ທ່າອຽງພັດທະນາຢ່າງຕັ້ງໜ້າຂອງພື້ນຖານເສດຖະກິດ ຫວຽດນາມ

(VOVWORLD) - ການເຄື່ອນໄຫວດ້ານການຄ້າ ແລະ ການບໍລິການໄດ້ດຳເນີນ ຢ່າງຟົດຟື້ນພໍສົມຄວນ, ຮັບໃຊ້ຄວາມຕ້ອງການໃຊ້ສອຍຂອງຜູ້ບໍລິໂພກໃນໂອກາດບຸນເຕັດ.

        ມີຫຼາຍດັດຊະນີເສດຖະກິດມະຫາພາກເດືອນ ມັງກອນ ຂອງ ຫວຽດນາມ ບັນລຸໝາກຜົນທີ່ເປັນໜ້າຊື່ນຊົມໃນທ່າອ່ຽງຕັ້ງໜ້າ. ນີ້ແມ່ນກຳລັງໜູນເພື່ອໃຫ້ ຫວຽດນາມ ສູ້ຊົນເຮັດສຳເລັດບັນດາເປົ້າໝາຍພັດທະນາໃນຊຸມເດືອນຕໍ່ໄປ.

        ເສດຖະກິດໃນເດືອນ ມັງກອນ 2024 ມີບັນດາຈຸດທີ່ເປັນໜ້າປະທັບໃຈ, ຄື: ຈຳນວນວິສາຫະກິດກັບຄືນສູ່ການເຄື່ອນໄຫວຫຼາຍທົບ 2,2 ເທົ່າ ເມື່ອທຽບໃສ່ເດືອນ ທັນວາ 2023, ການດຶງດູດທຶນ FDI ບັນລຸ 2,36 ຕື້ USD, ຕ້ອນຮັບແຂກທ່ອງທ່ຽວ 1,5 ລ້ານເທື່ອຄົນມາທ່ອງທ່ຽວຢູ່ ຫວຽດນາມ.

ບັນດາຈຸດພົ້ນເດັ່ນທີ່ໜ້າສົນໃຈ

        ໂດຍສັງລວມແລ້ວ, ໃນເດືອນ ມັງກອນ, ເສດຖະກິດມະຫາພາກຂອງ ຫວຽດນາມ ສືບຕໍ່ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ດັດຊະນີລາຄາໃຊ້ສອຍ (CPI) ເດືອນມັງກອນ ເພີ່ມຂຶ້ນພຽງ 0,31% ເມື່ອທຽບໃສ່ເດືອນກ່ອນ. ສິ່ງນີ້ໄດ້ສະແດງໃຫ້ເຫັນໄພເງິນເຟີ້ຍັງໄດ້ຮັບການຄວບຄຸມເປັນຢ່າງດີ.

        ໃນຂະນະນັ້ນ, ການເຄື່ອນໄຫວດ້ານການຄ້າ ແລະ ການບໍລິການໄດ້ດຳເນີນ ຢ່າງຟົດຟື້ນພໍສົມຄວນ, ຮັບໃຊ້ຄວາມຕ້ອງການໃຊ້ສອຍຂອງຜູ້ບໍລິໂພກໃນໂອກາດບຸນເຕັດ. ຍອດມູນຄ່າການຂາຍຍ່ອຍ ແລະ ລາຍຮັບການບໍລິການໃຊ້ສອຍໃນເດືອນ ມັງກອນ ຄາດວ່າບັນລຸ 524.100 ຕື້ດົ່ງ (ກວ່າ 22 ຕື້ USD), ເພີ່ມຂຶ້ນ 8,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ຖ້າຫາກໃນຂົງເຂດບໍລິໂພກ, ຜູ້ບໍລິໂພກຫຼາຍຄົນນິຍົມບັນດາຜະລິດຕະພັນຂອງ ຫວຽດນາມ, ໃນການດຶງດູດເງິນລົງທຶນຕ່າງປະເທດ, ຫວຽດນາມ ກໍ່ແມ່ນສະຖານທີ່ລົງທຶນ ເຊິ່ງວິສາຫະກິດຫຼາຍແຫ່ງໄດ້ເລືອກເອົາ. ໃນນັ້ນ, ໄລ່ຮອດວັນທີ 20 ມັງກອນ, ຍອດເງິນລົງທຶນຈາກຕ່າງປະເທດເຂົ້າ ຫວຽດນາມ ບັນລຸກວ່າ 2,36 ຕື້ USD, ເພີ່ມຂຶ້ນກວ່າ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ທຶນຈົດທະບຽນໃໝ່ເພີ່ມຂຶ້ນຢ່າງແຮງ. ຮ່າໂນ້ຍ ໄດ້ນຳໜ້າ ດ້ວຍຍອດຈຳນວນທຶນຈົດທະບຽນກວ່າ 867 ລ້ານ USD, ຫຼາຍທົບ 40 ເທົ່າເທື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ດັດຊະນີການຜະລິດໃນເດືອນ ມັງກອນ ກໍ່ບັນລຸລະດັບເຕີບໂຕຢູ່ຫຼາຍຂະແໜງອຸດສາຫະກຳຈຸດສູມ, ດ້ວຍຫຼາຍຂະແໜງບັນລຸລະດັບເຕີບໂຕຂຶ້ນເຖິງ 2 ຕົວເລກ, ຄື: ການຜະລິດເຄື່ອງເຟີນີຈີບັນລຸລະດັບ 66,7%, ຢືນອັນດັບທີ 2 ແມ່ນຂະແໜງຕ່ຳແຜ່ນຕັດຫຍິບ, ບັນລຸລະດັບ 46,2%.

        ການປ່ອຍເງິນລົງທຶນສາທາລະນະໃນເດືອນ ມັງກອນ ບັນລຸ 2,58%, ສູງກວ່າຕົວເລກໄລຍະດຽວກັນຂອງປີ 2023. ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໂດ້ແທງຈູງ, ໃຫ້ຮູ້ວ່າ:

        “ມີບັນດາມາດຕະການແກ້ໄຂ ເຊິ່ງພວກເຮົາໄດ້ປະຕິບັດນັບແຕ່ຕົ້ນອາຍຸການ ແລະ ມີບັນດາມາດຕະການແກ້ໄຂບຸກທະລຸ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ. ປີ 2024 ໂດຍພື້ນຖານແລ້ວ, ບັນດາໂຄງການລົງທຶນສາທາລະນະ, ພິເສດແມ່ນບັນດາໂຄງການສຳຄັນລະດັບຊາດ, ໂຄງການເຊື່ອມຕໍ່ລະຫວ່າງເຂດໄດ້ສ້າງລະບຽບການສຳເລັດໂດຍພື້ນຖານແລ້ວ. ສະນັ້ນ, ນີ້ແມ່ນປະຖົມປັດໄຈເພື່ອໃຫ້ພວກເຮົາຍູ້ໄວການປ່ອຍເງິນລົງທຶນແຜນການລົງທຶນສາທາລະນະ”.

        ໃນຂະນະນັ້ນ, ນັບແຕ່ຕົ້ນປີ 2024, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ເຫັນປະຈັກຕາເລື່ອງຈຳນວນແຂກທ່ອງທ່ຽວສາກົນມາຢ້ຽມຢາມ ຫວຽດນາມ ເພີ່ມຂຶ້ນສູງ ດ້ວຍກວ່າ 1,5 ລ້ານເທື່ອຄົນ, ເຊິ່ງແມ່ນເດືອນຕ້ອນຮັບແຂກທ່ອງທ່ຽວສາກົນຫຼາຍທີ່ສຸດ ນັບແຕ່ເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນມາທ່ອງທ່ຽວພາຍຫຼັງໂລກລະບາດໂຄວິດ - 19. ທ່ານ ຫງວຽນຈູງແຄງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ, ຖືວ່າ:

        “ປີ 2024, ຕັດສິນໃຈສູ້ຊົນຍູ້ແຮງການຟື້ນຟູ, ເພີ່ມລະດັບພັດທະນາຂະແໜງທ່ອງທ່ຽວ, ໃຫ້ບັນລຸລາຍຮັບຈາກການເຄື່ອນໄຫວດ້ານການທ່ອງທ່ຽວແມ່ນ 840.000 ຕື້ດົ່ງ (ປະມານ 36 ຕື້ USD)”.

ຄາດຄະເນທີ່ໜ້າປະເອີບໃຈຈາກບັນດາອົງການຈັດຕັ້ງສາກົນ

        ຕາມບົດລາຍງາຍດັດຊະນີນັກຄຸ້ມຄອງການຊື້ສິນຄ້າ (PMI), ໂດຍ S&P Global ປະກາດແລ້ວ, ດັດຊະນີ PMI ເດືອນ ມັງກອນ ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 50,3 ຄະແນນ ເມື່ອທຽບໃສ່ລະດັບ 48,9 ຄະແນນຂອງເດືອນ ທັນວາ 2023. ໝາກຜົນດັ່ງກ່າວສະແດງໃຫ້ເຫັນຄວາມເຂັ້ມແຂງຂອງຂະແໜງຜະລິດທີ່ໄດ້ມີການປັບປຸງພາຍຫຼັງໄລຍະ 5 ເດືອນ. ນີ້ແມ່ນບາດກ້າວເລີ່ມຕົ້ນທີ່ໜ້າຊື່ນຊົມສຳລັບຂະແໜງຜະລິດຂອງ ຫວຽດນາມ ປີ 2024 ເມື່ອຈຳນວນໃບສັ່ງຊື້ສິນຄ້າໃໝ່ ແລະ ປະລິມານສິນຄ້າໄດ້ມີການປັບປຸງຢ່າງຕັ້ງໜ້າ.

        ບັນດາບົດລາຍງານຫຼ້າສຸດຂອງທະນາຄານໂລກ (WB) ແລະ ທະນາຄານພັດທະນາ ອາຊີ (ADB) ກໍ່ລ້ວນແຕ່ຊີ້ໃຫ້ເຫັນວ່າ, ຫວຽດນາມ ຕ້ອງສືບຕໍ່ປະຕິບັດບັນດານະໂຍບາຍເພື່ອຟື້ນຟູເສດຖະກິດ, ລວມທັງການຊຸກຍູ້ການໃຊ້ສອຍ ແລະ ການລົງທຶນ.

        ການເລີ່ມຕົ້ນທີ່ດີ ດ້ວຍບັນດາສັນຍານຕັ້ງໜ້າຫຼາຍຢ່າງໃນຊຸມມື, ຊຸມເດືອນທຳອິດຂອງປີ 2024 ແລະ ການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ພວກເຮົາອາດເຊື່ອໝັ້ນໄດ້ວ່າ ປີນີ້ຈະເປັນປີທີ່ພື້ນຖານເສດຖະກິດຂອງ ຫວຽດນາມ ບັນລຸການເຕີບໂຕຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ