ທ່າ​ອ່ຽງ​ສັນ​ຕິ​ພາບ, ໄກ່​ເກ່ຍ ຢູ່ ຕາ​ເວັນ​ອອກ​ກາງ

(VOVWORLD) -ວັນທີ 18 ມີນາ ຜ່ານມາ, ທ່ານປະທານາທິບໍດີ ຊີຣີ Bashar al  Assad ໄດ້ມີການຢ້ຽມຢາມ ສະຫະລັດ ອາຣັບ ເອມມີເລດ (UAE) ຄັ້ງປະຫວັດສາດ. ເພາະນີ້ແມ່ນການຢ້ຽມຢາມປະເທດ ອາຣັບ ແລະ ເຂດອ່າວເປີເຊຍ ຄັ້ງທຳອິດຂອງປະທານາທິບໍດີ ຊີຣີ ໃນຮອບເວລາ 10 ປີ ຜ່ານມາ, ພາຍຫຼັງທີ່ ຊີຣີ ເກີດສົງຄາມພາຍໃນ ແລະ ຖືກປົດອອກຈາກການເປັນສະມາຊິກ ສະຫະລັດ ອາຣັບ ເອມມີເລດ ໃນປີ 2011. ດ້ວຍຄວາມໝາຍພິເສດນັ້ນ, ການຢ້ຽມຢາມຄັ້ງນີ້ ໄດ້ຮັບຖືວ່າ ແມ່ນການຜັນປ່ຽນຢ່າງຕັ້ງໜ້າ, ສ້າງຂີດໝາຍແກ່ການເຊື່ອມໂຍງຄືນໃໝ່ຂອງ ຊີຣີ ກັບພາກພື້ນ ແລະ ປະຊາຄົມສາກົນ, ພ້ອມທັງແຜ່ຂະຫຍາຍທ່າອ່ຽງໄກ່ເກ່ຍ  ເຊິ່ງພວມຄ່ອຍໆເປັນຮູບເປັນຮ່າງຂຶ້ນຢູ່ ຕາເວັນອອກກາງ.
ທ່າ​ອ່ຽງ​ສັນ​ຕິ​ພາບ, ໄກ່​ເກ່ຍ ຢູ່ ຕາ​ເວັນ​ອອກ​ກາງ - ảnh 1ທ່ານປະທານາທິບໍດີ ຊີຣີ Bashar al – Assad ຢ້ຽມຢາມ UAE (ພາບ: ຫ້ອງວ່າການປະທານາທິບໍດີ)

ການຢ້ຽມຢາມ UAE ຂອງທ່ານປະທານາທິບໍດີ ຊີຣີ Bashar al – Assad ໄດ້ດຳເນີນໃນສະພາບທີ່ມີຄວາມໝາຍພິເສດພໍສົມຄວນ. ສົງຄາມພາຍໃນຢູ່ ຊີຣີ ໄດ້ກ້າວເຂົ້າສູ່ປີທີ 11 ແລະ ວິວັດການໄກ່ເກ່ຍ, ປອງດອງຊາດ ຍັງບໍ່ນຳມາເຊິ່ງໝາກຜົນສຸດທ້າຍ. ເຖິງຢ່າງໃດກໍຕາມ, ດ້ວຍການໜູນຊ່ວຍຂອງ ລັດເຊຍ ແລະ ປະເທດສຳພັນທະມິດຈຳນວນໜຶ່ງ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ຊີຣີ Bashar al – Assad  ນັບມື້ນັບມີທ່າໄດ້ປຽບ, ຄວບຄຸມເຂດຍຸດທະສາດສ່ວນໃຫຍ່ຂອງປະເທດ, ພ້ອມທັງຕັ້ງໜ້າເຊື່ອມຕໍ່ກັບປະຊາຄົມສາກົນ, ຫຼຸດຜ່ອນຄວາມເປັນໂດດດ່ຽວທີ່ແກ່ຍາວເປັນເວລາຫຼາຍປີເທື່ອລະກ້າວ. ໃນຂະນະນັ້ນ, UAE ພວມສະແດງໃຫ້ເຫັນກຳລັງແຜ່ຂະຫຍາຍຢ່າງແຮງໃນການເຊື່ອມຕໍ່ ແລະ ໄກ່ເກ່ຍລະຫວ່າງກຳລັງເປັນປໍລະປັກຕ່າງໆໃນພາກພື້ນ.

ຊີຣີ ມ້າງທ່າໂດດດ່ຽວ

ໂດຍຖືກຜົນກະທົບຈາກເຫດການ “ລະດູບານໃໝ່ ອາຣັບ”, ຊີຣີ ຕົກເຂົ້າສູ່ສົງຄາມພາຍໃນທີ່ນອງເລືອດແຕ່ຕົ້ນປີ 2011 ແລະ ຖືກສະຫະພັນ ອາຣັບ ປົດຖານະເປັນສະມາຊິກຫຼັງຈາກນັ້ນ 2 – 3 ເດືອນ. ບໍ່ຢຸດຢູ່ເທົ່ານັ້ນ, ຊີຣີ ຍັງຖືກຕົກຢູ່ໃນທ່າຮັບຂອງບັນດາປະເທດບ້ານໃກ້ເຮືອນຄຽງ ເມື່ອມີຫຼາຍປະເທດ ອາຣັບ ປະກາດຕັດສາຍພົວພັນທາງການທູດ, ໃນນັ້ນ UAE ໄດ້ຕັດການພົວພັນທາງການທູດ ກັບ ຊີຣີ ໃນເດືອນ ກຸມພາ 2012.

ແຕ່ພາຍຫຼັງມານະພະຍາຍາມຕໍ່ສູ້, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Bashar al – Assad ໄດ້ຟື້ນຟູສິດປົກຄອງປະເທດເທື່ອລະກ້າວ, ພ້ອມທັງບັນລຸໄດ້ຄວາມຄືບໜ້າສຳຄັນຫຼາຍຢ່າງໃນການມ້າງທຳລາຍການປິດລ້ອມ, ທ່າໂດດດ່ຽວ. ເດືອນ ທັນວາ 2018, UAE ໄດ້ເປີດສະຖານທູດ ຢູ່ Damascus ຄືນໃໝ່. ຫຼັງຈາກນັ້ນເກືອບ 3 ປີ, ເດືອນ ພະຈິກ 2021, ທ່ານ Sheikh Abdullah bin Zayed Al – Nahyan ລັດຖະມົນຕີການຕ່າງປະເທດສະຫະລັດ ອາຣັບ ເອມມີເລດ ໄດ້ດຳເນີນການຢ້ຽມຢາມ Damascus ແລະ ການໂອ້ລົມສົນທະນາກັບທ່ານປະທານາທິບໍດີ ຊີຣີ Bashar al – Assad ຢ່າງເປັນທາງການ, ສ້າງຂີດໝາຍແກ່ການຜັນປ່ຽນຢ່າງຕັ້ງໜ້າໃນການພົວພັນສອງຝ່າຍລະຫວ່າງສອງປະເທດ. ເຖິງຢ່າງໃດກໍຕາມ UAE ບໍ່ແມ່ນປະເທດ ອາຣັບ ໜຶ່ງດຽວທີ່ເປີດປະຕູທາງການທູດ ແລະ ສ້າງສາຍຕິດຕໍ່ພົວພັນຄືນໃໝ່ກັບ ຊີຣີ. ກ່ອນໜ້ານັ້ນ, ເດືອນ ຕຸລາ 2021, ກະສັດ ຈໍແດນ Abdullah II ກໍດຳເນີນການໂອ້ລົມທາງໂທລະສັບຄັ້ງທຳອິດກັບທ່ານປະທານາທິບໍດີ ຊີຣີ Bashar al – Assad ນັບແຕ່ເມື່ອສົງຄົມພາຍໃນເກີດຂຶ້ນຢູ່ ຊີຣີ.

ທ່າ​ອ່ຽງ​ສັນ​ຕິ​ພາບ, ໄກ່​ເກ່ຍ ຢູ່ ຕາ​ເວັນ​ອອກ​ກາງ - ảnh 2ທ່ານປະທານາທິບໍດີ ຊີຣີ Bashar al – Assad ແລະ ເຈົ້າຟ້າຊາຍຜູ້ສືບທອດ Abu Dhabi Sheikh Mohammed bin Zayed Al – Nahyan (ພາບ: Reuters)
ຜົນງານທາງການຕ່າງປະເທດຂອງ ຊີຣີ ບໍ່ພຽງແຕ່ສ້າງກຳລັງໜູນເພີ່ມເຕີມໃຫ້ແກ່ຄວາມມານະພະຍາຍາມສ້າງລັດຖະທຳມະນູນໃໝ່ ແລະ ສ້າງສັນຕິພາບຢູ່ປະເທດນີ້ຄືນໃໝ່ເທົ່ານັ້ນ, ຫາກຍັງຕັ້ງໜ້າແຜ່ກະຈາຍນ້ຳໃຈປອງດອງ, ໄກ່ເກ່ຍໄປທົ່ວພາກພື້ນ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ ຢູ່ Abu Dhabi ກັບທ່ານປະທານາທິບໍດີ ຊີຣີ Bashar al – Assad, ເຈົ້າຟ້າຊາຍຜູ້ສືບທອດ Abu Dhabi Sheikh Mohammed bin Zayed Al – Nahyan ສະແດງຄວາມຫວັງວ່າ “ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານາທິບໍດີ Bashar al – Assad ຈະເປັນການສ້າງຄວາມສະດວກໃຫ້ນ້ຳໃຈໄກ່ເກ່ຍ, ສັນຕິພາບ ແລະ ສະຖຽນລະພາບ ແຜ່ກະຈາຍໄປທົ່ວ ຊີຣີ ແລະ ທົ່ວພາກພື້ນ.”

ບາດກ້າວຜັນປ່ຽນສຳຄັນໃນສະພາບການລວມດ້ານການເມືອງ ແລະ ແຜ່ກະຈາຍນ້ຳໃຈໄກ່ເກ່ຍຢູ່ຕາເວັນອອກກາງ

ຕາມນັກວິເຄາະຂອງພາກພື້ນ ແລະ ສາກົນແລ້ວ, ການປົວແປງສາຍພົວພັນສຳຄັນລະຫວ່າງ ຊີຣີ ແລະ ບັນດາປະເທດ ອາຣັບ ໃນສະພາບພູມີການເມືອງຂອງພາກພື້ນ ແລະ ສາກົນ ເຕັມໄປດ້ວຍຄວາມສັບສົນຄືໃນປັດຈຸບັນ ແມ່ນບັນຈຸສານຕ່າງໆທີ່ໜ້າສົນໃຈ.

ທີໜຶ່ງ, ນັ້ນແມ່ນການຢັ້ງຢືນ ແລະ ສືບຕໍ່ທ່າອ່ຽງປອງດອງ, ໄກ່ເກ່ຍ ພວມໄດ້ຮັບການສ້າງຂຶ້ນໃນຊຸມປີຜ່ານມາຢູ່ ຕາເວັນອອກກາງ. ພົ້ນເດັ່ນແມ່ນເລື່ອງ ອິດສະຣາແອນ ໄດ້ລົງນາມໃນຂໍ້ຕົກລົງສັນຕິພາບເພີ່ມເຕີມ 3 ສະບັບກັບ 3 ປະເທດ ອາຣັບ, ໃນນັ້ນມີ UAE (ປີ 2020), ສະພາບຄວາມເຄັ່ງຕຶງແກ່ຍາວເປັນເວລາຫຼາຍປີໃນການພົວພັນລະຫວ່າງ ກາຕາ ແລະ 5 ປະເທດ ອາຣັບ (ແຕ່ປີ 2017 – 2020) ໄດ້ຮັບການແກ້ໄຂ; ທ່າອ່ຽງຫຼຸດຜ່ອນການສູ້ຢັນກັນ ແລະ ເພີ່ມທະວີການເຈລະຈາລະຫວ່າງ ອີຣານ ແລະ ບາງປະເທດ ອາຣັບ, ນຳໜ້າແມ່ນ ອາຣັບບີ ຊະອຸດິ, ນັບມື້ນັບໄດ້ຮັບການປັບປຸງ.

ທີສອງແມ່ນການສະແດງສານກ່ຽວກັບຄວາມເປັນເຈົ້າຕົນເອງ ແລະ ສິດຕັດສິນດ້ວຍຕົນເອງທີ່ສູງກວ່າຂອງບັນດາປະເທດ ຕາເວັນອອກກາງ ສຳລັບບັນດາບັນຫາຂອງພາກພື້ນ, ຫຼຸດພົ້ນອອກຈາກການຄອບງຳ ແລະ ຜົນສະທ້ອນຈາກກຳລັງເປັນປໍລະປັກພາຍນອກເທື່ອລະກ້າວ.  ພາຍຫຼັງການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ UAE ແລະ ທ່ານປະທານາທິບໍດີ ຊີຣີ ຢູ່ Damascus ໃນເດືອນພະຈິກ 2021, ອຳນາດການປົກຄອງ ອາເມລິກາ ໄດ້ກ່າວເຕືອນໃນທັນທີ, ພ້ອມທັງຢັ້ງຢືນວ່າ ວໍຊິງຕັນ ບໍ່ສະໜັບສະໜູນບໍ່ວ່າມານະພະຍາຍາມໃດເພື່ອຫັນເປັນປົກກະຕິ ຫຼື ຮັບຮອງທ່ານປະທານາທິບໍດີ ຊີຣີ Bashar al – Assad ຄືນໃໝ່. ແຕ່ວ່າ, UAE ແລະ ບັນດາປະເທດ ອາຣັບ ຍັງບໍ່ຢຸດການເປີດກວ້າງການສົນທະນາກັບ ຊີຣີ, ປັບປຸງທ່າອ່ຽງປອງດອງ, ໄກ່ເກ່ຍໃນພາກພື້ນຕື່ມອີກ.

ດ້ວຍສິ່ງທີ່ໄດ້ ແລະ ພວມດຳເນີນໄປນັ້ນ ອາດເຫັນໄດ້ວ່າ ສະພາບລວມພູມີການເມືອງໃນທົ່ວພາກພື້ນ ຕາເວັນອອກກາງ ພວມມີການຜັນປ່ຽນໂດຍພື້ນຖານ ແລະ ເລິກເຊິ່ງ. ໃນນັ້ນ, ທ່າອ່ຽງສັນຕິພາບ ແລະ ໄກ່ເກ່ຍ ພວມໄດ້ຮັບການປັບປຸງຢ່າງຕັ້ງໜ້າ, ບໍ່ພຽງແຕ່ເປີດກວ້າງກາລະໂອກາດແກ້ໄຂບັນຫາສົງຄາມພາຍໃນຢູ່ຊີຣີເທົ່ານັ້ນ, ຫາກຍັງນັບທັງຫຼາຍບັນຫາທີ່ມີລັກສະນະປະຫວັດສາດອື່ນໆ, ທຳອິດແມ່ນການປະທະກັນທີ່ແກ່ຍາວເປັນຫຼາຍທົດສະວັດ ລະຫວ່າງ ອິດສະຣາແອັນ ແລະ ອາຣັບອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ