ທະເລຕາເວັນອອກສືບຕໍ່ແມ່ນຫົວເລື່ອງຮ້ອນເຮັ່ງທີ່ກອງປະຊຸມ Shangri – La 2017

(VOVWORLD) -ການເຈລະຈາ Shangri- La ຫລືເອີ້ນວ່າ ກອງປະຊຸມສຸດຍອດຄວາມໝັ້ນຄົງ ອາຊີ ປີ 2017 ຈະໄຂຂຶ້ນໃນວັນທີ 2 ມີຖຸນາ ແລະ ແກ່ຍາວເປັນເວລາ 3 ວັນ. ນີ້ແມ່ນເວທີປາໄສເຈລະຈາປະຈຳປີ, ກອງປະຊຸມ Shangri-La ປີນີ້, ຄຽງຂ້າງສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາຮ້ອນເຮັ່ງຂອງຄວາມໝັ້ນຄົງພາກພື້ນແລ້ວ, ຄາດວ່າ ຈະສະຫງວນເວລາສ່ວນຫລາຍໃຫ້ແກ່ບັນຫາຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ໃນສະພາບການພາກພື້ນນີ້ ມີການຜັນແປຫລາຍຢ່າງໃນໄລຍະຜ່ານມາ.
ທະເລຕາເວັນອອກສືບຕໍ່ແມ່ນຫົວເລື່ອງຮ້ອນເຮັ່ງທີ່ກອງປະຊຸມ Shangri – La 2017 - ảnh 1 ພາບປະກອບ

ກອງປະຊຸມສຸດຍອດຄວາມໝັ້ນຄົງ ອາຊີ  ຫລື ເອີ້ນວ່າ ກອງປະຊຸມເຈລະຈາ Shangri- La ແມ່ນເວທີປາໄສຄວາມໝັ້ນຄົງລະຫວ່າງລັດຖະບານ ຊື່ງຖືກຈັດຂຶ້ນປະຈຳປີ ໂດຍອົງການທີ່ປຶກສາເອກະລາດ, ສະຖາບັນຄົ້ນຄ້ວາຍຸດທະສາດສາກົນ (IISS) ສົມທົບກັນຈັດຕັ້ງຂຶ້ນ. ກອງປະຊຸມນີ້ ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາລັດຖະມົນຕີຜູ້ປະຈຳການ ແລະ ບັນດານາຍພົນການທະຫານມາຈາກ 28 ປະເທດ ອາຊີ ປາຊີຟີກ. ຫົວຂໍ້ຂອງເວທີປາໄສແມ່ນເອົາຕາມຊື່ຂອງໂຮງແຮມ Shangri- La ຢູ່ ສິງກະໂປ ຊື່ງແມ່ນສະຖານທີ່ດຳເນີນກອງປະຊຸມດັ່ງກ່າວເມື່ອປີ 2002. ແລະ ປີນີ້ ແມ່ນປີທີ 16 ກອງປະຊຸມດັ່ງກ່າວຖືກຈັດຂຶ້ນ ໂດຍມີການເຂົ້າຮ່ວມຂອງບັນດາລັດຖະມົນຕີ ແລະ ເຈົ້າຫນ້າທີ່ຂັ້ນສູງກະຊວງປ້ອງກັນປະເທດມາຈາກ 50 ປະເທດໃນໂລກ.

        ສະພາບການໃນພາກພື້ນວາງອອກສິ່ງທ້າທາຍຫລາຍຢ່າງ

        ໄລຍະມໍ່ໆມານີ້, ພາກພື້ນ ອາຊີ ເກີດການຜັນແປຫລາຍຢ່າງ ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນ. ແຫລມເກົາຫລີ ເກີດຄວາມເຄັ່ງຕຶງ ຍ້ອນບັນດາເຫດຍິງທົດລອງລູກສອນໄຟຂອງ ສປປ ເກົາຫລີ; ໄພກໍ່ການຮ້າຍຢູ່ ອາຊີຕາເວັນອອກສ່ຽງໃຕ້; ບັນຫາ hacker ບຸກໂຈມຕີທາງເຄືອຂ່າຍອິນເຕີແນັດ ແລະ ພິເສດແມ່ນສະພາບການຢູ່ທະເລຕາເວັນອອກ ເກີດຄວາມເຄັ່ງຕຶງຢ່າງລຽນຕິດ ຍ້ອນບັນດາການເຄື່ອນໄຫວລາດຕາເວນ, ຊ້ອມຮົບຂອງບັນດາຝ່າຍກ່ຽວຂ້ອງ. ວັນທີ 25 ພຶດສະພາ, ປັກກີ່ງ ບັງເອີນໄດ້ອອກສຽງຄັດຄ້ານຢ່າງແຮງຕໍ່ການກະທຳຂອງ ອາເມລິກາ ທີ່ໄດ້ສົ່ງກຳປັ່ນຂັບໄລ່ USS Dewey ເຂົ້າມໍ່ກັບເຂດຫີນ ແວ່ງຄັນ (ຂຶ້ນກັບໝູ່ເກາະເຈື່ອງຊາ ຂອງຫວຽດນາມ) ຢູ່ເຂດຫີນມຸກ ແລະ ເຂດຫີນປະກາລັງຊື່ງຝ່າຍຈີນ ໄດ້ຖົມດິນກໍ່ສ້າງເປັນເກາະດ້ວຍຕົນເອງ ຢ່າງຜິດກົດໝາຍ. ຕໍ່ຈາກນັ້ນ ວັນທີ 28 ພຶດສະພາ, ກະຊວງການຕ່າງປະເທດ ຈີນ ກໍ່ສະແດງທັດສະນະຕໍ່ເລື່ອງ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ອອກຖະແຫລງການຮ່ວມ ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະ ທະເລຮວາຕູງ ພ້ອມທັງຮຽກຮ້ອງບໍ່ໄດ້ນຳໃຊ້ກຳລັງທະຫານຢູ່ ໂຄງສ້າງພູມສາດທີ່ພວມເກີດຄວາມຂັດແຍ້ງກັນ”. ປັກກີ່ງ ຖະແຫລງວ່າ G7 ຄວນຢຸດຕິການຍົກອອກ “ບັນດາການຕີລາຄາທີ່ບໍ່ມີຄວາມຮັບຜິດຊອບ”.

        ສະພາບການຄວາມໝັ້ນຄົງຢູ່ພາກພື້ນເຄີຍເກີດຄວາມສັບສົນ ປະຈຸບັນ ຍິ່ງເຄັ່ງຕຶງຂຶ້ນຕື່ມ. ສະນັ້ນ ມີສິ່ງທ້າທາຍຫລາຍຢ່າງວາງອອກຮຽກຮ້ອງບັນດາປະເທດຕ້ອງມີບັນດາມາດຕະການແກ້ໄຂລະອຽດ. ໃນສະພາບການນັ້ນ, ເວທີປາໄສຄວາມໝັ້ນຄົງປີນີ້ ແມ່ນສຸມໃສ່ປຶກສາຫາລືບັນດາເນື້ອໃນຄື: ຮັກສາຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ ໂດຍອີງໃສ່ບັນດາຂໍ້ກຳນົດ, ສິ່ງທ້າທາຍໃຫມ່ ສຳລັບການຄຸ້ມຄອງວິກິດການຢູ່ ອາຊີ ປາຊີຟີກ; ປ່ຽນແປງພູມສາດດ້ານການເມືອງ ແລະ ນະໂຍບາຍປ້ອງກັນຊາດ, ສ້າງພື້ນຖານຮ່ວມກ່ຽວກັບຄວາມໝັ້ນຄົງພາກພື້ນ ແລະ ບັນດາໄພນາບຂູ່ທົ່ວໂລກ.

ທະເລຕາເວັນອອກ ຍັງຄົງແມ່ນຫົວເລື່ອງຮ້ອນເຮັ່ງຢູ່ ກອງປະຊຸມ Shangri- La

        ໄລຍະຜ່ານມາ ປັກກີ່ງ ໄດ້ກໍ່ສ້າງເກາະທຽມຫລາຍແຫ່ງຢູ່ບັນດາເຂດປະກາລັງໃນເຂດທະເລ ຊື່ງຫລາຍປະເທດກໍ່ໄດ້ຖະແຫລງອະທິປະໄຕ. ແຕ່ກອ່ນມາຮອດປະຈຸບັນ, ອາເມລິກາ ໄດ້ສະແດງທັດສະນະເປັນຫລາຍຄັ້ງຕໍ່ບັນຫານີ້. ອຳນາດການປົກຄອງອະດີດ ປະທານາທິບໍດີ ອາເມລິກາ Brack Obama ໄດ້ມີສານຄັດຄ້ານຢ່າງແຮງຕໍ່ເລື່ອງຈີນ ກໍ່ສ້າງເກາະ, ພ້ອມທັງມານະພະຍາຍາມສ້າງການພົວພັນກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເກີດຄວາມຂັດແຍ້ງອະທິປະໄຕຜືນແຜ່ນດິນກັບຈີນ. ອາເມລິກາ ກໍ່ໃຫ້ຄຳໝັ້ນສັນຍາຈະຮັບປະກັນຄວາມເສລີໃນການເດີນເຮືອຢູ່ ທະເລຕາເວັນອອກ.  ໂຕ້ຕອບຄືນ ອາເມລິກາ ຈີນ ຍາມໃດກໍ່ຢືນຢັນຈະພ້ອມກັບ ອາຊຽນ ສົມທົບກັນເພື່ອຮັກສາສັນຕິພາບ ຢູ່ ເຂດທະເລດັ່ງກ່າວ ຫາກບໍ່ຕ້ອງການອາມເລິກາ ແຊກແຊງເຂົ້າ.

ເຖິງຢ່າງໃດກໍຕາມ, ນັບແຕ່ເມື່ອປະທານາທິບໍດີ  Donald Trump ຂຶ້ນກຳອຳນາດ, ຍຸດທະສາດຫັນທິດມາສູ່ອາຊີຂອງອາເມລິກາ ຄືວ່າເດີນຕາມວິທີສຳຜັດອື່ນ. ແທນທີ່ມຸ່ງໄປເຖິງ 4 ເສົາຄ້ຳຂອງອຳນາດການປົກຄອງອະດີດປະທານາທິບໍດີ B.Obama ເພື່ອແນໃສ່ຮັກສາຄວາມໝັ້ນຄົງທົ່ວໂລກ, ບັນດາຍຸດທະສາດຂອງ ທ່ານ Donald Trump ພັດບໍ່ແນໃສ່ການທະຫານ ຫາກແມ່ນເສດຖະກິດຫລາຍກວ່າ ດ້ວຍຄຳໝັ້ນສັນຍາຈະຮັດແຫນ້ນບັນດາຮົ້ວກີດຂວາງດ້ານເສດຖະກິດ ຕໍ່ຈີນ, ກົດຫນ່ວງ ຈີນ ແລະ ຮັບປະກັນດ້ານການຄ້າເສລີທີ່ມີປະໂຫຍດໃຫ້ອາເມລິກາ ຢູ່ ອາຊີ ປາຊີຟີກ. ພ້ອມກັນນັ້ນ ກອງປະຊຸມ Shangri- La ປີນີ້ໄດ້ດຶງດູດການເຂົ້າຮ່ວມຂອງບັນດາເຈົ້າຫນ້າທີ່ຂັ້ນສູງເປັນຈຳນວນຫລວງຫລາຍ, ວົງການນັກວາງແຜນກຳນົດນະໂຍບາຍ, ນັກຄົ້ນຄ້ວາ ແລະ ຜູ້ຕາງຫນ້າກຸ່ມບໍລິສັດຂ້າມຊາດຫລາຍແຫ່ງ. ພິເສດ ເປັນຄັ້ງທຳອິດ, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis, ເຈົ້າຫນ້າທີ່ຂັ້ນສູງສຸດຂອງທຳນຽບ 5 ແຈ ພາຍໃຕ້ອຳນາດການປົກຄອງຂອງປະທານາທິບໍດີ Donald Trump ເຂົ້າຮ່ວມ ແລະ ກ່າວຄຳປາໄສ, ສ່ວນໃດຫນຶ່ງຈະເຮັດແຈ້ງນະໂຍບາຍປຶກສາຫາລື, ພິເສດແມ່ນຂົງເຂດການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງລັດຖະບານ ອາເມລິກາ ສຳລັບ ອາຊີ ປາຊີຟີກ. Shangri- La 2017 ໄດ້ຮັບການລໍຄອຍວ່າຈະຊອກໄດ້ມາດຕະການຢ່າງມີປະສິດທິຜົນເພື່ອຮັບປະກັນຄວາມໝັ້ນຄົງ ໂດຍອີງໃສ່ກົດໝາຍສາກົນຢູ່ພາກພື້ນ ອາຊີ ປາຊີຟີກ ກໍຄືໃນໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ