ນະໂຍບາຍເງິນຕາຖືກຕ້ອງ - ຜົນສຳເລັດໃນການເຄື່ອນໄຫວບໍລິຫານຂອງລັດຖະບານໃນປີ 2015

(vovworld) - ປີ 2015, ນະ​ໂຍ​ບາຍ​ເງິນ​ຕາ​ຂອງ​ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດພົ້ນ​ເດັ່ນ​ໃນວຽກ​ງາ​ນ​ບໍ​ລ​ິ​ຫານ​ເສດ​ຖ​ະ​ກິດ​ມະ​ຫາ​ພາກ. ພ້ອມ​ກັບ​ນະ​ໂຍ​ບາຍ​ປີ​ການ​ເງິນ, ​ ​​ຄວາມມີ​ໄຫວ​ພິບ​ ​ໃນ​ນະ​ໂຍ​ບາຍ​ການ​ເງິນໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​​​ການສຳ​ເລັດ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ. ບົດ​ຂຽນ “ນະ​ໂຍ​ບາຍ​ເງິນ​ຕາ​ຖືກ​ຕ້ອ​ງ - ຜົນ​ສຳ​ເລັດ​ໃນ​ການ​ເຄື່ອນ​ໄຫວ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ໃນ​ປີ 2015” ຂອງ​ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ.


ນະໂຍບາຍເງິນຕາຖືກຕ້ອງ - ຜົນສຳເລັດໃນການເຄື່ອນໄຫວບໍລິຫານຂອງລັດຖະບານໃນປີ 2015 - ảnh 1
ທ່ານນາງ​ຮອງ​ຜູ້​ວ່າ​ການ​ທະ​ຫານ​ແຫ່ງ​ລັດ​ຫວຽດ​ນາມ ຫງວຽນ​ທິ​ຮົ່ງ
(ພາບ: tapchitaichinh)


ນະ​ໂຍ​ບາຍ​ເງິນ​ຕາປີ 2015 ໄດ້​ຮັບ​ການ​ປະ​ຕິ​ບັດຢ່າງ​ຖືກ​ຕ້ອງ​ຕາມ​ການ​ຊີ້​ນຳ​ນຳ​ພາ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີນັ້ນ​ແມ່ນ ເປັນ​ເຈົ້​ການ, ມີ​ໄຫວ​ພິບ​ຕາມ​ສັນ​ຍາ​ນ​​ຂອງຕະ​ຫຼ​າດ, ຮັບ​ປະ​ກັນ​​ໝັ້ນ​ທ່ຽງ​ໃຫ້​ມູນຄ່າ​ເງິນ​ດົງ​ຂອງ​ຫວຽດ​ນາມ​, ສົມ​ທົບ​ກັນ​​ຢ່າງ​ແໜ້ນ​ແຟ້ນກັບ​ບັນ​ດາ​ນະ​ໂຍ​ບາຍ​ອື່ນ ເພື່ອ​ຮັກ​ສາສະ​ຖຽນ​ລະ​ພາບ​ດ້ານ​ເສ​ດ​ຖະ​ກິດ​ມະ​ຫາ​ພາກ​, ສູ້​ຊົນ​ບັນ​ລຸ ແລະ ລື່ນ​ກາຍ​ບັນ​ດາ​ຄາດ​ໝາຍ, ໜ​້າ​ທີ່​ແຜນ​ການ​ທີ່​ໄດ້​ວາງ​ອອກ​ໃຫ້​ປີ 2015. ທ້າຍ​ປີ 2015, ​ໝາກຜົນ​​ແຫ່ງ​ການ​ບໍ​ລິ​​ຫານ​ນະ​ໂຍ​ບາຍ​ເງິນ​ຕາ ໄດ້​ຮັບ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ໃນ​​ຫຼາຍ​ດ້ານ​ເຊັ່ນ ການ​ຊຳ​ລະ, ອັດ​ຕາ​ດອກ​ເບ້ຍ ຕະ​ຫຼ​ອດ​ຮອດ​ອັດ​ຕາ​ແລກ​ປ່ຽນເງິ​ນ​ຕາ.

        ນະ​ໂຍ​ບາຍ​ເງິນ​ຕາ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ເຄັ່ງ​ຄັດ, ມີ​ໄຫວ​ພິບ

        ຈຸ​ດ​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ນະ​ໂຍ​ບາຍ​ເງິນ​ຕາ​ປີ 2015 ແມ່ນ​ການ​ຕັດ​ສິນ​ດັດ​ປັບ​ອັດ​ຕາ​​ແລກ​ປ່ຽນຢ່າງ​ມີ​ໄຫວ​ພິບ​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ. ອາດ​ເວົ້າ​ໄດ້​ວ່າ, ປີ 2015 ແມ່ນ​ປີ​​ທີ່ອັດ​ຕາ​ແລກ​ປ່ຽນມີ​​ການ​ເ​ໜັງ​ຕີງ​​ຫຼາຍ​ໃນ​ສະ​ພາບ​ທີ່​ກົມ​ສະ​ສົມ​ສະ​ຫ​ະ​ລັດ​ອາ​ເມ​ລິກ​າ (FED) ​ເພີ່ມອັດ​ຕາດອກ​ເບ້ຍ USD ​ຂຶ້ນ ແລະ ຈີນ ດັດ​ປັບ​ອັດ​ຕາ​ແລກ​ປ່ຽນ​ເງິນຢວນ ຢ່າງ​ແຮງ​. ພາຍ​ຫຼັງ​ທີ່​ເງິນຢວນ ຖືກຫຼຸດລາ​ຄາ (11/08) ພ​ຽງ​ 1 ວັນ, ຫວຽດ​ນາມ ໄດ້​ດັດ​ປັບອັດ​ຕາ​ແລກ​ປ່ຽນລະ​ຫວ່າງລາ​ຄາ​ເງິນ​ດົງ​ ແລະ USD ເພີ່ມ​ຈ​າກ +/-1% ຂຶ້ນ +/-2%. ຕໍ່​ຈາກນັ້ນ, ເພື່ອ​ເປັນ​ເ​ຈົ້າ​ການ​ນຳ​ຕະ​ຫຼ​າດ, ຫ​ຼ​ຸດ​ຜ່ອນ​ບັນ​ດາ​ການ​ທະ​ທົບ​​ບໍ່​ດີ​​ຈາກ​ເລື່ອງ FED ​ສາ​ມາດເພີ່ມ​ອັດ​ຕາ​ດອກ​ເບ້ຍ, ​ຫຼັງ​ຈາກນັ້ນ 1 ​ສັບ​ປະ​ດາ (ວັນ​ທີ 19/08), ຫວຽດ​ນາມ ສືບ​ຕໍ່​ດ​ັດ​ປັບ​ອັດ​ຕາ​ແລກ​ປ່ຽນ​ສະ​ເລ່ຍ​ລະ​ຫວ່າງ​ທະ​ນາ​ຄານ​ ລະ​ຫວ່າງ​​ເງິນ​ດົງ ແລະ USD ຕື່ມ​ອີກ 1%, ພ້​ອມ​ທັງ​ເປີດກວ້າງ​ອັດ​ຕາ​ແລກ​ປ່ຽນ​ຄັ້ງ​ທີ 2 ຈາກ +/-2% ຂຶ້ນ +/-3%. ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ນັ້ນ​ແມ່ນ​ອັດ​ຕາ​ແລກ​ປ່ຽ​ນ ແລະ ຕະ​ຫຼ​າດ​ເງິນ​ຕາ​ຕ່າງ​ປະ​ເທດ​ໄດ້​​ມີ​ສະ​ຖຽນ​ລະ​ພາບ​ໂດຍ​ໄວ.

        ຄຽງ​ຂ້າງນັ້ນ, ຕະ​ຫຼ​າດ​ຄຳ​ພາຍ​ໃນ​ປະ​ເທດ​ສືບ​ຕໍ່​ຮັ​ກ​ສາ​ສະ​ຖຽນ​ລະ​ພາບ, ສ່ອ​ງ​ແສງ​ໃຫ້​ເຫັນ​ປະ​ສິດ​ທິ​ຜົນ​ຂອງ​ບັນ​ດາ​ມາດ​ຕະ​ການ​ຄຸ້ມ​ຄອງ​ຄຳ​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ ທີ່​ໄ​ດ້ ແລະ ພວມ​​ໄດ້ຮັບ​ການ​ຜັນ​ຂ​ະ​ຫຍາຍ. ບັນ​ດາ​ມາດ​ຕະ​ການ​ແກ​້​ໄຂ​ໜີ້​ສາ​ທາ​ລະ​ນະ ກໍ​ເສີມ​ຂະ​ຫຍ​າຍ​ປະ​ສິດ​ທິ​ຜົນ ເມື່ອ​ໃນ​ທ້າຍ​ປີ, ໜີ້​ສາ​ທາ​ລະ​ນະ​ຂອງ​ທົ່ວ​ລະ​ບົບ​ໄດ້​ຫຼຸດ​ລົງ​​ລະ​ດັບ 2,71% ປະ​ຕິ​ບັດ​ສຳ​ເລັດ​ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ.

        ກ່ຽວ​ກັບ​ການ​ຊຳ​ລະ, ໄລ່​ຮອດ​ວັນ​ທີ 21/12/2015 ໄດ້​ເພີ່ມ​ຂຶ້​ນ 13,55% ເມື່ອ​ທຽບ​ໃສ່​ທ້າຍ​ປີ 2014, ພ້ອມ​ກັນ​ນັ້ນ ອັດ​ຕາ​ດອກ​ເບ້ຍ​ໃນ​ຕະ​ຫຼ​າດ​ທີ່​ສືບ​ຕໍ່​ຫຼຸດ​ລົງ​ຈາກ 0,2 – 0,5%/ປີ, ຜ່ານນັ້ນ, ໄດ້​ໜູນ​ຊ່ວຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ຕັ້ງ​ໜ້າ. ສິ​ນ​ເຊື່ອ​ຂອງ​ທົ່ວ​ລະ​ບົບ​ທະ​ນາ​ຄານ​ຫວຽດ​ນ​າມ ໃນ​ປີ 2015 ຄາດ​ຄະ​ເນ​ວ່າ​ໄດ້​ເພີ່ມ​ຂຶ້ນ 18%, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍ​າ​ຍາມ​ຂອງ​ທົ່ວ​ລະ​ບົບ ໃນ​ເລື່ອງ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ສິນ​ເຊື່ອ, ເມື່ອ​​ຄວາມ​ຕ້ອງ​ການ​ທັງ​ໝົດ ແລະ ກຳ​ລັງ​ດຶງ​ດູດ​ທຶນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ຕ່ຳ​ຢູ່. ​ທ່ານ ຮີ​ນ​ວັນ​ຕຽບ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນະ​ຄອນ​ເກ​ີ່ນ​ເ​ທີ ໄດ້​ຕີ​ລາ​ຄາ​ວ່າ.

        “ທະ​ນາ​ຄານ​ແຫ່ງ​ລັດ​ໄດ້​ບັນ​ລຸ​ຜົນ​ສຳ​ເລັດ​ໃນ​ວຽກ​ງານຮັກ​ສາຕະ​ຫຼາດ​ຄຳ​ເປັນ​ປົກ​ກະ​ຕິ, ​ແລະ ​ໃນ​ການຫຼຸດ​ຜ່ອນ​ອັດ​ຕາ​ດອກ​ເບ້ຍ. ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທ​ດ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຢ່າງ​ໝັ້ນ​ທ່ຽງ, ການ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ສູງ, ​ສິນ​ເຊື່ອ​​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ດີ​ພໍ​ສົມ​ຄວນ, ປະ​ກອບ​ສ່ວນ​​ເຮັດ​ໃຫ​້​ການ​​ຜະ​ລິດດຳ​ເນີນ​ທຸ​ລະ​ກິດ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ພັດ​ທະ​ນາ​​”.

ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ ບັນ​ດາ​ຜົນງານ​ທີ່​ບັນ​ລຸ​ໄດ້​ໃນ​ການ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ດັ່ງ​ກ່າວ ໄດ້​ປະ​ກອບ​ສ່ວນ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິ​ນ​ເຟີ້​ປີ 2015 (CPI ເພີ່ມ​ຂຶ້ນ 0,63%, ເຊິ່ງ​ເປັນ​ລະ​ດັບ​ເພີ່ມ​ຂຶ້ນ​ຕ່ຳ​ທີ່​ສຸດ​ນັບ​ແຕ່​ປີ 2002) ແລະ ການ​ໜູ​ນ​ຊ່ວຍ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຢູ່​ໃນ​ລະ​ດັບ​ສູງ (ບັນ​ລຸກວ່າ 6,5%). ນະ​ໂຍ​ບາຍເງິນ​ຕາມີ​ໄຫ​ວ​ພິບ, ແໜ້ນ​ແຟ້ນ ຍັງ​​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​​ຄາດ​ໝາຍ​​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ​, ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ລົງ​ທຶນ, ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ. ທ່ານ​ປະ​ລິ​ຍາ​ເອກ ຫງວຽນ​ຈິ໋​ຮ໋ຽວ, ນັກ​ຊ່ຽວ​ຊານ​ດ້ານການ​ເງິນ​ທະ​​ນາ​ຄານ ໃຫ້​ຮູ້​ວ່າ.

        “ຜົນ​ງານ​ໃຫຍ່​ສຸດ​ຂອງ​ນະ​ໂຍ​ບາຍ​ເງິນ​ຕາ​ຂອງ​ທະ​ນາ​ຄານ​ສູນ​ກາງ ແມ່ນ​ໄດ້​ຫຼຸດ​ໄພ​ເງິນ​ເຟີ້​ລົງ​ລະ​ດັບ​ຕ່ຳ​ສຸດ​ໃນ​ປີ 2015. ນັ້ນ​ແມ່ນ​ຜົນ​ງານ​ໃຫຍ່ກວ່າ​ໝູ່. ຄວບ​ຄຸ​ມ​ໄພ​ເງິນ​ເຟີ້​ເປັນ​ຢ່າງ​ດີ ແລະ ຊຸກຍ​ູ້​ໄດ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ. ຂ້າ​ພະ​ເຂົ້າ​ຄິດ​ວ່າ, ທະ​ນາ​ຄານ​ສູນ​ກາງ ຈະ​ສືບ​ຕໍ່​ມີ​ບັນ​ດາ​ໂຄງ​ການ, ແຜ​ນ​ການ​ເພື່ອ​ຊຸກຍ​ູ້​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ”.

        ສ້າງ​ປະ​ຖ​ົມ​ປັດ​ໃຈ​ສະ​ດວກ​ໃຫ້​ປີ 2016

        ຄາດ​ຄະ​ເນ​ວ່າ, ປີ 2016 ວຽ​ກ​ງານ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ຈະ​ປະ​ສົບ​​ກັບສິ່ງ​ທ້າ​ທາຍ 3 ຢ່າງ. ທີ່​ໜຶ່ງ​ແມ່ນ​​ຄວາມ​ດັນ​ດ້ານ​ທຶນ​ຮອນ ສຳ​ລັບ​ລະ​ບົບ​ທະ​ນາ​ຄານ; ທີ່ 2 ແມ່ນ​​ບໍ​ລິ​ຫານອັດ​ຕາ​ແລກ​ປ່ຽນ; ທີ່ 3 ແມ່ນ​ຕະ​ຫຼາດ​ພັດ​ທະ​ບັດ​​ກະ​ທົບ​ເຖິງ​ອັດ​ຕາດອກ​ເບ້ຍ​. ສະ​ນັ້ນ, ປີ 2016 ທະ​ນາ​ຄານ​ແຫ່ງ​ລັດ ຈະ​ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຄຸ້ມ​ຄອງ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທດ, ຕະ​ຫຼາດ​ຄ​ຳ, ນຳ​ໃຊ້ USD ​ໃນ​ການ​ຊຳ​ລະ​ໃຫ້​ແກ່​ການ​ສົ່ງ​ອອກ, ນຳ​ເຂົ້າ; ຍ​ູ້​ແຮງ​ການ​ຊຳ​ລະ​​ໂດຍບໍ່​ໃຊ້​ເງິນ​ສົດ. ບັນ​ດາ​ມາດ​ຕະ​ການນີ້ ກໍ​ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາ​ຄ​າດ​ໝາຍ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ​ໄດ້​ຍົກ​ອອກ​ມາ​ນັ້ນ​ແມ່ນ: ຄວບ​ຄຸມ​ໄພ​ເງິນ​ເຟີ້​​ໃຫ້ຢູ່​ໃນ​ລະ​ດັບ​ຕ​່ຳ​ກວ່າ 5%, ໜູນ​ຊ່ວຍ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ໃນ​ລະ​ດັບ​ເໝະ​ສົມ​ແມ່ນ 6,7%. ທ່ານນາງ​ຮອງ​ຜູ້​ວ່າ​ການ​ທະ​ຫານ​ແຫ່ງ​ລັດ​ຫວຽດ​ນາມ ຫງວຽນ​ທິ​ຮົ່ງ ​ໃຫ້​ຮູ້​ວ່າ.

        “ພວກ​ຂ້າ​ພ​ະ​ເຈ​ົ້າ​ຈ​ະ​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ບັນ​ດາ​ການ​ຜັນ​ແປ​ຂອງ​ຕະ​ຫຼ​າດ, ຢືດ​ໝັ້ນ​ຄາດ​ໝາຍ​ຄວບ​ຄຸມໄພ​ເງິນ​ເຟີ້ ແລະ ປະ​ຕິ​ບັດ​ບັນ​ດາ​ເຄື່ອງ​ມື, ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ ເພື່ອ​ຮັບ​ປະ​ກັນ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ. ສຳ​ລັບ​ລະ​ບົບ​ທະ​ນາ​ຄານ, ເມື່ອ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ພວກ​ເຮົາ​ໄດ້​ລົງ​ນາມ​ໃນສັນ​ຍາ​ການ​ຄ້າຫຼ​າຍ​ສະ​ບັບ, ຂະ​ແໜງ​ທະ​ຫານ​ຄານ​ຈະ​ສືບ​ຕໍ່​ພັດ​ທະ​ນ​າ ເພື່ອ​ເປີດກວ້າງ​​ບັນ​ດ​າ​ການ​ບໍ​ລິ​ການ​ການ​ເງິນ ​ເພື່ອຮັບ​ໃຊ້​ໃຫ້​ວິ​ສາ​ຫະ​ກິດ ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ”.

        ອາດ​ເວົ້າ​ໄດ້​ວ່າ, ປີ 2015 ວຽກ​ງານ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ໄດ້​ສ້າງ​ຂີ​ດ​ໝາຍ​ຢ່າງ​ໃຫ​ຍ່​ຫຼວງ ໃນ​ບັນ​ດາ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ. ບັນ​ດາ​ບົດ​ຮຽນ ແລະ ປະ​ສິດ​ທິ​ຜົນ​ເຊິ່ງ​ນະ​ໂຍ​ບາຍນີ້​ນຳ​ມາ​ໃຫ້​ ຈະ​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ບໍ​ລິ​ຫານ​ເສດ​ຖະ​ກິດ​ປີ 2016, ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ