ທັບ​ມ້າງ​ທຸກ​ຖ້ອຍ​ທຳ​ນອງ​ເສກ​ສັນປັ້ນ​ແຕ່ງ​ຕໍ່​ກິດ​ຈະ​ການ​ປ້ອ​ງ​ກັນ, ຕ້ານ​ໂລກ​ລະ​ລາດ​ໂຄວິດ - 19

(VOVWORLD) -ບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຢູ່ຫວຽດນາມພວມກ້າວເຂົ້າສູ່ໄລຍະປະສົບກັບຄວາມຫຍຸ້ງຍາກສິ່ງທ້າທາຍທີ່ສຸດອຳນາດການປົກຄອງທຸກຂັ້ນບັນດາກຳລັງເຂົ້າຮ່ວມການປ້ອງກັນຕ້ານໂລກລະບາດໂດຍກົງແລະປະຊາຊົນທຸຊັ້ນວັນນະກໍ່ພວມມານະພະຍາຍາມທັງເວັນແລະຄືນເພື່ຄວບຄຸມໂລກລະບາດໂຄວິດ - 19. ໃນຂະນະທີ່ບັ້ນຕໍ່ສູ້ທີ່ຕ້ອງການການຮ່ວມແຮງຮ່ວມໃຈດັ່ງກ່າວ, ແຕ່ພັດມີບັນດາອົງການຈັດຕັ້ງສ່ວນບຸກຄົນທີ່ຍາມໃດກໍ່ຊອກຫາວິທີເສກສັນປັ້ນແຕ່ງເພື່ອແນໃສ່ທຳລາຍບັນດາໝາກຜົນໃນການປ້ອງກັນຕ້ານໂລກລະບາດຂອງພັກລັດແລະປະຊາຊົນ.

ທັບ​ມ້າງ​ທຸກ​ຖ້ອຍ​ທຳ​ນອງ​ເສກ​ສັນປັ້ນ​ແຕ່ງ​ຕໍ່​ກິດ​ຈະ​ການ​ປ້ອ​ງ​ກັນ, ຕ້ານ​ໂລກ​ລະ​ລາດ​ໂຄວິດ - 19 - ảnh 1ສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ (ພາບ: baochinhphu.vn)

ຢູ່ແນວໜ້າຕ້ານໂລກລະບາດໂຄວິດ - 19, ກຳລັງແພດໝໍ, ກຳລັງກອງທັບ, ຕຳຫຼວດ… ພວມມານະພະຍາຍາມຊ່ວຍເຫຼືອບັນດາທ້ອງຖິ່ນຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ຮັບປະກັນໃຫ້ປະຊາຊົນ “ຜູ້ໃດກໍ່ໄດ້ກິນອີ່ມນຸ່ງອຸ່ນ”, “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”. ບັນດານັກຮົບທະຫານ, ຕຳຫຼວດ, ພະນັກງານຮາກຖານ, ກຳລັງອາສາສະໝັກ ທີ່ມີໜ້າຢູ່ທຸກແຖບຖິ່ນ, ຮັບປະກັນວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19 ທັງເວັນແລະ ຄືນ. ບັນດາສິ່ງດັ່ງກ່າວ ອີກຄັ້ງໜຶ່ງ ໄດ້ເປັນການເສີມຂະຫຍາຍມູນເຊື້ອຮັກແພງກັນ, ອຸ້ມຊູຊ່ວຍເຫລືອຊຶ່ງກັນແລະກັນ ແລະ ປັບປຸງຈິດໃຈສາມັກຄີກັນຂອງປະເທດຊາດ ຫວຽດນາມ ຕື່ມອີກ.

ໂດຍບໍ່ຫົວຊາຕໍ່ຄວາມຈິງນີ້, ໃນສື່ສັງຄົມອອນລາຍ, ຫຼາຍຄົນໄດ້ຕັ້ງໃຈ ເສກສັນປັ້ນແຕ່ງບັນດາຮູບພາບທີ່ສວຍງາມນັ້ນ. ຊ້ຳບໍ່ໜຳ, ໄດ້ເກີດມີບັນດາບົດຂຽນເສກສັນປັ້ນແຕ່ງການເຂົ້າຮ່ວມຂອງບັນດາກຳລັງທະຫານໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້. ຍິ່ງໄປກ່ວານັ້ນ, ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ຢູ່ບັນດາແຂວງທາງພາກໃຕ້, ພິເສດແມ່ນຢູ່ນະຄອນໂຮ່ຈີມິນ, ເມື່ອ ລັດຖະບານ ຕັດສິນໃຈປະຕິບັດການແຍກຫ່າງສັງຄົມ ຢູ່ລະດັບສູງກ່ວາ ຢູ່ບັນດາທ້ອງຖິ່ນນີ້, ມີບາງເວັບໄຊຄື: RFA, RFI, BBC ແລະ ລະບົບສື່ມວນຊົນຢູ່ຕ່າງປະເທດ, ພວກປະຕິການ ໄດ້ລົງບັນດາບົດຂຽນຕຳໜິຕິຕຽນວິທີການ, ມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ແລະ ຖືວ່ານັ້ນແມ່ນ ບັນດາມາດຕະການທີ່ຜິດພາດ, ບໍ່ມີວິທະຍາສາດ”. ເມື່ອເວົ້າເຖິງບັນຫາສັກວັກຊິນກັນໂຄວິດ - 19, ບັນດາເປົ້າໝາຍປໍລະປັກ ໄດ້ນຳໃຊ້ບັນດາຄຳເວົ້າທີ່ວ່າ “ອຳນາດການປົກຄອງຫຼອກລວງປະຊາຊົນໃນຍຸດທະສາດວັກຊິນ”.

ຕາມຄວາມຈິງແລ້ວ, ຊຸມວັນທີ່ຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ບັນດາຖ້ອຍທຳນອງດັ່ງກ່າວ ລ້ວນແຕ່ແນໃສ່ເສກສັນປັ້ນແຕ່ງບິດເບືອນແຜນນະໂຍບາຍ, ແນວທາງຂອງພັກ ແລະ ລັດ, ທຳລາຍກິດຈະກຳປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ບັນດາອິດທິກຳລັງເປັນປໍລະປັກ ກັບ ຫວຽດນາມ ໄດ້ຕັ້ງໃຈລືມວ່າ ເມື່ອໂລກລະບາດມີການຜັນແປທີ່ນັບມື້ນັບສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ຈຳນວນຜູ້ຕິດເຊື້ອສືບຕໍ່ເພີ່ມຂຶ້ນຜ່ານແຕ່ລະວັນ, ຖ້າຫາກວ່າບໍ່ຕັດສິນໃຈປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ ກໍ່ຈະນຳມາເຊິ່ງຜົນຮ້າຍຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ການເຂົ້າຮ່ວມຂອງກອງທັບ, ຕຳຫຼວດໄດ້ປະກອບສ່ວນຍົກສູງລັກສະນະລະບຽບວິໄນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ປະຊາຊົນໄດ້ປະຕິບັດບັນດາການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ດີກ່ວາເກົ່າ. ດ້ວຍບົດຮຽນ, ປະສົບການຢ່າງຫຼວງຫຼາຍຂອງຕົນ, ກຳລັງທະຫານ ໄດ້ພ້ອມກັບບັນດາກຳລັງຕ່າງໆຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ດັດສົມ ແລະ ສະໜອງທັນຍາຫານ, ອາຫານການກິນ ເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈປ້ອງກັນ, ຕ້ານໂລກລະບາດ, ເພື່ອໃຫ້ບັນດາທ້ອງຖິ່ນຄວບຄຸມ ໂລກລະບາດໂຄວິດ - 19 ໄດ້ໂດຍໄວ, ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິ.

ຕາມຄວາມຈິງແລ້ວ, ເລື່ອງນຳໃຊ້ການແຍກຫ່າງໃນສັງຄົມ ແມ່ນໜຶ່ງໃນບັນດາມາດຕະການທີ່ມີປະສິດທິຜົນທີ່ສຸດ ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ - 19  ເຊິ່ງບັນດາປະເທດເກືອບທັງໝົດໃນໂລກໄດ້ນຳໃຊ້. ເລື່ອງສືບຕໍ່ຜັນຂະຫຍາຍສານ 5 ປະການ, ນຳໃຊ້ການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ ພ້ອມກັບຄວາມມານະພະຍາຍາມໃນການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນໝົດທຸກຄົນໃນປັດຈຸບັນ ຍັງແມ່ນວິທີການແກ້ໄຂຕົ້ນຕໍ ເພື່ອສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດຢູ່ທຸກປະເທດໃນໂລກ. ນີ້ກໍ່ແມ່ນວິທີການທີ່ມີວິທະຍາສາດ, ຖືກຕ້ອງເຊິ່ງອຳນາດການປົກຄອງທຸກຂັ້ນໄດ້ປະຕິບັດຢ່າງຂ້ຽວຂາດ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນ, ຜ່ານນັ້ນ ກໍ່ສາມາດຈຳກັດການແຜ່ລະບາດຂອງເຊື້ອໄວຣັດໂຄວິດ - 19 ຢູ່ ຫວຽດນາມ ໄດ້.

ໃນຂະນະທີ່ທົ່ວໂລກພວມຍູ້ແຮງຄວາມມານະພະຍາຍາມໃນການສັກວັກຊິນກັນໂຄວິດ - 19, ຢູ່ຫຼາຍປະເທດຄື: ອາເມລິກາ, ອັງກິດ, ອິດສະລາແອັນ ໄດ້ພິສູດໃຫ້ເຫັນປະສິດທິຜົນຂອງໂຄງການສັກວັກຊິນກັນໂຄວິດ - 19, ທົ່ວລະບົບການເມືອງ ຫວຽດນາມ ກໍ່ພວມມານະພະຍາຍາມຈົດສຸດຄວາມສາມາດຂອງຕົນ ເພື່ອຜັນຂະຫຍາຍການສັກວັກຊິນກັນໂຄວິດ - 19 ໃນທົ່ວປະເທດ ເພື່ອປົກປ້ອງປະຊາຊົນ. ເປົ້າໝາຍອັນສູງສົ່ງນີ້ ຂອງ ຫວຽດນາມ ແມ່ນອີງໃສ່ພື້ນຖານວິທະຍາສາດທີ່ໄດ້ພິສູດດ້ວຍຄວາມຈິງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງຫຼາຍປະເທດໃນໂລກ.

ຕ້ອງຢັ້ງຢືນຢ່າງແຮງວ່າ ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ ຂອງບັນດາອິດທິກຳລັງເປັນປໍລະປັກສັດຕູ ໂດຍບໍ່ຫົວຊາຕໍ່ຄວາມເປັນຈິງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນແນໃສ່ປະຕິເສດບັນດາໝາກຜົນຂອງ ຫວຽດນາມ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ບັນດາອິດທິກຳລັງໄດ້ສ້າງຮູບພາບດ້ວຍສີມຶດມົນກ່ຽວກັບ ຫວຽດນາມ ໃນການປ້ອງກັນໂລກລະບາດໂຄວິດ - 19, ຍິ່ງໄປກ່ວານັ້ນເພື່ອແນໃສ່ເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ການຊີ້ນຳນຳພາຂອງພັກ, ລັດ ຫວຽດນາມ ຫຼຸດລົງ. ເຖິງຢ່າງໃດກໍຕາມ, ດ້ວຍຈິດໃຈຄວາມຮັບຜິດຊອບຢ່າງສູງ, ດ້ວຍຄວາມຮັກແພງ ແລະ ຄວາມໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອ ແລະ ກຳລັງແຮງຂອງຊາດ, ປະຊາຊົນ ຫວຽດນາມ ຜູ້ຮັກຫອມຄວາມເປັນທຳ ແລະ ສັນຕິພາບ ຈະບໍ່ຖືກປຸກປັນຍຸແຍ່ດ້ວຍບັນດາຖ້ອຍທຳນອງດັ່ງກ່າວຢ່າງງ່າຍດາຍ. ກຳລັງແຮງແຫ່ງຄວາມສາມັກຄີ, ຄວາມຕັດສິນໃຈຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ຈະສືບຕໍ່ແມ່ນອາວຸດທີ່ມີປະສິດທິຜົນ ເພື່ອໃຫ້ຫວຽດນາມ ຍາດໄດ້ໄຊຊະນະໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19

ຕອບກັບ

ຂ່າວ/ບົດ​ອື່ນ