ນັກທຸລະກິດ ຫວຽດນາມ ບືນຕົວພ້ອມກັບປະເທດຊາດ

(VOVWORLD) -ວັນທີ 13 ຕຸລາ, ແມ່ນວັນ ຫວຽດນາມ ເຊີດຊູປະຊາຄົມນັກທຸລະກິດ ຫວຽດນາມ. ໃນ 40 ກ່ວາປີຜ່ານມານັບແຕ່ວັນທ້ອນໂຮມປະເທດຊາດເປັນເອກະພາບນັ້ນ, ວົງການນັກທຸລະກິດ ຫວຽດນາມ ມີການພັດທະນາຫຼາຍຢ່າງ, ພິເສດ, ນັບແຕ່ເມື່ອທ່ານນາຍົກລັດຖະມົນຕີ ໄດ້ຕົກລົງຖືເອົາວັນທີ 13 ຕຸລາ ຂອງແຕ່ລະປີ ແມ່ນວັນນັກທຸລະກິດ ຫວຽດນາມ, ເປັນການຢັ້ງຢືນທັດສະນະຂອງລັດຖະບານກ່ຽວກັບບົດບາດຂອງນັກທຸລະກິດ, ວິສາຫະກິດໃນການພັດທະນາເສດຖະກິດຂອງປະເທດຊາດ.

        ບົດບາດຂອງນັກທຸລະກິດ ຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນ ແລະ ຖືເປັນສຳຄັນ, ພິເສດແມ່ນເມື່ອມີວິສາຫະກິດ ຫວຽດນາມ ຫຼາຍແຫ່ງໄດ້ພັດທະນາຢ່າງວ່ອງໄວ ແລະ ປະສົບຜົນສຳເລັດໃນໄລຍະມໍ່ໆມານີ້. ບັນດາວິສາຫະກິດເຫຼົ່ານີ້ໄດ້ສ້າງເຄື່ອງໝາຍການຄ້າ ຫວຽດນາມ ທີ່ມີອິດທິພົນຊື່ສຽງໃນຕະຫຼາດໂລກ ແລະ ມີຄວາມສາມາດແກ່ງແຍ້ງກັບບັນດາວິສາຫະກິດຕ່າງປະເທດ.

ຄວາມຂະຫຍັນຂັນເຄື່ອນ ແລະ ຄວາມມຸ່ງຫວັງອັນແຮງກ້າ

       ນັກທຸລະກິດ ຫວຽດນາມ ມີຄວາມຫວັງຢາກສ້າງຄວາມຮັ່ງມີ ແລະ ມີຄວາມຂະຫຍັນຂັນເຄື່ອນເມື່ອເຫັນໄດ້ບັນດາກາລະໂອກາດດຳເນີນທຸລະກິດໃໝ່. ເຂົາເຈົ້າສາມາດທົນກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດແກ່ງແຍ້ງໄດ້ດີ ແລະ ມີຄວາມມານະພະຍາຍາມບືນຕົວຂຶ້ນເມື່ອປະສົບກັບຄວາມຫຍຸ້ງຍາກ. ພ້ອມກັບການພັດທະນາ ແລະ ການເຊື່ອມໂຍງຂອງປະເທດຊາດເຂົ້າໃນພື້ນຖານເສດຖະກິດໂລກ, ດ້ວຍທີ່ຕັ້ງບົດບາດນັບມື້ນັບໄດ້ຮັບການຢັ້ງຢືນຕໍ່ປະຊາຄົມດຳເນີນທຸລະກິດ ແລະ ບັນດານັກລົງທຶນສາກົນຂອງ ຫວຽດນາມ, ບົດບາດຂອງນັກທຸລະກິດ ຫວຽດນາມ ນັບມື້ນັບໄດ້ຮັບການຢັ້ງຢືນຢ່າງຈະແຈ້ງ. ມີວິສາຫະກິດ ຫວຽດນາມ ບາງແຫ່ງໄດ້ພັດທະນາວ່ອງໄວ ແລະ ປະສົບຜົນສຳເລັດໃນໄລຍະເວລາສັ້ນ. ບັນດາວິສາຫະກິດ ຫວຽດນາມ  ເຫຼົ່ານີ້ໄດ້ສ້າງບັນດາເຄື່ອງໝາຍການຄ້າ ຫວຽດນາມ ມີອິດທິພົນຊື່ສຽງໃນເວທີສາກົນ ແລະ ມີຄວາມສາມາດແກ່ງແຍ້ງກັບບັນດາວິສາຫະກິດຕ່າງປະເທດ.

        ເມື່ອພື້ນຖານເສດຖະກິດ ຫວຽດນາມ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກນັບມື້ນັບເລິກເຊິ່ງນັ້ນ, ບັນດານັກທຸລະກິດ ຫວຽດນາມ ຍິ່ງຕ້ອງແກ່ງແຍ້ງຢ່າງດຸເດືອດກັບບັນດານັກທຸລະກິດຕ່າງປະເທດຢູ່ຕະຫຼາດພາຍໃນປະເທດ ເພື່ອຊະນະໃນການແກ່ງແຍ້ງໃນທົ່ວໂລກນັ້ນ, ບັນດານັກທຸລະກິດ ຫວຽດນາມ ໄດ້ ແລະ ພວມສ້າງພື້ນຖານກ່ຽວກັບມະນຸດ, ເຕັກໂນໂລຊີ, ລະບົບການບໍລິຫານເພື່ອໃຫ້ວິສາຫະກິດອາດຈະພັດທະນາແບບຍືນຍົງ. ເມື່ອເວົ້າເຖິງສິ່ງດັ່ງກ່າວ, ທ່ານ ເວືອງດິ່ງເຫ້ວ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:

        “ປະຊາຄົມວິສາຫະກິດ ແລະ ຖັນແຖວນັກທຸລະກິດ  ຫວຽດນາມ ຄວນສະແດງໃຫ້ເຫັນຈັນຍາບັນ, ເຈດຈຳນົງ, ກຳລັງການປະດິດຄິດສ້າງຂອງຊາວ ຫວຽດນາມ, ສູ້ຊົນບືນຕົວຂຶ້ນຫຼາຍກ່ວາອີກ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮ່ຳຮຽນຢ່າງບໍ່ຢຸດຢັ້ງ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ເພີ່ມທະວີການໝູນໃຊ້ເຕັກໂນໂລຊີແບບໃໝ່, ວິທີການຄຸ້ມຄອງແບບທັນສະໄໝ, ປ່ຽນແປງໃໝ່ການອອກແບບ, ຫັນຜະລິດຕະພັນ, ການບໍລິການເປັນຫຼາຍຮູບຫຼາຍແບບ, ເຮັດວຽກງານການໂຄສະນາ, ແນະນຳຜະລິດຕະພັນເປັນຢ່າງດີ…”

ລັດຖະບານຫວຽດນາມໜູນຊ່ວຍໃຫ້ແກ່ນັກທຸລະກິດ

        ໂດຍມີຄວາມປາດຖະໜາ ເປີດໄລຍະໃໝ່ ໃຫ້ແກ່ນັກທຸລະກິດພັດທະນາພ້ອມກັບປະເທດຊາດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ວາງແຜນກໍານົດບັນດາຂອດບຸກທະລຸຍຸດທະສາດຢ່າງຈະແຈ້ງ ເພື່ອໜູນຊ່ວຍໃຫ້ແກ່ນັກທຸລະກິດ ນັ້ນແມ່ນການປຸກລະດົມທົ່ວປວງຊົນເຮັດທຸລະກິດ Start up, ຮ່ວມເດີນທາງກັບນັກທຸລກິດ ແລະ ມານະພະຍາຍາມນໍາປະຊາຄົມນັກທຸລະກິດຫວຽດນາມ ມຸ່ງໄປສູ່ເສັ້ນທາງດຽວກັນ.  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈສູງໃນການຮ່ວມເດີນທາງພ້ອມກັບວິສາຫະກິດ, ກ່ອນອື່ນໝົດ ແມ່ນການຮັບຟັງ, ຫຼັງຈາກນັ້ນ ແມ່ນເປີດອອກກິດຈະການແຫ່ງການຫຼຸດຜ່ອນບັນດາຄ່າໃຊ້ຈ່າຍ, ໜັງສືອະນຸຍາດ ດຳເນີນທຸລະກິດໃນບໍລິເວນກ້ວາງ ແລະ ຮອບດ້ານ ຢູ່ບັນດາຂົງເຂດຕ່າງໆໃນຮອບເວລາສອງປີຜ່ານມາ ເພື່ອສ້າງເງື່ອນໄຂໃຫ້ນັກທຸລະກິດພັດທະນາ. ລັດຖະບານກໍ່ສ້າງ  ແລະ ນໍາເຂົ້າເຄື່ອນໄຫວລະບົບຮັບເອົາຄຳສ່ອງແສງ, ຂໍ້ສະເໜີແນະຂອງວິສາຫະກິດ ໂດຍລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານເປັນຜູ້ບໍລິຫານໂດຍກົງ. ລັດຖະບານ ກໍຮຽກຮ້ອງໃຫ້ ຄະນະກໍາມະການປະຊາຊົນແຂວງ, ນະຄອນ ຂຶ້ນກັບສູນກາງ ຈັດຕັ້ງການພົບປະປະຈຳໄລຍະກັບບັນດານັກລົງທຶນ, ວິສາຫະກິດຢ່າງໜ້ອຍສຸດແມ່ນສອງເທື່ອຕໍ່ປີ. ຈາກການຮັບຟັງນັກທຸລະກິດ ແລະ ກອບກົດໝາຍນັບມື້ນັບໄດ້ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດ. ຮ່າງກົດໝາຍສະບັບຕ່າງໆ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ເພື່ອແນໃສ່ສ້າງກໍາລັງໜູນໃຫ້ແກ່ວິສາຫະກິດພັດທະນາ. ລັດຖະບານກໍໄດ້ປະກາດໃຊ້ມະຕິ, ຂໍ້ຕົກລົງ, ຄໍາສັ່ງ ຫຼາຍສະບັບ ກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ຍົກສູງກໍາລັງແກ້ງແຍ່ງໃຫ້ແກ່ວິສາຫະກິດ. ທ່ານ ຮວ່າງກວາງຟ່ອງ  ຮອງຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ໃຫ້ຮູ້ວ່າ:

        “ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ພວມ ແລະ ຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການໃຫ້ຫຼາຍກວ່າອີກ, ພິເສດແມ່ນ ສໍາລັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເພື່ອ ຊ່ວຍບັນດາວິສາຫະກິດມີການບຸກທະລຸຢ່າງແທດຈິງ,ບືນຕົວຂຶ້ນ ກໍໍາແໜ້ນກາລະໂອກາດໃຫ້ເປັນຢ່າງດີ ໂດຍ ການປະຕິວັດອຸດສາຫະກໍາ 4.0 ນໍາມາໃຫ້. ຈາກນັ້ນ, ເພື່ອໄປທັນກັບບັນດາປະເທດທີ່ກ້າວໜ້າໃນພາກພື້ນ ແລະ ໃນໂລກ. ພ້ອມກັນນັ້ນ, ກໍ່ສົມທົບກັບບັນດາຄູ່ຮ່ວມມືທັງຢູ່ພາຍໃນ ແລະຕ່າງປະເທດສະໜອງບັນດາວິທີການໃຊ້ ໃຫ້ແກ່ປະຊາຄົມວິສາຫະກິດຢ່າງມີປະສິດທິຜົນ ”.

        ປີ 2016, ແມ່ນປີທຳອິດທີ່ ຫວຽດນາມ ໄດ້ຮັບຮູ້ການສ້າງຕັ້ງວິສາຫະກິດເປັນຄັ້ງທຳອິດ, ຕົວເລກນີ້ໄດ້ລື່ນກາຍລະດັບ 100.000 ແຫ່ງ. ປີ 2017 ແລະ 9 ເດືອນຂອງປີ 2018, ຈຳນວນວິສາຫະກິດໄດ້ສ້າງໃໝ່ສືບຕໍ່ລື່ນກາຍຄາດໝາຍ, ຂອບຂະໜາດທຶນຈົດທະບຽນ, ກຳລັງຄວາມສາມາດແກ່ງແຍ້ງຂອງ ວິສາຫະກິດນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ລັດຖະບານ ພວມມານະພະຍາຍາມຮັກສາລະດັບນີ້ໄວ້ເພື່ອບັນລຸໄດ້ໝາກຜົນກ່ອນປີ 2020, ທົ່ວປະເທດມີວິສາຫະກິດປະມານ 1 ລ້ານແຫ່ງ, ຮັກສາການປະກອບສ່ວນຂອງນັກທຸລະກິດເຂົ້າໃນການພັດທະນາຂອງປະເທດຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ