ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ຢ້ຽ​ມ​ຢາມ ລັດ​ເຊຍ: ຂີດ​ໝາຍ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ - ຈີນ

(VOVWORLD) -ທ່ານປະທານປະເທດ ຈີນ ສີຈີ້ນຜິງ ພວມດຳເນີນການຢ້ຽມຢາມທາງລັດຖະກິດຢູ່ ສະຫະພັນລັດເຊຍ (ແຕ່ວັນທີ 20  23 ມີນາ) ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin. ນີ້ແມ່ນການໄປປະຕິບັດງານຢູ່ຕ່າງໆປະເທດຄັ້ງທຳອິດຂອງທ່ານສີຈີ້ນຜິງ ໃນຖານະເປັນປະທານປະເທດ ຈີນ ສະໄໝທີ 3. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຈີນ ຖືການພົວພັນກັບ ລັດເຊຍ ເປັນສຳຄັນພິເສດໃນໂລກປັດຈຸບັນ.

ການຢ້ຽມຢາມ ລັດເຊຍ ຂອງ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ແມ່ນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງ ຈີນ ແລະ ລັດເຊຍ ໃຫ້ຫຼາຍກວ່າອີກ, ແລະ ແມ່ນໂອກາດເພື່ອໃຫ້ການນຳສອງປະເທດປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ, ບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ເລິກເຊິ່ງກວ້າງຂວາງກວ່າອີກ.  

ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ຢ້ຽ​ມ​ຢາມ ລັດ​ເຊຍ: ຂີດ​ໝາຍ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ລັດ​ເຊຍ - ຈີນ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ (ພາບ: ກະຊວງການຕ່າງປະເທດ ຈີນ) 

        ທາດແທ້ພິເສດຂອງການພົວພັນຄູ່ຮ່ວມມື ລັດເຊຍ - ຈີນ

        ການຢ້ຽມຢາມ ລັດເຊຍ ຂອງທ່ານປະທານປະເທດ ຈີນ ໄດ້ຢັ້ງຢືນຄືນເຖິງທາດແທ້ພິເສດຂອງການພົວພັນຄູ່ຮ່ວມມື ລັດເຊຍ - ຈີນ, ເຊິ່ງໄດ້ສ້າງຕັ້ງຂຶ້ນບົນຈິດໃຈຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບອະທິປະໄຕ ແລະ ຜົນປະໂຫຍດຂອງກັນ. ຕາມທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລ້ວ, ໜຶ່ງທົດສະວັດໄດ້ຜ່ານພົ້ນໄປ, ນັບແຕ່ເມື່ອທ່ານ ສີຈີ້ນຜິງ ໄປຢ້ຽມຢາມ ລັດເຊຍ ເປັນຄັ້ງທຳອິດໃນຖານະເປັນປະທານປະເທດ ຈີນ (ປີ 2013), ໂລກໄດ້ມີການປ່ຽນແປງຫຼາຍຢ່າງ ແຕ່ໄມຕີຈິດມິດຕະພາບລະຫວ່າງ ລັດເຊຍ - ຈີນ ຍັງໝັ້ນແກ່ນ. ການພົວພັນສອງຝ່າຍພວມຢູ່ໃນລະດັບສູງສຸດໃນປະຫວັດສາດ ແລະ ສືບຕໍ່ໄດ້ຮັບການປັບປຸງ.

        ໃນການພົວພັນສ່ວນຕົວ, ຄວາມສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈເປັນພິເສດໄດ້ຮັບການສ້າງຕັ້ງຂຶ້ນລະຫວ່າງການນຳສອງປະເທດ. ໃນຊຸມປີມໍ່ໆມານີ້, ທ່ານປະທານາທິບໍດີ Putin ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ພົບປະກັນປະມານ 40 ຄັ້ງ, ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ. ແຕ່ການພົບປະຄັ້ງນີ້ “ຍາມໃດກໍມີປະສິດທິຜົນ ແລະ ເປັນປະໂຫຍດຫຼາຍສຳລັບການພົວພັນສອງຝ່າຍ” ຄືດັ່ງຄຳຢັ້ງຢືນຂອງຜູ້ຊ່ວຍວຽກຂອງທ່ານປະທານາທິບໍດີ ລັດເຊຍ Yuri Ushakov.

        ປັດໄຈສຳຄັນຂອງການພົວພັນລະຫວ່າງ ລັດເຊຍ - ຈີນ ແມ່ນການຮ່ວມມືດ້ານການຄ້າ ແລະ ເສດຖະກິດ. ນັບແຕ່ປີ 2010, ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ສະຫະພັນ ລັດເຊຍ. ປີ 2022, ວົງເງິນການຄ້າລະຫວ່າງສອງປະເທດ ບັນລຸລະດັບສູງສະຖິຕິ 185 ຕື້ USD, ນຳ ລັດເຊຍ ແລະ ຈີນ ຫຍັບມໍ່ເຂົ້າກັບເປົ້າໝາຍ ເຊິ່ງລັດຖະບານສອງປະເທດວາງອອກກ່ອນໜ້ານັ້ນ ແມ່ນ 200 ຕື້ USD ໃນປີ 2024. 2 ເດືອນຕົ້ນປີນີ້, ທ່າເຕີບໂຕການຄ້າຂອງສອງປະເທດ ຍັງສືບຕໍ່ຮັກສາລະດັບໄວວາ, ວົງເງິນການຄ້າສອງຝ່າຍບັນລຸເກືອບ 33,7 ຕື້ USD, ເພີ່ມຂຶ້ນເກືອບ 26% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ການຮ່ວມມືດ້ານພະລັງງານ, ກໍແມ່ນໜຶ່ງໃນບັນດາກຳລັງໜູນຕົ້ນຕໍຂອງການຮ່ວມມືດ້ານການຄ້າ ລະຫວ່າງ ລັດເຊຍ - ຈີນ. ປີ 2022, ຈຳນວນ ອາຍແກັດ ເຊິ່ງ ລັດເຊຍ ໄດ້ສະໜອງໃຫ້ແກ່ ຈີນ ເພີ່ມຂຶ້ນທົບ 1,5 ເທົ່າ ເມື່ອທຽບໃສ່ປີກ່ອນໜ້ານັ້ນ ແລະ ບັນລຸລະດັບສູງສະຖິຕິ 15,5 ຕື້ ແມັດກ້ອນ. ນອກຈາກນັ້ນແລ້ວ, ມົດສະກູ ແລະ ປັກກິ່ງ ຍັງຮ່ວມມືກັນໃນຂະແໜງອຸດສາຫະກຳນິວເຄຼຍ ອີກດ້ວຍ. ຍ້ອນມີລະດັບຄວາມໄວ້ເນື້ອເຊື່ອໃຈສູງ ຈຶ່ງປະກອບສ່ວນເຮັດໃຫ້ການຮ່ວມມືດ້ານການທະຫານລະຫວ່າງສອງປະເທດມີການພັດທະນາ.

        ສິ່ງທີ່ໜ້າສົນໃຈແມ່ນ, ວິທີການສຳຜັດຂອງ ລັດເຊຍ ແລະ ຈີນ ສຳລັບບັນດາບັນຫາທົ່ວໄປໃນການຮັກສາຄວາມເປັນລະບຽບຮຽບຮ້ອຍໃນໂລກທີ່ທັນສະໄໝ ແລະ ບັນດາບັນຫາສາກົນສຳຄັນ ແມ່ນຄືກັນ ຫຼືວ່າ ຄ້າຍຄືກັນ. ລັດເຊຍ ແລະ ຈີນ ກໍມີການເຄື່ອນໄຫວຢ່າງຕັ້ງໜ້າໃນບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນ: ສປຊ, ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20), ກຸ່ມ 5 ພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນແຖວໜ້າໂລກ (BRICS) ຫຼື ອົງການຮ່ວມມື ຊ່ຽງໄຮ້ (SCO)….

        ປັດຈຸບັນ, ຈີນ ໄດ້ຮັບຖືວ່າ ພວມຊຸກຍູ້ບົດບາດເປັນກາງການເຈລະຈາ ເພື່ອຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ເດືອນຜ່ານມາ, ປັກກິ່ງ ຍົກອອກຂໍ້ສະເໜີສ້າງແຜນການສັນຕິພາບ ໂດຍເນັ້ນໜັກເຖິງບັນຫາເຄົາລົບອະທິປະໄຕຂອງບັນດາປະເທດ, ສະກັດກັ້ນການນຳໃຊ້ອາວຸດນິວເຄຼຍ ແລະ ມົດສະກູໄດ້ສະແດງຄວາມຊົມເຊີຍຂໍ້ສະເໜີແນະດັ່ງກ່າວ.

        ຍົກອອກວິໄສທັດໃໝ່ໃຫ້ແກ່ການພົວພັນລະຫວ່າງ ລັດເຊຍ - ຈີນ

        ຕາມທ່ານປະທານປະເທດຈີນ ສີຈີ້ນຜິງ ແລ້ວ, ການຢ້ຽມຢາມ ລັດເຊຍ ແມ່ນການເດີນທາງແຫ່ງມິດຕະພາບ, ການຮ່ວມມື ແລະ ມີສັນຕິພາບ. ທ່ານມີຄວາມປາດຖະໜາຢາກພ້ອມກັບທ່ານປະທານາທິບໍດີ Putin ວາງອອກວິໄສທັດໃໝ່, ແຜນການລະອຽດໃໝ່ ແລະ ມາດຕະການໃໝ່ສຳລັບການພັດທະນາຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ - ລັດເຊຍ ໃນໄລຍະຈະມາເຖິງ.

        ຕາມແຜນການແລ້ວ, ໃນການຢ້ຽມຢາມນີ້, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 10 ສະບັບ, ໃນນັ້ນມີຖະແຫຼງການຮ່ວມກ່ຽວກັບການຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ການຮ່ວມມືຍຸດທະສາດກ້າວເຂົ້າສູ່ສັງກາດໃໝ່ ແລະ ຖະແຫຼງການຮ່ວມກ່ຽວກັບແຜນການພັດທະນາບັນດາຂົງເຂດຮ່ວມມືທາງດ້ານເສດຖະກິດສຳຄັນລະຫວ່າງ ລັດເຊຍ ແລະ ຈີນ ຮອດປີ 2030.

        ໃນບົດຂຽນ: “ລັດເຊຍ ແລະ ຈີນ: ການພົວພັນຄູ່ຮ່ວມມືມຸ່ງໄປເຖິງອະນາຄົດ” ທີ່ໄດ້ລົງໃນໜັງສືພິມລາຍວັນ ປະຊາຊົນ ກ່ອນການຢ້ຽມຢາມລັດເຊຍ ຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ, ທ່ານປະທານາທິບໍດີ Putin ໄດ້ຕັ້ງຄວາມຫວັງຫຼາຍຢ່າງຕໍ່ການພົບປະຄັ້ງນີ້ ແລະ ເຊື່ອໝັ້ນວ່າ ຈະສ້າງກຳລັງໜູນໃໝ່ຢ່າງແຮງໃຫ້ທຸກຂົງເຂດຮ່ວມມືລະຫວ່າງສອງຝ່າຍ. ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ສະຫະພັນ ລັດເຊຍ ຈາງຄ້າງຄວຍ ໃຫ້ຂໍ້ສັງເກດວ່າ ການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງ ຈີນ - ລັດເຊຍ ຈະມີບາດກ້າວພັດທະນາໃໝ່.

        ການຢ້ຽມຢາມທາງລັດຖະກິດ ຢູ່ ລັດເຊຍ ຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ ພາຍຫຼັງໄດ້ຮັບດຳລົງຕຳແໜ່ງເປັນປະທານປະເທດ ສະໄໝທີ 3 ນັ້ນ ໄດ້ສະແດງໃຫ້ເຫັນວ່າ ຈີນຖືການພົວພັນກັບ ລັດເຊຍ ມີຄວາມສຳຄັນເປັນພິເສດ ໃນໂລກປັດຈຸບັນ. ໝາກຜົນຂອງການຢ້ຽມຢາມຄັ້ງນີ້ ຈະປັບປຸງທັດສະນະ: ພັດທະນາການພົວພັນລະຫວ່າງ ລັດເຊຍ - ຈີນ ແມ່ນການເລືອກເຟັ້ນຍຸດທະສາດ, ເປັນການໃຫ້ບຸລິມະສິດໃນນະໂຍບາຍການຕ່າງປະເທດ ແລະ ການພົວພັນຕ່າງປະເທດລວມຂອງແຕ່ລະຝ່າຍ./.

 

ຕອບກັບ

ຂ່າວ/ບົດ​ອື່ນ