(VOVWORLD) - ປີ 2019 ແມ່ນຂີດໝາຍ 25 ປີ ແຫ່ງວັນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS) ມີຜົນສັກສິດຢ່າງເປັນທາງການ, ເອກະສານສະບັບດັ່ງກ່າວໄດ້ຮັບຖືວ່າແມ່ນ “ລັດຖະທໍາມະນູນກ່ຽວກັບມະຫາສະໝຸດ” ຂອງ ໂລກ. ເຖິງວ່າ UNCLOS ໄດ້ຮັບການໃຫ້ສັດຕະຍາບັນນັບແຕ່ປີ 1996 ກໍຕາມ, ແຕ່ ຈີນ ຍັງມີບັນດາການກະທໍາລະເມີດກົດໝາຍ ແລະ ບໍ່ປະຕິບັດຕາມບັນດາຂໍ້ກໍານົດຂອງ UNCLOS. ບັນດາການກະທໍາຫວ່າງມໍ່ໆມານີ້ຂອງ ຈີນ ຢູ່ ທະເລຕາເວັນອອກ ຖືກບັນດານັກຮຽນຮູ້ສາກົນກ່າວປະນາມຢ່າງຮຸນແຮງ.
ນັກຮຽນຮູ້ຫຼາຍທ່ານຖືວ່າ ບັນດາການກະທໍາ ເຊິ່ງ ຈີນ ພວມດໍາເນີນຢູ່ ທະເລຕາເວັນອອກ, ເຂດທີ່ປະເທດນີ້ບໍ່ມີອະທິປະໄຕນັ້ນ ແມ່ນລະເມີດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982.
ການລະເມີດກົດໝາຍສາກົນ
ທ່ານ Carl Thayer, ສາດສະດາຈານກິດຕິສັກ - ສັງກັດວິທະຍາຄານປ້ອງກັນປະເທດ ອົດສະຕາລີ ຖືວ່າ ບັນດາການກະທໍາຜ່ານມາຂອງ ຈີນ ແມ່ນລະເມີດກົດໝາຍສາກົນໂດຍມີເຈດຕະນາ. ຈີນ ບໍ່ມີຫຼັກຖານດ້ານນິຕິກໍາໃດໆສໍາລັບການກະທໍາຂອງເຂົາເຈົ້າ. ຫຼືເວົ້າອີກຢ່າງໜຶ່ງ, ປັກກິ່ງ ສືບຕໍ່ຖະແຫຼງອະທິປະໄຕຢ່າງໄຮ້ເຫດຜົນ ສໍາລັບເກາະແຫ່ງຕ່າງໆ ແລະ ນ່ານນໍ້າຢູ່ທະເລຕາເວັນອອກ, ບໍ່ຫົວຊາຕໍ່ສິດອໍານາດສານຂອງສານສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍ UNCLOS ປີ 1982.
ທ່ານ Carl Thayer, ສາດສະດາຈານກິດຕິສັກ - ສັງກັດວິທະຍາຄານປ້ອງກັນປະເທດ ອົດສະຕາລີ (ພາບ: TTXVN) |
ຕາມທ່ານສາດສະດາຈານ Carl Thayer ແລ້ວ, ບັນດາການກະທໍາຂອງ ຈີນ ໃນຊຸມປີຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ປັກກິ່ງ ມີສອງຈເປົ້າໝາຍຕົ້ນຕໍ. ເປົ້າໝາຍທໍາອິດແມ່ນສ້າງຕັ້ງສິດອໍານາດຜ່ານການພັດທະນາບັນດາແຫຼ່ງກໍາລັງຢູ່ທະເລ (ລວມທັງບໍ່ແຮ່ ແລະ ເຊື້ອເພິີງ) ຢູ່ເຂດທະເລໃນບໍລິເວນ “ເສັ້ນທາງ 9 ຕອນ”. ດັ່ງນັ້ນ, ຈີນ ສະກັດກັ້ນບັນດາການເຄື່ອນໄຫວຂຸດຄົ້ນນໍ້າມັນຂອງບັນດາປະເທດແຄມທະເລ ແລະ ສ້າງກໍາລັງດັນບັງຄັບບັນດາປະເທດນີ້ ຕ້ອງເຂົ້າຮ່ວມບັນດາໂຄງການຂຸດຄົ້ນລວມກັບ ຈີນ.
ເປົ້າໝາຍທີ 2 ຂອງປະເທດນີ້ ແມ່ນປັດເຂ່ຍການເຂົ້າຮ່ວມຂອງບັນດາປະເທດມະຫາອໍານາດຢູ່ພາຍນອກໃນການພັດທະນາແຫຼ່ງກໍາລັງທະເລ ຢູ່ທະເລຕາເວັນອອກ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ເມື່ອ ຈີນ ສະເໜີຮ່ວມມືເສດຖະກິດທາງທະເລ ແມ່ນຕ້ອງໄດ້ດໍາເນີນກັບ ຈີນ ແລະ ປະເທດແຄມທະເລ, ຫາກ “ບໍ່ໄດ້ດໍາເນີນໂດຍຜ່ານການຮ່ວມມືກັບບັນດາບໍລິສັດຂອງບັນດາປະເທດນອກພາກພື້ນ”.
ທ່ານ Eliot L.Engel ສະມາຊິກລັດຖະສະພາ, ປະທານກໍາມາທິການການຕ່າງປະເທດ ສະພາຕໍ່າ ອາເມລິກາ (ພາບ: chinhphu.vn) |
ຈາກ ອາເມລິກາ, ທ່ານ Eliot L.Engel ສະມາຊິກລັດຖະສະພາ, ປະທານກໍາມາທິການການຕ່າງປະເທດ ສະພາຕໍ່າ ອາເມລິກາ, ໄດ້ອອກຖະແຫຼງການ ໂດຍເນັ້ນໜັກເຖິງຄວາມກະມຶງກະມັງຫວ່າງມໍ່ໆມານີ້ຂອງ ຈີນ ຢູ່ທະເລຕາເວັນອອກ ແມ່ນການກະທໍາທີ່ໜ້າວິຕົກກັງວົນ ກ່ຽວກັບເລື່ອງ “ບໍ່ຫົວຊາຕໍ່ກົດໝາຍ ແລະ ການຕ່າງປະເທດສາກົນ”. ທ່ານ Anthony Nelson ຜູ້ອໍານວຍການຮັບຜິດຊອບບັນດາບັນຫາອາຊີຕາເວັນອອກ ແລະ ປາຊີຟິກ ຢູ່ ກຸ່ມບໍລິສັດໃຫ້ຄໍາປຶກສາ Albright Stonebridge ຖືວ່າ ເລື່ອງ ຈີນ ສໍາຫຼວດທໍລະນີສາດຢູ່ເຂດທະເລຕາເວັນອອກ ເຊິ່ງປະເທດນີ້ບໍ່ມີອະທິປະໄຕນັ້ນ ແມ່ນລະເມີດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982. ທ່ານກ່າວວ່າ:
“ເປັນການຈະແຈ້ງແລ້ວວ່າ ນີ້ແມ່ນການລະເມີດສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ແລະ ຄໍາຕັດສິນຂອງສານປະຈໍາການສາກົນປີ 2016 ທີ່ກ່ຽວຂ້ອງເຖິງການຮ້ອງຟ້ອງຂອງ ຟີລິບປິນ. ຈີນ ໄດ້ລະເມີດທັງເອກະສານສອງສະບັບນີ້ ເພື່ອແນໃສ່່ຖະແຫຼງປະກາດອະທິປະໄຕສໍາລັບບັນດາແຫຼ່ງຊັບພະຍາກອນທໍາມະຊາດໃນພາກພື້ນ ກໍຄືຊອກຫາວິທີສະກັດກັ້ນບັນດາປະເທດອື່ນ ນໍາໃຊ້ບັນດາແຫຼ່ງຊັບພະຍາກອນທໍາມະຊາດດັ່ງກ່າວ”.
ທ່ານ Stein Tonnesson ສາດສະດາຈານຄົ້ນຄ້ວາຢູ່ສະຖາບັນຄົ້ນຄ້ວາສັນຕິພາບ Oslo, ປະເທດ ນອກແວ |
ທ່ານ Stein Tonnesson ສາດສະດາຈານຄົ້ນຄ້ວາຢູ່ສະຖາບັນຄົ້ນຄ້ວາສັນຕິພາບ Oslo, ປະເທດ ນອກແວ ໄດ້ແບ່ງປັນທັດສະນະວ່າ:
ຕາມກົດໝາຍວ່າດ້ວຍທະເລແລ້ວ, ຈີນບໍ່ມີສິດຂຸດຄົ້ນຊັບພະຍາກອນທຳມະຊາດຢູ່ເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງບັນດາປະເທດອື່ນໆ. ຈີນພວມຊອກຫາວິທີການປະຕິບັດເສັ້ນລີ້ນງົວເພື່ອແນໃສ່ຮັບໃຊ້ໃຫ້ການພັດທະນາ ໂດຍບໍ່ຫົວຊາເຖິງກົດໝາຍສາກົນ. ຄັ້ງນີ້ ຈີນ ບໍ່ຂຸດຄົ້ນ້ຳມັນແຕ່ດຳເນີນການສຳຫຼວດໃນຂອບຂະໜາດກ້ວາງ ຢູ່ທະເລຕາເວັນອອກ, ພ້ອມທັງສະກັດກັ້ນບັນດາປະເທດອື່ນໆ ດຳເນີນການສຳຫຼວດໃນພາກພື້ນໄຫຼ່ທະວີບຂອງບັນດາປະເທດນີ້.
ທ່ານ Collin Koh ນັກຄົ້ນຄ້ວາ ປະເທດ ສິງກະໂປ ເຊື່ອໝັ້ນວ່າ: ຖ້າຫາກວ່າ ຈີນສືບຕໍ່ເຮັດໃຫ້ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກປີນຂັ້ນໄດ,ພາບພົດຂອງປະເທດ ທີ່ມີຄວາມຮັບຜິດຊອບເຊິ່ງປະເທດນີ້ສ້າງຂຶ້ນຈະພັງທະລາຍສູນສິ້ນ.
ລະເມີດຄຳໝັ້ນສັນຍາກັບບັນດາປະເທດໃນພາກພື້ນ
ບັນດາການກະທຳຫວ່າງມໍ່ໆມານີ້ຂອງຈີນຢູ່ທະເລຕາເວັນອອກບໍ່ພຽງແຕ່ບໍ່ປະຕິບັດຕາມ UNCLOS 1982 ເທົ່ານັ້ນ, ຫາກຍັງລະເມີດຄຳໝັ້ນສັນຍາຂອງເຂົາເຈົ້າກັບບັນດາປະເທດ ອາຊຽນ ໃນຖະແຫຼງການຮ່ວມກ່ຽວກັບຖະແຫຼງການປີ 2002 ກ່ຽວກັບວິທີການປະພຶດຢູ່ ທະເລຕາເວັນອອກ (DOC)ອີກດ້ວຍ. ຕາມເອກະສານທີ່ ຈີນ ໄດ້ລົງນາມກັບບັນດາປະເທດ ອາຊຽນ ໃນວັນທີ 4 ພະຈິກ 2002 ໃນໂອກາດກອງປະຊຸມຂັ້ນສູງອາຊຽນຄັ້ງທີ 8 ຢູ່ກຳປູເຈຍນີ້,ຈີນໄດ້ໃຫ້ຄຳໝັ້ນສັນຍາພ້ອມກັບບັນດາປະເທດອາຊຽນຊຸກຍູ້ສະພາບແວດລ້ອມແຫ່ງຄວາມສັນຕິພາບ, ມິດຕະພາບ ແລະ ປອງດອງຢູ່ທະເລຕາເວັນອອກ, ບໍ່ນາບຂູ່ນຳໃຊ້ ຫຼືນຳໃຊ້ອາວຸດ, ສອດຄ່ອງ ກັບບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມສົນທີສັນຍາ UNCLOS 1982.
ໃນຊີວິດສີວິໄລປັດຈຸບັນ, ລະບົບກົດໝາຍສາກົນແມ່ນບັນດາມາດຖານທາງຍຸດຕິທຳເພື່ອປົກປ້ອງຄວາມຖືກຕ້ອງແລະ ຄວາມເປັນລະບຽບຮຽບຮ້ອຍ, ປະຊາຄົມສາກົນ ຕ້ອງຮ່ວມ ແຮງຮ່ວມໃຈປົກປັກຮັກສາ ແລະ ມານະພະຍາຍາມປະຕິບັດຕາມ. ຖ້າມີບາງປະເທດບໍ່ປະຕິບັດຕາມກົດໝາຍສາກົນ, ມີແຕ່ນຳໃຊ້ກຳລັງແຮງການທະຫານເພື່ອປະຕິເສດອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງປະເທດອື່ນຈະເຮັດໃຫ້ລະບົບກົດໝາຍສາກົນ, ກົດໝາຍວ່າດ້ວຍທະເລໃນປັດຈຸບັນອ່ອນແອລົງພ້ອມທັງສົ່ງຜົນສະທ້ອນທາງລົບເຖິງພາບພົດຂອງປະເທດນັ້ນເອງ.