ນຳການພົວພັນ ຫວຽດນາມ - ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່


(vovworld) -ການ​ພົ​ວ​ພັນ ຫວຽດ​ນາມ - ລາວ ແມ່ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູ​ນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ໂດຍ​ປະ​ທານ ໂຮ່​ຈີ​ມິນ ແລະ ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ​ສຸ​ພາ​ນຸ​ວົງ ເປັນ​ຜູ້ກໍ່​ຕັ້ງ ແລະ ການ​ນຳ​ລຸ້ນ​ຕ່າງໆ​ຂອງ​ 2 ພັກ, 2 ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ​ຮັກ​ສາ ແລະ ເພີ່ມ​ພຸນ​ຄຸນ​ສ້າງ. ໃນ​ຊຸມ​ປີ​ຜ່ານ​ມາ, ສອງ​ຝ່າຍ​ໄດ້​ສືບ​ທອດ​ມູນ​ເຊື້ອ​ການ​ພົວ​ພັນ​ອັນ​ດີ​ງາມ​ຈາກ​ລຸ້ນ​ກ່ອນ, ເພີ່ມ​ພຸນ​ຄຸນ​ສ້າງຢ່​າງບໍ່​ຢຸດຢັ້ງ, ພັດ​ທະ​ນາ​ກາ​​ນ​ພົວ​ພັນ​ກ່າວ​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນໃນ​ທຸກ​ຂົງ​ເຂດ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອ​ງ​ພາ​ລະ​ກິດ​ປ່ຽນ​ໃໝ່, ກໍ່​ສ້າງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢູ່​ແຕ່​ລະ​ປ​ະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

ນຳການພົວພັນ ຫວຽດນາມ - ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ


        ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້​ວາງ​ຂວາງ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ ໃນ​ທຸກໆ​ຂົງ​ເຂດ. ສອງ​ຝ່າຍ​ໄດ້​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ  2 ພັກ, 2 ລັດ, ບັນ​ດາ​ເນື້ອ​ໃນ​ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 38 ຂອງກຳ​ມາ​ທິ​ການ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ກາ​ນ​ຮ່ວມ​ມື ສອງ​ຝ່າຍ ຫວຽດ​ນາມ - ລາວ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ຕັ້ງ​ໜ້າຫຼາຍ​ຢ່າງ. ທ່ານ ຫງວຽນ​ຮູຍ​ຕັງ, ຮອງ​ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ, ໃຫ້​ຮູ້​ວ່າ:

        2 ຝ່າຍ​ໄດ້​ສຳ​ເລັດ​ກິດ​ຈະ​ກຳ​ຮຽບ​ຮຽງ​ປື້ມ​ປະ​ຫວັດ​ສາດ​​ແຫ່ງ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ (1930 2007). ນີ້​ແມ່ນ​​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່ຫຼວງ, ເລິກ​ເຊິ່ງ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວ​ິ​ທະ​ຍາ​ສາດ, ການ​ເມືອງ, ກອ​ງ​ທັບ ແລະ ສັງ​ຄົມ, ສ່ອງ​ແສງ​​ຢ່າງ​ຊື່​ຕົງ ແລະ ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ການ​ພົວ​ພັນ ຫວຽດ​ນາມ - ລາວ, ມີ​​ຄຸນ​ຄ່າ​ໃນ​ວຽກ​ງານ​ໂຄ​ສະ​ນາ, ສຶກ​ສາ ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ດ້ານ​ການ​ເມືອງ​ເພື່ອ​ໃຫ້​ລຸ້ນຫຼັງ ແລະ ເພື່ອນ​ມິດ​ສາ​ກົນ​ເຂົ້າ​ໃຈ​ແຈ້ງ​ກ່​ວາ​ກ່ຽວ​ກັບ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດນີ້.

ນຳການພົວພັນ ຫວຽດນາມ - ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່ - ảnh 2


        ໃນ​ປີ 2016, ສອງ​ຝ່າຍ​ໄດ້​ເພີ່ມ​ທະ​ວີ​ກາ​ນ​ພົບ​ປະ​ລະ​ຫວ່າງການນ​ຳ​ຂັ້ນ​ສູງ​ສອງພັກ, ​ສອງລັດ ​ພາຍ​ໃຕ້ຫຼາຍ​ຮູບ​​ການ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ບັນ​ຫາ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ກຳ​ນົດ​ທິດ​​​ພົວ​ພັນ​ສັງ​ລວມກໍ່​ຄື​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຫຍຸ້ງ​ຍາກ, ບັນ​ດາ​ຍັງ​ຄົງ​ຄ້າງ​ຢ່າງ​ທັນ​ການ. ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ, ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ທິດ​ສະ​ດີ ແລະ ບົດ​ຮຽນ​ຕົວ​ຈິງ​ໃນ​ວິ​ວັດ​ການ​ກຳ​ນົດ​ທິດ​ແນວ​ທາງ, ນະ​ໂຍ​ບາຍ​ເປັນ​ປະ​ຈຳ. ພິ​ເສດ, ທ້າຍ​ເດືອນ 11 ຜ່ານ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ມີ​ການ​ຢ້ຽມ​ຢາມ​ສັນຖະ​ວະ​ໄມ​ຕີ ສ​ປ​ປ ລາວ ​ຢ່າ​ງ​ເປັນ​ທາງ​ການຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ປະ​ທານ​ປະ​ເທດ​ລາວ ບຸນ​ຍັງ ວໍ​ລະ​ຈິດ, ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ເປັນ​ຄັ້ງ​ທຳ​ອິດ, ​ທ່ານເລ​ຂາ​ທິ​ການ​ໃຫຍ່ ຫວຽດ​ນາມ ມີ​​ການ​ໂອ້​ລົມ​ກັບນັກ​ສຶກ​ສາ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ. ໃນ​ການ​ໂອ້​ລົມ​ຂອງ​ຕົນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໄດ້​ເນັ້ນ​ໜັກ​​ເຖິງບົດ​ບາດ​ຂອງ​ຊາວ​ໜຸ່ມ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ, ເພີ່ມ​ພຸນ​ຄຸນ​ສ້າງ​​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ:

        “ການ​ນຳ 2 ສອງ​ປະ​ເທດ​ໄດ້​​ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເລິກ​ເຊິ່ງ​​ຕໍ່ພວກ​ເພື່ອນ, ເຊື່ອ​ໝັ້ນ​ວ່າ​ລຸ້​ນ​ໜຸ່ມ 2 ປະ​ເທດ​ທັງ​ປະ​ຈຸ​ບັນ ແລະ ອະ​ນາ​ຄົດ​ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ຮ່ຳ​ຮຽນ​ເອົາ​ບົດ​ຮຽນ, ເຄົາ​ລົບ​ນັບ​ຖື, ຮັກ​ສາ ແລະ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ການ​ພົວ​ພັນ​​ສັດ​ຊື່ບໍ​ລິ​ສຸດ​ຜຸດ​ຜ່ອງ ຫວຽດ​ນາມ - ລາວ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ໃນ​ພາ​ລະ​ກິດ​ຄວາມ​ສາ​ມັກ​ຄີ, ຊ່ວ​ຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ, ​ເຮັດ​ໃຫ້​ປະ​ຫວັດ​ສາດທີ່​ສະ​ຫງ່າ​ລາ​ສີ​ຂອງ​ການ​ພົວ​ພັນ 2 ພັກ, 2 ລັດ ແລະ ປະ​ຊ​າ​ຊົນ 2 ປ​ະ​ເທດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ການ​ອຸ​ທິດ​ສ່ວນ​ທີ່​ສຸດ​ຈິດ​ສຸດ​ໃຈ ແລະ ການ​ປະ​ກອບ​ສ່ວນ​ອັນ​ແທ​ດ​ຈິງ​ຂອງ​ພວກ​ເພື່ອນ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ ຈະ​ກາຍ​ເປັນ​ໜ້າ​ປະ​ຫວັດ​ສາດ​ທີ່​ອົງ​ອາດ​ກ​້າ​ຫານ​ຂອງ​ໄວ​ໜຸ່ມ​​ແຫ່ງ​ໄລ​ຍະ​ອັນ​ຟົດ​ຟື້ນ​ໃນ​ຊີ​ວິດ​ຂອງພວກ​ເພື່ອນ”

        ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​​ຂອງ​ທ່ານພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຈັດ​ຕັ້ງ​ເມື່ອ​ເດືອນ 1/2016 ຜ່ານ​ມາ. ທ່ານ​ນາງ ​ສູ​ນ​ທອນ ໄຊ​ຍະ​ຈັກ, ກຳ​ມະ​ການ​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ສູນ​ກາງ​ໄດ້​ເນັ້ນ​ໜັກ​ວ່າ: ເລື່ອງ​ເລືອກ​ເຟັ້ນ​ປະ​ເທດ​ລາວ ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດນັ້ນ​ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ, ຢັ້ງ​ຢືນ​ການ​ພົວ​ພັນ​ສະ​ໜິດ​ສະ​ໜົມ, ເລິກ​ເຊິ່ງ​ຂອງ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ ແລະ ລາວ, ການ​ພົວ​ພັນ​ມີ​ມາ​ແຕ່​ດົນ​ນານ ແລະ ໄດ້​ຮັ​ບ​ການ​ທົດ​ສອບ​ຜ່ານ​ໄລ​ຍະ​ເວ​ລາ, ດ້ວຍ​ເລືອດ​ເນື້ອ​ຂອງ​ນັກ​ຮົບ​ປະ​ຕິ​ວັດຫຼາຍ​ລຸ້ນ​ຄົນ:

ສຽງ​ທ່ານ ສູນ​ທອນ

        ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ແຜນ​ນະ​ໂຍ​ບາຍ, ກຳ​ນົດ​ທິດ ແລະ ບັນ​ດາ​ເນື້ອ​ໃນ​ການ​ຮ່ວມ​ມື, ມາດ​ຕະ​ການ​ໃຫຍ່​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ ໄລ​ຍະ 2016 – 2020 ໃນ​ທຸກໆ​ຂົງ​ເຂດ​ຄື: ການ​ເມືອງ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ, ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ… ເພື່ອ​ຍົກ​ສູງ​ການ​ພົວ​ພັນ ຫວຽດ​ນາມ - ລາວ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່​ຖືກ​ຕ້ອງ​ຕາມ​ການ​ກຳ​ນົດ​ທິດ​ຂອງ​ການນ​ຳ 2 ປະ​ເທດ.


ຂ່າວ/ບົດ​ອື່ນ