ນຳບັນດາເນື້ອໃນຂອງປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງເຂົ້າສູ່ພຶດຕິກຳຕົວຈິງ

(VOVWORLD) - ປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງຫາກໍ່ໄດ້ຮັບຮອງເອົາໃນວັນທີ 20 ພະຈິກ ຈາກສະພາແຫ່ງຊາດ ຫວຽດນາມ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14.

 ນີ້ແມ່ນ 1 ໃນ 5 ປະມວນກົດໝາຍຂອງ ຫວຽດນາມ, ທີ່ມີຄວາມໝາຍອັນໃຫຍ່ຫລວງສຳລັບບັນຫາແຮງງານ ແລະ ສັງຄົມ. ສິ່ງສຳຄັນທີ່ພາຍຫລັງສະພາແຫ່ງຊາດຮັບຮອງເອົາ ແມ່ນຕ້ອງຮັບປະກັນບັນດາເນື້ອໃນທີ່ລະບຸໃນກົດໝາຍ ຕອບສະໜອງຄວາມຕ້ອງການຂອງຊາວຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານເປັນຢ່າງດີ.

ນຳບັນດາເນື້ອໃນຂອງປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງເຂົ້າສູ່ພຶດຕິກຳຕົວຈິງ - ảnh 1 (ພາບປະກອບ / daibieunhandan.vn)

ປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງມີຜົນສັກສິດເລີ່ມແຕ່ວັນທີ 01 ມັງກອນ 2021. ວິວັດການປັບປຸງເລີ່ມຕົ້ນແຕ່ປີ 2016. ກ່ອນທີ່ຍື່ນສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 14, ຮ່າງປະມວນກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ໄດ້ຮັບການທາບທາມຄວາມເຫັນຈາກບັນດານັກຊ່ຽວຊານ, ບັນດາອົງການຈັດຕັ້ງສາກົນ ແລະ ຮັບເອົາຄຳເຫັນຢ່າງກ້ວາງຂວາງຈາກປະຊາຊົນທຸກຊັ້ນວັນນະ.

ບັນດາການຕີລາຄາຢ່າງຕັ້ງໜ້າ

       ຂໍ້ກຳນົດປັບປຸງ, ເພີ່ມເຕີມແຕ່ລະຂໍ້ໃນປະມວນກົດໝາຍມີການກະທົບ, ສົ່ງຜົນສະທ້ອນໂດຍກົງຕໍ່ຜົນປະໂຫຍດຂອງຊາວຜູ້ອອກແຮງງານ, ຜູ້ນຳໃຊ້ແຮງງານ, ຈົນເຖິງການພົວພັນແຮງງານ, ຕະຫລາດແຮງງານ ແລະ ຍິ່ງກ່ວານັ້ນ ຈະກະທົບເຖິງການພັດທະນາເສດຖະກິດ, ການຮັບປະກັນຊີວິດສັງຄົມ.

ບັນດາຂໍ້ກຳນົດປັບປຸງກ່ຽວກັບຊາວຜູ້ອອກແຮງງານໄດ້ຮັບຖືວ່າ: ແມ່ນບັນດາຂີດໝາຍທີ່ຈະແຈ້ງໃນການປັບປຸງຄັ້ງນີ້. ໃນນັ້ນ, ຕ້ອງເວົ້າເຖິງລະບອບລະບຽບການກ່ຽວກັບສັນຍາແຮງງານ ຊຶ່ງກຳນົດຕາມທິດປົກປ້ອງສຳລັບຊາວຜູ້ອອກແຮງງານໃຫ້ດີກ່ວາຄື: ກຳນົດສັນຍາແຮງງານແມ່ນຂໍ້ຕົກລົງກ່ຽວກັບການເຮັດວຽກຈ່າຍຄ່າແຮງງານ, ເງິນເດືອນ...; ກຳນົດລະອຽດກ່ຽວກັບບັນດາກໍລະນີເພີ່ມຜຽນເຮັດວຽກແຕ່ກ່ວາ 200 ຫາ 300 ຊົ່ວໂມງໃນ 1 ປີ ແນໃສ່ຮັບປະກັນສິດຜົນປະໂຫຍດອັນຍາວນານໃຫ້ແກ່ຊາວຜູ້ອອກແຮງງານ. ທ່ານ ຢວານເມົ້າຢຽບ, ອະດີດຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

ເລື່ອງປັບປຸງປະມວນກົດໝາຍວ່າດ້ວຍແຮງງານ ແນໃສ່ຮັບປະກັນທຸກກຸ່ມແຮງງານທີ່ມີສິດ, ມີໂອກາດສຽງເວົ້າເຂົ້າຮ່ວມໃນວິວັດການພົບປະເຈລະຈາຢູ່ບ່ອນເຮັດວຽກ ເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງສິດ ແລະ ຜົນປະໂຫຍດຂອງຕົນໃນການພົວພັນແຮງງານ. ນີ້ແມ່ນບັນດາບັນຫາໃໝ່ ເຊິ່ງ ຫວຽດນາມ ບໍ່ເຄີຍປະຕິບັດໃນສະພາບຕົວຈິງ.

ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນ, ຂໍ້ກຳນົດດັດປັບເພີ່ມອາຍຸອອກກິນເບ້ຍບຳນານຕາມຂັ້ນຕອນ ແນໃສ່ກະກຽມ, ຮັບມືກັບວິວັດການປະຊາກອນໃນເກັ່ນອາຍຸສູງພວມກວມສ່ວນຫລາຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫລາດແຮງງານ. ພ້ອມທັງກຳນົດການສ້າງຕັ້ງອົງການຈັດຕັ້ງຂອງຊາວຜູ້ອອກແຮງງານຢູ່ວິສາຫະກິດທີ່ບໍ່ຂຶ້ນກັບອົງການກຳມະບານ ຫວຽດນາມ ໄດ້ຮັບຖືວ່າ: ແມ່ນເໝາະສົມກັບບັນດາສົນທິສັນຍາຂອງອົງການແຮງງານສາກົນ (ILO), ບັນດາຄຳໝັ້ນສັນຍາສາກົນອື່ນໆ ແລະ ສ້າງຄວາມສະດວກໃນວິວັດການເຊື່ອມໂຍງເຂົ້າກັບສາກົນ. ທ່ານ Lim Jock Hoi ເລຂາທິການໃຫຍ່ ອາຊຽນ ຕີລາຄາວ່າວ່າ:

“ນີ້ແມ່ນຂີດໝາຍໃຫຍ່, ມີຄວາມໝາຍສຳລັບບັນຫາແຮງງານ ແລະ ສັງຄົມ ເຊິ່ງປະຊາຄົມ ອາຊຽນ ໄດ້ ແລະ ພວມມານະພະຍາຍາມປະຕິບັດ, ພິເສດແມ່ນເລື່ອງເພີ່ມເກັ່ນອາຍຸອອກພັກກິນເບ້ຍບຳນານ, ເພີ່ມຈຳນວນບັນດາອົງການຈັດຕັ້ງຂອງຊາວຜູ້ອອກແຮງງານໃນວິສາຫະກິດ, ບັນດາເນື້ອໃນປັບປຸງໃນປະມວນກົດໝາຍວ່າດ້ວຍແຮງງານ ຈະຊ່ວຍຫລາຍຢ່າງໃນການກຳນົດທິດພັດທະນາຂອງປະຊາຄົມ ອາຊຽນ ໃນໄລຍະຈະມາເຖິງ, ພິເສດແມ່ນກ່ຽວຂ້ອງເຖິງຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ວຽກງານສັງຄົມ.

ໄປຄຽງຄູ່ກັບບັນດາຈຸດໃໝ່ຮັບປະກັນສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານໃຫ້ດີກ່ວານັ້ນ, ປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງ ກໍ່ມີ 6 ຈຸດໃໝ່ສຳລັບຜູ້ນຳໃຊ້ແຮງງານຄື: ເປັນຄັ້ງທຳອິດທີ່ກົດໝາຍກໍ່ໄດ້ຢັ້ງຢືນບົດບາດຜູ້ຕາງໜ້າປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ແລະ ເຂົ້າຮ່ວມສ້າງການພົວພັນແຮງງານກ້າວໜ້າ, ກົມກຽວ, ເປັນປົກກະຕິຂອງຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ, ຮ່ວມສຳພັນສະຫະກອນ ຫວຽດນາມ ແລະ ບັນດາອົງການຕາງໜ້າຂອງຜູ້ນຳໃຊ້ແຮງງານອື່ນ; ເປີດກ້ວາງສິດຍົກເລີກສັນຍາແຮງງານພຽງລຳພັງຝ່າຍດຽວຂອງຜູ້ນຳໃຊ້ແຮງງານ; ລັດບໍ່ແຊກແຊງໂດຍກົງເຂົ້ານະໂຍບາຍເງິນເດືອນຂອງວິສາຫະກິດ ເຊິ່ງໄດ້ປະຕິບັດບົນພື້ນຖານການເຈລະຈາຕົກລົງກັນລະຫວ່າງບັນດາຝ່າຍ…

ຍູ້ແຮງການໂຄສະນາ

       ເພື່ອປະຕິບັດປະມວນກົດໝາຍວ່າດ້ວຍແຮງງານເສີມຂະຫຍາຍໄດ້ບັນດາຈຸດດີເລີດໃນການຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊາວຜູ້ອອກແຮງງານ, ຜູ້ນຳໃຊ້ແຮງງານ, ຮັບປະກັນຕະຫລາດແຮງງານເປັນປົກກະຕິໃຫ້ດີກ່ວາ ຄວນນຳປະມວນກົດໝາຍເຂົ້າໃກ້ກັບຊີວິດຂອງປະຊາຊົນຫລາຍກ່ວາ. ທ່ານ ຫງວຽນຮິວທ໋າຍ, ສະມາຊິກສະພາແຫ່ງຊາດແຂວງ ບາກລຽວ ຖືວ່າ:

        “ສິ່ງສຳຄັນແມ່ນຕ້ອງໂຄສະນາແຕ່ລະຂໍ້ກຳນົດ, ພິເສດແມ່ນບັນດາຈຸດໃໝ່ຂອງປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງ ໃຫ້ແຕ່ລະເຈົ້າກຳໃນການພົວພັນແຮງງານ. ອົງການທີ່ມີໜ້າທີ່ຮັບຜິດຊອບຄວນປະຕິບັດວຽກງານໂຄສະນາໃຫ້ມີປະສິດທິຜົນ ເພື່ອໃຫ້ປະຊາຊົນເຂົ້າໃຈ, ແບ່ງປັນ, ກ້າວໄປເຖິງຄວາມເຫັນດີເຫັນພ້ອມ.

        ປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງແມ່ນ 1 ໃນ 5 ປະມວນກົດໝາຍພື້ນຖານຂອງລະບົບກົດໝາຍ ຫວຽດນາມ. ເລື່ອງຜັນຂະຫຍາຍກົດໝາຍ ແມ່ນສວມບົດບາດສຳຄັນທີ່ສຸດ, ຊ່ວຍບັນດາຂໍ້ກຳນົດທີ່ກ້າວໜ້າຂອງປະມວນກົດໝາຍ ສາມາດເສີມຂະຫຍາຍລັກສະນະດີເລີດໃນການຮັບປະກັນສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ ກໍ່ຄືຮັບປະກັນການພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມຂອງປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ