ນັກປັນຍາຊົນໜຸ່ມ ຫວຽດນາມ ປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດ

(VOVWORLD) - ປັດຈຸບັນ, ຊາວໜຸ່ມພວມກວມເອົາສ່ວນຫລາຍໃນຈຳນວນປະຊາກອນທົ່ວປະເທດ, ນີ້ແມ່ນກຳລັງຊ່ວຍໃຫ້ ຫວຽດນາມ ຢູ່ໃນໄລຍະ “ປະຊາກອນໃນເກນອາຍຸເຮັດວຽກ”.

ໃນໄລຍະຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ, ສ້າງສາ ແລະ ປົກປັກຮັກສາປະເທດຊາດຄືປັດຈຸບັນ, ຊາວໜຸ່ມສືບຕໍ່ແມ່ນກຳລັງຫຼັກແຫຼ່ງ, ນຳໜ້າໃນບັນດາຂະບວນການພັດທະນາເສດຖະກິດ, ສັງຄົມ, ສ້າງສາປະເທດຊາດ. ຊາວໜຸ່ມ ຫວຽດນາມ ຢັ້ງຢືນໄດ້ທີ່ຕັ້ງຂອງຕົນສຳລັບບັນດາຊາວໜຸ່ມລຸ້ນຕ່າງໆໃນພາກພື້ນ ແລະ ໃນໂລກ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ: ຍິ່ງກ່ວາເວລາໃດໝົດ, ຊາວໜຸ່ມສວມບົດບາດສຳຄັນໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ນັກປັນຍາຊົນໜຸ່ມ ຫວຽດນາມ ປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ກ່າວຄຳເຫັນທີ່ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກຄັ້ງທີ 1 ປີ 2018  (ພາບ: dantri.com.vn)

        ປີ 2017, ທີ່ກອງປະຊຸມໃຫຍ່ຊາວໜຸ່ມທົ່ວປະເທດຄັ້ງທີ 11, ເມື່ອປຶກສາຫາລືກ່ຽວກັບບັນດາເປົ້າໝາຍພັດທະນາຊາວໜຸ່ມ, ປ່ຽນແປງໃໝ່ວິທີການເຄື່ອນໄຫວຂອງຄະນະຊາວໜຸ່ມ, ເພີ່ມທະວີວຽກງານ, ສາມັກຄີ, ເຕົ້າໂຮມຊາວໜຸ່ມ, ເຂົ້າຮ່ວມປະກອບກຳລັງເຫື່ອແຮງໜຸ່ມແໜ້ນໃຫ້ແກ່ການພັດທະນາປະເທດຊາດ, ກຳລັງປັນຍາຊົນໜຸ່ມໄດ້ຮັບຖືວ່າ ມີບົດບາດສຳຄັນ, ແມ່ນກຸ່ມຊາວໜຸ່ມເຂົ້າຮ່ວມການປະຕິບັດບັນດາເປົ້າໝາຍລວມ. ປັນຍາຊົນໜຸ່ມທັງແມ່ນກຳລັງຄວນໄດ້ຮັບຄວາມສົນໃຈ, ລະດົມກຳລັງໃຈ, ສົ່ງເສີມ ທັງແມ່ນກຳລັງຄວນໄດ້ຮັບການບຳລຸງສ້າງໃນສະພາບແວດລ້ອມເງື່ອນໄຂສະດວກຫລາຍຢ່າງ ເພື່ອເສີມຂະຫຍາຍ, ອຸທິດສ່ວນ ແລະ ຢັ້ງຢືນ ເພື່ອເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ.

ລັດຖະບານຕັ້ງຄວາມຫວັງຕໍ່ການປະກອບສ່ວນພູມປັນຍາຂອງຊາວໜຸ່ມ

        ພ້ອມກັບການເຕີບໃຫຍ່ຂະຫຍາຍຕົວຢ່າງແຮງຂອງປະເທດຊາດ, ກຳລັງປັນຍາຊົນໜຸ່ມ ຫວຽດນາມ ກໍ່ເຕີບໃຫຍ່ຢ່າງວ່ອງໄວ. ກ່າວຄຳເຫັນທີ່ເວທີປາໄສນັກປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກຄັ້ງທີ 1 ປີ 2018, ພວມດຳເນີນໄປຢູ່ ດ່າໜັງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີງ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ຕັ້ງຄວາມມຸ່ງຫວັງຕໍ່ການປະກອບສ່ວນພູມປັນຍາຂອງປະຊາຊົນທຸກຊັ້ນວັນນະ ໃນນັ້ນມີຖັນແຖວປັນຍາຊົນໜຸ່ມ ຫວຽດນາມ.

        ກຳລັງປັນຍາຊົນໜຸ່ມ ຫວຽດນາມ ຢູ່ພາຍໃນປະເທດ ແລະ ຕ່າງປະເທດໄດ້ມານະພະຍາຍາມຮ່ຳຮຽນ, ອອກແຮງງານຢ່າງມີຫົວຄິດປະດິດສ້າງເພື່ອບືນຕົວຂຶ້ນອອກສູ່ທະວີບ ແລະ ໂລກຢ່າງບໍ່ຢຸດຢັ້ງ. ກຳລັງປັນຍາຊົນໜຸ່ມ ຫວຽດນາມ ຢູ່ຕ່າງປະເທດ ເຖິງວ່າດຳລົງຊີວິດ ແລະ ຮ່ຳຮຽນໃນສະພາບແວດລ້ອມທີ່ມີການແກ່ງແຍ້ງແຂ່ງຂັນຢ່າງສູງ, ໃນເງື່ອນໄຂແຕກຕ່າງກັນກໍ່ຕາມ ແຕ່ກໍ່ຢັ້ງຢືນໄດ້ຕົວຕົນ ຢັ້ງຢືນໄດ້ພູມປັນຍາ ຫວຽດນາມ, ສີສັນວັດທະນະທຳ ຫວຽດນາມ ແລະ ກັບຄືນມາປະເທດເພື່ອປະກອບສ່ວນສ້າງບ້ານເກີດເມືອງນອນ, ປະເທດຊາດແມ່ນສິ່ງທີ່ລ້ຳຄ່າ.

ເສີມຂະຫຍາຍກໍາລັງປັນຍາຊົນໜຸຸ່ມທົ່ວໂລກໃນການສ້າງສາປະເທດຊາດ

ເຕົ້າໂຮມ, ເສີມຂະຫຍາຍກໍາລັງປັນຍາຊົນໜຸ່ມຫວຽດນາມ ພິເສດແມ່ນບັນດາບຸກຄົນ ທີ່ດີເດັ່ນ, ເປັນແບບຢ່າງ ໄດ້ກາຍເປັນໜ້າທີ່ສໍາຄັນຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ. ໃນໄລຍະຜ່ານມາ, ດ້ວຍຫຼາຍມາດຕະການທີ່ແຕກຕ່າງກັນ, ສູນກາງຄະນະຊາວໜຸ່ມໄດ້ເຊື່ອມຕໍ່ກັບບັນດາປັນຍາຊົນໜຸ່ມເທື່ອລະກ້າວ ໂດຍຜ່ານບັນດາການເຄື່ອນໄຫວສະໝັກໃຈ, ບັນດາຂະບວນການຢູ່ບັນດາຄະນະຊາວໜຸ່ມຂ້ັນຕ່າງໆ, ບັນດາການເຄື່ອນໄຫວເຊີດຊູ, ຍ້ອງຍໍຊົມເຊີຍບັນດາປັນຍາຊົນໜຸ່ມທີ່ດີເດັ່ນໃນຫຼາຍຂົງເຂດທີ່ແຕກຕ່າງກັນ ເພື່ອປະກອບບັນດາຄໍາສະເໜີໃສ່ແຜນນະໂຍບາຍ, ນະໂຍບາຍລະອຽດ ໃຫ້ແກ່ລັດຖະບານໃນໄລຍະປະເທດຊາດເຊື່ອມໂຍງເຂົ້າກັບສາກົນ ແລະ ໄລຍະການປະຕິວັດອຸຸດສາຫະກໍາ  4.0.

ປັດຈຸບັນມີປັນຍາຊົນໜຸ່ມທີ່ເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ມີລະດັບການສຶກສາແຕ່ຂັ້ນປະລິນຍາຕີຂຶ້ນໄປ ປະມານ 400.000 ຄົນ ເຊິ່ງສ່ວນຫຼາຍແມ່ນອາໄສຢູ່ບັນດາປະເທດ ອາເມລິກາ, ຝລັ່ງ, ອົດສະຕາລີ, ການາດາ, ເຢຍລະມັນ, ຍີ່ປຸ່ນ, ລັດເຊຍ... ບັນດາປັນຍາຊົນໜຸ່ມດັ່ງກ່າວ ສ່ວນຫຼາຍແມ່ນເຮັດວຽກຢູ່ບັນດາສູນຄົ້ນຄວ້າວິທະຍາສາດ, ມະຫາວິທະຍາໄລແຫ່ງຕ່າງໆ, ຄຸ້ມຄອງເສດຖະກິດ, ການເງິນທະນາຄານຂອງບັນດາປະເທດ, ບັນດາບໍລິສັດນານາຊາດ ແລະ ອົງການຈັດຕັ້ງສາກົນຫຼາຍແຫ່ງ. ນີ້ແມ່ນແຫຼ່ງກໍາລັງປັນຍາຊົນທີ່ສໍາຄັນ, ໄດ້ ແລະ ພວມໄດ້ຮັບການສ້າງຕັ້ງຂຶ້ນຈາກ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ ເພື່ອແນໃສ່ສ້າງຄວາມສະໜິດຕິດພັນ, ປຸກລະດົມ, ເຊື່ອມຕໍ່ກັນ ເພື່ອໃຫ້ກໍາລັງປັນຍາຊົນໜຸ່ມທີ່ເປັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີບັນດາການປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ການສ້າງສາປະເທດຊາດ. ອ້າຍ ເລກວັ໊ກຟອງ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມ ກອມມູນິດ ຫວຽດນາມ ໄດ້ຢັ້ງຢືນວ່າ:

        “ເຖິງວ່າ, ປັນຍາຊົນໜຸ່ມ ຫວຽດນາມ ບໍ່ວ່າຢູ່ບ່ອນໃດກໍ່ຕາມ, ພວກເພື່ອນລ້ວນແຕ່ປາດຖະໜາຢາກໃຫ້ປະເທດ ຫວຽດນາມ ຮັ່ງມີ, ເຂັ້ມແຂງ, ປະເທດ ຫວຽດນາມ ໄດ້ຢືນຢູ່ຖັນແຖວບັນດາປະເທດພັດທະນາໃນໂລກ ຢ່າງສະຫງ່າລາສີ. ພວກເຮົາຍັງມີຄວາມຫຍຸ້ງຍາກຫຼາຍຢ່າງແຕ່ສຳຄັນແມ່ນທຸກຄົນລ້ວນແຕ່ແບ່ງປັນຄວາມຄາດຫວັງນຳກັນ. ດັ່ງນັ້ນ, ປະຊາຄົມປັນຍາຊົນໜຸ່ມ ຫວຽດນາມ ໃນທົ່ວໂລກຈົ່ງພ້ອມກັນຮ່ວມມື, ແບ່ງປັນ, ພ້ອມກັນຍົກອອກຄຳເຫັນມີປະສິດທິຜົນໃນການຄົ້ນຄ້ວາ, ພັດທະນາ ແລະ ໝູນໃຊ້ບັນດາເຕັກໂນໂລຊີ ເຂົ້າໃນບັນດາຂົງເຂດເຊິ່ງປະເທດຊາດພວມຕ້ອງການ.”

        ເພື່ອໃຫ້ຊາວໜຸ່ມເປັນເຈົ້າຂອງຊາຕະກຳປະເທດຊາດຢ່າງແທ້ຈິງ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສືບຕໍ່ສ້າງກຳລັງປັນຍາຊົນໜຸ່ມ ຫວຽດນາມ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ກຳລັງປະຈັນບານໄດ້ຮັບການເສີມຂະຫຍາຍຢ່າງມີຫົວຄິດປະດິດສ້າງ, ມີນ້ຳໃຈຮັບຜິດຊອບ, ເສີມຂະຫຍາຍຄວາມເກັ່ງກ້າສາມາດ, ກຳລັງໜຸ່ມແໜ້ນຂອງຊາວໜຸ່ມ. ພ້ອມກັນນັ້ນ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊາວໜຸ່ມສ້າງບັນດາລາຍການກະທຳເພື່ອແນໃສ່ສ້າງລຸ້ນຊາວໜຸ່ມ ຫວຽດນາມ ໃນໄລຍະໃໝ່ ມີແນວຄິດປະຕິວັດ, ມີຄຸນນະທາດການເມືອງທີ່ໝັ້ນຄົງ, ມີນ້ຳໃຈຮັກຊາດ; ມີຈັນຍາບັນ, ແບບແຜນວັດທະນະທຳ, ຄວາມຮັບຜິດຊອບ, ປະຕິບັດກົດໝາຍ, ຮັກຫອມສັນຕິພາບ; ມີພູມປັນຍາ, ມີສຸຂະພາບແຂງແຮງ, ມີຄວາມມຸ່ງມາດປາດຖະໜາຢາກບືນຕົວຂຶ້ນ; ປະຈັນບານ, ອາສາສະໝັກ, ມີຫົວຄິດປະດິດສ້າງໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ; ປະກອບສ່ວນເຂົ້າໃນວິວັດການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກ້ວາງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ