ທົບທວນຄືນວິກິດການການທູດເຂດອ່າວເປີເຊຍ

(VOVWORLD) -ວິກິດການດ້ານການທູດເຂດອ່າວເປີເຊຍແມ່ນສັບສົນທີ່ສຸດນັບແຕ່ເມື່ອສ້າງຕັ້ງສະພາການຮ່ວມມືເຂດອ່າວເປີເຊຍ (GCC) ເມື່ອປີ 1981 ມາຮອດປະຈຸບັນ ໄດ້ແກ່ຍາວກວ່າການຄາດຄະເນກ່ອນນີ້. ໂດຍເລີ່ມຕົ້ນແຕ່ກາງປີ 2017, ມາຮອດປະຈຸບັນ ເມື່ອໂລກໄດ້ກ້າວເຂົ້າສູ່ປີ 2018 ແຕ່ຍັງບໍ່ທັນປະກົດອອກສັນຍານຕັ້ງຫນ້າໃດເພື່ອແກ້ໄຂສະພາບບໍ່ມີທາງອອກປະຈຸບັນ. ວິກິດການໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມແຕກແຫງກໍ່ຄືຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດສະມາຊິກ ເຂດອ່າວເປີເຊຍ , ສົ່ງຜົນການກະທົບໃຫຍ່ເຖິງສະຖຽນລະພາບຂອງພາກພື້ນ.

ວັນທີ 05 ມິຖຸນາປີ 2017, ດ້ວຍຄຳກ່າວຫາ ກາຕາ “ປົກປ້ອງກໍ່ການຮ້າຍ”, ບັນດາປະເທດລວມມີ: ອາຣັບບີ ຊາອຸດິດ , ບາເຣນ, ສະຫະລັດ ອາຣັບ ເອມີເລດ (UAE)… ໄດ້ພ້ອມກັນຖະແຫລງວ່າຈະຢຸດຕິການພົວພັນທາງການທູດກັບ ກາຕາ. ບັນດາປະເທດນີ້ ໃນທັນທີໄດ້ຫ້າມພົນລະເມືອງຂອງເຂົາເຈົ້າ ແລະ ກາຕາ ໄປຜ່ານເຂດດິນແດນ, ເຂດນ່ານທະເລ, ເຂດນ່ານຟ້າຂອງບັນດາປະເທດເຫລົ່ານີ້ໃນຮອບເວລາ ສອງສັບປະດາ. ຕໍ່ຈາກນັ້ນ ຫລາຍປະເທດ ໃນ ເຂດອ່າວເປີເຊຍ ກໍ່ມີການກະທຳເຊັ່ນດຽວກັນ. ສະຫະພັນ ອາຣັບ ໂດຍ ອາຣັບບີ ຊາອຸດິດ ນຳຫນ້າ ກໍ່ມີຂໍ້ຕົກລົງເນລະເທດ ກາຕາ ອອກຈາກພັນທະມິດນີ້. ພ້ອມທັງ ຮຽກຮ້ອງ ໂດຮາ ຕ້ອງເນລະເທດສະມາຊິກທັງໝົດຂອງອົງການ “ອ້າຍນ້ອງອິດສະລາມ” ແລະ ບັນດາສະມາຊິກຂຶ້ນກັບຂະບວນການ Hamas ອອກຈາກເຂດດິນແດນຂອງກາຕາ. ນອກນັ້ນ ອາຣັບບີ ຊາອຸດິດ ຍັງຮຽກຮ້ອງ ກາຕາ ຢຸດຕິການພົວພັນທາງການທູດກັບ ອີຣານ.

       ສາຍເຫດທີ່ພາໄປເຖິງການຢຸດຕິການພົວພັນທາງການທູດ

ເຖິງວ່າ ສາຍເຫດທີ່ເຮັດໃຫ້ປະເທດຈຳນວນຫນຶ່ງໃນເຂດອ່າວເປີເຊຍ ຢຸດຕິການພົວພັນທາງການທູດກັບ ກາຕາ ຍ້ອນອຳນາດການປົກຄອງ ໂດຮາ ໄດ້ມີການກະທຳ “ອຸປະຖຳກໍ່ການຮ້າຍ”, ສະຫນັບສະຫນູນລະບົບແນວຄິດຂອງບັນດາຝ່າຍກຸ່ມຫົວຮຸນແຮງ ແລະ IS ໃນທົ່ວພາກພື້ນ ແຕ່ຄວາມຈິງຢູ່ເບື້ອງຫລັງນັ້ນ ແມ່ນບັນຫາກັບ ອີຣານ. ອາຣັບບີ ຊາອຸດິດ ແລະ ບັນດາປະເທດເຂດອ່າວເປີເຊຍ ບໍ່ຍອມຮັບເພື່ອໃຫ້ ກາຕາ ຢືນຢູ່ນອກ ບັນດາ “ຫລັກການ” ຂອງພາກພື້ນ, ໃນນັ້ນ ຈຸດສຸມ ແມ່ນເລື່ອງຕ້ານຄືນລະດັບຜົນສະທ້ອນຂອງອີຣານ.

        ຄວາມຈິງ ເຖິງວ່າ ແມ່ນປະເທດ ອິດສະລາມຕາມ ນິກາຍຊັນນີ ມີຄວາມຂັດແຍ້ງກ່ຽວກັບລະບົບແນວຄິດກັບອິດສະລາມນິກາຍຊີອາຢູ່ ອີຣານ ແຕ່ໃນຫລາຍປີຜ່ານມາ, ກາຕາ ໄດ້ສ້າງຕັ້ງການພົວພັນຮ່ວມມື ແລະ ມິດຕະພາບສະຫນິດສະຫນົມກັບອຳນາດການປົກຄອງ ເຕເຮຣານ, ຊ້ຳບໍ່ໜຳ ໄດ້ເຂົ້າຮ່ວມບັນດາໂຄງການສົມທົບກັນຂຸດຄົ້ນນ້ຳມັນອາຍແກສຢູ່ເຂດອ່າວເປີເຊຍ . ນີ້ແມ່ນສິ່ງທີ່ແຕກຕ່າງກັບ ອາຣັບບີ ຊາອຸດິດ , ຊື່ງແມ່ນປະເທດຕາມອິດສະລາມນິກາຍຊັນນີ ຍາມໃດກໍ່ຖື ອີຣານ ແມ່ນ “ສັດຕູຊົ່ວຮ້າຍທີ່ສຸດ”.

        ຄວາມບໍ່ລົງລອຍກັນລະຫວ່າງ ອາຣັບບີ ຊາອຸດິດ ແລະ ກາຕາ ໃນການພົວພັນ ກັບອີຣານ ຍິ່ງເຄັ່ງຕຶງຂຶ້ນຕື່ມ ພາຍຫລັງການຢ້ຽມຢາມ ອາຣັບບີ ຊາອຸດິດ ຂອງປະທານາທິບໍດີ ອາເມລິກາ Donald Trump ເມື່ອວັນທີ 21 ພຶດສະພາປີ 2017. ທ່ານ Donald Trump  ແລະ ກະສັດ ອາຣັບບີ ຊາອຸດິດ ລ້ວນແຕ່ຖືວ່າ “ອີຣານ ແມ່ນປະເທດອຸປະຖຳກໍ່ການຮ້າຍ”. ແຕ່ກາຕາ ພັດສະເຫນີບັນດາປະເທດຫລຸດຜ່ອນການຕຳຫນິຕິຕຽນ ເພື່ອແນໃສ່ ເຕເຮຣານ ແລະ ຄວນປັບປຸງການພົວພັນກັບປະເທດນີ້.

        ເຖິງວ່າ ວິກິດການທາງການທູດຢູ່ເຂດອ່າວເປີເຊຍ ແມ່ນການແກ້ງແຍ້ງກຳລັງອຳນາດລະຫວ່າງບັນດາປະເທດໃນພາກພື້ນ. ຖ້າຫາກວິກິດການນີ້ບໍ່ໄດ້ຮັບການຄວບຄຸມເປັນຢ່າງດີຈະສົ່ງຜົນກະທົບບໍ່ແມ່ນຫນ້ອຍເຖິງສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ, ອາດຈະເຮັດໃຫ້ການເຕີບໂຕເສດຖະກິດຢູ່ເຂດອ່າວເປີເຊຍ ຊຸດໂຊມ ກໍ່ຄືຫລຸດຜ່ອນຄວາມໄວ້ເນື້ອເຊື່ອໃຈ, ຫລຸດຜ່ອນການລົງທຶນຢູ່ ກາຕາ ແລະ ບັນດາປະເທດ ເຂດອ່າວເປີເຊຍ .

        ແງ່ຫວັງມືດມົວ

        ໃນທ້າຍປີ 2017 ໂລກໄດ້ຮູ້ຈັກເຖິງຄວາມມານະພະຍາຍາມທາງການທູດຫລາຍຢ່າງເພື່ອແກ້ໄຂຄວາມເຄັ່ງຕຶງທາງການທູດຢູ່ເຂດອ່າວເປີເຊຍ. ແຕ່ເປັນຫນ້າເສຍດາຍ ທຸກສິ່ງທຸກຢ່າງຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ.

        ດ້ວຍການຜັນແປປະຈຸບັນ, ອາດຈະມີສອງແຜນການ. ແຜນການທຳອິດ ນັ້ນແມ່ນວິກິດການຈະໄດ້ຮັບການຮັກສາຄືເບື້ອງຕົ້ນ - ໝາຍຄວາມວ່າ ອາຣັບບີ ຊາອຸດິດ, ບາເຣນ, ສະຫະລັດ ອາຣັບ ເອມີເລດ (UAE) ສືບຕໍ່ປິດລ້ອມ ກາຕາ. ແຜນການທີສອງ ວິກິດການນີ້ຈະໄດ້ຮັບການແກ້ໄຂ, ອະນຸຍາດໃຫ້ ເຂດອ່າວເປີເຊຍ ຟື້ນຕົວຢ່າງຊັກຊ້າ ແຕ່ບໍ່ເຖິງຖອງ ຍ້ອນບໍ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ.

        ໃນກໍລະນີ ວິກິດການສືບຕໍ່ແກ່ຍາວໃນປີ 2018, ເນລະເທດ ອາຣັບບີ ຊາອຸດິດ, ບາເຣນ, ສະຫະລັດ ອາຣັບ ເອມີເລດ (UAE) ໄດ້ຮັບການປັບປຸງ ແລະ ບັນດາປະເທດນີ້ ອາດຈະຍູ້ແຮງບັນດາຂໍ້ຕົກລົງສອງຝ່າຍ ແລະ ສາມຝ່າຍ. ໃນຂະນະນັ້ນ ກາຕາ ສືບຕໍ່ຊອກຫາການຮັບປະກັນກ່ຽວກັບຄວາມໝັ້ນຄົງ ແລະ ການພັດທະນາເສດຖະກິດຢູ່ນອກເຂດອ່າວ. ເປັນຫນ້າວິຕົກກັງວົນ, ຫລາຍປະເທດອາຣັບ ຈະຕົກເຂົ້າສູ່ສະພາບຂາດສະຖຽນລະພາບ ຍ້ອນເຂົາເຈົ້າຖືກກຳລັງດັນຕ້ອງເລືອກເຟັ້ນຈະຢືນຢູ່ຝ່າຍໃດ.

        ປີ 2017 ບັນດາຄວາມມານະພະຍາຍາມແກ້ໄຂວິກິດການຮ້າຍແຮງທີ່ສຸດລະຫວ່າງບັນດາສະມາຊິກສະພາການຮ່ວມມືເຂດອ່າວເປີເຊຍ ຖືກປະລາໄຊ. ເປັນຫນ້າເສຍດາຍ, ມາຮອດປະຈຸບັນ ຍັງບໍ່ທັນພົບເຫັນແງ່ຫວັງໃນການແກ້ໄຂວິກິດການເທື່ອ ແລະ ອາດຈະສືບຕໍ່ແກ່ຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ