໃຈ, ເຕັມ ໄປ ດ້ວຍ ຄວາມ ຮັບຜິດຊອບ ແລະ ເຂັ້ມ ງວດ, ບັນດາ ຄຳ ຖາມ ຍາວ, ບໍ່ ເລັ່ງ ໃສ່ ເນື້ອ ໃນ ໃຈກາງ ແມ່ນ ຖືກ ຕັດ ອອກ ຢ່າງ ເດັດຂາດ. ສິ່ງ ດັ່ງກ່າວ ໄດ້ ຮັບ ການ ຕີ ລາຄາ ສູງ ຈາກຜູ້ ມີ ສິດ ເລືອກ ຕັ້ງ ແລະ ຖື ວ່າ: ບັນດາ ການ ເຄື່ອນ ໄຫວ ຂອງ ສະພາ ແຫ່ງ ຊາດ ນັບ ມື້ ນັບ ຕອບ ສະຫນອງ ຄວາມ ມູ້ ງມາດ ປາດ ຖະຫນາ ຂອງ ທົ່ວ ປວງ ຊົນ. ທ່ານ ຟ້າ ມດຶກ ເທືອງ, ຮອງ ປະທານ ຄະນະ ກຳມະການ ສູນ ກາງ ແນວ ໂຮມ ປະ ເທດ ຊາດ ແຂວງ ກວ໋າງບີ່ ນ ໃຫ້ ຮູ້ ວ່າ:

          “ພວກ ຂ້າພະ ເຈົ້າ ເຫັນ ວ່າ: ທ່ານ ປະທານ ສະພາ ແຫ່ງ ຊາດ ຊີ້ ນຳ ສະ ໄໝ ປະຊຸມ ກໍ ເສີມ ຂະຫຍາຍ ໄດ້ ປະຊາທິປະ ໄຕ, ສະ ແດງ ໃຫ້ ເຫັນ ຄວາມ ໄດ້ ສຸ ມ ໃສ່ ໃນ ບົດ ສະຫລຸບ. ສສຊ ຊັກ ຖາມ ກໍ ສະ ແດງ ທັດສະນະກົງ ໄປ ກົງ ມາ, ບັນດາ ທ່ານ ລັດຖະມົນຕີ ຕອບ ຄຳ ຊັກ ຖາມ ຢ່າງ ຈະ ແຈ້ງ ດ້ານ ເນື້ອ ໃນ ແລະ ສະ ແດງ ຄວາມ ຮັບຜິດຊອບ ຂອງ ບັນດາ ການ ນຳ ກະຊວງ, ຂະ ແຫນງ ການ, ຊອກ ຫາ ມາດ ຕະການ ໃຫ້ ແກ່ ບັນດາ ບັນຫາ ຮ້ອນ ເຮັ່ງ ຂອງ ເສດຖະກິດ    ສັງຄົ ມ ຊຶ່ງ ປະຊາຊົນ ສົນ ໃຈ.“

          ບໍ່ ສະ ເພາະ ແຕ່ ເທົ່າ ນັ້ນ ນີ້ ກໍ ແມ່ນ ຄັ້ງ ທຳ ອິດທີ່ ທ່ານ ນາຍົກ ລັດຖະມົນຕີ ຫງວຽນ ເຕີນ ຢູງ ເຕື້ອງ ເຖິງ ບັນຫາ ໃຫຍ່ ພວມ ໄດ້ ຮັບ ຄວາມ ສົນ ໃຈຈາກ ຫາ ງສຽງ ນັ້ນ ແມ່ນ ອະທິປະ ໄຕ ທີ່ ມີຕໍ່ ໝູ່ ເກາະ ຮ່ວາງ ຊາ ແລະ ເຈື່ອງ ຊາ. ອີກ ຄັ້ງ ຫນຶ່ງ ທ່າ ນາຍົກລັດຖະມົນຕີຊີ້ ແຈງ ຫລັກ ໝັ້ນ ສະ ເໝີ ຕົ້ນ ສະ ເໝີ ປາຍ ຂອງ ຫວຽດນາມ ນັ້ນ ແມ່ນ ໝູ່ ເກ າະ ຮ່ວາງ ຊາ ແລະ ເຈື່ອງ ຊາ ແມ່ນ ຂຶ້ນ ກັບ ອະທິ ປະ ໄຕຂອງ ຫວຽດນາມ ແລະ ຫວຽດນາມ ມີ ຫລັກ ຖານ ປະຫວັດສາດ ແລະ ກົດໝາຍ ຢ່າງ ພຽງພໍ ເພື່ອ ຢັ້ງຢືນ ສິ່ງ ນີ້. ແຕ່ ຫວຽດນາມ ມີ ແຜນ ນະ ໂຍບາຍ ເຈລະຈາ ແກ້ ໄຂ ບັນຫາ ນັ້ນ ທວງ ເອົາ ປະ ທິດ ປະ ໄຕ ທີ່ ມີ ຕໍ່ ສອງ ໝູ່ ເກາະ ດັ່ງກ່າວ ດ້ວຍ ສັນຕິ ວິທີ.

ຕໍ່ຫນ້າ ສະ ໄໝ ປະຊຸມ, ບັນຫາ ສ້າງ ກົດໝາຍ ວ່າ ດ້ວຍ ການ ແຫ່ ຂະ ບວນປະ ທ້ວງ ກໍ ໄດ້ ຮັບ ການ ຊີ້ ແຈງ ຈາກ ທ່ານ ນາຍົກລັດຖະມົນຕີວ່າ: ກົດໝາຍ ສະບັບ ນັ້ນ ແມ່ນ ສອດຄ່ອງ ກັບ ລັດຖະທຳ ມະນູນ, ດ້ວຍ ຈຸ ດພິ ເສດ ຂອງ ປະຫວັດສາດ, ວັດທະນະທຳ, ເງື່ອນ ໄຂ ລະອຽດ ຂອງ ຫວຽດນາມ, ກົດໝາຍ ນັ້ນ ກໍ ສອດຄ່ອງ ກັບ ທຳນຽມ ສາກົນ ແລະ ເພື່ອ ຮັບປະກັນ ສິດ ເສລີ ປະຊາທິປະ ໄຕ ຂອງ ປະຊາຊົນ ຖືກຕ້ອງ ກັບ ຂໍ້ ກຳນົດ ຂອງ ລັດຖະທຳ ມະນູນ ແລະ ກົດໝາຍ.

          ສິ້ນ ສຸດສະ ໄໝ ປະຊຸມ, ສິ່ງ ທີ່ ສ້າງ ຄວາມ ປະ ທັບ ໃຈໃຫ້ ຜູ້ ມີ ສິດ ເລືອກ ຕັ້ງ ນັ້ນ ແມ່ນ ໄດ້ ຮັບ ຟັງ ບັນດາ ຄຳ ໝັ້ນ ໝາຍ ຂອງ ບັນດາ ການ ນຳ, ຜູ້ ບໍລິຫານ ປະ ເທດ ຊາດ ໃນ ການ ແກ້ ໄຂ ບັນຫາ ຮ້ອນ ເຮັ່ງ ໃນ ຊີວິດ ທາງ ດ້ານ ເສດຖະກິດ ສັງຄົມ ປະຈຸ ບັນ. ບົນ ພື້ນຖານ ບັນດາ ໝາກຜົນ ບັນລຸ ໄດ້ ທີ່ ສະ ໄໝ ປະຊຸມ ຄັ້ງ ນີ້, ຜູ້ ມີສິດ ເລືອກ ຕັ້ງ ໃນ ທົ່ວ ປະ ເທດ ມີ ຄວາມ ຫວັງຕໍ່ ຄວາມ ຮັບຜິດຊອບ ຂອງ ບັນດາ ສສຊ ກໍ່ ຄື ຄວາມ ໄວ້ ເນື້ອ ເຊື່ອ ໃຈ ຕໍ່ ບັນດາ ສະມາຊິກ ຄະນະ ລັດຖະບານ ຈະ ຄຸ້ມ ຄອງ ບໍລິຫານ ປະ ເທດ ຊາດ ຜ່ານ ຜ່າ ໄລຍະ ຫຍຸ້ງຍາກ ນຳ ປະ ເທດ ຊາດ ພັດທະນາ./.

ຕອບກັບ

ຂ່າວ/ບົດ​ອື່ນ