ທຳລາຍສາງອາວຸດເຄມີຢູ່ຊີຣີ-ໜ້າທີ່ບໍ່ງ່າຍດາຍ

(vovworld)-  ​ບັນດາ​ຜູ້​ຊ່ຽວຊານ​ຫລຸດຜ່ອນອາວຸດ​ຂອງ ສປຊ ​ແລະ ອົງການ​ຫ້າມ​ອາວຸດ​ເຄມີ (OPCW) ໄດ້ເລິ່ມຕົ້ນການທຳລາຍສາງ​ອາວຸ​ດເຄມີ​ນັບ 1000 ​ໂຕນ​ຢູ່​ຊີຣີ. ຫາງ​ສຽງ​ທີ່ຕັ້ງໜ້າ​​ໄດ້​ຍົກ​ອອກມາກ່ຽວ​ກັບ​ຄວາມ​ຄຶບໜ້າຂອງ​ວຽກ​ງານ​ນີ້​ແຕ່​ວິວັດ​ການ​ທຳລາຍ​ຈະ​​ໄດ້​ຮັບຄວາມ​ສະດວກ​ສະບາຍ​ຫຼື​ບໍ່ ໃນ​ສະຖານະ​ການທີ່​ຊີຣີ ຍັງ​ຕົກ​ຢູ່​ໃນ​ສະພາບ​ເສິກ​ກາງ​ເມືອງ. ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ຮົ່ງ​ເວິນ​ ດ້ວຍ​ຫົວ​ຂໍ້​ວ່າ: ທຳລາຍ​ສາງ​ອາວຸດ​ເຄມີ​ຢູ່​ຊີຣີ-ໜ້າ​ທີ່​ບໍ່​ງ່າຍ​ດາຍ. ​​

 ທຳລາຍສາງອາວຸດເຄມີຢູ່ຊີຣີ-ໜ້າທີ່ບໍ່ງ່າຍດາຍ  - ảnh 1

ອາວຸດ​ເຄມີ​ຢູ່​ຊີຣີ

(ພາບ: vov.vn)

​ໄພ​ນາບ​ຂູ່​ທີ່​ອັນຕະລາຍ

    ກຸ່ມ​ຜູ້​ຊ່ຽວຊານທຳອິດ​ຂອງອົງການ​ຫ້າມ​ອາວຸດ​ເຄມີ (OPCW) ​ໄດ້​ມີໜ້າ​ຢູ່​ຊີຣີ ນັບ​ແຕ່​ວັນ​ທີ 1/10 ​ແຕ່​ຫຼັງ​ຈາກ​ນັ້ນ 1 ອາທິດ, ຈຶ່ງ​ເລີມ​ດຳ​ເນີນການ​ທຳລາຍ​​ອາວຸດ​ທຳ​ອິດ​ຍ້ອນ​ວ່າ ​ຕ້ອງ​​ກະກຽມບັນດາ​ເຄື່ອງ​ອຸປະກອນ​ອັນ​ຈຳ​ເປັນ​ໃຫ້​ວິວັດ​ການ​ທຳລາຍ. ທ່ານ Ahmet Uzumcu ຜູ້ອຳນວຍການ​ໃຫ່ຍ OPCW ຍອມຮັບ​ວ່າ: ການ​ທຳລາຍ​ສາງ​ອາວຸດ​ເຄມີ​ຂອງ​ຊີຣີ ​ແມ່ນ​ວິວັດ​ການ​ຍາວ​ນານ ​ແລະ ຫຍຸ້ງຍາກ​ຍ້ອນ​ວ່າ ຕາມ​ການ​ຕີ​ລາຄາ, ປະຈຸ​ບັນ, ຊີຣີ ມີ​ອາວຸດ​ເຄມີ​ກ່ວາ 1000 ​ໂຕນ, ​ໃນ​ນັ້ນມີ​ທັງອາ​ຍພິດຊາຣິນ ​ແລະ ອາຍ​ພິດ​ປະ​ເພ​​ດອື່ນໆ​ອີກ. ອີກ​ຢ່າງ​ໜຶ່ງ, ນີ້​ແມ່ນ​ຄັ້ງທຳ​ອິດ​ໃນ​ປະຫວັດສາດ OPCW, ບັນດາ​ຜູ້​ຊ່ຽວຊານ​ຂອງ​ອົງການ​ນີ້​ຕ້ອງ​ປະຕິບັດ​ໜ້າ​ທີ່ຢູ່​ປະ​ເທດ​ທີ່​ພວມ​ຕົກຢູ່​ໃນ​ສະພາບ​ເສິກ​ກາງ​ເມືອງ​ທີ່​ແກ່ຍາວ. ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ​ຖື​ວ່າ: ຕ້ອງ​ມີ​ຜູ້​ຊ່ຽວຊານຕ່າງປະ​ເທດ​ເຖິງ 100 ຄົນ​ເຂົ້າຮ່ວມ​ການ​ກວດກາ ​ແລະ ທຳລາຍອາວຸດ​ເຄມີ​ຢູ່​ຊີຣີ ພ້ອມ​ທັງ​ກ່າວ​ເຕືອນບັນດາ​ນັກ​ສັງ​ເກດ​ການ​ກ່ຽວ​ກັບ​ຄວາມ​ອັນຕະລາຍ​ທີ່​ບໍ່​ເຄີຍ​ມີ​ມາ​ຊື່​ງ​ເຂົາ​ເຈົ້າຕ້ອງ​ປະ​ເຊີນ​ໜ້າ​ຢູ່ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.

 ທຳລາຍສາງອາວຸດເຄມີຢູ່ຊີຣີ-ໜ້າທີ່ບໍ່ງ່າຍດາຍ  - ảnh 2

 (ພາບ: thethaovanhoa.vn)

   ພາຍຫຼັງການ​ກ່າວ​ເຕືອນ​ດັ່ງ​ກ່າວ​ເປັນ​ເວລາ 1 ວັນ, ກຳລັງ​ລຸກ​ຮຶ້ຂຶ້ນຢູ່​ຊີຣີ ​​ໄດ້​ເປີດ​ບັ້ນບຸກ​ໂຈມ​ຕີ​ແນ່​ໃສ່​ຖານ​ທີ່ໝັ້ນ 2 ​ແຫ່ງ​ຂອງ​ທະຫານ​ລັດຖະ​ບານ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສ່ຽງເໜືອ​ປະ​ເທດ​ນີ້. ບັ້ນບຸກ​ໂຈມ​ຕີ​ຄັ້ງຫຼ້າ​ສຸດ​ນີ້ ​ໄດ້​ກໍ່​ຄວາມ​ວິຕົກ​ກັງວົນ​ຕໍ່​ໄພ​ນາບ​ຂູ່​ທີ່​ຊ້ອນ​ແຝງ​ສຳລັບ​ຄະນະ​ນັກ​ກວດກາ ສປຊ ​ແລະ OPCW ​ໃນ​ວິວັດ​ການ​ທຳລາຍ​ສາງ​ອາວຸດ​ເຄມີ​ຂອງ​ຊີຣີ.

ການ​ເລີ່​ມຕົ້ນຢ່າງ​ສະດວກ​ສະບາຍ

   ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄວາມ​ຫຍຸ້ງຍາກ​ຫຼາຍ​ປະການ​ນັ້ນ, ​ຄວາມ​ຄຶບໜ້າ​ໃນການ​ທຳລາຍ​ສາງ​ອາວຸດ​ເຄມີ​ຂອງ​ຊີຣີ ຍັງ​ສາມາດ​ເປັນ​ໄປ​ໄດ້. ພາຍ​ຫລັງ​ທີ່​ມະຕິ​ຂອງ ສປຊ ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ເປັນ​ເວລາ 1 ອາທິດ, ອາວຸດ​ບາງ​ປະ​ເພດ​ກໍ່ໄດ້​ຖືກ​ທຳລາຍ ​ແລະ ນີ້​ແມ່ນ​​ໄລຍະ​ເວລາສັ້ນ​ສະຖິຕິ. ອົງການ​ຫ້າມ​ອາວຸດ​ເຄມີ (OPCW) ​ໄດ້​ຊົມ​ເຊີຍ​ເປັນ​ພິ​ເສດ​ນ້ຳ​ໃຈ​ຮ່ວມ​ມື ​ແລະ ສ້າງສັນ​ດັ່ງກ່າວ​ຂອງ​ລັດຖະບານ​ຊີຣີ.

   ຄວາມ​ຄຶບໜ້າ​ໃນ​ການ​ທຳລາຍ​ສາງ​ອາວຸດ​ເຄມີ​ຂອງ​ຊີຣີ ຍັງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາ​ຄົມ​ໂລກ. ປະທານາທິບໍດີ​ລັດ​ເຊຍ V.Putin ​ໃຫ້​ຮູ້​ວ່າ: ຊີຣີ ມີ​ຄວາມ​ຮ່ວມ​ມື​ກັບ​ບັນ​ດາ​ນັກ​ກວດກາ​ກ່ຽວ​ກັບ​ອາວຸດ​ເຄມີ​ຂອງ ສປຊ ຢ່າງຕັ້ງໜ້າ​ທີ່​ສຸດ​. ທ່ານ​ຊີ້​ແຈ້ງວ່າ: ​ບັນດາ​ຄວາມ​ລະ​ແວງ​ສົງ​ໃສ​ກ່ຽວ​ກັບ​ເລື່ອງ​ການ​ນຳ​ຊີຣີ ມີ​ການ​ຄັດຄ້ານ​ທີ່​ເໝາະ​ສົມ​ສຳລັບ​ຂໍ້ຕົກລົງທີ່​ກ່ຽວຂ້ອງ​ເຖິງ​ອາວຸດ​ເຄມີ​ຂອງ​ປະ​ເທດ​ນີ້​ຫຼື​ບໍ່ ​ແມ່ນ​ບໍ່​ມີ​ມູນ​ຄວາມ​ຈິງ.​ ສ່ວນ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ກໍ່​ປະກາດ​ວ່າ: ປະທານາທິບໍດີ​ຊີຣີ Bashar al Assad ຄວນ​ໄດ້​ຮັບ​ການ​ຊົມ​ເຊີຍ​ຍ້ອນ​ໄດ້​ດຳ​ເນີນວິວັດ​ການ​ທຳລາຍ​ສາງ​ອາວຸດ​ເຄມີ​ຂອງ​ອຳນາດ​ການ​ປົກຄອງ​ປະ​ເທດ​ນີ້​ໂດຍ​ໄວ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ: ນີ້​ແມ່ນ​ການ​ເລິ່ມຕົ້ນທີ່​ຈົບງາມ​ໃຫ້​ແກ່​ວິວັດ​ການ​ທຳລາຍ​ສາງ​ອາວຸດ​ເຄມີ​ຂອງ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.

ຄວາມ​ສາມາດ​ປະສົບ​ຜົນ​ສຳ​ເລັດ

  ບໍ່​ສາມາດ​ປະຕິ​ເສດ​ໄດ້​ວ່າ​ບັນດາ​ຜູ້​ຊ່ຽວຊານອາວຸດ​ເຄມີ​ຂອງ OPCW ພວມ​ມີ​ບັນດາບາດກ້າວ​ເດີນ​ທີ່​ສະດວກ​ສະບາຍ​ເພື່ອ​ປະຕິບັດ​ໜ້າ​ທີ່​ອັນ​ໜັກໜ່ວງ​ຢູ່​ຊີຣີ ສຳ​ເລັດ​ຜົນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕ້ອງ​ຈື່​ຈຳ​ວ່າ, ​​ໄລຍະ​ເວລາທຳລາຍ​ອາວຸກ​ເຄມີ​ກ່ວາ 1000 ​ໂຕນ​ຍັງ​ຍາວສົມຄວນ (9 ​ເດືອນນັບ​ແຕ່​ນີ້​ຮອດ​ກາງ​ປີ 2014). ​ນັ້ນ​ແມ່ນ​ບໍ່​ທັນ​ເຕື້ອງ​ເຖິງ​ບັນດາ​​ເງື່ອ​ໄຂ​ພາວະ​ວິ​ໄສ ​ແລະ ການ​ຜັນ​ແປ​ສະພາບການ​ສູ້​ຮົບ​ຢູຊີຣີ ລ້ວນ​ແຕ່​​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ວິວັດການ​ທຳລາຍ​ສາງ​ອາວຸດ​ເຄມີ​​ນີ້. ພາລະ​ກຳ​ ທຳລາຍ​ສາງ​ອາວຸດ​ເຄມີ​ຂອງຊີຣີ ຈະ​ປະສົບ​ຜົນສຳ​ເລັດ​ໄດ້​ຫຼື​ບໍ່ ຍັງ​ບໍ່​ທັນ​ມີ​ຄຳຕອບ​ເທື່ອ./.

 

ຕອບກັບ

ຂ່າວ/ບົດ​ອື່ນ