ທົບທວນຄືນບັນດາຫນັງສືພິມລະດູບານໃຫມ່ປີມະເມຍ 2014

(vovworld)- ສານ​ຕົ້ນ​ປີ​ໃຫມ່​ຂອງ​ບັນດາ​ການ​ນຳ​ຂັ້ນ​ສູງ​ພັກ ​ແລະ ລັດ​ຫວຽດນາມ, ຂ່າວ ​ແລະ ບົດ​ກ່ຽວ​ກັບບັນຍາກາດ“ຊົມ​ເຊີຍ​ພັກ, ອວຍພອນ​ລະດູ​ບານ​ໃຫມ່”, ຕ້ອນຮັບ​ລະດູບານ​ໃຫມ່​ຢ່າງ​ເບິ​ກ​ບານ​ມ່ວນ​ຊື່ນ, ​​ແລະ​ມີຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ​ໄດ້​ຮັບ​ການ​ລົງ​ພິມ​ໃນ​ບັນດາ​ຫນັງສືພິມ​ປີ​ໃຫມ່​ປີ​ມະ​ເມຍ 2014. ຮີດຄອງ​ປະ​ເພນີຕ້ອນຮັບບຸນປີ​ໃຫມ່​ປະຈຳ​ຊາດຂອງ​ຊາວ​ຫວຽດນາມ ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ສະພາບ​ການ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ ກໍ​ແມ່ນ​ຫົວ​ເລື່ອງ​ທີ່ລົງ​ພິມ​ຫລາຍ​ກວ່າ​ໝູ່​ໃນ​ຫນັງສືພິມປີ​ໃຫມ່​ປະຈຳ​ຊາດ​ປີ​ນີ້.

ທົບທວນຄືນບັນດາຫນັງສືພິມລະດູບານໃຫມ່ປີມະເມຍ 2014 - ảnh 1
ຫນັງສືພິມລະດູບານໃຫມ່ປີມະເມຍ 2014 ແມ່ນອຸດົມສົມບູນ
ພາບ:laodong.com.vn

        ​ໃນ​ສານ​ສົ່ງ​ເຖິງ​ປະຊາຊົນ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ອວຍພອນ ​ແລະ ປາດ​ຖະຫນາຢາກ​​ໃຫ້ທົ່ວ​ພັກ, ທົ່ວ​ປວງ​ຊົນ,​ ທົ່ວ​ກອງທັບ ຈົ່ງສາມັກຄີ, ​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ​ເຊື່ອ​ໝັ້ນ​ຕໍ່​ພັກ, ​ພ້ອມ​ກັນກ້າວ​ເຂົ້າ​ສູ່​ປີ​ໃຫມ່, ນຳ​ປະ​ເທດ​ຊາດ​ສືບ​ຕໍ່​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ຫນັກ​ບຸລິມະສິດ​ຕົ້ນ​ຕໍ​ຂອງ​ປະ​ເທດ​ຊາດ​ປະຈຸ​ບັນ ຍັງ​ຄົງ​ແມ່ນ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້, ບັນລຸການ​ເຕີບ​ໂຕ​​ເໝາະ​ສົມ ​ແລະ ຮັບປະກັນ​ຊີວິດ​ສັງຄົມ.

        ​ເມື່ອ​ຕອບ​ສຳພາດ​ຕໍ່​ສຳນັກ​ຂ່າວສານ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ປີ​ໃຫມ່, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ເນັ້ນ​ຫນັກ​ວ່າ: ປີ 2013,​ສະພາ​ແຫ່ງ​ຊາດ ​ໄດ້​ຮັບຮອງ​ເອົາ​ມະຕິ​ສຳຄັນ​ຫລາຍ​ສະບັບ​ທີ່​ກ່ຽວຂ້ອງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຮ້ອນ​ເຮັ່ງ​ຂອງ​ປະຊາຊົນ​ ຊື່​ງ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຈຳນວນ​ຫລວງຫລາຍ. ​ເປັນ​ຄັ້ງ​ທຳ​ອິດ, ສະພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຕຳ​ແຫນ່​ງ ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫລື​ໃຫ້​ສັດຕະ​ຍາ​ບັນ. ພິ​ເສດ ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ສະບັບ​ໃຫມ່​ຂອງ ສສ ຫວຽດນາມ, ສະ​ແດງ​ໃຫ້​ເຫັນ​​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ, ສ້າງ​ພື້ນຖານ​ດ້ານ​ການ​ເມືອງ, ນິຕິ​ກຳ​ທີ​່ສຳຄັນ​ໃຫ້​ແກ່​ກິດ​ຈະ​ການ​ສ້າງສາ, ພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ​ປ່ຽນ​​ແປງ​ໃຫມ່​ຢ່າງຮອບດ້ານ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ.

        ຫນັງສືພິມ​ລະດູບານ​ໃຫມ່​ປີ 2014 ​ໄດ້​ສະ​ຫງວນ​ເວລາ​ສ່ວນ​ຫລາຍ​ເພື່ອ​ໄຈ້​ແຍກ​ຜົນງານ​ດ້ານ​ເສດຖະກິດ​ສັງຄົມ​ປີ 2013 ​ແລະ ຄາດ​ຄະ​ເນ​ແງ່​ຫວັງ​ເສດຖະກິດ​ສັງຄົມ​ປີ 2014. ​ສ່ວນຫນັງສືພິມ​ລົງທຶນ, ທ່ານ ບູ່​ຍກວາງ​ວີ​ງ, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ຖື​ວ່າ: ລະດັບ​ການ​ເຕີບ​ໂຕ GDP ປີ 2013 ​ແມ​່ນ 5,42% ຊື່​ງ​ແມ່ນ​ລະດັບ​ເຕີບ​ໂຕ​ເໝາະ​ສົມ​ໃນ​ສະພາບ​ການ​ພື້ນຖານ​ເສດຖະກິດ​ໂລກ ​ແລະ ພາຍ​ໃນ​ປະ​ເທດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຕ້ອງ​ໃຫ້​ບຸລິ​ມະ​ສິດ​​ແກ່​ການຄວບ​ຄຸມ​ໄພ​ເງິນ​ເຟີ້. ຈຸດ​ເດັ່ນ​​ຂອງ​ພາບ​ພົດ​ເສດຖະກິດ​ຫວຽດນາມ​ໃນ​ປີ 2013 ​ນັ້ນ​ແມ່ນ ການ​ເຕີບ​ໂຕ​ດ້ານການ​ສົ່ງ​ອອກ​ສູງ​ບັນລຸ​ລະດັບ​ສູງ​ຄື:​ກວ່າ 132 ຕື້ USD, ການດຶງ​ດູດ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ FDI ຟື້ນ​ຕົວຢ່າງ​ແຮງ,​ບັນລຸ​ປະມານ 23 ຕື້ USD, ດັດຊະນີ​ລາຄາ​ໃຊ້​ສອຍ CPI ຫລຸດ​ລົງ​ຍັງ​ເຫລືອ​ພຽງ 5,6%, ຊື່​ງ​ແມ່ນ​ລະດັບ​ຕຳ່​ສຸດ​ໃນ 10 ປີຜ່ານມາ.

        ດ້ວຍ​ຫົວ​ຂໍ້“ FDI 2013”: ປີ​ຂອງ​ບັນດາ​ໂຄງການມີ​ເງິ​ນລົງທຶນ​ນັບ​ຕື້  USD”, ຫນັງສືພິມ ​ເສດຖະກິດ​ຫວຽດນາມ ​​ຢືນຢັນ​ວ່າ: ຫວຽດນາມ ສືບ​ຕໍ່​ແມ່ນ​ສະຖານ​ທີ່​ດູດ​ດື່ມ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ. ບັນດາ​ໂຄງການ​ທີ່​ມີ​ເງິນ​ລົງທຶນ​ກ້ອນ​ໃຫຍ່ຂອງ​ຕ່າງປະ​ເທດ​ໃຫຍ່​ໃນ​ປີ 2013 ຕ້ອງ​ເວົ້າ​ເຖິງ ​​ໂຄງການ​ລົງທຶນ​ຂອງ​ກຸ່ມບໍລິສັດ Samsung ສ​ເກົາຫລີ ທີ່​ລົງທຶນ​ຢູ່​ແຂວງ ທາຍ​ງວຽນ ມີ​ເງິນ​ລົງທຶນ 2 ຕື້ USD, ສ່ວນ​ ຍີ່​ປຸ່່ນ ​ເພີ່ມ​ເງິນ​ລົງທຶນ 2,8 ຕື້ USD ​ໃຫ້​ແກ່​ໂຄງການ​ກັ່ນ​ຕອງ​ນຳ້ມັນ ງີ​ເຊີນ ​ໄລຍະ 1, ຢູ່​ແຂວງ ​ແທງ​ຮວາ; ສະຫະພັນ ລັດ​ເຊຍ ລົງທຶນ 1 ຕື້ USD ​​ເພື່ອ​ກໍ່ສ້າງ​ໂຮ​ງງານ​ປະກອບແລະ ຜະລິດ​​ສິ້ນ​ສ່ວນເຄື່ອງ​ອາ​ໄລ່ອຸປະກອນ​ລົດ​ໂອ​ໂຕ ຢູ່ ​ແຂວງ ບີ​ງດີ້ງ.

        ຫນັງ​ສຶພີ​ມລົງທຶນ​ຫລັກ​ຊັບ ​ໄດ້​ຄັດ​ສະ​ເຫ​ນີການ​ຄາດ​ຄະ​ເນ​ຂອງ​ບັນດາ​ອົງການ​ສາກົນ​ກ່ຽວ​ກັບ​ເສດ​ຖະກິດ​ມະຫາ​ພາກ​ຫວຽດນາມ ​ໃນ​ປີ 2014. ທະນາຄານ​ໂລກ WB ຖື​ວ່າ: GDP ຫວຽດນາມ ບັນລຸ 5,4%, ​ໄພ​ເງິນ​ເຟີ້​ຄວບ​ຄຸມ​ຢູ່​ໃນ​ລະດັບ 1 ຕົວ​ເລກ. ​ໃນ​ຂະນະ​ນັ້ນ, ທະນາຄານ​ພັດທະນາ ອາຊີ ADB ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:​GDP ຫວຽດນາມ ບັນລຸ​ລະດັບ 5,5%, ​ໄພ​ເງິນ​ເຟີ້ ຢູ່​​ໃນ​ລະດັບ 7,2%, ອັດຕາ​ແລ​ກປ່ຽນ​ເງິນ​ດົງ/USD ​ເປັນ​ປົກກະຕິ​.

        ບົດ​ນຳ“ຄຸນ​ນະ​ທາດ ​ແລະ ພູມ​ປັນຍາ​ຫວຽດນາມ” ຂອງ​ຫນັງສື​ພິມ​ເຍີນ​ເຢີ​ນ(ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ) ​ເຊື່ອ​ໝັ້ນ​ວ່າ: ປີ 2014 ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ອັນ​ສະຫລາດ​ສ່ອງ​​ໃສ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ກຳລັງ​ແຮງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ປະ​ເທດ​ຊາດ​ຈະ​ໝັ້ນຄົງ​ກ້າວ​ຂຶ້ນ, ບໍ່​ມີ​ຄວາມ​ຫຍຸ້ງຍາກ​ສິ່ງ​ທ້າ​ທາຍ​ ໃດ​ສາມາດກີດຂວາງ​ໄດ້. ບົດ​ນຳ​ຫນັງສືພິມ ກວນ​ໂດ້ຍ​ເຍີນ​ເຢີ​ນ(ສຽງ​ຂອງກອງທັບ​ປະຊາຊົນຫວຽດນາມ) ທີ່​ມີ​ຫົວ​ຂໍ້​ວ່າ: “ໝັ້ນ​ໃຈ​​ເພື່ອກ້າວ​ຂຶ້ນ” ​ສະ​ແດງໃຫ້​ເຫັນ​ວ່າ: ບັນດາ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິ​ດຄືນ​ໃຫມ່, ການ​ລົບ​ລ້າງ​ຄວາ​ມອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ…ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົບ​ຊຸດ ​ແລະ ບັນລຸ​ໄດ້​ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ.

        ກ່ຽວ​ກັບ​ການ​ພົວພັນ​ກັບ​ສາກົນ, ບັນດາຫນັງສືພິມລະດູບານ​ໃຫມ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຜົນງານ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ໃນ​ປີ 2013. ຕາມ​ນັ້ນ​ແລ້ວ, ຫວຽດນາມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຫນຶ່ງ​ໃນ​ຈຳນວນ 14 ປະ​ເທດສະມາຊິກ ສະພາ​ສິດທິ​ທະນຸ​ດ ສປຊ ດ້ວຍ​ບັດ​ສະຫນັບສະຫນູນ​ສູງ​ສຸດ ​ແລະ ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ໃຫຍ່​ສະມັດຊາ​ໃຫຍ່ລັດຖະສະພາລະຫວ່າງ​ຊາດ​ໂລກ​ຄັ້ງ​ທີ 32 ​​ໃນ​ເດືອນ 3/2015 ​ແລະ ກອງ​ປະ​ຊຸມ​ສຸດ​ຍອດ APEC ປີ 2017. ຫນັງສືພິມ ​ແທງ​ນຽນ(ຊາວ​ຫນຸ່ມ) ມີ​ບົດ​ຂຽນ​ກ່ຽວ​ກັບ​ຊາວ​ຫວຽດນາມ​ຜູ້​ຫນຶ່ງໃນ​ຈຳນວນ 500 ທ່ານ​ທີ່​ມີ​ສິດ​ອຳນາດ​ສູງກວ່າ​ໝູ່​ຢູ່ ​ໃນ​ໂລກ. ນັ້ນ​ແມ່ນ​ນັກ​ການ​ທູດ ​ເລ​ເລືອ​ງມີ​ງ, ຜູ້​ຮັບ​ຕຳ່​ແຫນ່​ງ​ເປັນ​ເລຂາທິການ​ໃຫຍ່​ອາ​ຊຽນ ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 9/1/2013 ກາຍ​ເປັນ​ຊາວ​ຫວຽດນາມ​ຜູ້​ທຳ​ອິດດຳລົງ​ຕຳ​ແຫນ່​ງ​ເປັນ​ເລຂາທິການ​ໃຫຍ່ ອາ​ຊຽນ.

        ບັນດາ​ຂ່າວ ​ແລະ ບົດ​ກ່ຽວ​ກັບຮີດຄອງ​ປະ​ເພນີ​ຕ້ອນຮັບ​ບຸນປີ​ໃຫມ່​ປະຈຳ​ຊາດ​ຂອງ​ຊາວ​ຫວຽດນາມ, ບັນດາ​ງານ​ບຸນ​ໃນ​ລະດູບານ​ໃຫມ່, ບັນຍາກາດ​ຕ້ອນຮັບ​ບຸນປີ​ໃຫມ່​ຂອງ​ຊາວ​ຫວຽດນາມ ອ​​າ​ໄສ​ຢູ່​ບັນດາ​ປະ​ເທດ​ໃນ​ໂລກຖືກ​ລົງ​ພິມ​ໃນ​ບັນດາ​ຫນັງສືພິມ​ລະດູບານ​ໃຫມ່. ດ້ວຍ​ຫົວ​ຂໍ້​ວ່າ: ສີສັນ​ບຸນປີ​ໃຫມ່​ປະ​ຈຳ​ຊາດ ຫວຽດນາມ”, ຫນັງສືພິມ​ຂອງ​ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ VOV ​​ໄດ້​ສະ​ແດງໃຫ້​ເຫັນ​ວ່າ: ຫວຽດນາມ ມີ 54 ຊົນ​ເຜົ່າ, ​ຊົນ​ເຜົ່າ​​ໃດ​ກໍ​ຕ້ອນຮັບ​ບຸ​ນປີ​ໃຫມ່​ອັນ​ເປັນ​ປະ​ເພນີ​ຂອງ​ຕົນ, ​ແຕ່​ບຸນປີ​ໃຫມ່​ປະຈຳ​ຊາດ​ໂດຍ​ໄລ່ຕາມ​ຈັນທະ​ປະຕິທິນ​ແມ່ນ​ບຸນປີ​ໃຫມ່​ປະ​ເພນີຂອງ​ທັງ​ຊາດ. ​ໃນ​ຄໍ​ລຳ “ຊາວ​ຫວຽດນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ​ຕ້ອນຮັບບຸນປີ​ໃຫມ່​ປະ​ຈຳ​ຊາດ”, ຫນັງສືພິມ VOV ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ບັນຍາກາດ​ຕ້ອນຮັບ​ບຸນປີ​ໃຫມ່​ປະຈຳ​ຊາດ​ຂອງ​ຊາວ​ຫວຽດນາມ​ອາ​ໄສ ຢູ່ ອາ​ເມ​ລິ​ກາ, ​ໄທ, ຍີ່​ປຸ່ນ. ​ເຂົາ​ເຈົ້າ​ລ້ວນ​ແຕ່​ຕ້ອນຮັບ​ບຸນປີ​ໃຫມ່​ຕາມ​ຮີດຄອງ​ປະ​ເພນີ​ຂອງ​ຊາວ​ຫວຽດນາມ.

        ບັນດາ​ຫນັງສືພິມ ຍັງ​ລົງ​ພິມ​ຂ່າວ, ບົດ​ຕ່າງໆ​ສ​ະ​ແດງ​ໃຫ​້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ທີ່​ມີ​ຕໍ່​ຜູ້​ທຸກ​ຍາກ, ຄອບຄົວ​​ໃນ​ເປົ້າ​ໝາຍນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ທະຫານ ​ແລະ ປະຊາຊົນຢູ່​ເຂດ​ໝູ່ເກາະ​ເຈື່ອງ​ຊາ​​​ເພື່ອ​ໃຫ້​ເຂົາ​ເຈົ້າ​ຕ້ອນຮັບ​ບຸນປີ​ໃຫມ່​ປະຈຳ​ຊາດ​ຢ່າງ​ອົບ​ອຸ່ນ.

        ຫນັງສືພິມ​ລະດູບານ​​ໃຫມ່​ປີ​ມະ​ເມຍ ​ແມ່ນ​ອຸດົມ​ສົມບູນ, ມີ​ເນື້ອ​ໃນ​ອັນ​ດູດ​ດື່ມ, ການຈັດ​ພິມ​ຢ່າງງາມ​ຕາ, ກາຍ​ເປັນ​ອາຫານ​ດ້ານ​ຈິດ​​ໃຈ​ທີ່​ຂາດ​ບໍ່​ໄດ້​ຂອງ​ຊາວ​ຫວຽດນາມ ​ແຕ່ລະຄົນ ​ເມື່ອ​ບຸນປີ​ໃຫມ່​, ລະດູບານ​ໃຫມ່ວຽນມາ. ຫນັງສືພິມ​ລະດູບານ​ໃຫມ່ ​​ແມ່ນ​ສະບັບ​ພິ​ເສດສະ​ຫງວນ​ໃຫ​້​ແກ່​ບຸນປີ​ໃຫມ່​ປະຈຳ​ຊາດ​, ​ແມ່ນ​ຜະລິ​ດຕະພັນ​ສະ​ເພາະ​ຂອງ​ສື່​ມວນ​ຊົນ ຫວຽດນາມ, ​ແມ່ນ​ພາຫະນະ​ພິສູດ​ໃຫ້​ເຫັນ​ພື້ນຖານ​ວັດທະນະທຳ​ຫວຽດນາມ ທີ່​ອຸດົມ​ສົນ​ບູນ, ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ