ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມ COP 28, ຢ້ຽມຢາມ ຕວັກກີ ຢ່າງເປັນທາງການ: ບັນດາຜົນສຳເລັດໜ້າປະທັບໃຈ

(VOVWORLD) - ທ່ານນາຍົກລັດຖະມົນຕີຖືວ່າ, ຜົນກະທົບຂອງການປ່ຽນແປງຈາກ ດິນຟ້າອາກາດໂລກ, ພະຍາດໃນຊຸມປີຜ່ານມາ ໄດ້ພິສູດໃຫ້ເຫັນນີ້ແມ່ນສິ່ງທ້າທາຍທີ່ ບໍ່ມີຂອບເຂດ
ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມ COP 28, ຢ້ຽມຢາມ ຕວັກກີ ຢ່າງເປັນທາງການ: ບັນດາຜົນສຳເລັດໜ້າປະທັບໃຈ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ COP 28)

        ຕອນຄ່ຳວັນທີ 03 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດການກະທຳກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໂລກ ໃນຂອບເຂດ COP 28 ຢູ່ ສະຫະລັດອາຣັບເອັມມີເຣດ (UAE) ແລະ ຢ້ຽມຢາມ ຕວັກກີ ຢ່າງເປັນທາງການ. ການໄປປະຕິບັດງານໄດ້ຢັ້ງຢືນທີ່ຕັ້ງ, ອິດທິພົນຊື່ສຽງ, ພາບພົດຂອງປະເທດ ຫວຽດນາມ ຂະຫຍັນຂັນເຄື່ອນ, ເຂັ້ມແຂງໃນການຜັນຂະຫຍາຍບັນດາຄຳໝັ້ນສັນຍາວ່າດ້ວຍການຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ, ເຂົ້າຮ່ວມການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ; ເປີດໄລຍະໃໝ່ໃນການພົວພັນກັບ ຕວັກກີ ແລະ ສ້າງບັນດາກຳລັງໜູນເພື່ອນຳການພົວພັນ 2 ຝ່າຍ ຫວຽດນາມ - UAE ຂຶ້ນສູ່ລະດັບສູງໃໝ່.

        ການໄປປະຕິບັດງານແຕ່ວັນທີ 29 ພະຈິກ ຫາວັນທີ 03 ທັນວາ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ບັນລຸໄດ້ທຸກເປົ້າໝາຍ, ໜ້າທີ່ ທີ່ໄດ້ວາງອອກ, ປະກອບສ່ວນຜັນຂະຫຍາຍແນວທາງການຕ່າງປະເທດ ຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີໄດ້ມີການເຄື່ອນໄຫວ ພົບປະ, ເຮັດວຽກເກືອບ 60 ຄັ້ງ (20 ຄັ້ງຢູ່ ຕວັກກີ ແລະ ເກືອບ 40 ຄັ້ງຢູ່ UAE), ບັນລຸໄດ້ບັນດາຜົນງານ ທັງມີລັກສະນະຍຸດທະສາດ, ຍາວນານ, ທັງລະອຽດທີ່ສຸດ.

ຂີດໝາຍຂອງ ຫວຽດນາມ ແລະ ບັນດາສານໃຫຍ່ທີ່ COP 28

  ຢູ່ COP 28, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີບົດກ່າວປາໄສຢູ່ບັນດາເວທີປາໄສ, ດ້ວຍບັນດາສານສຳຄັນທີ່ສົ່ງເຖິງປະຊາຄົມສາກົນ. ນັ້ນແມ່ນຕ້ອງຫັນຄຳໝັ້ນສັນຍາຈາກບັນດາກອງປະຊຸມ ຄັ້ງກ່ອນໃຫ້ກາຍເປັນການກະທຳລະອຽດ, ຂ້ຽວຂາດ.

 ທ່ານນາຍົກລັດຖະມົນຕີຖືວ່າ, ຜົນກະທົບຂອງການປ່ຽນແປງຈາກດິນຟ້າອາກາດໂລກ, ພະຍາດໃນຊຸມປີຜ່ານມາ ໄດ້ພິສູດໃຫ້ເຫັນນີ້ແມ່ນສິ່ງທ້າທາຍທີ່ບໍ່ມີຂອບເຂດ, ແມ່ນບັນຫາສົ່ງຜົນສະທ້ອນ, ຜົນກະທົບເຖິງທົ່ວໂລກ ແລະ ແມ່ນບັນຫາຂອງປະຊາຊົນໝົດທຸກຄົນ. ບັນດາປະເທດພັດທະນາຕ້ອງເພີ່ມທະວີການໜູນຊ່ວຍໃຫ້ແກ່ ບັນດາປະເທດພວມພັດທະນາ ແລະ ດ້ອຍພັດທະນາຫຼາຍກວ່າເກົ່າ, ໂດຍສະເພາະແມ່ນແຫຼ່ງທຶນ, ຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ… ກົງກັນຂ້າມ, ບັນດາປະເທດພວມພັດທະນາ, ດ້ອຍພັດທະນາຕ້ອງຍົກສູງກຳລັງຄວາມສາມາດດ້ວຍຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ບືນຕົວຂຶ້ນດ້ວຍຕົນເອງ.

 ໂລກຕ້ອງຮັບປະກັນຄວາມສະເໝີພາບ, ຍຸຕິທຳກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ, ລະຫວ່າງການຫັນປ່ຽນພະລັງງານສະອາດ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານທົ່ວໂລກ, ລະຫວ່າງຄວາມຕ້ອງການພັດທະນາ ແລະ ການຫັນເປັນສີຂຽວ.

 ເມື່ອແບ່ງປັນກ່ຽວກັບເລື່ອງ ຫວຽດນາມ ໄດ້ເຮັດເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ, ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ນັບແຕ່ພາຍຫຼັງ COP 26 ຢູ່ Glasgow, ຫວຽດນາມ ໄດ້ຜັນຂະຫຍາຍປະຕິບັດ 12 ມາດຕະການໃຫຍ່, ຮອບດ້ານ ເພື່ອຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ພ້ອມທັງຮັບປະກັນຄວາມເປັນເຈົ້າ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຜົນປະໂຫຍດຂອງປະຊາຊົນ ກໍຄືບັນດາເປົ້າໝາຍພັດທະນາເສດຖະກິດ.

 ມີຈຸດເດັ່ນໜຶ່ງອີກໃນຂອບເຂດ COP 28 ແມ່ນເລື່ອງ ທ່ານນາຍົກລັດຖະມົນຕີໄດ້ປະກາດແຜນການ ລະດົມແຫຼ່ງກຳລັງໃຫ້ແກ່ການປະຕິບັດຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP) ຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືສາກົນ. ບັນດາຄູ່ຮ່ວມມືໄດ້ໃຫ້ຄຳໝັ້ນສັນຍາລະດົມແຫຼ່ງກຳລັງໃນເບື້ອງຕົ້ນແມ່ນ 15,5 ຕື້ USD ພາຍໃນເວລາ 3 ຫາ 5 ປີຈະມາເຖິງ ເພື່ອແກ້ໄຂຄວາມຕ້ອງການຢ່າງຮີບດ່ວນໃຫ້ແກ່ການ ຫັນປ່ຽນພະລັງງານຢ່າງຍຸດຕິທຳຂອງ ຫວຽດນາມ. ດ້ານອື່ນ, ຄາດວ່າ, ທະນາຄານໂລກ (WB) ຈະສະຫງວນຈຳນວນເງິນກູ້ຢືມແຕ່ 5-7 ຕື້ USD ໃຫ້ແກ່ ຫວຽດນາມ ສຸມໃສ່ບາງໂຄງການລຸ້ນໃໝ່ທີ່ມີຄວາມ ສາມາດບົ່ມຊ້ອນ.

ໄລຍະໃໝ່ໃນການຮ່ວມມື 2 ຝ່າຍ

 ສຳລັບ ຕວັກກີ ແລະ UAE, ການໄປປະຕິບັດງານຂອງນາຍົກລັດຖະມົນຕີໄດ້ດຳເນີນໃນຈຸດເວລາ ທີ່ມີຄວາມໝາຍທີ່ສຸດ, ນັ້ນແມ່ນ: ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຕວັກກີ (1978 – 2023) ແລະ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນ ຫວຽດນາມ - UAE (1993 – 2023).

        ຢູ່ ຕວັກກີ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີແມ່ນບາດກ້າວບຸກທະລຸໃນການພົວພັນ 2 ຝ່າຍ, ຂະນະທີ່ການນຳ 2 ຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ເລື່ອງເປີດສະຖານກົງສູນຂອງ ຕວັກກີ ປະຈຳ ນະຄອນ ໂຮ່ຈີມິນ ໂດຍໄວ, ເປີດປະຕູໃຫ້ແກ່ບັນດາສິນຄ້າສົ່ງອອກຫຼັກແຫຼ່ງ ແລະ ຜະລິດຕະພັນກະເສດ ຂອງແຕ່ລະປະເທດ, ມຸ່ງໄປເຖິງເລື່ອງນຳວົງເງິນການຄ້າ 2 ຝ່າຍຂຶ້ນລະດັບ 4-5 ຕື້ USD ໃນໄລຍະຈະມາເຖິງ. ພິເສດ, ເປັນຄັ້ງທຳອິດ, ການນຳຂັ້ນສູງຂອງ 2 ປະເທດໄດ້ແລກປ່ຽນກ່ຽວກັບຄວາມອາດສາມາດຍົກລະດັບ ການພົວພັນຂອງ 2 ປະເທດຂຶ້ນສູ່ຂອບເຂດຄູ່ຮ່ວມມືໃໝ່.

        ສຳລັບ UAE, ການໄປປະຕິບັດງານໄດ້ປະກອບສ່ວນສ້າງບັນດາກຳລັງໜູນໃໝ່ໃນການພົວພັນ 2 ຝ່າຍ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາການນຳ UAE ໄດ້ເຫັນດີລົງນາມໃນສັນຍາຄູ່ຮ່ວມມື ເສດຖະກິດຮອບດ້ານ (CEPA), ຍົກວົງເງິນການຄ້າໃຫ້ຂຶ້ນເປັນ 10 ຕື້ USD ໃນຊຸມປີຈະມາເຖິງໂດຍໄວ; UAE ເພີ່ມທະວີການໜູນຊ່ວຍ ຫວຽດນາມ ພັດທະນາຂະແໜງ Halal, ຊຸກຍູ້ການຮ່ວມມືກ່ຽວກັບການເຕີບໂຕສີຂຽວ, ການຫັນເປັນດີຈີຕອນ, ນະວັດຕະກຳ…

        ພາຍຫຼັງການເຄື່ອນໄຫວມາເປັນເວລາ 5 ວັນ ເຊິ່ງໄດ້ບັນລຸປະສິດທິຜົນດີ (29 ພະຈິກ - 03 ທັນວາ), ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ບັນລຸໄດ້ບັນດາໝາກຜົນສຳຄັນນັບທັງຂອບເຂດ ຫຼາຍຝ່າຍ ແລະ  2 ຝ່າຍ, ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ ທີ່ໄດ້ວາງອອກຢູ່ໃນລະດັບສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ