ນະໂຍບາຍປີການເງິນໜູນຊ່ວຍການພັດທະນາເສດຖະກິດ

(VOVWORLD) -ຫວຽດນາມ ພວມສະແດງໃຫ້ເຫັນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງໃນການຊຸກຍູ້ວິວັດທະນາການຟື້ນຟູເສດຖະກິດມະຫາພາກ ແລະ ຈຸລະພາກ.
ນະໂຍບາຍປີການເງິນໜູນຊ່ວຍການພັດທະນາເສດຖະກິດ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ)

ນັບແຕ່ຕົ້ນປີ 2012, ມີບັນດານະໂຍບາຍໃໝ່ເຊິ່ງລັດຖະບານຜັນຂະຫຍາຍ ເພື່ອແກ້ໄຂຂໍ້ຄົງຄ້າງໃນການປ່ອຍເງິນລົງທຶນສາທາລະນະ, ກໍ່ສ້າງພື້ນຖານໂຄງລ່າງ, ຊຸກຍູ້ການໃຊ້ສອຍສິນຄ້າ.

ບັນດານະໂຍບາຍມີຜົນສັກສິດນັບແຕ່ຕົ້ນປີ

ພາຍຫຼັງການໄປປະຕິບັດງານຕົ້ນປີໃໝ່ ເພື່ອກວດກາ, ກະຕຸກຊຸກຍູ້, ຊອກຮູ້ສະພາບການ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງບັນດາໂຄງການເສັ້ນທາງຄວາມໄວສູງ ເໜືອ-ໃຕ້, ທ່າອາກາດສະຍານສາກົນ ລອງແທັ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ປະກາດໃຊ້ຄຳສັ່ງເລກທີ 01 ກ່ຽວກັບເລື່ອງກະຕຸກຊຸກຍູ້, ປະຕິບັດຢ່າງມີປະສິດທິຜົນ ພາຍຫຼັງໄລຍະພັກບຸນປີໃໝ່ປະຈຳຊາດ. ທ່ານນາຍົກລັດຖະມົນຕີມອບໝາຍໃຫ້ກະຊວງຄົມມະນາຄົມຂົນສົ່ງ ແລະ ບັນດາອົງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ຍູ້ໄວຄວາມຄືບໜ້າກະກຽມລົງທຶນ, ຕົກລົງການລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ເໜືອ-ໃຕ້ ທາງທິດຕາເວັນອອກໄລຍະ 2021 – 2025; ສຸມໃສ່ກະຕຸກຊຸກຍູ້ລະດັບຄວາມໄວໃນການກໍ່ສ້າງໂຄງການກໍ່ສ້າງບາງຕອນເສັ້ນທາງຄວາມໄວສູງ ເໜືອ-ໃຕ້ ທາງທິດຕາເວັນອອກໄລຍະ 2017-2020, ໂຄງການທ່າອາກາດສະຍານສາກົນ ລອງແທັ່ງ ໄລຍະທີ 1 ໃຫ້ດີກວ່າອີກ. ເລື່ອງທ່ານນາຍົກລັດຖະມົນຕີເລືອກເອົາບັນດາກິດຈະກຳຈຸດສຸມຂອງຂະແໜງຄົມມະນາຄົມໃຫ້ແກ່ການປະຕິບັດງານຍາມຕົ້ນປີໃໝ່ ຍ້ອນວ່າ ໃນຫຼາຍປີຜ່ານມາ, ຍາມໃດ ຫວຽດນາມ ກໍ່ກຳນົດການພັດທະນາພື້ນຖານໂຄງລ່າງແມ່ນໜຶ່ງໃນ 3 ຂອດບຸກທະລຸຍຸດທະສາດ, ໃນນັ້ນພື້ນຖານໂຄງລ່າງຄົມມະນາຄົມໄດ້ສວມບົດບາດສຳຄັນ. ກ່າວຄຳເຫັນທີ່ກອງປະຊຸມປະຈຳເດືອນ ມັງກອນ 2022 ຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ສະເໜີວ່າ:

“ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຍູ້ໄວຄວາມຄືບໜ້າໃນການປ່ອຍເງິນລົງທຶນສາທາລະນະ, ທັງຮັບປະກັນຄວາມຄືບໜ້າ ແຕ່ຕ້ອງຍົກສູງຄຸນນະພາບ, ພິເສດແມ່ນຮັບປະກັນຄວາມຄືບໜ້າ ແລະ ປະຢັດ; ຕ້ອງກວດກາຄືນ 3 ໂຄງການເປົ້າໝາຍທີ່ໄດ້ຜັນຂະຫຍາຍນັບແຕ່ຕົ້ນປີ 2022. ຍູ້ແຮງການຫັນບັນດາລະບຽບການບໍລິຫານເປັນງ່າຍດາຍ, ຄະນະກຳມະການຊົນເຜົ່າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ ຕ້ອງຮີບເຮັ່ງສ້າງດຳລັດກ່ຽວກັບນະໂຍບາຍບ້ວງສິນເຊື່ອບຸລິມະສິດໃຫ້ສົມບູນແບບ.”

ໃນຂົງເຂດການຜະລິດດຳເນີນທຸລະກິດ, ນັບແຕ່ຕົ້ນເດືອນ ກຸມພາ 2022, ເລື່ອງຫຼຸດອາກອນມູນຄ່າເພີ່ມ (VAT) ເລີ່ມມີຜົນສັກສິດ. ລະດັບອາກອນຈາກ 10% ໄດ້ຫຼຸດລົງເຫຼືອພຽງ 8% ສຳລັບອົງການຈັດຕັ້ງ, ສ່ວນບຸກຄົນທີ່ທຳການຜະລິດດຳເນີນທຸລະກິດ, ໄດ້ຊ່ວຍເລື່ອງບໍ່ຕ້ອງເພີ່ມລາຄາຜະລິດຕະພັນ, ການບໍລິການ. ຄວາມສາມາດໃນການຈຳໜ່າຍຜະລິດຕະພັນ, ການບໍລິການ ທີ່ໄດ້ຫຼຸດອາກອນນັ້ນ ໄດ້ຮັບການໜູນຊ່ວຍຢ່າງແຮງ ແລະ ໄດ້ຮັບການປົວແປງ. ສຳລັບຜູ້ບໍລິໂພກ, ເຊິ່ງເຄີຍແມ່ນກຸ່ມຖືກຜົນສະທ້ອນຢ່າງໃຫຍ່ຫຼວງເມື່ອລາຍຮັບ, ວຽກເຮັດງານທຳຖືກຫຼຸດລົງຍ້ອນໂລກລະບາດ, ເລື່ອງຫຼຸດອາກອນ VAT ຈະຊ່ວຍໃຫ້ກຸ່ມນີ້ປະຢັດ 2% ລາຍຈ່າຍສະເລ່ຍໂດຍກົງ.

ນະໂຍບາຍປີການເງິນໜູນຊ່ວຍການພັດທະນາເສດຖະກິດ - ảnh 2ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂຮ່ດຶກເຟິກ
(ພາບ: quochoi.vn)

ຮັບປະກັນການບໍລິຫານນະໂຍບາຍປີການເງິນ, ເງິນຕາຢ່າງມີໄຫວພິບ

ນະໂຍບາຍປີການເງິນ, ເງິນຕາໄດ້ສວມບົດບາດສຳຄັນໃນການຟື້ນຟູ ແລະ ພັດທະນາເສດຖະກິດ. ປີ 2022, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂຮ່ດຶກເຟິກ ໃຫ້ຮູ້ວ່າ ເປົ້າໝາຍສູງສຸດແມ່ນເປັນເສນາທິການໃຫ້ແກ່ລັດຖະບານ ແລະ ສະພາແຫ່ງຊາດ ຮັບປະກັນບັນດາຄາດໝາຍທາງດ້ານເສດຖະກິດສັງຄົມ ແລະ ການເງິນ. ພິເສດ, ຕ້ອງຮັກສາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ໂດຍສະເພາະແມ່ນຮັບປະກັນເສດຖະກິດມະຫາພາກ, ການບໍລິຫານ ເພື່ອຮັບປະກັນລາຍຈ່າຍເກີນດຸນງົບປະມານໃນລະດັບທີ່ອະນຸຍາດ ແລະ ຮັກສາໜີ້ສາທາລະນະ ແລະ ໜີ້ລັດຖະບານ, ຄວບຄຸມໜີ້ສາທາລະນະ, ໄຟເງິນເຟີ້ໄດ້ ຈະຊຸກຍູ້ໃຫ້ແກ່ວິວັດການເຕີບໂຕ ແລະ ພັດທະນາ. ກະຊວງການເງິນກໍ່ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ສະພາແຫ່ງຊາດປະກາດໃຊ້ບ້ວງເງິນກະຕຸ້ນ, ໃນນັ້ນມີ 64.000 ຕື້ດົ່ງແມ່ນຍົກເວັ້ນ, ຕໍ່ກຳນົດເວລາ, ຫຼດຜ່ອນອາກອນ, ຄ່າບໍລິການຕ່າງໆ.

“ພວກຂ້າພະເຈົ້າມີມາດຕະການຫຼາຍຢ່າງເພື່ອປະຕິບັດການຄວບຄຸມໄຟເງິນເຟີ້. ປະຈຸບັນໄຟເງິນເຟີ້ຂອງການໃຊ້ສອຍພວມຢູ່ໃນລະດັບຕ່ຳສຸດແມ່ນ 1,84%. ຕໍ່ໜ້າຄວາມກົດດັນຂອງບັນຫາເພີ່ມລາຄາໃນການຜະລິດ, ດຳເນີນທຸລະກິດ ຫຼື ລາຄານ້ຳມັນເຊື້ອໄຟ, ລາຄາເຫຼັກກ້າ ແລະ ບາງຜະລິດຕະພັນອື່ນໆນັ້ນ, ພວກຂ້າພະເຈົ້າຈະສົມທົບກັບກະຊວງ, ຂະແໜງການ ເພື່ອໃຫ້ຄຳປຶກສາຕໍ່ລັດຖະບານ ມີມາດຕະການແກ້ໄຂ, ຈາກມາດຕະການດ້ານອາກອນ, ມາດຕະການຕ້ານການຄ້າເຖື່ອນ, ມາດຕະການກວດກາ, ປັບໄໝລົງໂທດຢ່າງເຄັ່ງຄັດສຳລັບບັນດາການລະເມີດ, ນັບທັງຢູ່ຕະຫຼາດຫຼັກຊັບ, ອະສັງຫາລິມະຊັບ ແລະ ບັນດາຕະຫຼາດອື່ນໆ, ເພື່ອໃຫ້ການພົວພັນດ້ານເສດຖະກິດມີຄວາມໂປ່ງໃສ, ກະຈ່າງແຈ້ງ ແລະ ແກ່ງແຍ້ງຢ່າງເຂັ້ມງວດທີ່ສຸດ, ຖືກຕ້ອງຕາມລະບຽບກົດໝາຍ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ໃນປີ 2022 ຈະປະຕິບັດໜ້າທີ່ເສດຖະກິດ, ສັງຄົມຢ່າງສຳເລັດຜົນ”.

ມານະພະຍາຍາມບໍລິຫານ, ຜັນຂະຫຍາຍໜ້າທີ່ຂອງລັດຖະບານ, ບັນດາກະຊວງ, ຂະແໜງການນັບແຕ່ຕົ້ນປີ 2022 ອີກຄັ້ງໜຶ່ງໄດ້ເປັນການຢືນຢັນຄວາມຕັດສິນໃຈຂອງລັດຖະບານ ໃນການຍູ້ໄວວິວັດການຟື້ນຟູຂອງພື້ນຖານເສດຖະກິດ, ຮັບປະກັນການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ