ບົດບາດການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມໃນການປະຕິວັດເດືອນສິງຫາ

(vovworld)- ຍັງ​ອີກ​ 4-5 ມື້, ປະ​ຊາ​ຊົນ ຫວຽດ​ນາມ ຈະ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ການປະ​ຕິ​ວັດ​ເດືອນ ສິງ​ຫາ ສຳ​ເລັດ​ຜົນ (19/8/1945-19/8/2015). ​ກ່ອນນີ້ 70 ປີ, ມ​ີ​ສະ​ມາ​ຊິກພັກພຽງ 5000 ຄົນ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ນຳ​ພາ​ທົ່ວ​ປວງ​ຊົນ​ທັງ​ຊາດ ປະ​ຕິ​ບັດ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ຄັ້ງ​ປະ​ຫວັດ​ສາດ​ສຳ​ເລັດ​ຜົນຢ່າງ​​ງົດງາມ. ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ດັ່ງ​ກ່າວ​ໄດ້​ປະ​ໄວ້​ໃຫ້ຄົນ​ລຸ້ນ​ຫລັງ​ບັນ​ດາ​ບົດ​ຮຽນ​ກ່ຽວ​ກັບ​ການກໍ່​ສ້າງ​ພັກ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ວັນ​ນີ້. ບົດ​ຂຽນ​ຂອງ ມີງ​ເຈີມ ທີ​່​ມີ​ຫົວ​ຂໍ້​ວ່າ: ບົດ​ບາດ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​​ກອມ​ມູ​ນິດ​ຫວຽດ​ນາມໃນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ.
ບົດບາດການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມໃນການປະຕິວັດເດືອນສິງຫາ - ảnh 1
​ຊາວ​ນະ​ຄອນ​ຫລ​ວງ​ຮ່າ​ໂນ້ຍ ນັບ​ລ້ານໆ​ຄົນ​ເຂົ້າ​ຮ່ວມ
ງານ​ຊຸມ​ນຸມ​ມິດ​ຕິງ​ຂ່ຳ​ນັບ​ຊົມ​ເຊີຍ​ໄຊ​ຊະ​ນະ​ການ​ປະ​ຕິ​ວັດ
​ເດືອນ​ສິງ​ຫາພາບ​ເອ​ກະ​ສານ

       ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ບົດ​ບາດ​ຂອງ​ພັກ​ໃນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ທ່ານ​ປະ​ທານ ໂຮ່​ຈິ​ມີນ ​ໄດ້ຂຽນ​ວ່າ: “ບໍ່​ພຽງ​ແຕ່​ ຊົນ​ຊັ້ນ​ກຳ​ມະ​ກອນ​ຊາວ​ຜູ້​ອອກແຮງ​ງານ​ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເທົ່າ​ນັ້ນ ຫາກ​ຊົນ​ຊັ້ນ​ກຳ​ມະ​ກອນ​ຊາວ​ຜູ້​ອອກ​ແຮງ​ງານ ແລະ ບັນ​ດາ​ປະ​ເທດ​ຖືກ​ກົດ​ຂີ່​ຂູດ​ຮີດອື່ນໃນ​ໂລກ ກໍ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າ: ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ປະ​ຕິ​ວັດ​ຂອງ​ປະ​ເທດ​ຫົວ​ເມືອງ​ຂຶ້ນ ແລະ ເ​ຄິ່ງ​ຫົວເມືອງ​ຂຶ້ນ, ພັກ​ຫນຶ່ງ​ທີ່​​ມ​ີອາຍ​ຸ​ພຽງ 15 ປີ ໄດ້​ຊີ້​ນຳ​ນຳ​ພາ​ການ​ປະ​ຕິ​ວັດ​ສຳ​ເລັດ​ຜົນ, ​ກຳ​ອຳ​ນາດ​ໃນ​ທົ່ວ​ປະ​ເທດ.

       ແນວ​ທາງ​ຊີ້​ນຳ​ນຳ​ພາ​ຢ່າງ​ຖືກ​ຕ້ອງ

        ຕາມ​ທ່ານ​ຮອງ​ສາ​ດສະ​ດາ​ຈານ, ດ​ຣ ຫງວຽນ​ຈ້ອງ​ຟຸກ, ອະ​ດີດ​ຫົວ​ຫນ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ພັກ, ສະ​ຖາ​ບັນ​ການ​ເມືອງ​ ​ແຫ່ງ​ຊາດ​ໂຮ່​ຈິ​ມີນ​ແລ້ວ, ການ​ຊີ້​ນຳ​ນຳ​ພາ​ອັນ​ຖືກ​ຕ້ອງ​ຂອງ​ພັກ​ສະ​ແດງ​ໃຫ້​ເຫັນ​ດ້ວຍ​ເລື່ອງ ພັກ​ໄດ້​ວາງ​ແຜນ​ກຳ​ນົດ ແລະ ວາງ​ແນວ​ທາງ​ປົດ​ປ່ອຍ​ຊາດ​ອັນ​ຖືກ​ຕ້ອງ, ກໍ່​ສ້າງ​ກຳ​ລັງ​ປະ​ຕິ​ວັດ​ໃຫ້ເຂັ້ມ​ແຂງແຮງ​ກ​້າ, ນຳ​ໃຊ້​ວິ​ທີ​ການ​ປະ​ຕິ​ວັດ​ເໝາະ​ສົມ ພ້ອມ​ທັງ​ແກ້​ໄຂ​ບັນ​ດາ​ການ​ພົວ​ພັນ​ລະ​ຫວ່າງ ສະ​ພາ​ວະ​ການ ແລະ ຄວາມ​ສ່ຽງ​ໃນ​ການ​ປະ​ຕິ​ວັດ​ເປັນ​ຢ່າງ​ດີ. ຈີນ​ຕະ​ນາ​ການ​ຍຸດ​ທະ​ສາດ​ຂອງ​ພັກ ໃນ​ການ​ລຸ​ກ​ຮື້​ຂຶ້ນ​ເດືອນ​ສິງ​ຫາຂະ​ຫນາດ​ໃຫຍ່ ໄດ້​ສະ​ແດງ​​ອອກຜ່ານ​ວິ​ໄສ​ທັດ​ຍຸດ​ທະ​ສາດກ່ຽວ​ກັບ​ກຳ​ລັງ​ແຮງ​ຂອງ​ມະ​ຫາ​ຊົນ.

         “ພັກ​ໄດ້​ກຳ​ນົດ​ຕ້ອງກໍ່​ສ້າງ​ກຳ​ລັງ​ປະ​ຕິ​ວັດ​ໃຫ້​ເຂັ້ມ​ແຂງ​ແຮງ​ກ້າ, ພິ​ເສດ​ແມ່ນ​ກຳ​ລັງ​ການ​ເມືອງ​ໃນ​ແນວ​ໂຮມ​ຫວຽດ​ມີງ; ເປັນ​ເຈົ້າ​ການ​ພັດ​ທະ​ນາ​ການ​ປະ​ຕິ​ວັດ​ຢ່າງ​ແທ້​ຈິງ. ທີ​ສອງ ພັກ​ໄດ້​ສຸມ​ໃສ່​ກໍ່​ສ້າງ​ກຸ່ມ​ກ້ອ​ນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເຕົ້າ​ໂຮມ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ແນວ​ໂຮມ​ຫວຽດ​ມີງ. ຍ້ອນ​ມີ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ສາ​ມັກ​ຄີ ໄດ້​ປຸກ​ລຸກ​ນ້ຳ​ໃຈ​ຮັກ​ຊາດ​ອັນ​ແຮງ​ກ້າ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ຈາກນັ້ນ ເສີມ​ຂະ​ຫຍາຍ​ເຈດ​ຈຳ​ນົງ​ເພີ່ມ​ຕົນ​ເອງ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ.”

         ໃນ​ຕະ​ຫລອດ​ວິ​ວັດ​ທະ​ນາ​ການ​ລຸກ​ຮື້​ຂຶ້ນ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຍາມ​ໃດ​ກໍ​ຮັບ​ຮູ້​ບົດ​ບາດ, ທີ່​ຕັ້ງ​ຊີ້​ນຳ​ນຳ​ພາ​ຂອງ​ຕົນ​ຢ່າງ​ຖືກ​ຕ້ອງ, ຖື​ເປັນ​ສຳ​ຄັນ​ຫນ້າ​ທີ່​ຂະ​ຫຍາຍ​ສະ​ມາ​ຊິກ​ພັກ, ກໍ່​ສ້າງ​ອົງ​ການ​ພັກ, ເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ສາ​ມັກ​ຄີ, ເປັນ​ເອກ​ະ​ພາບ​ໃນ​ພັກ. ສະ​ນັ້ນ ໃນ​ໄລ​ຍະນັ້ນ​ທີ່​ມີ ​ອາ​ຍຸ ​ພຽງ 15 ປ​ີ ດ້ວຍ​ສະ​ມາ​ຊິກ​ພັກ 5000 ຄົນ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຊີ້​ນຳ​ນຳ​ພາ​ມະ​ຫາ​ຊົນ​ສ້າງ​ການ​ປະ​ຕິ​ວັດ​ອັນ​ຍິ່ງ​ໃຫຍ່, ສ້າງ​ເປັນ​ລັດ​ຂອງ​ກຳ​ມະ​ກອນ​ຊາວ​​ນາ​ລັດ​ທຳ​ອິດ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ການ​ປະ​ຕິ​ວັດ​ເດືອນ ສິງ​ຫາ​ປີ 1945 ໄດ້​ກາຍ​ເປັນ​ແບບ​ຢ່າງ​ຂອງ​ການ​ປະ​ຕິ​ວັດ​ປົດ​ປ່ອຍ​ຊາດ, ປົດ​ປ່ອຍ​ຫົວ​ເມືອງ​ຂຶ້ນ​ໃນ​ໂລກ.

        ບົດ​ຮຽນ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ການກໍ່​ສ້າງ​ກຳ​ລັງ

        ມາ​ຮອດ​ປະ​ຈຸ​ບັນ, ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຄົບ​ຮອບ 85 ປ​ີ ດ້ວຍ​ສະ​ມາ​ຊິກ​ພັກ​ໃນ​ທົ່ວ​ປະ​ເທດ ກວ່າ 4 ລ້ານ​ຄົນ. ຫນ້າ​ທີ່ຄວາມ​ຮັບ​ຜິດ​ຊອບ​ຂອງ​ພັກ​ຕໍ່​ປະ​ເທດ​ຊາດ, ຕໍ່​ຊາດ ແມ່ນ​ຫນັກ​ຫນ່ວງ​ຍິ່ງກວ່າ​ເວ​ລາ​ໃດ​ໝົດ. ນັ້ນ​ແມ່ນຫນ້າ​ທີ່ຄວາມ​ຮັບ​ຜິດ​ຊອບ​ການ​ຊີ້​ນຳ​ນຳ​ພາ​ປະ​ຊາ​ຊົນ​ປະ​ຕິ​ບັດ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ຢ່າງ​ມີ​ໄຊ, ເປີດ​ປະ​ຕູ ແລະ ເຊື່ອມ​ໂຍງ​ກັບ​ໂລກ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ. ພັກ ຍັງ​ຢື​ນ​ຢູ່​ຕໍ່​ຫນ້າ​ສິ່ງ​ທົດ​ສອບ​ອັນ​ໃຫຍ່​ຫລວງ ນັ້ນ​ແມ່ນ​ຮັກ​ສາ​ຄຸນ​ນະ​ທາດ​ປະ​ຕິ​ວັດ, ຮັກ​ສາ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ​ໃນ​ພັກ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວ​ຽນ​ມີງ​ຕວນ, ຫົວ​ຫນ້າ​ສະ​ຖາ​ບັນ​ກໍ່​ສ້າງ​ພັກ, ສະ​ຖາ​ບັນ​ການ​ເມືອງ​​ແຫ່ງ​ຊາດ ໂຮ່​ຈິ​ມີນ ຖື​ວ່າ:

         “ສະ​ມາ​ຊິກ​ພັກ​ເດີນ​ຕາມ​ການປະ​ຕິ​ວັດ, ຕາມ​ພັກ ແມ່ນ​ທ່ຽງ​ທຳ, ບໍ​ລິ​ສຸດ​ຜູດ​ຜ່ອງ, ຖື​ຜົນ​ປະ​ໂຫຍດ​ຂອງ​ຊາດ​ຂອງ​ປະ​ຊາ​ຊົນ​ເປັນສຳ​ຄັນ​ແຖວ​ຫນ້າ​, ຕ້ອງ​ເສຍ​ສະ​ຫລະ​ຜົນ​ປະ​ໂຫຍດ​ຂອງ​ຕົນ​ເອງ. ໄລ​ຍະ​ປະ​ຕິ​ວັດ​ເດືອນ​ສິງ​​ຫາ, ບັນ​ດາ​ສະ​ມາ​ຊິກ​ພັກ ໄດ້​ເສຍ​ສະ​ຫລະ​ຄື​ແນວນັ້ນ, ໄລ​ຍະ​ປະ​ຈຸ​ບັນ​ກໍ​ເຊັ່ນ​ດຽ​ວ​ກັນ.”

        ສາດ​ສະ​ດາ​ຈານ ຫວູ​ເຢືອງ​ນີງ, ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຖື​ວ່າ: ໃນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ພັກ ໄດ້​ສຸມ​ໃສ່​ເຕົ້າ​ໂຮມ​ບັນ​ດາ​ນັກ​ຮົບ​ຈົ່ງ​ຮັກ​ພັກ​ດີ, ຊັດ​ຊື່ທ່ຽງ​ທຳ, ກໍ່​ສ້າງ ແລະ ຂະ​ຫຍາຍ​ບັນ​ດາ​ອົງ​ການ​ພັກ​ຂັ້ນ​ຮາກ​ຖານ, ພ້ອມ​ທັງ​ຂະ​ຫຍາຍ​ພັກ ໂດຍ​ອີງ​ໃສ່​​ປະ​ຊາ​ຊົນ. ປະ​ຈຸ​ບັນ ​ສະ​ພາບ​ການ​ພາຍ​ໃນ​ປະ​ເທດ ແລະ ໃນ​ໂລກ ທັງ​ມີ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ, ຮຽກ​ຮ້ອງ​ພັກ​ຕ້ອງ​ມີ​ການ​ປ່ຽນ​ໃຫມ່​ຢ່າງບໍ່​ຢຸດຢັ້ງ, ນັບ​ມື້​ນັບພັດ​ທະ​ນາ​​ດີກວ່າ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ຕໍ່​ພັກ.

         “ວຽກ​ງານກໍ່​ສ້າງ​ພັກ ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ຂຶ້ນ ແມ່ນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ໃນ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທົດ​ສອບ​ຢ່າງ​ຂ້ຽວ​ຂາດ ແຕ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຜ່ານ​ຜ່າ ແລະ ກາຍ​ເປັນ​ພັກ​ເຂັ້ມ​ແຂງ,  ​ຊີ້​ນຳ​ນຳ​ພາ​ການ​ປະ​ຕິ​ວັດ​ຫວຽດ​ນາມ. ການ​ຕໍ່​ສູ້​ຍິ່ງ​ຂ້ຽວ​ຂາດ, ບັນ​ດາ​ກຳ​ລັງ​ເປັນ​ປໍ​ລະ​ປັກ​ຍິ່ງ​ທຳ​ລາຍ, ພັກ​ຕ້ອງກໍ່​ສ້າງ​​ໃຫ້​ເຂັ້ມ​ແຂງດ້ານ ແນວ​ຄິດ , ​ຄຸນ​ນະ​ທາດ, ຖັນ​ແຖວ​ສະ​ມາ​ຊິກ​ພັກ, ການ​ຈັດ​ຕັ້ງ ແລະ ສຳ​ຄັນ​ທີ່​ສຸດ ພັກ​ຕ້ອງ​ອີງ​ໃສ່​ປະ​ຊາ​ຊົນ​.”

        70 ປີ​ໄດ້​ລ່ວງ​ເລີຍ​ໄປ ແຕ່​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປ​ະ​ຕິ​ວັດ​ເດືອນ​ສິງ​ຫາ ຍັງ​ມີ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດ​ໄວ້​ດັ້ງ​ເດີມ. ໃນ​ນັ້ນ ການ​ຊີ້​ນຳ​ນຳ​ພາ​ຢ່າງ​ເກັ່ງ​ກ້າ​ສາ​ມາດ, ສະ​ຫລາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ສຳ​ລັບ​ການ​ຕໍ່​ສູ​້​ປົດ​ປ່ອຍ​ຊາດ​ຂອງ​ປະ​ຊາ​ຊົນ​ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງ​ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ປະ​ຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ